ກິດຈະການ
4 ຕອນທີ່ເປໂຕກັບໂຢຮັນກຳລັງເວົ້າກັບປະຊາຊົນຢູ່ນັ້ນ ພວກປະໂລຫິດກັບຫົວໜ້າເຈົ້າໜ້າທີ່ເບິ່ງແຍງວິຫານແລະພວກຊາດູກາຍກໍເຂົ້າມາ. 2 ພວກເຂົາໃຈຮ້າຍຍ້ອນອັກຄະສາວົກສອງຄົນນັ້ນສອນຜູ້ຄົນແລະປະກາດເລື່ອງການຄືນມາຈາກຕາຍຂອງພະເຢຊູໃຫ້ຮູ້ໄປທົ່ວ. 3 ພວກນັ້ນຈຶ່ງຈັບທັງສອງຂັງໄວ້ຈົນຮອດມື້ຕໍ່ມາ ເພາະຕອນນັ້ນຄ່ຳແລ້ວ. 4 ເຖິງຢ່າງນັ້ນ ໃນບັນດາຄົນທີ່ຟັງພວກເຂົາປະກາດກໍມີຫຼາຍຄົນໄດ້ເຊື່ອ ແລະເຮັດໃຫ້ຜູ້ຊາຍທີ່ເປັນລູກສິດມີຈຳນວນປະມານ 5.000 ຄົນ.
5 ໃນມື້ຕໍ່ມາ ພວກຫົວໜ້າປະຊາຊົນກັບພວກຜູ້ນຳຊາວຢິວແລະພວກຄູສອນສາສະໜາກໍມາປະຊຸມກັນໃນເມືອງເຢຣູຊາເລັມ 6 ລວມທັງອັນນາທີ່ເປັນປະໂລຫິດໃຫຍ່ ກາຢະຟາ ໂຢຮັນ ອາເລັກຊັນເດີ ແລະຍາດພີ່ນ້ອງທຸກຄົນຂອງປະໂລຫິດໃຫຍ່. 7 ພວກເຂົາໃຫ້ເປໂຕກັບໂຢຮັນຢືນຢູ່ຕໍ່ໜ້າພວກເຂົາແລ້ວຖາມວ່າ: “ພວກເຈົ້າເຮັດແບບນີ້ດ້ວຍອຳນາດຫຼືໃນນາມຂອງຜູ້ໃດ?” 8 ແລ້ວເປໂຕກໍເຕັມໄປດ້ວຍພະລັງບໍລິສຸດແລະເວົ້າກັບພວກເຂົາວ່າ:
“ຫົວໜ້າປະຊາຊົນແລະຜູ້ນຳຊາວຢິວທັງຫຼາຍ 9 ຖ້າມື້ນີ້ພວກເຈົ້າຈະສອບສວນພວກເຮົາໃນເລື່ອງສິ່ງດີໆທີ່ເກີດຂຶ້ນກັບຄົນງ່ອຍຜູ້ນີ້ວ່າລາວເຊົາໄດ້ແນວໃດ 10 ໃຫ້ພວກເຈົ້າແລະຄົນອິດສະຣາເອນທຸກຄົນຮູ້ໄວ້ວ່າ: ຜູ້ຊາຍຄົນນີ້ໄດ້ຮັບການປິ່ນປົວໃນນາມຂອງພະເຢຊູຄລິດຊາວນາຊາເຣັດ. ໂດຍທາງເພິ່ນ ຜູ້ຊາຍຄົນນີ້ທີ່ກຳລັງຢືນຢູ່ຕໍ່ໜ້າພວກເຈົ້າຈຶ່ງດີເປັນປົກກະຕິໄດ້. ພະເຢຊູຜູ້ນີ້ເປັນຄົນທີ່ພວກເຈົ້າໄດ້ປະຫານເທິງເສົາ ແຕ່ພະເຈົ້າໄດ້ປຸກເພິ່ນໃຫ້ຄືນມາຈາກຕາຍແລ້ວ. 11 ພະເຢຊູຜູ້ນີ້ເປັນ ‘ຫີນທີ່ພວກເຈົ້າເຊິ່ງເປັນຊ່າງກໍ່ສ້າງໄດ້ຖິ້ມໄປແລ້ວ ຫີນກ້ອນນີ້ກາຍມາເປັນຫີນຫົວມຸມຫຼັກ.’* 12 ແລະໃຫ້ພວກເຈົ້າຮູ້ໄວ້ວ່າ ບໍ່ມີໃຜຈະຊ່ວຍມະນຸດໃຫ້ລອດໄດ້ນອກຈາກພະເຢຊູຜູ້ດຽວ ເພາະພະເຈົ້າບໍ່ໃຫ້ມີຜູ້ອື່ນ*ໃນໂລກນີ້ທີ່ຈະຊ່ວຍພວກເຮົາໃຫ້ລອດໄດ້.”
13 ເມື່ອພວກເຂົາເຫັນເປໂຕກັບໂຢຮັນເວົ້າຢ່າງກ້າຫານແລະຮູ້ວ່າທັງສອງເປັນຄົນທຳມະດາແລະບໍ່ມີການສຶກສາ* ພວກເຂົາກໍແປກໃຈຫຼາຍ ແຕ່ກໍຄິດພໍ້ວ່າສອງຄົນນີ້ເຄີຍຢູ່ກັບພະເຢຊູ. 14 ເມື່ອພວກເຂົາເຫັນຄົນງ່ອຍທີ່ດີເປັນປົກກະຕິຢືນຢູ່ກັບສອງຄົນນີ້ ພວກເຂົາກໍແຮ່ງເວົ້າຫຍັງບໍ່ອອກ. 15 ພວກເຂົາຈຶ່ງສັ່ງສາມຄົນນີ້ໃຫ້ອອກໄປນອກຫ້ອງປະຊຸມຂອງສານຊັນເຮດຣິນ ແລ້ວພວກເຂົາກໍປຶກສາກັນວ່າ 16 “ພວກເຮົາຈະເຮັດແນວໃດດີກັບສອງຄົນນີ້? ເພາະຄົນທີ່ຢູ່ໃນເມືອງເຢຣູຊາເລັມຮູ້ເລື່ອງທີ່ໜ້າອັດສະຈັນເຊິ່ງພວກເຂົາໄດ້ເຮັດ ແລະພວກເຮົາກໍປະຕິເສດບໍ່ໄດ້. 17 ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແພ່ອອກໄປໃນທ່າມກາງປະຊາຊົນຫຼາຍກວ່ານີ້ ໃຫ້ພວກເຮົາຂູ່ສອງຄົນນີ້ບໍ່ໃຫ້ເວົ້າເຖິງຊື່ນັ້ນກັບຜູ້ໃດອີກ.”
18 ພວກເຂົາຈຶ່ງເອີ້ນເປໂຕກັບໂຢຮັນເຂົ້າມາ ແລະສັ່ງໃຫ້ພວກເຂົາເຊົາເວົ້າກ່ຽວກັບພະເຢຊູຫຼືເຊົາສອນໃນນາມຂອງເພິ່ນ. 19 ແຕ່ເປໂຕກັບໂຢຮັນບອກພວກເຂົາວ່າ: “ພະເຈົ້າຈະຖືວ່າຖືກຕ້ອງບໍຖ້າພວກເຮົາເຊື່ອຟັງພວກເຈົ້າແທນທີ່ຈະເຊື່ອຟັງພະເຈົ້າ ໃຫ້ພວກເຈົ້າຕັດສິນເອົາເອງ. 20 ແຕ່ພວກເຮົາບໍ່ສາມາດເຊົາເວົ້າເລື່ອງທີ່ໄດ້ເຫັນແລະໄດ້ຍິນນັ້ນ.” 21 ພວກເຂົາຂູ່ເປໂຕກັບໂຢຮັນອີກເທື່ອໜຶ່ງແລ້ວກໍປ່ອຍຕົວໄປ ຍ້ອນບໍ່ມີສາເຫດທີ່ຈະລົງໂທດພວກເຂົາແລະທັງຢ້ານປະຊາຊົນ ເພາະທຸກຄົນໄດ້ສັນລະເສີນພະເຈົ້າຍ້ອນເຫດການນັ້ນ. 22 ຄົນງ່ອຍທີ່ເຊົາຈາກພະຍາດຢ່າງອັດສະຈັນນັ້ນອາຍຸຫຼາຍກວ່າ 40 ປີແລ້ວ.
23 ເມື່ອທັງສອງຄົນຖືກປ່ອຍຕົວແລ້ວພວກເຂົາກໍໄປຫາລູກສິດຄົນອື່ນໆ ແລະເລົ່າວ່າພວກປະໂລຫິດໃຫຍ່ກັບພວກຜູ້ນຳຊາວຢິວໄດ້ເວົ້າຫຍັງກັບພວກເຂົາແດ່. 24 ເມື່ອໄດ້ຍິນແບບນັ້ນ ພວກເຂົາຈຶ່ງພ້ອມໃຈກັນອະທິດຖານເຖິງພະເຈົ້າວ່າ:
“ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ພະອົງເປັນຜູ້ສ້າງທ້ອງຟ້າ ໂລກ ທະເລ ແລະທຸກສິ່ງໃນບ່ອນເຫຼົ່ານັ້ນ 25 ພະອົງໃຊ້ພະລັງບໍລິສຸດເວົ້າຜ່ານທາງດາວິດຜູ້ຮັບໃຊ້ຂອງພະອົງ ເຊິ່ງເປັນບັນພະບຸລຸດຂອງພວກເຮົາວ່າ: ‘ເປັນຫຍັງຊາດຕ່າງໆຈຶ່ງໃຈຮ້າຍຫຼາຍແທ້? ເປັນຫຍັງຜູ້ຄົນຈຶ່ງຄິດວາງແຜນແຕ່ເລື່ອງທີ່ບໍ່ມີປະໂຫຍດ? 26 ພວກກະສັດໃນໂລກຕັ້ງຕົວເປັນສັດຕູ ແລະພວກຜູ້ນຳຮ່ວມຫົວກັນຕໍ່ຕ້ານພະເຢໂຫວາແລະຜູ້ຖືກເຈີມ*ຂອງພະອົງ.’ 27 ແລ້ວກໍເປັນແບບນັ້ນແທ້ໆ ທັງເຮໂຣດແລະປົນຕີໂອປີລາດ ລວມທັງຄົນຕ່າງຊາດແລະຄົນອິດສະຣາເອນໄດ້ລວມຕົວກັນໃນເມືອງນີ້ ເພື່ອຕໍ່ຕ້ານຜູ້ຮັບໃຊ້ທີ່ບໍລິສຸດຂອງພະອົງ ນັ້ນແມ່ນພະເຢຊູຜູ້ທີ່ພະອົງເຈີມໄວ້. 28 ພວກເຂົາເຮັດແບບທີ່ພະອົງໄດ້ບອກໄວ້ລ່ວງໜ້າ ສິ່ງນີ້ເກີດຂຶ້ນເພາະພະອົງມີອຳນາດແລະເພາະເປັນຄວາມຕ້ອງການຂອງພະອົງ. 29 ພະເຢໂຫວາ ເບິ່ງແມ້ ພວກເຂົາກຳລັງຂູ່ພວກເຮົາ ຂໍຊ່ວຍພວກເຮົາທີ່ເປັນທາດຂອງພະອົງໃຫ້ກ້າປະກາດຄຳສອນຂອງພະອົງຕໍ່ໆໄປ 30 ແລະຂໍພະອົງເດ່ມືອອກປິ່ນປົວພະຍາດແລະໃຫ້ມີການອັດສະຈັນແລະປາຕິຫານຕໍ່ໆໄປໃນນາມຂອງພະເຢຊູຜູ້ຮັບໃຊ້ທີ່ບໍລິສຸດຂອງພະອົງ.”
31 ເມື່ອພວກເຂົາອ້ອນວອນເຖິງພະເຈົ້າ*ແລ້ວ ບ່ອນທີ່ພວກເຂົາປະຊຸມກັນກໍສັ່ນສະເທືອນ ແລະພວກເຂົາທຸກຄົນເຕັມໄປດ້ວຍພະລັງບໍລິສຸດແລະປະກາດຄຳສອນຂອງພະອົງຕໍ່ໆໄປຢ່າງກ້າຫານ.
32 ແລ້ວລູກສິດກຸ່ມໃຫຍ່ກໍເປັນນ້ຳໜຶ່ງໃຈດຽວກັນ ບໍ່ມີໃຜຖືວ່າສິ່ງທີ່ພວກເຂົາມີເປັນຂອງຕົວເອງ ແຕ່ພວກເຂົາເອົາສິ່ງຂອງທີ່ມີມາລວມກັນເປັນກອງກາງ. 33 ແລະພວກອັກຄະສາວົກກໍປະກາດເລື່ອງການຄືນມາຈາກຕາຍຂອງພະເຢຊູຜູ້ເປັນນາຍຕໍ່ໆໄປຢ່າງມີພະລັງ ແລະພວກເຂົາທຸກຄົນໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ. 34 ໃນທ່າມກາງພວກເຂົາບໍ່ມີຜູ້ໃດຂາດເຂີນ ເພາະຄົນທີ່ມີດິນຫຼືເຮືອນກໍເອົາໄປຂາຍ ແລ້ວເອົາເງິນນັ້ນ 35 ມາໃຫ້ພວກອັກຄະສາວົກ ເພື່ອເອົາໄປແຈກຢາຍໃຫ້ແຕ່ລະຄົນທີ່ຂາດເຂີນ. 36 ມີຜູ້ໜຶ່ງຊື່ໂຢເຊັບທີ່ພວກອັກຄະສາວົກເອີ້ນວ່າບາຣະນາບາ (ເຊິ່ງແປວ່າ “ຜູ້ໃຫ້ກຳລັງໃຈ”) ເປັນຄົນໃນຕະກູນເລວີ ແລະເກີດຢູ່ເກາະໄຊປຣັດ 37 ລາວເອົາດິນຕອນໜຶ່ງຂອງຕົວເອງໄປຂາຍ ແລ້ວເອົາເງິນມາໃຫ້ພວກອັກຄະສາວົກ.