ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ສິງຫາ ໜ້າ 31
  • ຄຳ​ຖາມ​ຈາກ​ຜູ້​ອ່ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳ​ຖາມ​ຈາກ​ຜູ້​ອ່ານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເລື່ອງທີ່ຄ້າຍກັນ
  • ລາຊະອານາຈັກ​ຂອງ​ພະເຈົ້າ​ກຳຈັດ​ສັດຕູ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ສົງຄາມ​ອະລະມະເຄໂດນ​ແມ່ນ​ຂ່າວ​ດີ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ເຮົາ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ອະນາຄົດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ສັດ​ຊື່​ຕໍ່ໆ​ໄປ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ສິງຫາ ໜ້າ 31

ຄຳ​ຖາມ​ຈາກ​ຜູ້​ອ່ານ

ວຽກ​ປະກາດ​ທີ່​ກຳລັງ​ເຮັດ​ຢູ່​ຕອນນີ້​ຈະ​ເຊົາ​ເຮັດ​ຕອນ​ໃດ?

ພະ​ເຢຊູ​ບອກ​ວ່າ: “ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ ແລ້ວ​ຈຸດຈົບ​ກໍ​ຈະ​ມາ​ຮອດ.” (ມທ. 24:14) ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຈຸດຈົບ” ໃນ​ຂໍ້​ນີ້​ແລະ​ໃນ​ຂໍ້ 6 ແມ່ນ​ຄຳ​ວ່າ​ເຕໂລສ໌ ເຊິ່ງ​ໝາຍ​ເຖິງ​ຈຸດຈົບ​ຂອງ​ໂລກ​ທີ່​ຊາຕານ​ປົກຄອງ​ເຊິ່ງ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ​ອາມາເຄໂດນ. (ພນມ. 16:14, 16) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ປະກາດ​ຂ່າວ​ດີ​ຕໍ່ໆ​ໄປ​ຈົນ​ຮອດ​ກ່ອນ​ສົງຄາມ​ອາມາເຄໂດນ​ເລີ່ມ​ຕົ້ນ. ເລື່ອງ​ນີ້​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ຂອງ​ເຮົາ​ໃນ​ກ່ອນ​ໜ້າ​ນີ້.

ກ່ອນ​ໜ້າ​ນີ້​ເຮົາ​ເຂົ້າໃຈ​ວ່າ​ເຮົາ​ຈະ​ເຊົາ​ປະກາດ​ຂ່າວ​ດີ​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ດ້ວຍ​ການ​ໂຈມຕີ​ບາບີໂລນ​ໃຫຍ່. (ພນມ. 17:3, 5, 15, 16) ເຮົາ​ເຄີຍ​ເຂົ້າໃຈ​ວ່າ​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ພະ​ເຢໂຫວາ​ຈະ​ບໍ່​ເປີດ​ໂອກາດ​ໃຫ້​ຄົນ​ຮັບ​ເອົາ​ຂ່າວ​ດີ​ອີກ​ຕໍ່​ໄປ. (ອຊຢ. 61:2) ເຮົາ​ຍັງ​ຄິດ​ວ່າ​ຄົນ​ທີ່​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ແມ່ນ​ຄົນ​ທີ່​ພິສູດ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ກ່ອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ. ເຮົາ​ສົມທຽບ​ເຂົາເຈົ້າ​ກັບ​ຄົນ​ຢິວ​ທີ່​ລອດ​ຜ່ານ​ການ​ທຳລາຍ​ເມືອງ​ເຢຣູຊາເລັມ​ໃນ​ປີ 607 ກ່ອນ​ຄລິດຕະສັກກະຫຼາດ. ຄົນ​ເຫຼົ່າ​ນີ້​ຖືກ​ໝາຍ​ໜ້າ​ຜາກ​ໄວ້​ເພື່ອ​ຈະ​ລອດ​ຊີວິດ​ຍ້ອນ​ເຂົາເຈົ້າ​ໄດ້​ນະມັດສະການ​ພະ​ເຢໂຫວາ​ແລະ​ຊັງ​ຄວາມ​ຊົ່ວ​ຮ້າຍ. (ອຊກ. 5:11; 9:4) ແຕ່​ການ​ສົມທຽບ​ແບບ​ນັ້ນ​ບໍ່​ກົງ​ກັບ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ມັດທາຍ 24:14 ທີ່​ບອກ​ວ່າ​ຜູ້​ຄົນ​ອາດ​ມີ​ໂອກາດ​ຮັບ​ເອົາ​ຂ່າວ​ດີ​ຈົນ​ຮອດ​ຕອນ​ທີ່​ກ່ອນ​ຈຸດຈົບ​ຈະ​ມາ​ຮອດ​ໃນ​ສົງຄາມ​ອາມາເຄໂດນ.

ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃໝ່​ຂອງ​ເຮົາ​ກ່ຽວກັບ​ມັດທາຍ 24:14 ຍັງ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ຂອງ​ເຮົາ​ກ່ຽວກັບ​ພະ​ນິມິດ 16:21 ທີ່​ເວົ້າ​ເຖິງ​ໝາກ​ເຫັບ​ຮ່າ​ໃຫຍ່. ການ​ຄົ້ນຄວ້າ​ເພີ່ມເຕີມ​ເຮັດ​ໃຫ້​ເຫັນ​ວ່າ​ຂໍ້​ຄຳພີ 2 ຂໍ້​ນີ້​ໝາຍ​ເຖິງ​ສິ່ງ​ດຽວ​ກັນ. ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ໄດ້​ຄຳ​ຕອບ​ຈາກ​ສິ່ງ​ທີ່​ອັກຄະສາວົກ​ໂປໂລ​ຂຽນ. ລາວ​ຂຽນ​ວ່າ: “ສຳລັບ​ຄົນ​ທີ່​ຈະ​ລອດ” ຂ່າວ​ສານ​ເປັນ​ຂ່າວ​ດີ “ເປັນ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ໄດ້​ຊີວິດ.” ແຕ່​ສຳລັບ​ສັດຕູ​ຂອງ​ພະ​ເຢໂຫວາ ມັນ​ເປັນ​ຂ່າວ​ຮ້າຍ “ເປັນ​ກິ່ນ​ຂອງ​ຄວາມ​ຕາຍ.” (2ກຣ. 2:15, 16) ເຂົາເຈົ້າ​ຊັງ​ຂ່າວ​ດີ​ຍ້ອນ​ຂ່າວ​ດີ​ເປີດເຜີຍ​ໃຫ້​ຮູ້​ວ່າ​ໂລກ​ທີ່​ເຂົາເຈົ້າ​ຮັກ​ມັນ​ຊົ່ວ​ຮ້າຍ ປົກຄອງ​ໂດຍ​ຊາຕານ ແລະ​ອີກ​ຈັກ​ໜ້ອຍ​ກໍ​ຈະ​ຖືກ​ທຳລາຍ. ຍ້ອນ​ແນວ​ນີ້ ຂໍ້​ຄຳພີ 2 ຂໍ້​ນີ້​ກຳລັງ​ເວົ້າ​ເຖິງ​ສິ່ງ​ດຽວ​ກັນ ແຕ່​ການ​ປະກາດ​ກ່ຽວກັບ​ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຜົນ​ແຕກຕ່າງ​ກັນ​ສຳລັບ​ຄົນ​ທີ່​ຟັງ.—ຢຮ. 7:7; 1ຢຮ. 2:17; 5:19

ໝາກ​ເຫັບ​ຮ່າ​ໃຫຍ່​ທີ່​ເວົ້າ​ເຖິງ​ໃນ​ພະ​ນິມິດ 16:21 ຈະ “ຮ້າຍ​ແຮງ​ຫຼາຍ​ແທ້ໆ.” ນີ້​ອາດ​ໝາຍ​ຄວາມ​ວ່າ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ຂ່າວ​ສານ​ທີ່​ເຮົາ​ປະກາດ​ຈະ​ເປັນ​ແບບ​ກົງ​ໄປ​ກົງ​ມາ​ແລະ​ຈະ​ເຂົ້າ​ເຖິງ​ຜູ້​ຄົນ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ ນັ້ນ​ຄື ຊື່​ຂອງ​ພະ​ເຢໂຫວາ​ຈະ​ຖືກ​ປະກາດ​ໃນ​ແບບ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ. (ອຊກ. 39:7) ໃນ​ຕອນ​ນັ້ນ ຫຼັງ​ຈາກ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ ຈະ​ມີ​ຄົນ​ມັກ​ຂ່າວ​ສານ​ທີ່​ເຮົາ​ປະກາດ​ຄື​ກັບ​ທີ່​ເຂົາເຈົ້າ​ມັກ​ກິ່ນ​ທີ່​ຫອມໆ​ບໍ? ອາດ​ຈະ​ເປັນ​ໄປ​ໄດ້. ບາງ​ເທື່ອ​ເຂົາເຈົ້າ​ອາດ​ຈະ​ຈື່​ຫຼື​ຍອມຮັບ​ວ່າ​ພະຍານ​ພະ​ເຢໂຫວາ​ໄດ້​ບອກ​ຫຼາຍ​ປີ​ແລ້ວ​ວ່າ​ບາບີໂລນ​ໃຫຍ່​ຈະ​ຖືກ​ທຳລາຍ.

ເລື່ອງ​ນີ້​ຄ້າຍຄື​ກັບ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ໃນ​ເອຢິບ​ສະໄໝ​ບູຮານ​ຫຼັງ​ຈາກ​ໄພພິບັດ 10 ຢ່າງ. ຫຼັງ​ຈາກ​ພະ​ເຢໂຫວາ​ໄດ້ “ລົງໂທດ​ພະເຈົ້າ​ຕ່າງໆ​ທີ່​ຄົນ​ເອຢິບ​ນະມັດສະການ. . . . ມີ​ຄົນ​ຕ່າງ​ຊາດ​ກຸ່ມ​ໃຫຍ່” ອອກ​ໄປ​ນຳ​ຄົນ​ອິດສະຣາເອນ. (ອພຍ. 12:12, 37, 38) ຄົນ​ຕ່າງ​ຊາດ​ເຫຼົ່າ​ນີ້​ໄດ້​ເລືອກ​ທີ່​ຈະ​ເດີນທາງ​ໄປ​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເມື່ອ​ເຂົາເຈົ້າ​ເຫັນ​ສິ່ງ​ທີ່​ໂມເຊ​ເວົ້າ​ກ່ຽວກັບ​ໄພພິບັດ 10 ຢ່າງ​ເກີດຂຶ້ນ​ແທ້.

ໃຜ​ກໍ​ຕາມ​ທີ່​ເລືອກ​ຢູ່​ຝ່າຍ​ພະ​ເຢໂຫວາ​ຫຼັງ​ຈາກ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ​ຈະ​ມີ​ໂອກາດ​ສະໜັບສະໜູນ​ພີ່ນ້ອງ​ຂອງ​ພະຄລິດ​ທີ່​ຍັງ​ຢູ່​ໃນ​ໂລກ​ນີ້. (ມທ. 25:34-36, 40) ຖ້າ​ເຂົາເຈົ້າ​ຢາກ​ຖືກ​ນັບ​ວ່າ​ເປັນ​ແກະ​ຕອນ​ທີ່​ພະ​ເຢຊູ​ຕັດສິນ ເຂົາເຈົ້າ​ຕ້ອງ​ປ່ຽນແປງ​ໂຕເອງ​ກ່ອນ​ສົງຄາມ​ອາມາເຄໂດນ. ໃນ​ລະຫວ່າງ​ນັ້ນ​ຜູ້​ຖືກ​ເລືອກ​ທີ່​ຍັງ​ເຫຼືອ​ຢູ່​ຈະ​ໄປ​ສະຫວັນ.

ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃໝ່​ນີ້​ເນັ້ນ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ​ແລະ​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່. ເພິ່ນ “ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.”—2ປຕ. 3:9

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌