ໂຣມ
5 ດັ່ງນັ້ນ ເມື່ອພະເຈົ້າຖືວ່າພວກເຮົາເປັນທີ່ຍອມຮັບຂອງພະອົງ*ແລ້ວຍ້ອນພວກເຮົາມີຄວາມເຊື່ອ ກໍໃຫ້ພວກເຮົາຮັກສາສາຍສຳພັນທີ່ດີ*ກັບພະເຈົ້າໄວ້ ເຊິ່ງພວກເຮົາໄດ້ມາໂດຍທາງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ 2 ແລະດ້ວຍຄວາມເຊື່ອໃນພະເຢຊູ ພວກເຮົາຈຶ່ງໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຄືກັບທີ່ພວກເຮົາໄດ້ຮັບຢູ່ຕອນນີ້ ແລະໃຫ້ພວກເຮົາມີຄວາມສຸກທີ່ມີຄວາມຫວັງທີ່ວ່າພະເຈົ້າຈະແຕ່ງຕັ້ງພວກເຮົາໃຫ້ມີຕຳແໜ່ງທີ່ສູງສົ່ງ. 3 ໃຫ້ພວກເຮົາມີຄວາມສຸກຄືກັນເມື່ອພົບຄວາມທຸກລຳບາກ ຍ້ອນພວກເຮົາຮູ້ວ່າຄວາມທຸກລຳບາກຝຶກພວກເຮົາໃຫ້ມີຄວາມອົດທົນ 4 ເມື່ອພວກເຮົາມີຄວາມອົດທົນກໍເຮັດໃຫ້ພະເຈົ້າພໍໃຈ ເມື່ອພະເຈົ້າພໍໃຈກໍເຮັດໃຫ້ພວກເຮົາມີຄວາມຫວັງ 5 ແລະພວກເຮົາໝັ້ນໃຈວ່າຄວາມຫວັງນັ້ນຈະເປັນຈິງແນ່ນອນ ຍ້ອນພະເຈົ້າໃຫ້ພະລັງບໍລິສຸດຂອງພະອົງແກ່ພວກເຮົາເພື່ອສະແດງວ່າພະອົງຮັກພວກເຮົາ.
6 ທີ່ຈິງ ຕອນທີ່ພວກເຮົາຍັງຊ່ວຍເຫຼືອຕົວເອງບໍ່ໄດ້ນັ້ນ ພະຄລິດມາຕາຍເພື່ອຄົນບາບແບບພວກເຮົາຕາມເວລາທີ່ພະເຈົ້າກຳນົດໄວ້. 7 ເກືອບຈະບໍ່ມີຜູ້ໃດຕາຍແທນຄົນຊື່ກົງ* ແຕ່ອາດຈະມີບາງຄົນຍອມຕາຍແທນຄົນດີ. 8 ແຕ່ພະເຈົ້າສະແດງຄວາມຮັກຕໍ່ພວກເຮົາ ໂດຍໃຫ້ພະຄລິດມາຕາຍແທນພວກເຮົາທັງໆທີ່ພວກເຮົາຍັງເປັນຄົນບາບຢູ່. 9 ໃນເມື່ອຕອນນີ້ພວກເຮົາໄດ້ຮັບການຍອມຮັບຈາກພະເຈົ້າ*ຍ້ອນເລືອດຂອງພະຄລິດ ພວກເຮົາກໍແຮ່ງໝັ້ນໃຈວ່າຈະລອດພົ້ນຈາກຄວາມໃຈຮ້າຍຂອງພະເຈົ້າໄດ້ຢ່າງແນ່ນອນ. 10 ແມ່ນແຕ່ຕອນທີ່ພວກເຮົາເປັນສັດຕູກັບພະເຈົ້າ ການຕາຍຂອງລູກພະອົງຍັງເຮັດໃຫ້ພວກເຮົາຄືນດີກັບພະອົງໄດ້. ຕອນນີ້ພວກເຮົາໄດ້ຄືນດີກັບພະເຈົ້າແລ້ວ ຊີວິດຂອງລູກພະອົງກໍແຮ່ງຈະຊ່ວຍພວກເຮົາໃຫ້ລອດໄດ້ຢ່າງແນ່ນອນ. 11 ບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງມີຄວາມສຸກນຳອີກຍ້ອນມີສາຍສຳພັນທີ່ດີກັບພະເຈົ້າ ເຊິ່ງພວກເຮົາໄດ້ໂດຍທາງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ ເພິ່ນເປີດໂອກາດໃຫ້ພວກເຮົາໄດ້ຄືນດີກັບພະເຈົ້າແລ້ວ.
12 ຍ້ອນແນວນີ້ ບາບໄດ້ເຂົ້າມາໃນໂລກເພາະຄົນຜູ້ດຽວ ແລະຄວາມຕາຍກໍເກີດຂຶ້ນຍ້ອນບາບນັ້ນ ແລ້ວຄວາມຕາຍຈຶ່ງລາມໄປເຖິງທຸກຄົນເພາະທຸກຄົນໄດ້ເຮັດບາບ. 13 ບາບມີຢູ່ໃນໂລກກ່ອນທີ່ຈະມີກົດໝາຍຂອງໂມເຊ ແຕ່ຕອນທີ່ບໍ່ມີກົດໝາຍກໍກ່າວຫາຜູ້ໃດບໍ່ໄດ້ວ່າເຮັດບາບ. 14 ເຖິງຢ່າງນັ້ນ ຄວາມຕາຍກໍມີອຳນາດຄືກະສັດເໜືອທຸກຄົນຕັ້ງແຕ່ອາດາມຈົນຮອດໂມເຊ ເຖິງແມ່ນວ່າຄົນເຫຼົ່ານັ້ນບໍ່ໄດ້ເຮັດບາບຄືອາດາມ ແລະອາດາມມີບາງສິ່ງທີ່ຄ້າຍຄືກັບເພິ່ນຜູ້ນັ້ນທີ່ມາພາຍຫຼັງ.
15 ແຕ່ຂອງຂວັນຈາກພະເຈົ້າໃຫ້ຜົນຕ່າງຈາກການເຮັດຜິດຄັ້ງນັ້ນ* ການເຮັດຜິດຂອງຄົນຜູ້ດຽວເຮັດໃຫ້ຄົນຈຳນວນຫຼາຍຕ້ອງຕາຍ ແຕ່ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າແລະຂອງຂວັນຈາກພະອົງມີຜົນດີຕໍ່ຄົນຈຳນວນຫຼາຍຍິ່ງກວ່ານັ້ນອີກ ພະອົງໃຫ້ຂອງຂວັນນີ້ໂດຍທາງຄົນຜູ້ດຽວ ນັ້ນແມ່ນພະເຢຊູຄລິດທີ່ມີຄວາມກະລຸນາ! 16 ແລະຜົນທີ່ເກີດຈາກຂອງຂວັນນັ້ນກໍແຕກຕ່າງກັບຜົນທີ່ເກີດຈາກການເຮັດບາບຂອງຄົນຜູ້ດຽວ ເພາະການເຮັດຜິດພຽງເທື່ອດຽວເຮັດໃຫ້ເກີດການຕັດສິນລົງໂທດ ແຕ່ຂອງຂວັນນັ້ນເຮັດໃຫ້ພະເຈົ້າຖືວ່າຄົນເຮົາເປັນທີ່ຍອມຮັບຂອງພະອົງ*ໄດ້ທັງໆທີ່ມີການເຮັດຜິດຫຼາຍຄັ້ງ. 17 ຖ້າຄວາມຕາຍມີອຳນາດຄືກະສັດຍ້ອນການເຮັດຜິດຂອງຄົນຜູ້ດຽວ ພວກເຮົາກໍແຮ່ງໝັ້ນໃຈໄດ້ວ່າຈະມີຄົນໄດ້ຊີວິດແລະປົກຄອງເປັນກະສັດຍ້ອນຄົນຜູ້ດຽວ ນັ້ນແມ່ນພະເຢຊູຄລິດ ພວກເຂົາໄດ້ຮັບປະໂຫຍດຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າແລະຈາກຂອງຂວັນທີ່ເຮັດໃຫ້ພວກເຂົາເປັນທີ່ຍອມຮັບຂອງພະອົງ!*
18 ດັ່ງນັ້ນ ຄືກັບທີ່ການເຮັດຜິດພຽງຄັ້ງດຽວເຮັດໃຫ້ຄົນທຸກຊະນິດຖືກຕັດສິນລົງໂທດ ການພິສູດຄວາມສັດຊື່*ພຽງຄັ້ງດຽວກໍເຮັດໃຫ້ຄົນທຸກຊະນິດເປັນທີ່ຍອມຮັບຂອງພະເຈົ້າ*ແລະຍ້ອນແນວນັ້ນພວກເຂົາຈຶ່ງໄດ້ຊີວິດ. 19 ແລະຄືກັບທີ່ການບໍ່ເຊື່ອຟັງຂອງຄົນຜູ້ດຽວເຮັດໃຫ້ຄົນຈຳນວນຫຼາຍເປັນຄົນບາບ ການເຊື່ອຟັງຂອງຄົນຜູ້ດຽວກໍເຮັດໃຫ້ຄົນຈຳນວນຫຼາຍເປັນທີ່ຍອມຮັບຂອງພະເຈົ້າ.* 20 ພະເຈົ້າໃຫ້ມີກົດໝາຍຂອງໂມເຊກໍເພື່ອເຮັດໃຫ້ຄວາມຜິດຂອງຄົນເຮົາເຫັນໄດ້ແຈ້ງຂຶ້ນ ແລະເມື່ອບາບເຫັນໄດ້ແຈ້ງຂຶ້ນ ຄວາມກະລຸນາທີ່ຍິ່ງໃຫຍ່ກໍແຮ່ງເຫັນໄດ້ແຈ້ງຂຶ້ນຕື່ມອີກ. 21 ເພື່ອຫຍັງ? ກໍເພື່ອໃຫ້ຄວາມກະລຸນາທີ່ຍິ່ງໃຫຍ່ມີອຳນາດປົກຄອງຄືກະສັດ ຄືກັບທີ່ບາບແລະຄວາມຕາຍເຄີຍມີອຳນາດຄືກະສັດ. ດ້ວຍຄວາມກະລຸນານີ້ ຄົນເຮົາຈຶ່ງເປັນທີ່ຍອມຮັບຂອງພະເຈົ້າ*ແລະໄດ້ຊີວິດຕະຫຼອດໄປໂດຍທາງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.