ໂຣມ
12 ດັ່ງນັ້ນ ພີ່ນ້ອງເອີຍ ພະເຈົ້າກະລຸນາຕໍ່ພວກເຈົ້າຫຼາຍແທ້ໆ ຂ້ອຍຈຶ່ງຂໍຮ້ອງພວກເຈົ້າໃຫ້ຖວາຍຮ່າງກາຍເປັນເຄື່ອງບູຊາທີ່ມີຊີວິດ ທີ່ບໍລິສຸດ ທີ່ພະເຈົ້າຍອມຮັບໄດ້ ການເຮັດແບບນີ້ເປັນການຮັບໃຊ້ທີ່ສັກສິດໂດຍໃຊ້ຄວາມສາມາດໃນການຄິດຫາເຫດຜົນຂອງພວກເຈົ້າ. 2 ແລະເຊົາຮຽນແບບຄົນໃນໂລກນີ້* ແຕ່ໃຫ້ປ່ຽນແປງຕົວເອງ*ໂດຍປ່ຽນຄວາມຄິດຂອງພວກເຈົ້າໃໝ່ ເພື່ອພວກເຈົ້າຈະໄດ້ກວດເບິ່ງຈົນແນ່ໃຈວ່າອັນໃດແມ່ນສິ່ງທີ່ພະເຈົ້າຕ້ອງການໃຫ້ພວກເຮົາເຮັດເຊິ່ງເປັນສິ່ງທີ່ດີ ສົມບູນ ແລະເຮັດໃຫ້ພະອົງພໍໃຈ.
3 ຂ້ອຍໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ ຂ້ອຍຈຶ່ງຂໍບອກພວກເຈົ້າທຸກຄົນວ່າ ຢ່າຄິດເຖິງຕົວເອງຫຼາຍເກີນໄປ ແຕ່ໃຫ້ຄິດແບບສົມເຫດສົມຜົນຕາມຂະໜາດຂອງຄວາມເຊື່ອທີ່ພະເຈົ້າໃຫ້ແຕ່ລະຄົນ. 4 ຄືກັບທີ່ຮ່າງກາຍຂອງພວກເຮົາມີອະໄວຍະວະຫຼາຍສ່ວນ ແລະອະໄວຍະວະແຕ່ລະສ່ວນກໍມີໜ້າທີ່ແຕກຕ່າງກັນ 5 ດັ່ງນັ້ນ ເຖິງວ່າພວກເຮົາຢູ່ນຳກັນຫຼາຍຄົນ ແຕ່ກໍເປັນຄືຮ່າງກາຍດຽວທີ່ເປັນອັນໜຶ່ງອັນດຽວກັບພະຄລິດ ແລະເປັນຄືອະໄວຍະວະຂອງກັນແລະກັນ. 6 ພວກເຮົາໄດ້ຮັບຄວາມສາມາດ*ຕ່າງກັນຕາມຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ ດັ່ງນັ້ນ ຖ້າຜູ້ໃດມີຄວາມສາມາດໃນການພະຍາກອນ ກໍໃຫ້ພະຍາກອນຕາມຂະໜາດຂອງຄວາມເຊື່ອທີ່ພະເຈົ້າໃຫ້. 7 ຖ້າຜູ້ໃດມີຄວາມສາມາດໃນການຮັບໃຊ້ ກໍໃຫ້ຮັບໃຊ້ເຕັມທີ. ຖ້າຜູ້ໃດມີຄວາມສາມາດໃນການສອນ ກໍໃຫ້ທຸ່ມເທໃນການສອນ. 8 ຖ້າຜູ້ໃດມີຄວາມສາມາດໃນການໃຫ້ກຳລັງໃຈ* ກໍໃຫ້ລາວໃຫ້ກຳລັງໃຈ*ຄົນອື່ນ. ຖ້າຜູ້ໃດມີຄວາມສາມາດໃນການໃຫ້ ກໍໃຫ້ລາວໃຫ້ດ້ວຍຄວາມໃຈກວ້າງ. ຖ້າຜູ້ໃດມີຄວາມສາມາດໃນການນຳໜ້າ ກໍໃຫ້ນຳໜ້າຢ່າງຈິງຈັງ. ຖ້າຜູ້ໃດເປັນຄົນເມດຕາ ກໍໃຫ້ສະແດງຄວາມເມດຕາດ້ວຍຄວາມຍິນດີ.
9 ໃຫ້ຮັກຄົນອື່ນດ້ວຍຄວາມຈິງໃຈ ໃຫ້ກຽດຊັງສິ່ງທີ່ຊົ່ວ ແລະໃຫ້ຍຶດໝັ້ນກັບສິ່ງທີ່ດີ. 10 ໃຫ້ຮັກກັນແບບພີ່ນ້ອງ. ໃຫ້ເປັນຝ່າຍເລີ່ມຕົ້ນໃຫ້ກຽດຄົນອື່ນກ່ອນ. 11 ໃຫ້ເປັນຄົນດຸໝັ່ນ ຢ່າຂີ້ຄ້ານ. ໃຫ້ພະລັງຂອງພະເຈົ້າກະຕຸ້ນພວກເຈົ້າໃຫ້ມີໃຈກະຕືລືລົ້ນ. ໃຫ້ຮັບໃຊ້ພະເຢໂຫວາຄືກັບທາດ. 12 ໃຫ້ມີຄວາມສຸກກັບຄວາມຫວັງ. ໃຫ້ອົດທົນເມື່ອພົບຄວາມທຸກລຳບາກ. ໃຫ້ອະທິດຖານເລື້ອຍໆ. 13 ໃຫ້ແບ່ງປັນສິ່ງຕ່າງໆກັບພີ່ນ້ອງ*ຕາມຄວາມຈຳເປັນຂອງພວກເຂົາ. ໃຫ້ມີນ້ຳໃຈຕ້ອນຮັບແຂກ. 14 ໃຫ້ອວຍພອນຄົນທີ່ຂົ່ມເຫງພວກເຈົ້າ. ໃຫ້ອວຍພອນແລະຢ່າສາບແຊ່ງຜູ້ໃດ. 15 ໃຫ້ມີຄວາມສຸກກັບຄົນທີ່ມີຄວາມສຸກ. ຮ້ອງໄຫ້ກັບຄົນທີ່ຮ້ອງໄຫ້. 16 ໃຫ້ພວກເຈົ້າເບິ່ງຄົນອື່ນຄືກັບທີ່ເບິ່ງຕົວເອງ. ຢ່າຄິດມັກໃຫຍ່ໃຝ່ສູງ ແຕ່ໃຫ້ຖ່ອມຕົວລົງ. ຢ່າຖືວ່າຕົວເອງສະຫຼາດ.
17 ຢ່າເຮັດຊົ່ວຕອບແທນຄວາມຊົ່ວຕໍ່ຜູ້ໃດ ແຕ່ພະຍາຍາມເຮັດສິ່ງທີ່ຄົນອື່ນເຫັນວ່າດີ. 18 ໃຫ້ພວກເຈົ້າພະຍາຍາມເຕັມທີທີ່ຈະຢູ່ຢ່າງສະຫງົບສຸກກັບທຸກຄົນ. 19 ພີ່ນ້ອງທີ່ຮັກ ຢ່າແກ້ແຄ້ນດ້ວຍຕົວເອງ ປ່ອຍໃຫ້ພະເຈົ້າສະແດງຄວາມຄຽດຮ້າຍຕໍ່ພວກເຂົາດີກວ່າ ເພາະພະຄຳພີບອກໄວ້ວ່າ: “ພະເຢໂຫວາບອກວ່າ ‘ການແກ້ແຄ້ນເປັນໜ້າທີ່ຂອງເຮົາ ເຮົາຈະເປັນຜູ້ຕອບແທນເອງ.’” 20 ແຕ່ “ຖ້າສັດຕູຂອງເຈົ້າຫິວ ກໍເອົາໃຫ້ລາວກິນ. ຖ້າລາວຫິວນ້ຳ ກໍເອົາໃຫ້ລາວດື່ມ. ເມື່ອເຮັດແບບນີ້ ກໍຄືກັບເຈົ້າກອງຖ່ານໄຟໄວ້ຢູ່ເທິງຫົວລາວ.”* 21 ຢ່າໃຫ້ຄວາມຊົ່ວຊະນະເຈົ້າໄດ້ ແຕ່ໃຫ້ເອົາຊະນະຄວາມຊົ່ວດ້ວຍຄວາມດີ.