ໂຣມ
7 ພີ່ນ້ອງເອີຍ ພວກເຈົ້າບໍ່ຮູ້ບໍວ່າກົດໝາຍຂອງໂມເຊມີອຳນາດເໜືອຄົນເຮົາສະເພາະຕອນທີ່ລາວຍັງມີຊີວິດຢູ່? (ຍ້ອນຂ້ອຍກຳລັງເວົ້າກັບຄົນທີ່ຮູ້ເລື່ອງກົດໝາຍ) 2 ເຊັ່ນ: ຜູ້ຍິງທີ່ແຕ່ງດອງແລ້ວມີຂໍ້ຜູກມັດທາງກົດໝາຍຕອນທີ່ຜົວຍັງມີຊີວິດຢູ່ ແຕ່ຖ້າຜົວຕາຍແລ້ວ ລາວກໍພົ້ນຈາກກົດຂອງຜົວ. 3 ດັ່ງນັ້ນ ຕອນທີ່ຜົວຂອງລາວຍັງມີຊີວິດຢູ່ ຖ້າລາວແຕ່ງດອງກັບຜູ້ຊາຍຄົນອື່ນ ລາວກໍໄດ້ຊື່ວ່າເປັນຜູ້ຍິງມີຊູ້ ແຕ່ຖ້າຜົວຕາຍ ລາວກໍພົ້ນຈາກກົດຂອງຜົວ ຖ້າລາວແຕ່ງດອງກັບຜູ້ຊາຍຄົນອື່ນ ກໍບໍ່ຖືວ່າລາວມີຊູ້.
4 ດັ່ງນັ້ນ ພີ່ນ້ອງເອີຍ ພວກເຈົ້າພົ້ນຈາກອຳນາດກົດໝາຍຂອງໂມເຊ*ແລ້ວຍ້ອນພະຄລິດສະລະຮ່າງກາຍເປັນເຄື່ອງບູຊາ ພວກເຈົ້າຈຶ່ງເປັນຂອງພະຄລິດຜູ້ທີ່ຄືນມາຈາກຕາຍ ເພື່ອພວກເຮົາຈະເຮັດສິ່ງທີ່ພະເຈົ້າພໍໃຈ. 5 ຕອນທີ່ພວກເຮົາໃຊ້ຊີວິດຕາມຄວາມຕ້ອງການຂອງຮ່າງກາຍ ຕັນຫາຊົ່ວທີ່ເຮັດວຽກຢູ່ໃນຕົວ*ພວກເຮົາກະຕຸ້ນພວກເຮົາໃຫ້ເຮັດສິ່ງທີ່ນຳໄປສູ່ຄວາມຕາຍ ຕັນຫານັ້ນເຫັນໄດ້ແຈ້ງຂຶ້ນຍ້ອນກົດໝາຍຂອງໂມເຊ. 6 ແຕ່ດຽວນີ້ພວກເຮົາບໍ່ໄດ້ຢູ່ໃຕ້ກົດໝາຍນັ້ນ ຍ້ອນກົດໝາຍນັ້ນບໍ່ມີອຳນາດຄວບຄຸມພວກເຮົາແລ້ວ.* ດັ່ງນັ້ນ ພວກເຮົາຄວນເປັນທາດບໍ່ແມ່ນຍ້ອນວ່າກົດໝາຍຂອງໂມເຊຊີ້ນຳ ແຕ່ພວກເຮົາເປັນທາດຍ້ອນພະລັງຂອງພະເຈົ້າຊີ້ນຳ.
7 ຖ້າເປັນແນວນັ້ນ ພວກເຮົາຈະວ່າແນວໃດ? ກົດໝາຍຂອງໂມເຊບົກພ່ອງບໍ?* ບໍ່ແມ່ນ! ທີ່ຈິງ ຖ້າບໍ່ມີກົດໝາຍນັ້ນ ຂ້ອຍຄືຊິບໍ່ຮູ້ວ່າບາບແມ່ນຫຍັງ ເຊັ່ນ: ຖ້າກົດໝາຍນັ້ນບໍ່ໄດ້ສັ່ງວ່າ: “ຢ່າໂລບ.” ຂ້ອຍກໍຄືຊິບໍ່ຮູ້ວ່າຄວາມໂລບເປັນບາບ. 8 ບາບກໍສວຍໂອກາດຈາກກົດໝາຍຂອງໂມເຊເພື່ອຊັກຈູງຂ້ອຍໃຫ້ເກີດຄວາມໂລບທຸກຮູບແບບ ແຕ່ເມື່ອບໍ່ມີກົດໝາຍ ບາບກໍເຮັດຫຍັງບໍ່ໄດ້. 9 ທີ່ຈິງ ຕອນທີ່ຍັງບໍ່ມີກົດໝາຍ ຂ້ອຍເຄີຍຫວັງຈະໄດ້ຊີວິດ ແຕ່ເມື່ອມີກົດໝາຍຂອງໂມເຊ ຂ້ອຍກໍຮູ້ວ່າຂ້ອຍເປັນຄົນບາບແລະຕ້ອງຕາຍ. 10 ແລະກົດໝາຍນັ້ນທີ່ຄວນຈະໃຫ້ຊີວິດ ພັດເຮັດໃຫ້ຂ້ອຍຮູ້ວ່າຂ້ອຍຕ້ອງຕາຍ. 11 ຍ້ອນບາບສວຍໂອກາດຈາກກົດໝາຍນັ້ນເພື່ອຊັກຈູງຂ້ອຍແລະຂ້າຂ້ອຍ. 12 ດັ່ງນັ້ນ ທີ່ຈິງແລ້ວກົດໝາຍຂອງໂມເຊບໍລິສຸດ ຍຸຕິທຳ ແລະດີ.
13 ຖ້າເປັນແນວນັ້ນ ສິ່ງທີ່ດີ*ເຮັດໃຫ້ຂ້ອຍຕ້ອງຕາຍບໍ? ບໍ່ແມ່ນແນ່ນອນ! ແຕ່ແມ່ນບາບທີ່ເຮັດ. ໂດຍທາງສິ່ງທີ່ດີ ບາບເຮັດໃຫ້ຂ້ອຍຕ້ອງຕາຍ. ເລື່ອງນີ້ສະແດງໃຫ້ເຫັນວ່າບາບແມ່ນຫຍັງ. ກົດໝາຍຂອງໂມເຊເຮັດໃຫ້ຮູ້ວ່າບາບຊົ່ວຮ້າຍຫຼາຍ. 14 ຍ້ອນພວກເຮົາຮູ້ວ່າກົດໝາຍຂອງໂມເຊມາຈາກພະເຈົ້າ ແຕ່ຂ້ອຍເປັນຄົນບາບທີ່ຖືກຂາຍໃຫ້ເປັນທາດຂອງບາບ. 15 ຂ້ອຍບໍ່ເຂົ້າໃຈຕົວເອງເລີຍວ່າກຳລັງເຮັດຫຍັງຢູ່ ເພາະສິ່ງທີ່ຂ້ອຍຢາກເຮັດ ຂ້ອຍກໍບໍ່ເຮັດ ແຕ່ຂ້ອຍພັດໄປເຮັດສິ່ງທີ່ຂ້ອຍກຽດຊັງ. 16 ແຕ່ຖ້າຂ້ອຍເຮັດສິ່ງທີ່ຂ້ອຍບໍ່ຢາກເຮັດ ນັ້ນສະແດງວ່າຂ້ອຍເຫັນດີວ່າກົດໝາຍຂອງໂມເຊນັ້ນດີ. 17 ຜູ້ທີ່ເຮັດສິ່ງເຫຼົ່ານີ້ບໍ່ແມ່ນຕົວຂ້ອຍອີກແລ້ວ ແຕ່ແມ່ນບາບທີ່ຢູ່ໃນຕົວຂ້ອຍ. 18 ຂ້ອຍຮູ້ວ່າໃນຕົວຂ້ອຍທີ່ເປັນຄົນບາບນັ້ນບໍ່ມີຫຍັງດີເລີຍ ຂ້ອຍຢາກຈະເຮັດດີ ແຕ່ກໍເຮັດບໍ່ໄດ້ໃນສິ່ງທີ່ຢາກເຮັດ. 19 ຄວາມດີທີ່ຂ້ອຍຢາກເຮັດ ຂ້ອຍພັດບໍ່ເຮັດ ແຕ່ຄວາມຊົ່ວທີ່ຂ້ອຍບໍ່ຢາກເຮັດ ຂ້ອຍພັດເຮັດເລື້ອຍໆ. 20 ດັ່ງນັ້ນ ຖ້າຂ້ອຍເຮັດສິ່ງທີ່ຂ້ອຍບໍ່ຢາກເຮັດ ສະແດງວ່າບໍ່ແມ່ນຕົວຂ້ອຍເປັນຄົນເຮັດ ແຕ່ແມ່ນບາບທີ່ຢູ່ໃນຕົວຂ້ອຍທີ່ເຮັດ.
21 ດັ່ງນັ້ນ ຂ້ອຍເຫັນວ່າມີກົດຂໍ້ໜຶ່ງຢູ່ໃນຕົວຂ້ອຍ ນັ້ນແມ່ນ ເມື່ອຂ້ອຍຢາກເຮັດສິ່ງທີ່ຖືກຕ້ອງ ສິ່ງຊົ່ວກໍຢູ່ໃນຕົວຂ້ອຍ. 22 ທີ່ຈິງແລ້ວໃຈຂ້ອຍມັກກົດໝາຍຂອງພະເຈົ້າຫຼາຍແທ້ໆ 23 ແຕ່ຂ້ອຍເຫັນກົດອີກຢ່າງໜຶ່ງໃນຮ່າງກາຍ*ທີ່ຕໍ່ສູ້ກັບກົດໃນໃຈຂ້ອຍ ແລະເຮັດໃຫ້ຂ້ອຍຕົກຢູ່ໃຕ້ບັງຄັບກົດຂອງບາບທີ່ຢູ່ໃນຮ່າງກາຍ*ຂ້ອຍ. 24 ຂ້ອຍຈັ່ງແມ່ນເປັນຕາໜ້າສົມເພດ ຜູ້ໃດຈະຊ່ວຍຂ້ອຍໃຫ້ພົ້ນຈາກຮ່າງກາຍທີ່ຕ້ອງຕາຍໄດ້ນີ້? 25 ຂໍຂອບໃຈພະເຈົ້າຜ່ານທາງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ! ດັ່ງນັ້ນ ໃຈຂ້ອຍເປັນທາດກົດໝາຍຂອງພະເຈົ້າ ແຕ່ຮ່າງກາຍຂ້ອຍເປັນທາດກົດຂອງບາບ.