ເລື່ອງຊີວິດຈິງ
ເຖິງວ່າຂ້ອຍຂີ້ອາຍ ແຕ່ກໍຮັບໃຊ້ເປັນມິດຊັນນາຣີ
ຕອນຍັງນ້ອຍ ຂ້ອຍເປັນຄົນຂີ້ອາຍແລະຢ້ານຄົນ. ແຕ່ພະເຢໂຫວາໄດ້ຊ່ວຍຂ້ອຍໃຫ້ເປັນມິດຊັນນາຣີທີ່ມີຄວາມຮັກຕໍ່ຄົນອື່ນ. ເພິ່ນຊ່ວຍຂ້ອຍແນວໃດ? ທຳອິດ ພະເຢໂຫວາໄດ້ຊ່ວຍຂ້ອຍຜ່ານທາງການຊີ້ນຳທີ່ດີຈາກພໍ່ຂອງຂ້ອຍ. ຕໍ່ມາ ເພິ່ນຊ່ວຍຂ້ອຍຜ່ານທາງຕົວຢ່າງທີ່ດີຂອງພີ່ນ້ອງຍິງໄວລຸ້ນຄົນໜຶ່ງ ແລະສຸດທ້າຍເພິ່ນຊ່ວຍຂ້ອຍຜ່ານທາງຄຳເວົ້າທີ່ໃຫ້ກຳລັງໃຈແລະຄຳແນະນຳທີ່ດີຈາກຜົວຂອງຂ້ອຍ. ຂ້ອຍຈະເລົ່າເລື່ອງຊີວິດຂອງຂ້ອຍໃຫ້ຟັງ.
ຂ້ອຍເກີດປີ 1951 ຢູ່ເມືອງວຽນນາປະເທດອອດເຕຣຍ. ພໍ່ແມ່ຂອງຂ້ອຍນັບຖືສາສະໜາກາໂຕລິກ. ຂ້ອຍເປັນຄົນຂີ້ອາຍ ແຕ່ຂ້ອຍເຊື່ອໃນພະເຈົ້າແລະອະທິດຖານຫາເພິ່ນເລື້ອຍໆ. ຕອນຂ້ອຍອາຍຸ 9 ປີ ພໍ່ເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ ແລະຫຼັງຈາກນັ້ນບໍ່ດົນແມ່ກໍເລີ່ມຮຽນນຳກັນກັບພໍ່.
ຖ່າຍຮູບກັບເອລີຊາເບັດນ້ອງສາວຂອງຂ້ອຍ (ລາວນັ່ງຊ້ອນທ້າຍ)
ຕໍ່ມາບໍ່ດົນເຮົາກໍໄດ້ເປັນສ່ວນໜຶ່ງຂອງປະຊາຄົມດູບລິງຢູ່ເມືອງວຽນນາ. ເຮົາເຮັດຫຼາຍຢ່າງນຳກັນເປັນຄອບຄົວ ເຊັ່ນ: ອ່ານແລະສຶກສາຄຳພີໄບເບິນ ເຂົ້າຮ່ວມການປະຊຸມ ແລະອາສາສະໝັກເຮັດວຽກຢູ່ການປະຊຸມໝວດ. ຕອນຍັງນ້ອຍ ພໍ່ຊ່ວຍຂ້ອຍໃຫ້ມີຄວາມຮັກທີ່ເລິກເຊິ່ງຕໍ່ພະເຢໂຫວາ. ທີ່ຈິງ ພໍ່ອະທິດຖານຕະຫຼອດວ່າໃຫ້ຂ້ອຍກັບນ້ອງສາວເປັນໄພໂອເນຍເມື່ອໃຫຍ່ຂຶ້ນ. ແຕ່ໃນຕອນນັ້ນມັນບໍ່ແມ່ນສິ່ງທີ່ຂ້ອຍຢາກເຮັດ.
ເລີ່ມຮັບໃຊ້ເຕັມເວລາ
ຂ້ອຍຮັບບັບເຕມາປີ 1965 ຕອນອາຍຸ 14 ປີ. ແຕ່ມັນຍາກຫຼາຍສຳລັບຂ້ອຍທີ່ຈະປະກາດກັບຄົນທີ່ຂ້ອຍບໍ່ຮູ້ຈັກ. ຂ້ອຍມັກຄິດຕະຫຼອດວ່າໄວລຸ້ນຄົນອື່ນດີກວ່າຂ້ອຍ ແລະຂ້ອຍຢາກໃຫ້ເຂົາເຈົ້າມັກຂ້ອຍ. ຫຼັງຈາກຮັບບັບເຕມາໄດ້ບໍ່ດົນ ຂ້ອຍກໍເລີ່ມຫຼິ້ນກັບຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ. ເຖິງວ່າຂ້ອຍມັກຢູ່ນຳເຂົາເຈົ້າ ແຕ່ຂ້ອຍກໍຮູ້ສຶກບໍ່ດີຍ້ອນຮູ້ວ່າຂ້ອຍໃຊ້ເວລາຫຼາຍໂພດກັບຄົນທີ່ບໍ່ແມ່ນພະຍານ. ເຖິງຈະຮູ້ສຶກແບບນັ້ນ ຂ້ອຍກໍຍັງຫຼິ້ນນຳເຂົາເຈົ້າຕໍ່ໄປ. ແຕ່ສິ່ງໃດຊ່ວຍຂ້ອຍໄດ້?
ຂ້ອຍຮຽນຮູ້ຫຼາຍຢ່າງຈາກໂດໂລເຕ້ (ລາວຢືນຢູ່ເບື້ອງຂວາ)
ຕອນນັ້ນ ມີພີ່ນ້ອງຍິງຄົນໜຶ່ງອາຍຸ 16 ປີຊື່ໂດໂລເຕ້ໄດ້ມາຢູ່ປະຊາຄົມຂອງເຮົາ. ລາວມັກການປະກາດຕາມເຮືອນເຊິ່ງເຮັດໃຫ້ຂ້ອຍປະທັບໃຈຫຼາຍ. ຂ້ອຍອາຍຸຫຼາຍກວ່າລາວໜ້ອຍໜຶ່ງ ແຕ່ຂ້ອຍບໍ່ໄດ້ອອກໄປປະກາດຫຼາຍປານໃດ. ຂ້ອຍຄິດໃນໃຈວ່າ: “ພໍ່ແມ່ຂ້ອຍເປັນພະຍານ ແຕ່ໂດໂລເຕ້ເປັນພະຍານຄົນດຽວໃນຄອບຄົວ. ລາວຕ້ອງເບິ່ງແຍງແມ່ທີ່ບໍ່ສະບາຍແຮງ ແຕ່ລາວອອກໄປປະກາດຕະຫຼອດ!” ຕົວຢ່າງທີ່ດີຂອງລາວກະຕຸ້ນຂ້ອຍໃຫ້ຢາກເຮັດຫຼາຍຂຶ້ນເພື່ອພະເຢໂຫວາ. ຕໍ່ມາບໍ່ດົນ ໂດໂລເຕ້ກັບຂ້ອຍກໍເລີ່ມເປັນໄພໂອເນຍນຳກັນ. ທຳອິດ ເຮົາເປັນໄພໂອເນຍສົມທົບກ່ອນ ແລ້ວຈາກນັ້ນກໍເປັນໄພໂອເນຍປະຈຳ. ຍ້ອນໂດໂລເຕ້ມີຄວາມສຸກຫຼາຍກັບການປະກາດ ຂ້ອຍຈຶ່ງເລີ່ມມີຄວາມສຸກຫຼາຍຄືກັນກັບວຽກນີ້. ລາວຊ່ວຍຂ້ອຍໃຫ້ເລີ່ມມີນັກສຶກສາຜູ້ທຳອິດ. ຕໍ່ມາ ຂ້ອຍກໍບໍ່ຮູ້ສຶກຢ້ານຫຼາຍປານໃດທີ່ຈະລົມກັບຄົນຢູ່ປະຕູເຮືອນຂອງເຂົາເຈົ້າ ຕາມຫົນທາງ ແລະຢູ່ບ່ອນອື່ນໆ.
ໃນປີທຳອິດທີ່ເປັນໄພໂອເນຍປະຈຳ ມີພີ່ນ້ອງຊາຍຊື່ຮາຍສ໌ໄດ້ມາຢູ່ປະຊາຄົມຂອງເຮົາ. ລາວຮຽນເລື່ອງພະເຢໂຫວາຢູ່ການາດາຕອນໄປຢາມອ້າຍທີ່ເປັນພະຍານ. ຮາຍສ໌ຖືກມອບໝາຍໃຫ້ເປັນໄພໂອເນຍພິເສດຢູ່ປະຊາຄົມຂອງເຮົາ. ຂ້ອຍມັກລາວຕັ້ງແຕ່ເຫັນເທື່ອທຳອິດເລີຍ. ຮາຍສ໌ຢາກເປັນມິດຊັນນາຣີ ແຕ່ຂ້ອຍບໍ່ຢາກເປັນ. ສະນັ້ນ ຕອນທຳອິດຂ້ອຍຈຶ່ງບໍ່ໄດ້ໃຫ້ລາວຮູ້ວ່າຂ້ອຍມັກລາວ. ແຕ່ຕໍ່ມາເຮົາກໍເລີ່ມຄົບຫາກັນ ແລ້ວກໍແຕ່ງດອງກັນ ແລະເລີ່ມເປັນໄພໂອເນຍນຳກັນຢູ່ອອດເຕຣຍ.
ມີເປົ້າໝາຍຢາກເປັນມິດຊັນນາຣີ
ຮາຍສ໌ມັກລົມກັບຂ້ອຍເລື່ອງທີ່ລາວຢາກເປັນມິດຊັນນາຣີ. ລາວບໍ່ເຄີຍກົດດັນຂ້ອຍ ແຕ່ລາວຈະຊ່ວຍຂ້ອຍໃຫ້ຄິດໂດຍຖາມວ່າ: ‘ເຮົາບໍ່ມີລູກ ເຮົາຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນໄດ້ບໍ?’ ຍ້ອນເປັນຄົນຂີ້ອາຍ ຂ້ອຍຈຶ່ງຢ້ານທີ່ຈະເປັນມິດຊັນນາຣີ. ແມ່ນຢູ່ວ່າຂ້ອຍເປັນໄພໂອເນຍ ແຕ່ຂ້ອຍຄິດວ່າການເປັນມິດຊັນນາຣີມັນຍາກໂພດສຳລັບຂ້ອຍ. ເຖິງຈະເປັນແນວນັ້ນ ຮາຍສ໌ກໍເວົ້າເຖິງເລື່ອງນີ້ສະເໝີ. ລາວຍັງຊ່ວຍຂ້ອຍບໍ່ໃຫ້ກັງວົນຫຼາຍເກີນໄປກ່ຽວກັບຄວາມຢ້ານຂອງໂຕເອງ ແຕ່ໃຫ້ຄິດເຖິງການຊ່ວຍຄົນອື່ນ. ຄຳແນະນຳຂອງລາວຊ່ວຍຂ້ອຍໄດ້ຫຼາຍ.
ຮາຍສ໌ນຳການສຶກສາຫໍສັງເກດການ ຢູ່ປະຊາຄົມນ້ອຍໆທີ່ໃຊ້ພາສາເຊີໂບ-ໂຄຣເອເຊຍຢູ່ເມືອງຊາສ໌ເບີກ ປະເທດອອດເຕຣຍ ປີ 1974
ຂ້ອຍຄ່ອຍໆຮູ້ສຶກຢາກເປັນມິດຊັນນາຣີ ເຮົາຈຶ່ງສະໝັກເຂົ້າໂຮງຮຽນກິລຽດ. ແຕ່ພີ່ນ້ອງຊາຍທີ່ເຮັດວຽກຢູ່ສຳນັກງານສາຂາແນະນຳວ່າຂ້ອຍຄວນຮຽນເວົ້າພາສາອັງກິດໃຫ້ໄດ້ດີກ່ອນ. ຫຼັງຈາກ 3 ປີທີ່ພະຍາຍາມປັບປຸງພາສາອັງກິດຂອງໂຕເອງໃຫ້ດີຂຶ້ນ ເຮົາຕົກໃຈຫຼາຍທີ່ຖືກມອບໝາຍໃຫ້ໄປປະຊາຄົມທີ່ໃຊ້ພາສາເຊີໂບ-ໂຄຣເອເຊຍຢູ່ເມືອງຊາສ໌ເບີກ ປະເທດອອດເຕຣຍ. ເຮົາຮັບໃຊ້ຢູ່ຫັ້ນ 7 ປີ ເຊິ່ງໃນໄລຍະນັ້ນ ຮາຍສ໌ຮັບໃຊ້ເປັນຜູ້ເບິ່ງແຍງໝວດ 1 ປີ. ພາສາເຊີໂບ-ໂຄຣເອເຊຍຍາກຫຼາຍ ແຕ່ເຮົາກໍມີນັກສຶກສາຫຼາຍຄົນ.
ໃນປີ 1979 ພີ່ນ້ອງທີ່ຢູ່ສຳນັກງານສາຂາຂໍໃຫ້ເຮົາໄປປະເທດບຸນກາຣີໄລຍະສັ້ນໆ. ຍ້ອນວຽກປະກາດຢູ່ຫັ້ນຖືກຫ້າມ ພີ່ນ້ອງຢູ່ສາຂາຈຶ່ງໃຫ້ເຮົາໄປແບບນັກທ່ອງທ່ຽວ. ເຂົາເຈົ້າບໍ່ໃຫ້ເຮົາປະກາດ ແຕ່ໃຫ້ເຮົາລັກເອົາປຶ້ມຫົວນ້ອຍໆເຂົ້າໄປໃຫ້ພີ່ນ້ອງຍິງ 5 ຄົນທີ່ຢູ່ເມືອງໂຊເຟຍທີ່ເປັນເມືອງຫຼວງຂອງບຸນກາຣີ. ຂ້ອຍຢ້ານຫຼາຍ ແຕ່ພະເຢໂຫວາໄດ້ຊ່ວຍຂ້ອຍໃນວຽກມອບໝາຍທີ່ໜ້າຕື່ນເຕັ້ນນີ້. ເມື່ອເຫັນຄວາມກ້າຫານຂອງພີ່ນ້ອງຍິງເຫຼົ່ານີ້ແລະເຫັນເຂົາເຈົ້າມີຄວາມສຸກເຖິງວ່າສ່ຽງທີ່ຈະຖືກຈັບເຂົ້າຄຸກ ມັນເຮັດໃຫ້ຂ້ອຍກ້າທີ່ຈະເຮັດໃນສິ່ງທີ່ອົງການຂອງພະເຢໂຫວາຂໍໃຫ້ຂ້ອຍເຮັດ.
ຜ່ານໄປໄລຍະໜຶ່ງ ເຮົາໄດ້ສະໝັກເຂົ້າໂຮງຮຽນກິລຽດອີກ ແລະເທື່ອນີ້ເຮົາໄດ້ຖືກເຊີນ. ເຮົາຄິດວ່າຈະໄດ້ເຂົ້າໂຮງຮຽນເປັນພາສາອັງກິດຢູ່ອາເມຣິກາ ແຕ່ໃນເດືອນພະຈິກ ປີ 1981 ອົງການໄດ້ໃຫ້ມີໂຮງຮຽນກິລຽດຢູ່ສຳນັກງານສາຂາໃນເມືອງວີສ໌ບາເດິນ ປະເທດເຢຍລະມັນນຳ. ສະນັ້ນ ເຮົາຈຶ່ງໄດ້ຮຽນເປັນພາສາເຢຍລະມັນເຊິ່ງເຂົ້າໃຈງ່າຍກວ່າສຳລັບຂ້ອຍ. ເຮົາຈະຖືກມອບໝາຍໃຫ້ໄປໃສ?
ຮັບໃຊ້ໃນປະເທດທີ່ມີສົງຄາມຮຸນແຮງ
ເຮົາຖືກສົ່ງໄປເຄນຍາ! ແຕ່ສາຂາເຄນຍາຖາມວ່າເຮົາຈະເຕັມໃຈໄປຮັບໃຊ້ຢູ່ອູການດາທີ່ເປັນປະເທດເພື່ອນບ້ານໄດ້ບໍ່. ສິບປີກ່ອນໜ້ານີ້ ນາຍພົນອີດີ ອາມິນໄດ້ຍຶດອຳນາດລັດຖະບານໃນອູການດາ. ໃນໄລຍະທີ່ລາວປົກຄອງ ລາວໄດ້ຂ້າຫຼາຍພັນຄົນແລະຫຼາຍລ້ານຄົນມີຊີວິດທີ່ທຸກຍາກລຳບາກ. ຈາກນັ້ນ ໃນປີ 1979 ພວກທີ່ຕໍ່ຕ້ານນາຍພົນອີດີ ອາມິນໄດ້ໂຄ່ນລົ້ມການປົກຄອງຂອງລາວ. ແນ່ນອນວ່າຂ້ອຍຮູ້ສຶກບໍ່ໝັ້ນໃຈທີ່ຈະຍ້າຍໄປປະເທດທີ່ມີສົງຄາມຮຸນແຮງແບບນີ້. ແຕ່ໂຮງຮຽນກິລຽດໄດ້ກຽມເຮົາໃຫ້ໄວ້ວາງໃຈພະເຢໂຫວາ. ສະນັ້ນ ເຮົາຈຶ່ງຕອບຕົກລົງວ່າຈະໄປອູການດາ.
ສະພາບການໃນອູການດາວຸ່ນວາຍຫຼາຍ. ລັດຖະບານບໍ່ສາມາດຈັດໃຫ້ມີໄຟຟ້າ ນ້ຳປະປາ ແລະສິ່ງຈຳເປັນອື່ນໆ. ໂທລະສັບກໍໃຊ້ບໍ່ໄດ້. ຄົນຍິງກັນແລ້ວກໍປຸ້ນເອົາເຄື່ອງໄປໂດຍສະເພາະແມ່ນຕອນກາງຄືນ. ເມື່ອຕາເວັນຕົກດິນ ທຸກຄົນຈະຢູ່ໃນເຮືອນແລະເຖິງຂັ້ນອະທິດຖານ ແລະຫວັງວ່າຈະບໍ່ມີໃຜມາລັກເອົາຫຍັງຈາກເຂົາເຈົ້າຫຼືຂ້າເຂົາເຈົ້າ. ເຖິງວ່າຊີວິດລຳບາກ ແຕ່ພີ່ນ້ອງຢູ່ອູການດາກໍຮັກສາຄວາມເຊື່ອໃຫ້ເຂັ້ມແຂງຕໍ່ໆໄປ.
ແຕ່ງກິນຢູ່ເຮືອນຂອງພີ່ນ້ອງແຊມແລະພີ່ນ້ອງຄຣິດສະຕິນ້າ ເວດສ໌ວາ
ໃນປີ 1982 ເຮົາໄປຮອດແກມປາລາທີ່ເປັນເມືອງຫຼວງຂອງອູການດາ. ໃນໄລຍະ 5 ເດືອນທຳອິດ ເຮົາພັກນຳພີ່ນ້ອງແຊມແລະພີ່ນ້ອງຄຣິດສະຕິນ້າ ເວດສ໌ວາກັບລູກຂອງເຂົາເຈົ້າ 5 ຄົນແລະພີ່ນ້ອງຂອງເຂົາເຈົ້າອີກ 4 ຄົນ. ພີ່ນ້ອງແຊມກັບພີ່ນ້ອງຄຣິດສະຕິນ້າແລະລູກ 5 ຄົນທີ່ຍັງນ້ອຍກິນເຂົ້າມື້ລະຄາບເທົ່ານັ້ນ ແຕ່ເຂົາເຈົ້າກໍພ້ອມທີ່ຈະແບ່ງປັນສິ່ງເລັກໆນ້ອຍໆທີ່ເຂົາເຈົ້າມີກັບເຮົາ. ຕອນທີ່ຢູ່ນຳຄອບຄົວພີ່ນ້ອງແຊມ ເຮົາໄດ້ຮຽນຮູ້ຫຼາຍຢ່າງເຊິ່ງຊ່ວຍເຮົາໃນການໃຊ້ຊີວິດເປັນມິດຊັນນາຣີ. ຕົວຢ່າງເຊັ່ນ: ເຮົາຮຽນວິທີປະຢັດນ້ຳໂດຍໃຊ້ນ້ຳແຕ່ສອງສາມລິດເພື່ອອາບນ້ຳ ແລ້ວກໍໃຊ້ນ້ຳທີ່ອາບນັ້ນຕອນເຂົ້າຫ້ອງນ້ຳ. ໃນປີ 1983 ເຮົາຍ້າຍໄປຢູ່ເຮືອນຂອງໂຕເອງໃນເຂດທີ່ປອດໄພກວ່າໃນເມືອງແກມປາລາ.
ເຮົາມ່ວນກັບວຽກປະກາດ. ຂ້ອຍຈື່ໄດ້ວ່າມີເດືອນໜຶ່ງເຮົາແຈກຢາຍປຶ້ມ 4.000 ຫົວ! ແຕ່ສິ່ງທີ່ຄັກທີ່ສຸດແມ່ນການເຫັນຄົນຮັບເອົາຄວາມຈິງ. ເຂົາເຈົ້ານັບຖືພະເຈົ້າແລະຢາກລົມເລື່ອງຄຳພີໄບເບິນ. ຂ້ອຍກັບຮາຍສ໌ມີນັກສຶກສາຜູ້ລະ 10 ຫາ 15 ຄົນ. ເຮົາຮຽນຫຼາຍຢ່າງຈາກນັກສຶກສາ. ຕົວຢ່າງເຊັ່ນ: ເຖິງວ່າເຂົາເຈົ້າຕ້ອງຍ່າງມາປະຊຸມໃນແຕ່ລະອາທິດ ແຕ່ເຂົາເຈົ້າບໍ່ເຄີຍຈົ່ມແລະຍິ້ມຢ່າງມີຄວາມສຸກສະເໝີ.
ໃນປີ 1985 ແລະປີ 1986 ມີສົງຄາມກາງເມືອງເກີດຂຶ້ນອີກ 2 ເທື່ອຢູ່ອູການດາ. ຫຼາຍເທື່ອເຮົາເຫັນເດັກນ້ອຍທີ່ເປັນທະຫານຖືປືນໃຫຍ່ໆ. ເຂົາເຈົ້າຖືກບັງຄັບໃຫ້ເປັນທະຫານແລະຄຸມດ່ານກວດຕ່າງໆ. ໃນ 2 ປີນັ້ນ ເຮົາອະທິດຖານຫາພະເຢໂຫວາຕະຫຼອດເພື່ອຊ່ວຍເຮົາໃຫ້ເປັນຄົນສຸຂຸມ ຮູ້ຈັກຫຼີກລ່ຽງອັນຕະລາຍຕອນໄປປະກາດ ແລະບໍ່ຢ້ານ. ພະເຢໂຫວາໄດ້ຕອບຄຳອະທິດຖານຂອງເຮົາ. ຫຼາຍເທື່ອເຮົາລືມຄວາມຢ້ານເມື່ອໄດ້ເຈິກັບຄົນທີ່ສົນໃຈເລື່ອງທີ່ເຮົາປະກາດ.
ຂ້ອຍກັບຮາຍສ໌ຖ່າຍຮູບກັບເຕັດຢານາ (ເຕັດຢານາຢູ່ທາງກາງ)
ເຮົາຍັງມ່ວນກັບການປະກາດກັບຄົນຕ່າງຊາດນຳ. ຕົວຢ່າງເຊັ່ນ: ເຮົາສຶກສາກັບຜົວເມຍຄູ່ໜຶ່ງຊື່ມູຣັດແລະດິບາ ອິເບຕຸລິນທີ່ມາຈາກຕາຕາສະຖານ (ລັດເຊຍກາງ). ມູຣັດເປັນທ່ານໝໍ. ສອງຜົວເມຍນີ້ໄດ້ຮັບບັບເຕມາແລະຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່. ຕໍ່ມາ ຂ້ອຍໄດ້ເຈິກັບເຕັດຢານາ ວິເລສ໌ກ້າທີ່ມາຈາກຢູເຄຣນ. ຕອນນັ້ນລາວຊຶມເສົ້າຫຼາຍແລະຄິດທີ່ຈະຂ້າໂຕຕາຍ. ຫຼັງຈາກຮັບບັບເຕມາ ເຕັດຢານາກັບໄປຢູເຄຣນ ແລະຕໍ່ມາໄດ້ຮັບໃຊ້ເປັນຜູ້ແປປຶ້ມຕ່າງໆຂອງອົງການເປັນພາສາຢູເຄຣນ.
ວຽກມອບໝາຍໃໝ່
ໃນປີ 1991 ຕອນທີ່ຂ້ອຍກັບຮາຍສ໌ໄປທ່ຽວຢູ່ອອດເຕຣຍ ສຳນັກງານສາຂາຢູ່ຫັ້ນໄດ້ຕິດຕໍ່ກັບເຮົາແລະບອກວ່າເຮົາຈະໄດ້ຮັບວຽກມອບໝາຍໃໝ່ ນັ້ນຄືໄປຮັບໃຊ້ຢູ່ບຸນກາຣີ. ຫຼັງຈາກການປົກຄອງແບບຄອມມູນິດໃນເອີຣົບຕາເວັນຕົກຫຼົ້ມສະຫຼາຍ ວຽກປະກາດຂອງພະຍານພະເຢໂຫວາຢູ່ບຸນກາຣີກໍໄດ້ຮັບການຈົດທະບຽນຖືກຕ້ອງຕາມກົດໝາຍ. ຄືກັບທີ່ເລົ່າໃຫ້ຟັງກ່ອນໜ້ານີ້ ຂ້ອຍກັບຮາຍສ໌ໄດ້ລັກເອົາປຶ້ມຈຳນວນໜຶ່ງເຂົ້າໄປໃນປະເທດນີ້ຕອນທີ່ວຽກປະກາດຂອງເຮົາຖືກສັ່ງຫ້າມ. ແຕ່ຕອນນີ້ເຮົາກຳລັງຈະຖືກສົ່ງໄປປະກາດຢູ່ຫັ້ນ.
ພີ່ນ້ອງບອກເຮົາໃຫ້ໄປບຸນກາຣີເລີຍແລະບໍ່ຕ້ອງກັບໄປອູການດາ. ສະນັ້ນ ເຮົາຈຶ່ງບໍ່ໄດ້ກັບໄປຫັ້ນເພື່ອມ້ຽນເຄື່ອງຂອງຫຼືລາພີ່ນ້ອງ. ເຮົາໄປເບເທນເຢຍລະມັນແລະສາຂາເອົາລົດຄັນໜຶ່ງໃຫ້ເຮົາ ແລ້ວເຮົາກໍຂັບໄປບຸນກາຣີ. ເຮົາຖືກມອບໝາຍໃຫ້ໄປຢູ່ກຸ່ມໜຶ່ງໃນເມືອງໂຊເຟຍທີ່ມີຜູ້ປະກາດປະມານ 20 ຄົນ.
ເຮົາເຈິຂໍ້ທ້າທາຍຫຼາຍຢ່າງຢູ່ບຸນກາຣີ. ສິ່ງທຳອິດແມ່ນເຮົາເວົ້າພາສາບຸນກາຣີບໍ່ໄດ້. ສິ່ງທີ 2 ແມ່ນປຶ້ມຂອງອົງການທີ່ເປັນພາສາບຸນກາຣີມີແຕ່ 2 ຫົວເທົ່ານັ້ນເຊິ່ງກໍຄືປຶ້ມຄວາມຈິງທີ່ນຳໄປສູ່ຊີວິດຕະຫຼອດໄປ ແລະປຶ້ມໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ. ສິ່ງທີ 3 ແມ່ນມັນຍາກຫຼາຍທີ່ຈະເລີ່ມສຶກສາກັບບາງຄົນ. ເຖິງວ່າເຈິຂໍ້ທ້າທາຍເຫຼົ່ານີ້ ກຸ່ມນ້ອຍໆຂອງເຮົາກໍປະກາດຢ່າງກະຕືລືລົ້ນ. ສະມາຊິກຂອງສາສະໜາອໍໂຕດ໋ອກບໍ່ມັກທີ່ພວກເຮົາໄປປະກາດແລະເລີ່ມສ້າງບັນຫາໃຫ້ພວກເຮົາ.
ໃນປີ 1994 ລັດຖະບານຍົກເລີກໃບອະນຸຍາດຂອງພະຍານພະເຢໂຫວາ ແລະຫຼາຍຄົນໃນບຸນກາຣີຄິດວ່າເຮົາເປັນກຸ່ມສາສະໜາທີ່ອັນຕະລາຍ. ພີ່ນ້ອງບາງຄົນຖືກຈັບ. ໜັງສືພິມແລະໂທລະທັດແຜ່ເລື່ອງຕົວະທີ່ຮ້າຍແຮງຫຼາຍຢ່າງກ່ຽວກັບເຮົາ. ເຂົາເຈົ້າເວົ້າວ່າພະຍານພະເຢໂຫວາຢາກໃຫ້ລູກຕາຍຍ້ອນບໍ່ຍອມໃຫ້ລູກໃສ່ເລືອດ ແລະບອກພີ່ນ້ອງຮ່ວມຄວາມເຊື່ອໃຫ້ຂ້າໂຕຕາຍ. ຂ້ອຍກັບຮາຍສ໌ຮູ້ສຶກວ່າຍາກຫຼາຍທີ່ຈະປະກາດ. ເມື່ອເຮົາກຳລັງປະກາດ ຄົນມັກຮ້ອງໃສ່ເຮົາ ໂທເອີ້ນຕຳຫຼວດ ແລະເຖິງຂັ້ນໂຍນເຄື່ອງຂອງໃສ່ເຮົາ. ເປັນໄປບໍ່ໄດ້ເລີຍທີ່ຈະເອົາປຶ້ມຕ່າງໆຂອງອົງການເຂົ້າມາໃນປະເທດ ແລະການເຊົ່າຫ້ອງສຳລັບຈັດການປະຊຸມກໍຍາກຫຼາຍ. ມີເທື່ອໜຶ່ງຕຳຫຼວດເຄີຍບຸກເຂົ້າມາການປະຊຸມພາກຂອງເຮົາ. ຂ້ອຍກັບຮາຍສ໌ບໍ່ເຄີຍເຈິກັບຄົນທີ່ຊັງເຮົາຫຼາຍປານນີ້. ມັນຕ່າງກັນຫຼາຍກັບຄົນຢູ່ອູການດາທີ່ເຕັມໃຈຢາກຮຽນຄຳພີໄບເບິນ. ສິ່ງໃດຊ່ວຍເຮົາໃຫ້ປັບໂຕເຂົ້າກັບວຽກມອບໝາຍໃໝ່?
ເຮົາມີຄວາມສຸກທີ່ໄດ້ໃຊ້ເວລາແລະຄົບຫາກັບພີ່ນ້ອງ. ເຂົາເຈົ້າມີຄວາມສຸກທີ່ໄດ້ເຈິຄວາມຈິງແລະເຫັນຄ່າທີ່ເຮົາຊ່ວຍເຫຼືອເຂົາເຈົ້າ. ພີ່ນ້ອງທຸກຄົນສະໜິດກັນແລະຊ່ວຍເຫຼືອກັນ. ຂ້ອຍກັບຮາຍສ໌ໄດ້ຮຽນຮູ້ວ່າເຮົາສາມາດມີຄວາມສຸກກັບວຽກມອບໝາຍຕ່າງໆໄດ້ຖ້າເຮົາຄິດເຖິງຄົນອື່ນສະເໝີແທນທີ່ຈະຄິດເຖິງບັນຫາຂອງໂຕເອງ.
ຢູ່ສາຂາບຸນກາຣີ ປີ 2007
ຫຼາຍປີຕໍ່ມາ ສິ່ງຕ່າງໆກໍເລີ່ມດີຂຶ້ນ. ໃນປີ 1998 ອົງການຂອງເຮົາໄດ້ຮັບການຈົດທະບຽນຄືນອີກໃນຖານະເປັນກຸ່ມສາສະໜາໜຶ່ງ ແລະມີປຶ້ມທີ່ແປເປັນພາສາບຸນກາຣີຫຼາຍຂຶ້ນ. ໃນປີ 2004 ມີການອຸທິດສຳນັກງານສາຂາໃໝ່. ປັດຈຸບັນນີ້ມີ 57 ປະຊາຄົມຢູ່ບຸນກາຣີແລະມີຜູ້ປະກາດ 2.953 ຄົນ. ໃນປີການຮັບໃຊ້ທີ່ຜ່ານມາ ຈຳນວນຜູ້ເຂົ້າຮ່ວມການປະຊຸມອະນຸສອນທັງໝົດມີ 6.475 ຄົນ. ແຕ່ກີ້ມີພີ່ນ້ອງຍິງແຕ່ 5 ຄົນຢູ່ເມືອງໂຊເຟຍ ແຕ່ຕອນນີ້ມີ 9 ປະຊາຄົມ! ເຮົາໄດ້ເຫັນແທ້ໆວ່າ “ຄົນຈຳນວນໜ້ອຍ . . . ເພີ່ມຂຶ້ນເປັນຈຳນວນພັນ.”—ອຊຢ. 60:22
ຮັບມືກັບບັນຫາສຸຂະພາບ
ຂ້ອຍມີບັນຫາສຸຂະພາບຫຼາຍຢ່າງ. ໃນຫຼາຍປີທີ່ຜ່ານມາ ຂ້ອຍມີເນື້ອງອກຢູ່ຫຼາຍບ່ອນເຊິ່ງລວມເຖິງຢູ່ໃນສະໝອງນຳ. ຂ້ອຍເຄີຍສາຍແສງແລະເຄີຍຜ່ານການຜ່າຕັດ 12 ຊົ່ວໂມງຢູ່ປະເທດອິນເດຍເພື່ອເອົາເນື້ອງອກທັງໝົດທີ່ຢູ່ໃນສະໝອງອອກ. ຫຼັງຈາກພັກຟື້ນຢູ່ສາຂາອິນເດຍ ເຮົາກໍກັບໄປວຽກມອບໝາຍຂອງເຮົາຢູ່ບຸນກາຣີ.
ຜົວຂ້ອຍເລີ່ມເປັນພະຍາດຮັນຕິງຕັນເຊິ່ງເປັນພະຍາດທີ່ຄົນບໍ່ຄ່ອຍເປັນ. ພະຍາດນີ້ເຮັດໃຫ້ຈຸລັງປະສາດໃນສະໝອງເສື່ອມ ມັນຈຶ່ງຍາກສຳລັບລາວທີ່ຈະຍ່າງ ເວົ້າ ແລະຄວບຄຸມການເຄື່ອນໄຫວຂອງໂຕເອງ. ເມື່ອພະຍາດນີ້ຮຸນແຮງຂຶ້ນ ຂ້ອຍຕ້ອງໄດ້ຊ່ວຍລາວຫຼາຍກວ່າເກົ່າ. ບາງເທື່ອຂ້ອຍເມື່ອຍອີ່ຫຼີແລະກັງວົນວ່າຈະເຮັດແນວໃດຕໍ່ໄປ. ແຕ່ພີ່ນ້ອງຊາຍໜຸ່ມຄົນໜຶ່ງຊື່ໂບບີ້ມັກພາຮາຍສ໌ອອກໄປປະກາດເລື້ອຍໆ. ລາວບໍ່ອາຍວ່າຄົນຈະຄິດແນວໃດທີ່ຮາຍສ໌ເວົ້າບໍ່ລ່ຽນໄຫຼແລະບໍ່ສາມາດຄວບຄຸມກ້າມເນື້ອແຂນຂາໄດ້. ຂ້ອຍເພິ່ງໂບບີ້ໄດ້ສະເໝີເມື່ອຂ້ອຍບໍ່ສາມາດຊ່ວຍຜົວໄດ້. ເຖິງວ່າຂ້ອຍກັບຮາຍສ໌ຕັດສິນໃຈທີ່ຈະບໍ່ເອົາລູກໃນລະບົບນີ້ ແຕ່ເຮົາຮູ້ສຶກວ່າພະເຢໂຫວາໃຫ້ໂບບີ້ເປັນຄືກັບລູກຊາຍຂອງເຮົາ.—ມຣກ. 10:29, 30
ຮາຍສ໌ຍັງເປັນມະເຮັງນຳ. ໜ້າເສົ້າໃຈ ຜົວສຸດທີ່ຮັກຂອງຂ້ອຍຕາຍໃນປີ 2015. ຂ້ອຍຮູ້ສຶກບໍ່ໝັ້ນຄົງຫຼັງຈາກທີ່ຜົວຕາຍປະ ມັນເປັນຄືກັບວ່າບໍ່ແມ່ນຄວາມຈິງທີ່ລາວຈາກໄປແລ້ວ. ແຕ່ໃນຄວາມຊົງຈຳຂອງຂ້ອຍ ລາວຍັງມີຊີວິດຢູ່! (ລກ. 20:38) ໃນທຸກມື້ນີ້ ຂ້ອຍຍັງຄິດເຖິງຄຳເວົ້າທີ່ໃຫ້ກຳລັງໃຈແລະຄຳແນະນຳທີ່ດີຂອງລາວສະເໝີ. ຂ້ອຍຂອບໃຈແທ້ໆທີ່ເຮົາໄດ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ນຳກັນເປັນເວລາຫຼາຍປີ.
ຂອບໃຈພະເຢໂຫວາສຳລັບການຊ່ວຍເຫຼືອຈາກເພິ່ນ
ພະເຢໂຫວາໄດ້ຊ່ວຍຂ້ອຍໃຫ້ອົດທົນກັບຄວາມຍາກລຳບາກທຸກຢ່າງ. ເພິ່ນຍັງຊ່ວຍຂ້ອຍໃຫ້ເອົາຊະນະຄວາມອາຍແລະໃຫ້ເປັນມິດຊັນນາຣີທີ່ມີຄວາມຮັກຕໍ່ຄົນອື່ນ. (2ຕມ. 1:7) ຂ້ອຍຂອບໃຈພະເຢໂຫວາແທ້ໆ ຕອນນີ້ຂ້ອຍກັບນ້ອງສາວຮັບໃຊ້ເຕັມເວລາ. ປັດຈຸບັນນີ້ ນ້ອງສາວຂ້ອຍກັບຜົວຂອງລາວເຮັດວຽກເບິ່ງແຍງໝວດຢູ່ເອີຣົບໃນປະຊາຄົມຕ່າງໆທີ່ເວົ້າພາສາໂຄຣເອເຊຍ. ສິ່ງທີ່ພໍ່ຂ້ອຍອະທິດຖານຫຼາຍສິບປີກ່ອນໄດ້ຮັບຄຳຕອບແລ້ວ!
ການສຶກສາຄຳພີໄບເບິນຊ່ວຍຂ້ອຍໃຫ້ມີໃຈທີ່ສະຫງົບ. ໃນຍາມທີ່ຍາກລຳບາກ ຂ້ອຍໄດ້ອະທິດຖານ “ອ້ອນວອນເອົາແທ້ເອົາວ່າ” ຄືກັບທີ່ພະເຢຊູເຮັດ. (ລກ. 22:44) ວິທີໜຶ່ງທີ່ພະເຢໂຫວາຕອບຄຳອະທິດຖານຂອງຂ້ອຍແມ່ນໂດຍທາງຄວາມຮັກແລະຄວາມເມດຕາທີ່ພີ່ນ້ອງຢູ່ປະຊາຄົມນາເດດຊ໌ດາໃນເມືອງໂຊເຟຍສະແດງຕໍ່ຂ້ອຍ. ເຂົາເຈົ້າຊວນຂ້ອຍໄປຫັ້ນໄປນີ້ນຳແລະສະແດງໃຫ້ເຫັນສະເໝີວ່າເຂົາເຈົ້າຮັກຂ້ອຍເຊິ່ງເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ.
ຂ້ອຍມັກຄິດເຖິງເລື່ອງການຟື້ນຄືນມາຈາກຕາຍ. ຂ້ອຍນຶກພາບເຫັນທຸກຄົນໃນຄອບຄົວຂອງຂ້ອຍຢູ່ໃນໂລກໃໝ່. ພໍ່ກັບແມ່ຢູ່ທາງໜ້າເຮືອນຂອງເຮົາ ຂ້ອຍເຫັນພວກເພິ່ນໜຸ່ມຄືກັບຕອນທີ່ແຕ່ງດອງກັນ. ຂ້ອຍເຫັນນ້ອງສາວແຕ່ງກິນ. ຂ້ອຍເຫັນຮາຍສ໌ຢືນຢູ່ທາງຂ້າງມ້າຂອງລາວ. ການນຶກພາບແບບນີ້ເຮັດໃຫ້ຂ້ອຍມີຄວາມສຸກແລະຊ່ວຍຂ້ອຍໃຫ້ອົດທົນໄດ້ ແລະຍັງຊ່ວຍຂ້ອຍໃຫ້ຮູ້ສຶກຂອບໃຈພະເຢໂຫວາຫຼາຍແທ້ໆ.
ເມື່ອຄິດເຖິງສິ່ງດີໆທຸກຢ່າງທີ່ພະເຢໂຫວາໄດ້ໃຫ້ຂ້ອຍແລະຄິດເຖິງສິ່ງດີໆທີ່ເພິ່ນຍັງຈະໃຫ້ໃນອະນາຄົດ ຂ້ອຍຮູ້ສຶກຄືກັບດາວິດທີ່ເວົ້າໃນເພງສັນລະເສີນ 27:13, 14 ທີ່ວ່າ: “ຖ້າລູກບໍ່ເຊື່ອວ່າລູກຈະໄດ້ເຫັນຄວາມດີຂອງພະເຢໂຫວາຕອນທີ່ຍັງມີຊີວິດຢູ່ ລູກກໍຄືຊິອົດທົນບໍ່ໄດ້. ໃຫ້ພວກເຮົາລໍຖ້າພະເຢໂຫວາດ້ວຍຄວາມໝັ້ນໃຈ. ໃຫ້ພວກເຮົາກ້າຫານແລະມີຈິດໃຈທີ່ເຂັ້ມແຂງ. ຂໍໃຫ້ພວກເຮົາລໍຖ້າພະເຢໂຫວາດ້ວຍຄວາມໝັ້ນໃຈເດີ້.”