ລູກາ
12 ໃນລະຫວ່າງນັ້ນ ເມື່ອມີຫຼາຍພັນຄົນມາຊຸມນຸມກັນຈົນແໜ້ນອັດຍັດ ພະເຢຊູເລີ່ມເວົ້າກັບພວກລູກສິດວ່າ: “ລະວັງເຊື້ອຂອງພວກຟາຣິຊາຍ ເຊິ່ງກໍຄືຄວາມຫຼອກລວງຂອງພວກເຂົາ. 2 ແຕ່ທຸກສິ່ງທີ່ປົກປິດໄວ້ຢ່າງດີຈະຕ້ອງຖືກເປີດໂປງ ແລະຄວາມລັບທຸກເລື່ອງຈະຖືກເປີດເຜີຍ. 3 ດັ່ງນັ້ນ ເລື່ອງທີ່ພວກເຈົ້າເວົ້າໃນບ່ອນມືດຈະໄດ້ຍິນໃນບ່ອນແຈ້ງ ແລະເລື່ອງທີ່ພວກເຈົ້າຊິ່ມໃນຫ້ອງສ່ວນຕົວຈະໄດ້ຮັບການປ່າວປະກາດຈາກດາດຟ້າ. 4 ເພື່ອນຮັກ ຂ້ອຍຈະບອກໃຫ້ຮູ້ເດີ້ ຢ່າຢ້ານຄົນທີ່ຂ້າພວກເຈົ້າໄດ້ພຽງຮ່າງກາຍ ແຕ່ຫຼັງຈາກນັ້ນກໍເຮັດຫຍັງໃຫ້ພວກເຈົ້າບໍ່ໄດ້ອີກ. 5 ແຕ່ໃຫ້ພວກເຈົ້າຢ້ານພະເຈົ້າ ເພາະພະອົງມີອຳນາດທີ່ຈະຂ້າພວກເຈົ້າແລ້ວຖິ້ມໃນເກເຮັນນາ*ໄດ້ ຂ້ອຍຈະບອກໃຫ້ຮູ້ວ່າ ພະອົງຜູ້ນີ້ແຫຼະທີ່ພວກເຈົ້າຄວນຢ້ານ. 6 ນົກກະຈອກ 5 ໂຕພວກເຂົາຂາຍພຽງບໍ່ເທົ່າໃດກີບ* ແຕ່ບໍ່ມີຈັກໂຕທີ່ພະເຈົ້າຈະລືມ.* 7 ຂະໜາດຜົມຢູ່ຫົວຂອງພວກເຈົ້າພະອົງກໍນັບໄວ້ແລ້ວທຸກເສັ້ນ. ບໍ່ຕ້ອງຢ້ານ ເພາະພວກເຈົ້າມີຄ່າຫຼາຍກວ່ານົກກະຈອກຫຼາຍໂຕລວມກັນ.
8 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດຍອມຮັບວ່າຕົວເອງເປັນລູກສິດຂອງຂ້ອຍຕໍ່ໜ້າຄົນອື່ນ ‘ລູກມະນຸດ’ ກໍຈະຍອມຮັບຄືກັນວ່າລາວເປັນລູກສິດຂອງເພິ່ນຕໍ່ໜ້າທູດສະຫວັນຂອງພະເຈົ້າ. 9 ຖ້າຜູ້ໃດປະຕິເສດຂ້ອຍຕໍ່ໜ້າຄົນອື່ນ ຂ້ອຍກໍຈະປະຕິເສດລາວຄືກັນຕໍ່ໜ້າທູດສະຫວັນຂອງພະເຈົ້າ. 10 ແລະຖ້າຜູ້ໃດເວົ້າໝິ່ນປະໝາດ ‘ລູກມະນຸດ’ ພະເຈົ້າຈະໃຫ້ອະໄພລາວໄດ້ ແຕ່ຖ້າຜູ້ໃດທີ່ໝິ່ນປະໝາດພະລັງບໍລິສຸດ ພະອົງຈະບໍ່ໃຫ້ອະໄພລາວເລີຍ. 11 ເມື່ອພວກເຈົ້າຖືກພາຕົວໄປສອບສວນໃນບ່ອນປະຊຸມຂອງຊາວຢິວ ຫຼືຢືນຢູ່ຕໍ່ໜ້າຜູ້ປົກຄອງບ້ານເມືອງແລະຜູ້ມີອຳນາດ ບໍ່ຕ້ອງອຸກໃຈວ່າຈະຕອບແນວໃດຫຼືຈະເວົ້າຫຍັງ 12 ເພາະຕອນນັ້ນ ພະລັງບໍລິສຸດຈະເຮັດໃຫ້ພວກເຈົ້າຮູ້ວ່າຈະເວົ້າຫຍັງ.”
13 ຈາກນັ້ນ ມີຄົນໜຶ່ງໃນກຸ່ມຜູ້ຟັງເວົ້າກັບພະເຢຊູວ່າ: “ອາຈານເອີຍ ບອກອ້າຍຂ້ອຍໃຫ້ແບ່ງມໍລະດົກໃຫ້ຂ້ອຍແດ່.” 14 ເພິ່ນບອກລາວວ່າ: “ໃຜຕັ້ງຂ້ອຍໃຫ້ເປັນຜູ້ພິພາກສາຫຼືເປັນຜູ້ໄກ່ເກ່ຍໃຫ້ພວກເຈົ້າ?” 15 ແລ້ວພະເຢຊູກໍເວົ້າກັບປະຊາຊົນທີ່ຟັງຢູ່ວ່າ: “ລະວັງຕົວໃຫ້ດີ ຢ່າເປັນຄົນໂລບ ເພາະເຖິງແມ່ນວ່າຄົນຜູ້ໜຶ່ງມີຊັບສົມບັດຢ່າງຫຼວງຫຼາຍ ແຕ່ມັນກໍໃຫ້ຊີວິດລາວບໍ່ໄດ້.” 16 ພະເຢຊູຈຶ່ງຍົກຕົວຢ່າງປຽບທຽບໃຫ້ພວກເຂົາຟັງວ່າ: “ໄຮ່ນາຂອງເສດຖີຄົນໜຶ່ງໄດ້ຮັບຜົນຜະລິດດີ. 17 ລາວຈຶ່ງຄິດໃນໃຈວ່າ ‘ຕອນນີ້ຂ້ອຍບໍ່ມີບ່ອນມ້ຽນພືດຜົນແລ້ວ ຂ້ອຍຈະເຮັດແນວໃດດີ?’ 18 ແລ້ວລາວກໍຄິດອອກວ່າ ‘ຂ້ອຍຈະເຮັດແບບນີ້: ຂ້ອຍຈະມ້າງເລົ້າເຂົ້າເຫຼົ່ານີ້ແລ້ວປຸກໃຫ້ໃຫຍ່ກວ່າເກົ່າ ເພື່ອຈະໄດ້ມ້ຽນເຂົ້າທັງໝົດແລະຜົນຜະລິດທຸກຢ່າງໄວ້ຢູ່ຫັ້ນ 19 ແລ້ວຂ້ອຍຈະບອກຕົວເອງວ່າ: “ຂ້ອຍເກັບສະສົມຂອງດີໆໄວ້ຢ່າງຫຼວງຫຼາຍ ມີພໍໃຊ້ໄປອີກຫຼາຍປີ ຂ້ອຍຈະໃຊ້ຊີວິດແບບສະບາຍ ກິນ ດື່ມ ແລະມີຄວາມສຸກກັບຊີວິດ.”’ 20 ແຕ່ພະເຈົ້າເວົ້າກັບລາວວ່າ ‘ຄົນບໍ່ມີຄວາມຄິດ ຄືນນີ້ຈະມີຄົນມາເອົາຊີວິດເຈົ້າ ແລ້ວເຄື່ອງຂອງທີ່ເຈົ້າສະສົມໄວ້ຈະຕົກເປັນຂອງໃຜ?’ 21 ຄົນທີ່ສະສົມຊັບສົມບັດໄວ້ໃຫ້ຕົວເອງ ແຕ່ບໍ່ໄດ້ຮັ່ງມີໃນສາຍຕາພະເຈົ້າກໍເປັນແບບນັ້ນແຫຼະ.”
22 ແລ້ວພະເຢຊູກໍເວົ້າກັບພວກລູກສິດວ່າ: “ຍ້ອນແນວນີ້ ຂ້ອຍຈະບອກພວກເຈົ້າວ່າ ໃຫ້ເຊົາອຸກໃຈກັບເລື່ອງຊີວິດການເປັນຢູ່ວ່າຈະມີກິນບໍ ຫຼືອຸກໃຈວ່າຈະມີເຄື່ອງນຸ່ງໃສ່ຫຼືບໍ່. 23 ຊີວິດສຳຄັນກວ່າອາຫານແລະຮ່າງກາຍສຳຄັນກວ່າເຄື່ອງນຸ່ງ. 24 ໃຫ້ເບິ່ງຝູງກາແມ້ ພວກມັນບໍ່ໄດ້ຫວ່ານຫຼືເກັບກ່ຽວ ບໍ່ມີສາງຫຼືເລົ້າເຂົ້າ ແຕ່ພະເຈົ້າກໍຍັງລ້ຽງພວກມັນ ພວກເຈົ້າມີຄ່າຫຼາຍກວ່ານົກຫຼາຍເທົ່າບໍ່ແມ່ນບໍ? 25 ໃນພວກເຈົ້າມີຜູ້ໃດບໍທີ່ອຸກໃຈແລ້ວຈະຕໍ່ຊີວິດໄດ້ອີກຈັກໜ້ອຍໜຶ່ງ?* 26 ຖ້າເລື່ອງເລັກນ້ອຍແບບນີ້ພວກເຈົ້າຍັງເຮັດບໍ່ໄດ້ ແລ້ວເປັນຫຍັງຈຶ່ງອຸກໃຈກັບເລື່ອງອື່ນໆ? 27 ເບິ່ງດອກໄມ້ໃນທົ່ງແມ້ ມັນງອກງາມຂຶ້ນໄດ້ແນວໃດ ທັງໆທີ່ມັນບໍ່ໄດ້ເຮັດວຽກໜັກແລະບໍ່ໄດ້ຕ່ຳຜ້າ ແຕ່ຮູ້ບໍວ່າ ຂະໜາດກະສັດໂຊໂລໂມນຕອນທີ່ແຕ່ງໂຕເຕັມຍົດກໍຍັງບໍ່ງາມເທົ່າກັບດອກໄມ້ດອກໜຶ່ງທີ່ຢູ່ໃນທົ່ງ. 28 ຖ້າພະເຈົ້າຕົກແຕ່ງດອກໄມ້ໃບຫຍ້າໃນທົ່ງເຊິ່ງຢູ່ພຽງມື້ນີ້ ແລະມື້ອື່ນກໍຈະຖືກເຜົາຖິ້ມ ພະອົງຈະຕົກແຕ່ງພວກເຈົ້າຫຼາຍກວ່ານັ້ນບໍ່ແມ່ນບໍ ພວກເຈົ້າຈັ່ງແມ່ນມີຄວາມເຊື່ອໜ້ອຍແທ້ໆ! 29 ດັ່ງນັ້ນ ໃຫ້ເຊົາອຸກໃຈວ່າຈະກິນຫຍັງຫຼືຈະດື່ມຫຍັງ ແລະຢ່າອຸກໃຈຫຼາຍເກີນໄປ 30 ເພາະຄົນຕ່າງຊາດໃນໂລກນີ້ກໍສະແຫວງຫາສິ່ງເຫຼົ່ານີ້ ແຕ່ພະເຈົ້າຜູ້ເປັນພໍ່ຂອງພວກເຈົ້າຮູ້ຢູ່ແລ້ວວ່າພວກເຈົ້າຕ້ອງມີສິ່ງທັງໝົດນີ້. 31 ດັ່ງນັ້ນ ພວກເຈົ້າຕ້ອງເຮັດໃຫ້ການປົກຄອງ*ຂອງພະເຈົ້າເປັນສິ່ງສຳຄັນສະເໝີ ແລ້ວພະອົງຈະໃຫ້ພວກເຈົ້າມີສິ່ງທັງໝົດນີ້.
32 ພວກເຈົ້າທີ່ເປັນແກະຝູງນ້ອຍ ບໍ່ຕ້ອງຢ້ານ ເພາະພະເຈົ້າຜູ້ເປັນພໍ່ຂອງພວກເຈົ້າຕັ້ງໃຈແລ້ວວ່າຈະໃຫ້ການປົກຄອງຂອງພະອົງແກ່ພວກເຈົ້າ. 33 ໃຫ້ຂາຍສິ່ງຂອງທີ່ພວກເຈົ້າມີຢູ່ແລ້ວເອົາເງິນໄປແຈກຢາຍໃຫ້ຄົນທຸກຍາກ.* ໃຫ້ພວກເຈົ້າໃຊ້ຖົງເງິນທີ່ບໍ່ມີມື້ຂາດ ເພາະຊັບສົມບັດຂອງພວກເຈົ້າໃນສະຫວັນຈະບໍ່ມີມື້ສູນຫາຍ ແລະຢູ່ທີ່ນັ້ນບໍ່ມີໃຜໄປລັກໄດ້ແລະບໍ່ມີມອດໄປກິນ. 34 ຊັບສົມບັດຂອງພວກເຈົ້າຢູ່ໃສ ໃຈຂອງພວກເຈົ້າກໍຢູ່ທີ່ນັ້ນ.
35 ໃຫ້ພວກເຈົ້າແຕ່ງໂຕແລະກຽມພ້ອມ ໄຕ້ຕະກຽງໃຫ້ແຈ້ງສະຫວ່າງສະເໝີ 36 ໃຫ້ເຮັດຄືກັບພວກທາດທີ່ກຳລັງລໍຖ້ານາຍກັບມາຈາກງານແຕ່ງດອງ ເມື່ອນາຍມາແລະເຄາະປະຕູ ພວກເຂົາຈຶ່ງເປີດໃຫ້ທັນທີ. 37 ເມື່ອນາຍມາເຫັນພວກທາດກຳລັງລໍຖ້າຢູ່ ພວກທາດກໍມີຄວາມສຸກ ເພາະຂ້ອຍຈະບອກໃຫ້ຮູ້ວ່າ ນາຍຈະນຸ່ງຊຸດເຮັດວຽກແລະໃຫ້ພວກທາດນັ່ງທີ່ໂຕະອາຫານ ແລ້ວນາຍຈະຢູ່ໃກ້ໆຫັ້ນເພື່ອຮັບໃຊ້ພວກເຂົາ. 38 ຖ້ານາຍມາໃນຍາມ 2* ຫຼືແມ່ນແຕ່ໃນຍາມ 3* ແລະເຫັນພວກທາດກຽມພ້ອມ ພວກທາດກໍມີຄວາມສຸກ! 39 ຢ່າລືມວ່າ ຖ້າເຈົ້າຂອງເຮືອນຮູ້ວ່າຂີ້ລັກຈະຂຶ້ນເຮືອນເວລາໃດ ລາວຈະບໍ່ປ່ອຍໃຫ້ຂີ້ລັກເຂົ້າມາໃນເຮືອນ. 40 ພວກເຈົ້າກໍຕ້ອງກຽມພ້ອມແບບນັ້ນຄືກັນ ເພາະ ‘ລູກມະນຸດ’ ຈະມາໃນເວລາທີ່ພວກເຈົ້າບໍ່ຄາດຄິດ.”
41 ເປໂຕເວົ້າຂຶ້ນມາວ່າ: “ນາຍເອີຍ ທ່ານຍົກຕົວຢ່າງປຽບທຽບເລື່ອງນີ້ຂຶ້ນມາ ທ່ານໝາຍເຖິງສະເພາະພວກເຮົາ ຫຼືໝາຍເຖິງທຸກຄົນ?” 42 ພະເຢຊູຕອບວ່າ: “ທີ່ຈິງແລ້ວ ຜູ້ໃດເປັນຄົນຮັບໃຊ້*ທີ່ສັດຊື່ແລະສຸຂຸມ*ທີ່ນາຍແຕ່ງຕັ້ງໄວ້ໃຫ້ເບິ່ງແຍງພວກຄົນຮັບໃຊ້ແລະແຈກຢາຍອາຫານໃຫ້ພວກເຂົາຢ່າງພຽງພໍຕາມເວລາທີ່ເໝາະສົມ? 43 ເມື່ອນາຍມາແລະເຫັນທາດກຳລັງເຮັດໜ້າທີ່ຂອງຕົນ ທາດຄົນນັ້ນຈະມີຄວາມສຸກ! 44 ຂ້ອຍຈະບອກໃຫ້ຮູ້ວ່າ ນາຍຈະແຕ່ງຕັ້ງລາວໃຫ້ເບິ່ງແຍງຊັບສົມບັດທັງໝົດຂອງນາຍ. 45 ແຕ່ຖ້າທາດຄົນນັ້ນຄິດໃນໃຈວ່າ ‘ນາຍເຮົາຍັງບໍ່ມາດອກ’ ແລ້ວເລີ່ມຕີຄົນຮັບໃຊ້ຊາຍຍິງຄົນອື່ນໆ ກິນແລະດື່ມຈົນເມົາ 46 ນາຍຂອງລາວຈະມາໃນມື້ທີ່ລາວບໍ່ຄາດຄິດແລະໃນເວລາທີ່ລາວບໍ່ຮູ້ຕົວ ແລະຈະລົງໂທດລາວຢ່າງໜັກທີ່ສຸດ ແລ້ວໄລ່ໃຫ້ໄປຢູ່ກັບຄົນທີ່ບໍ່ສັດຊື່ຕໍ່ພະເຈົ້າ. 47 ທາດທີ່ຮູ້ວ່ານາຍຕ້ອງການຫຍັງ ແຕ່ບໍ່ໄດ້ກຽມພ້ອມຫຼືເຮັດຕາມທີ່ນາຍສັ່ງຈະຖືກຂ້ຽນຕີຢ່າງໜັກ. 48 ແຕ່ທາດທີ່ເຮັດຜິດຍ້ອນຮູ້ເທົ່າບໍ່ເຖິງການຈະຖືກຂ້ຽນຕີໜ້ອຍ. ທີ່ຈິງ ທຸກຄົນທີ່ໄດ້ຮັບໜ້າທີ່ຮັບຜິດຊອບຫຼາຍຈະຖືກຄາດໝາຍຫຼາຍ ແລະຄົນທີ່ໄດ້ຮັບມອບໝາຍໃຫ້ເບິ່ງແຍງຫຼາຍຢ່າງຈະຖືກຄາດໝາຍຫຼາຍເປັນພິເສດ.
49 ຂ້ອຍມາດັງໄຟຢູ່ໂລກ ຕອນນີ້ໄຟກໍຕິດແລ້ວ ຂ້ອຍຍັງຕ້ອງການຫຍັງອີກ? 50 ແຕ່ຂ້ອຍຕ້ອງຮັບບັບເຕມາແບບໜຶ່ງ ແລະຂ້ອຍທຸກໃຈຫຼາຍແທ້ໆຈົນກວ່າເລື່ອງນັ້ນຈະສຳເລັດ! 51 ເຈົ້າຄິດວ່າຂ້ອຍມາເຮັດໃຫ້ໂລກນີ້ສະຫງົບສຸກບໍ? ບໍ່ແມ່ນດອກ ແຕ່ຂ້ອຍມາເພື່ອເຮັດໃຫ້ຄົນແຕກແຍກກັນ. 52 ຕັ້ງແຕ່ນີ້ໄປ ຫ້າຄົນທີ່ຢູ່ໃນເຮືອນຫຼັງໜຶ່ງຈະແຕກແຍກກັນເປັນສາມຕໍ່ສອງແລະສອງຕໍ່ສາມ. 53 ຄວາມແຕກແຍກຈະເກີດຂຶ້ນລະຫວ່າງພໍ່ກັບລູກຊາຍແລະລູກຊາຍກັບພໍ່ ແມ່ກັບລູກສາວແລະລູກສາວກັບແມ່ ແມ່ຍ່າກັບລູກໃພ້ແລະລູກໃພ້ກັບແມ່ຍ່າ.”
54 ແລ້ວພະເຢຊູກໍປິ່ນໄປເວົ້າກັບປະຊາຊົນວ່າ: “ເມື່ອພວກເຈົ້າເຫັນເມກດຳລອຍມາຈາກທິດຕາເວັນຕົກ ພວກເຈົ້າກໍເວົ້າວ່າ ‘ຈະມີພາຍຸຝົນ’ ແລ້ວກໍເປັນແບບນັ້ນແທ້ໆ. 55 ເມື່ອພວກເຈົ້າເຫັນວ່າມີລົມພັດມາຈາກທິດໃຕ້ ພວກເຈົ້າກໍເວົ້າວ່າ ‘ອາກາດຈະຮ້ອນຫຼາຍ’ ແລ້ວກໍເປັນແບບນັ້ນແທ້ໆ. 56 ພວກຄົນໜ້າຊື່ໃຈຄົດ ພວກເຈົ້າສັງເກດດິນຟ້າອາກາດໄດ້ ແຕ່ເປັນຫຍັງເບິ່ງບໍ່ອອກວ່າເຫດການສະໄໝນີ້ໝາຍຄວາມວ່າແນວໃດ? 57 ເປັນຫຍັງພວກເຈົ້າບໍ່ເຂົ້າໃຈວ່າອັນໃດເປັນສິ່ງຖືກຕ້ອງທີ່ຄວນຈະເຮັດ? 58 ຕົວຢ່າງເຊັ່ນ: ເມື່ອເຈົ້າໄປຫາເຈົ້າໜ້າທີ່ພ້ອມກັບຄົນທີ່ຟ້ອງຮ້ອງເຈົ້າ ໃຫ້ຟ້າວຕົກລົງກັບລາວຕອນທີ່ກຳລັງເດີນທາງ ຖ້າບໍ່ດັ່ງນັ້ນລາວຈະສົ່ງເຈົ້າໃຫ້ຜູ້ພິພາກສາຕັດສິນ ແລະຜູ້ພິພາກສາຈະສົ່ງເຈົ້າໃຫ້ຜູ້ຄຸມຄຸກ ແລ້ວຜູ້ຄຸມຄຸກຈະຈັບເຈົ້າຂັງຄຸກ. 59 ຂ້ອຍຈະບອກໃຫ້ຮູ້ວ່າ ເຈົ້າຈະບໍ່ໄດ້ອອກຈາກຄຸກແທ້ໆຈົນກວ່າຈະໃຊ້ໜີ້ໃຫ້ຄົບທຸກກີບ.”*