ກິດຈະການ
3 ມີມື້ໜຶ່ງ ຕອນບ່າຍ 3 ໂມງ*ເຊິ່ງເປັນເວລາສຳລັບອະທິດຖານ ເປໂຕກັບໂຢຮັນກໍເຂົ້າໄປໃນວິຫານ 2 ມີຄົນຫາມຜູ້ຊາຍຄົນໜຶ່ງເຊິ່ງເປັນງ່ອຍຕັ້ງແຕ່ເກີດ ມາປະໄວ້ໃກ້ປະຕູວິຫານທີ່ເອີ້ນກັນວ່າປະຕູງາມ. ພວກເຂົາເຮັດແບບນີ້ທຸກມື້ເພື່ອຄົນງ່ອຍຈະໄດ້ຂໍທານນຳຄົນທີ່ເຂົ້າໄປໃນວິຫານ. 3 ເມື່ອຄົນງ່ອຍເຫັນເປໂຕກັບໂຢຮັນກຳລັງຈະເຂົ້າໄປໃນວິຫານ ລາວກໍຂໍທານນຳສອງຄົນນີ້. 4 ເປໂຕກັບໂຢຮັນແນມເບິ່ງລາວ ແລ້ວເປໂຕກໍເວົ້າວ່າ: “ແນມເບິ່ງພວກເຮົາແມ້.” 5 ລາວກໍແນມເບິ່ງທັງສອງຄົນແລະຄິດວ່າຄືຊິໄດ້ບາງຢ່າງຈາກພວກເຂົາ. 6 ແຕ່ເປໂຕເວົ້າວ່າ: “ເງິນແລະຄຳຂ້ອຍບໍ່ມີດອກ ແຕ່ຂ້ອຍມີແນວອື່ນຈະໃຫ້. ໃນນາມຂອງພະເຢຊູຄລິດຊາວນາຊາເຣັດ ໃຫ້ເຈົ້າລຸກຂຶ້ນແລະຍ່າງໄປ!” 7 ແລ້ວເປໂຕກໍຈັບມືເບື້ອງຂວາຂອງຄົນງ່ອຍນັ້ນ ໂຈມລາວລຸກຂຶ້ນ ຕີນແລະຂໍ້ຕີນຂອງລາວກໍມີແຮງຂຶ້ນມາທັນທີ. 8 ແລ້ວລາວກໍໂດດເຕັ້ນແລະຍ່າງເຂົ້າໄປໃນວິຫານກັບສອງຄົນນັ້ນ ລາວທັງໂດດທັງເຕັ້ນພ້ອມກັບສັນລະເສີນພະເຈົ້າ. 9 ທຸກຄົນທີ່ຢູ່ຫັ້ນເຫັນລາວທັງຍ່າງທັງສັນລະເສີນພະເຈົ້າໄປນຳ. 10 ແລະພວກເຂົາກໍເລີ່ມຈື່ໄດ້ວ່າຄົນນີ້ເຄີຍນັ່ງຂໍທານຢູ່ປະຕູງາມຂອງວິຫານ ພວກເຂົາຈຶ່ງຮູ້ສຶກງຶດງໍ້ແລະຕື່ນເຕັ້ນຫຼາຍແທ້ໆໃນສິ່ງທີ່ເກີດຂຶ້ນກັບຂໍທານຄົນນີ້.
11 ຕອນທີ່ຜູ້ຊາຍຄົນນີ້ຍັງຈັບມືເປໂຕກັບໂຢຮັນຢູ່ ທຸກຄົນທີ່ຢູ່ຫັ້ນກໍແປກໃຈຫຼາຍແລະແລ່ນມາຫາພວກເຂົາຢູ່ຕາມທາງຍ່າງທີ່ມີເສົາລຽນກັນເຊິ່ງໂຊໂລໂມນໄດ້ສ້າງໄວ້. 12 ເມື່ອເປໂຕເຫັນແບບນັ້ນຈຶ່ງເວົ້າກັບພວກເຂົາວ່າ: “ຄົນອິດສະຣາເອນເອີຍ ເປັນຫຍັງຈຶ່ງແປກໃຈ? ເປັນຫຍັງແນມເບິ່ງພວກເຮົາຄືກັບວ່າພວກເຮົາເປັນຄົນເຮັດໃຫ້ລາວຍ່າງໄດ້ດ້ວຍລິດເດດຂອງພວກເຮົາເອງ ຫຼືເປັນຍ້ອນພວກເຮົາຮັບໃຊ້ພະເຈົ້າດ້ວຍຄວາມເຫຼື້ອມໃສ? 13 ຕອນນີ້ພະເຈົ້າຂອງບັນພະບຸລຸດຂອງພວກເຮົາ ເຊິ່ງແມ່ນພະເຈົ້າຂອງອັບຣາຮາມ ອີຊາກ ແລະຢາໂຄບ ໄດ້ຍົກຖານະຂອງພະເຢຊູແລ້ວ. ເພິ່ນເປັນຜູ້ຮັບໃຊ້ຂອງພະອົງທີ່ພວກເຈົ້າບໍ່ຍອມຮັບແລະສົ່ງໄປໃຫ້ປີລາດຂ້າ ທັງໆທີ່ລາວຕັດສິນໃຈຈະປ່ອຍເພິ່ນ. 14 ພວກເຈົ້າປະຕິເສດພະເຢຊູເຊິ່ງເປັນຜູ້ບໍລິສຸດແລະເປັນຄົນທີ່ເຊື່ອຟັງພະເຈົ້າ* ແລະຂໍໃຫ້ປ່ອຍຕົວຄາຕະກອນແທນ 15 ພວກເຈົ້າຂ້າຜູ້ນຳຄົນສຳຄັນທີ່ໃຫ້ຊີວິດ ແຕ່ພະເຈົ້າປຸກເພິ່ນໃຫ້ຄືນມາຈາກຕາຍ ພວກເຮົາເປັນພະຍານຮູ້ເຫັນເລື່ອງນີ້. 16 ແລະຄົນງ່ອຍຄົນນີ້ທີ່ພວກເຈົ້າຮູ້ຈັກມີແຮງຂຶ້ນມາຍ້ອນຊື່ຂອງເພິ່ນຜູ້ນີ້ແລະຍ້ອນພວກເຮົາເຊື່ອໃນຊື່ນີ້. ຄວາມເຊື່ອທີ່ເຮົາມີໂດຍທາງເພິ່ນນີ້ແຫຼະເຮັດໃຫ້ຜູ້ຊາຍຄົນນີ້ດີເປັນປົກກະຕິແບບທີ່ພວກເຈົ້າທຸກຄົນເຫັນ. 17 ພີ່ນ້ອງເອີຍ ຂ້ອຍຮູ້ວ່າພວກເຈົ້າເຮັດແບບນັ້ນຍ້ອນວ່າບໍ່ຮູ້ ຄືກັບທີ່ພວກຜູ້ນຳຂອງພວກເຈົ້າເຮັດ. 18 ແຕ່ພະເຈົ້າຍອມໃຫ້ສິ່ງນີ້ເກີດຂຶ້ນກໍເພື່ອໃຫ້ເປັນໄປຕາມທີ່ພະອົງບອກໄວ້ລ່ວງໜ້າຜ່ານທາງພວກຜູ້ພະຍາກອນຂອງພະອົງທີ່ວ່າ ພະຄລິດທີ່ພະອົງສົ່ງມານັ້ນຈະຕ້ອງທົນທຸກ.
19 ດັ່ງນັ້ນ ໃຫ້ກັບໃຈແລະປ່ຽນແປງຊີວິດໃໝ່* ເພື່ອບາບຂອງພວກເຈົ້າຈະຖືກລົບລ້າງ ແລ້ວຈາກນີ້ໄປພວກເຈົ້າຈະໄດ້ຮັບຄວາມສົດຊື່ນຈາກພະເຢໂຫວາ 20 ແລະພະອົງຈະສົ່ງພະຄລິດມາເຊິ່ງເປັນຜູ້ທີ່ພະອົງແຕ່ງຕັ້ງໄວ້ເພື່ອພວກເຈົ້າ ເພິ່ນຜູ້ນັ້ນແມ່ນພະເຢຊູ. 21 ເພິ່ນຕ້ອງຢູ່ໃນສະຫວັນຈົນເຖິງເວລາທີ່ທຸກສິ່ງຈະໄດ້ຮັບການຟື້ນຟູ ເຊິ່ງເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງພວກຜູ້ພະຍາກອນທີ່ສັດຊື່ຂອງພະອົງຕັ້ງແຕ່ສະໄໝບູຮານ. 22 ໂມເຊກໍບອກໄວ້ວ່າ: ‘ພະເຢໂຫວາພະເຈົ້າຈະແຕ່ງຕັ້ງຄົນໜຶ່ງເພື່ອພວກເຈົ້າຈາກທ່າມກາງພີ່ນ້ອງຂອງພວກເຈົ້າ ໃຫ້ເປັນຜູ້ພະຍາກອນຄືຂ້ອຍ. ພວກເຈົ້າຕ້ອງເຊື່ອຟັງທຸກສິ່ງທີ່ລາວບອກ. 23 ຜູ້ທີ່ບໍ່ຍອມເຊື່ອຟັງຜູ້ພະຍາກອນຄົນນັ້ນ ຜູ້ນັ້ນຈະຖືກທຳລາຍໃຫ້ສາບສູນໄປຈາກປະຊາຊົນຂອງພະເຈົ້າ.’ 24 ຜູ້ພະຍາກອນທຸກຄົນນັບຕັ້ງແຕ່ຊາມູເອນເປັນຕົ້ນມາກໍບອກເລື່ອງນີ້*ໄວ້ຄືກັນ. 25 ພວກເຈົ້າເປັນລູກຫຼານຂອງພວກຜູ້ພະຍາກອນ ແລະເປັນລູກຫຼານຕາມສັນຍາທີ່ພະເຈົ້າເຮັດໄວ້ນຳບັນພະບຸລຸດຂອງພວກເຈົ້າ ພະອົງເວົ້າກັບອັບຣາຮາມໄວ້ວ່າ: ‘ທຸກຄອບຄົວໃນໂລກຈະໄດ້ຮັບພອນຍ້ອນລູກຫຼານຂອງເຈົ້າ.’ 26 ເມື່ອພະເຈົ້າແຕ່ງຕັ້ງຜູ້ຮັບໃຊ້ຄົນນັ້ນຂອງພະອົງແລ້ວ ກໍສົ່ງເພິ່ນມາຫາພວກເຈົ້າກ່ອນເພື່ອປະໂຫຍດຂອງພວກເຈົ້າໂດຍໃຫ້ພວກເຈົ້າແຕ່ລະຄົນຖິ້ມຄວາມຊົ່ວ.”