ມັດທາຍ
6 “ລະວັງ ຢ່າເຮັດດີເພື່ອອວດຄົນອື່ນ ຖ້າເຮັດແນວນັ້ນ ພວກເຈົ້າຈະບໍ່ໄດ້ຮັບລາງວັນຈາກພະເຈົ້າຜູ້ເປັນພໍ່ທີ່ຢູ່ໃນສະຫວັນ. 2 ເວລາທີ່ເຈົ້າຊ່ວຍເຫຼືອຄົນທຸກ* ຢ່າເປັນຄືຄົນທີ່ເຮັດດີເພື່ອຈະໄດ້ໜ້າເຊິ່ງມັກໂຄສະນາຄວາມດີຂອງຕົວເອງ*ໃນບ່ອນປະຊຸມແລະຕາມຖະໜົນເພື່ອໃຫ້ຄົນມາຍົກຍ້ອງ. ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຂົາໄດ້ລາງວັນສ່ຳນັ້ນແຫຼະ. 3 ເມື່ອເຈົ້າຊ່ວຍເຫຼືອຄົນທຸກ ຢ່າໃຫ້ມືເບື້ອງຊ້າຍຮູ້ວ່າມືເບື້ອງຂວາເຮັດຫຍັງ 4 ໃຫ້ເຮັດເປັນຄວາມລັບ ແລ້ວພໍ່ຂອງເຈົ້າຜູ້ເຫັນທຸກສິ່ງທີ່ເຈົ້າເຮັດກໍຈະໃຫ້ລາງວັນເຈົ້າ.
5 ຕອນທີ່ພວກເຈົ້າອະທິດຖານ ຢ່າເຮັດຄືກັບຄົນໜ້າຊື່ໃຈຄົດທີ່ຢືນໃນບ່ອນປະຊຸມແລະຕາມແຈຖະໜົນໃຫຍ່ເພື່ອອວດຄົນອື່ນ. ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຂົາໄດ້ລາງວັນສ່ຳນັ້ນແຫຼະ. 6 ແຕ່ເມື່ອອະທິດຖານ ໃຫ້ເຂົ້າໄປໃນຫ້ອງສ່ວນຕົວ ອັດປະຕູແລະອະທິດຖານເຖິງພະເຈົ້າຜູ້ເປັນພໍ່ທີ່ເຈົ້າເບິ່ງບໍ່ເຫັນ ແລ້ວພະອົງຜູ້ເຫັນທຸກສິ່ງທີ່ເຈົ້າເຮັດກໍຈະໃຫ້ລາງວັນເຈົ້າ. 7 ຕອນທີ່ເຈົ້າອະທິດຖານ ຢ່າເວົ້າຊ້ຳຄຳເກົ່າຄືກັບຄົນຕ່າງຊາດເຮັດ ຍ້ອນພວກເຂົາຄິດວ່າ ເວົ້າຫຼາຍໆຈຶ່ງຈະໄດ້ຮັບຄຳຕອບ. 8 ຢ່າເຮັດຄືກັບພວກເຂົາ ເພາະພະເຈົ້າຜູ້ເປັນພໍ່ຂອງພວກເຈົ້າຮູ້ວ່າພວກເຈົ້າຕ້ອງການຫຍັງກ່ອນທີ່ພວກເຈົ້າຈະຂໍນຳເພິ່ນຊ້ຳ.
9 ພວກເຈົ້າຄວນອະທິດຖານແບບນີ້:
‘ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ.* 10 ຂໍໃຫ້ການປົກຄອງ*ຂອງພະອົງມາທີ່ໂລກນີ້ ແລະຂໍໃຫ້ທຸກຢ່າງໃນໂລກແລະໃນສະຫວັນເປັນໄປຕາມທີ່ພະອົງຕ້ອງການໃຫ້ເປັນ.* 11 ຂໍໃຫ້ພວກເຮົາມີອາຫານ*ກິນໃນມື້ນີ້. 12 ຂໍພະອົງຍົກໂທດໃຫ້ພວກເຮົາຄືກັບທີ່ພວກເຮົາຍົກໂທດໃຫ້ຄົນທີ່ເຮັດຜິດຕໍ່ພວກເຮົາ.* 13 ຂໍພະອົງຊ່ວຍພວກເຮົາຢ່າໃຫ້ຍອມແພ້ຕໍ່ການລໍ້ໃຈ* ແລະຂໍຊ່ວຍພວກເຮົາໃຫ້ພົ້ນຈາກຕົວຊົ່ວຮ້າຍ.’*
14 ຖ້າເຈົ້າໃຫ້ອະໄພຄົນທີ່ເຮັດຜິດຕໍ່ເຈົ້າ ພະເຈົ້າຜູ້ເປັນພໍ່ທີ່ຢູ່ໃນສະຫວັນກໍຈະໃຫ້ອະໄພເຈົ້າຄືກັນ. 15 ແຕ່ຖ້າເຈົ້າບໍ່ໃຫ້ອະໄພຄົນອື່ນ ພະອົງກໍຈະບໍ່ໃຫ້ອະໄພເຈົ້າຄືກັນ.
16 ເວລາເຈົ້າຖືສິນອົດອາຫານ ຢ່າເຮັດໜ້າເສົ້າໝອງຄືກັບຄົນທີ່ເຮັດທຳທ່າວ່າເຫຼື້ອມໃສພະເຈົ້າ ຍ້ອນຄົນພວກນັ້ນປ່ອຍໃຫ້ໜ້າໂຊມເພື່ອໃຫ້ຄົນເຫັນວ່າອົດອາຫານ. ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຂົາໄດ້ລາງວັນສ່ຳນັ້ນແຫຼະ. 17 ແຕ່ເມື່ອເຈົ້າຖືສິນອົດອາຫານ ໃຫ້ລ້າງໜ້າແລະເອົານ້ຳມັນໃສ່ຜົມ* 18 ເພື່ອຈະບໍ່ມີໃຜຮູ້ວ່າເຈົ້າກຳລັງຖືສິນອົດອາຫານຢູ່ ຍົກເວັ້ນພະເຈົ້າຜູ້ເປັນພໍ່ຂອງເຈົ້າເທົ່ານັ້ນທີ່ຮູ້ ແລ້ວພະອົງຜູ້ເຫັນທຸກສິ່ງທີ່ເຈົ້າເຮັດກໍຈະໃຫ້ລາງວັນເຈົ້າ.
19 ໃຫ້ເຊົາສະສົມຊັບສົມບັດສຳລັບຕົວເອງໃນໂລກ ເພາະສິ່ງເຫຼົ່ານີ້ຖືກມອດແລະຂີ້ໝ້ຽງກິນໄດ້ ແລະຖືກຄົນມາລັກເອົາໄປໄດ້. 20 ແຕ່ໃຫ້ສະສົມຊັບສົມບັດໄວ້ໃນສະຫວັນ ເພາະຢູ່ຫັ້ນບໍ່ມີມອດແລະຂີ້ໝ້ຽງມາກິນ ແລະບໍ່ມີຜູ້ໃດມາລັກເອົາໄປໄດ້. 21 ຊັບສົມບັດຂອງເຈົ້າຢູ່ໃສ ໃຈຂອງເຈົ້າກໍຢູ່ທີ່ນັ້ນ.
22 ຕາເປັນຄືກັບແສງສະຫວ່າງສຳລັບຮ່າງກາຍ ຖ້າຕາຂອງເຈົ້າເບິ່ງທີ່ສິ່ງດຽວ* ຮ່າງກາຍທຸກສ່ວນກໍຈະແຈ້ງສະຫວ່າງ. 23 ແຕ່ຖ້າຕາຂອງເຈົ້າເບິ່ງດ້ວຍຄວາມອິດສາ* ທຸກສ່ວນໃນຮ່າງກາຍຂອງເຈົ້າກໍຈະມືດໄປ. ຖ້າແສງສະຫວ່າງໃນຕົວເຈົ້າກາຍເປັນຄວາມມືດ ຕົວເຈົ້າຈະມືດຫຼາຍຂະໜາດໃດ!
24 ບໍ່ມີຜູ້ໃດເປັນທາດຂອງນາຍ 2 ຄົນໄດ້ ເພາະລາວຈະຊັງນາຍຜູ້ນີ້ແລະຮັກນາຍຜູ້ນັ້ນ ຫຼືບໍ່ກໍຈະພັກດີຕໍ່ນາຍຜູ້ນີ້ແລະດູຖູກນາຍຜູ້ນັ້ນ. ພວກເຈົ້າຈະເປັນທັງທາດຂອງພະເຈົ້າແລະທາດຂອງຊັບສົມບັດກໍບໍ່ໄດ້.
25 ດັ່ງນັ້ນ ຂ້ອຍຈະບອກເຈົ້າວ່າ ໃຫ້ເຊົາອຸກໃຈກັບເລື່ອງຊີວິດການເປັນຢູ່ວ່າຈະມີກິນບໍ ຈະມີດື່ມບໍ ຫຼືອຸກໃຈວ່າຈະມີເຄື່ອງນຸ່ງໃສ່ຫຼືບໍ່. ຊີວິດສຳຄັນກວ່າອາຫານແລະຮ່າງກາຍສຳຄັນກວ່າເຄື່ອງນຸ່ງບໍ່ແມ່ນບໍ? 26 ເບິ່ງນົກໃນທ້ອງຟ້າແມ້ ພວກມັນບໍ່ໄດ້ຫວ່ານຫຼືເກັບກ່ຽວຫຼືສະສົມເມັດພືດໄວ້ໃນເລົ້າເຂົ້າ ແຕ່ພະເຈົ້າຜູ້ເປັນພໍ່ຂອງເຈົ້າໃນສະຫວັນກໍຍັງລ້ຽງພວກມັນ. ພວກເຈົ້າມີຄ່າຫຼາຍກວ່ານົກບໍ່ແມ່ນບໍ? 27 ໃນພວກເຈົ້າມີຜູ້ໃດບໍທີ່ອຸກໃຈແລ້ວຈະຕໍ່ຊີວິດໄດ້ອີກຈັກໜ້ອຍໜຶ່ງ?* 28 ເປັນຫຍັງຈຶ່ງອຸກໃຈເລື່ອງເຄື່ອງນຸ່ງ? ເບິ່ງດອກໄມ້ໃນທົ່ງແມ້ ມັນງອກງາມຂຶ້ນໄດ້ແນວໃດ ທັງໆທີ່ມັນບໍ່ໄດ້ເຮັດວຽກໜັກແລະບໍ່ໄດ້ຕ່ຳຜ້າ 29 ແຕ່ຮູ້ບໍວ່າ ຂະໜາດກະສັດໂຊໂລໂມນຕອນທີ່ແຕ່ງໂຕເຕັມຍົດກໍຍັງບໍ່ງາມເທົ່າກັບດອກໄມ້ດອກໜຶ່ງທີ່ຢູ່ໃນທົ່ງ. 30 ຖ້າພະເຈົ້າຕົກແຕ່ງດອກໄມ້ໃບຫຍ້າໃນທົ່ງເຊິ່ງຢູ່ພຽງມື້ນີ້ ແລະມື້ອື່ນກໍຈະຖືກເຜົາຖິ້ມ ພະອົງຈະຕົກແຕ່ງເຈົ້າຫຼາຍກວ່ານັ້ນບໍ່ແມ່ນບໍ ພວກເຈົ້າຈັ່ງແມ່ນມີຄວາມເຊື່ອໜ້ອຍແທ້ໆ. 31 ດັ່ງນັ້ນ ຢ່າອຸກໃຈແລະເວົ້າວ່າ ‘ພວກເຮົາຈະມີກິນບໍ ຈະມີດື່ມບໍ ຫຼືຈະມີເຄື່ອງນຸ່ງໃສ່ຫຼືບໍ່?’ 32 ຄົນຕ່າງຊາດສະແຫວງຫາສິ່ງຂອງເຫຼົ່ານີ້ ແຕ່ພະເຈົ້າຜູ້ເປັນພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນຮູ້ຢູ່ແລ້ວວ່າພວກເຈົ້າຕ້ອງມີສິ່ງຂອງທັງໝົດນີ້.
33 ດັ່ງນັ້ນ ພວກເຈົ້າຕ້ອງເຮັດໃຫ້ການປົກຄອງ*ຂອງພະເຈົ້າແລະຄວາມຖືກຕ້ອງຊອບທຳຂອງພະອົງ*ເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ ແລ້ວພະອົງຈະໃຫ້ພວກເຈົ້າມີສິ່ງທັງໝົດນີ້. 34 ຢ່າອຸກໃຈກ່ຽວກັບເລື່ອງຂອງມື້ອື່ນ ເພາະມື້ອື່ນກໍຈະມີເລື່ອງຂອງມື້ອື່ນໃຫ້ອຸກໃຈອີກ ແຕ່ລະມື້ມີບັນຫາຫຼາຍພໍຢູ່ແລ້ວ.”