ໂຣມ
8 ດັ່ງນັ້ນ ຜູ້ທີ່ເປັນອັນໜຶ່ງອັນດຽວກັບພະຄລິດເຢຊູຈະບໍ່ຖືກຕັດສິນລົງໂທດ. 2 ຍ້ອນກົດຂອງພະລັງຂອງພະເຈົ້າທີ່ໃຫ້ຊີວິດແກ່ຄົນທີ່ເປັນອັນໜຶ່ງອັນດຽວກັບພະຄລິດເຢຊູນັ້ນໄດ້ເຮັດໃຫ້ເຈົ້າຫຼຸດພົ້ນຈາກກົດຂອງບາບແລະຄວາມຕາຍແລ້ວ. 3 ສິ່ງທີ່ກົດໝາຍຂອງໂມເຊເຮັດບໍ່ໄດ້ຍ້ອນຄວາມບໍ່ສົມບູນແບບຂອງມະນຸດນັ້ນ ພະເຈົ້າໄດ້ເຮັດແລ້ວໂດຍສົ່ງລູກຂອງພະອົງມາໃນສະພາບຄືກັບມະນຸດທີ່ມີບາບ ເພື່ອກຳຈັດບາບແລະຕັດສິນລົງໂທດບາບທີ່ຢູ່ໃນຮ່າງກາຍມະນຸດ 4 ພວກເຮົາຈຶ່ງເຮັດສິ່ງທີ່ດີແລະຖືກຕ້ອງແບບທີ່ກົດໝາຍຂອງໂມເຊຮຽກຮ້ອງໄດ້ ໂດຍການໃຊ້ຊີວິດຕາມທີ່ພະລັງຂອງພະເຈົ້າຊີ້ນຳ ບໍ່ແມ່ນຕາມຄວາມຕ້ອງການຂອງຮ່າງກາຍ. 5 ຄົນທີ່ໃຊ້ຊີວິດຕາມຄວາມຕ້ອງການຂອງຮ່າງກາຍກໍມີແຕ່ຄິດເຖິງສິ່ງທີ່ສະໜອງຄວາມຕ້ອງການຂອງຮ່າງກາຍ ແຕ່ຄົນທີ່ໃຊ້ຊີວິດຕາມທີ່ພະລັງຂອງພະເຈົ້າຊີ້ນຳກໍສົນໃຈແຕ່ສິ່ງທີ່ພະລັງນັ້ນຢາກໃຫ້ເຮັດ. 6 ການສົນໃຈແຕ່ຄວາມຕ້ອງການຂອງຮ່າງກາຍຈະຈົບລົງດ້ວຍຄວາມຕາຍ ແຕ່ການສົນໃຈແຕ່ສິ່ງທີ່ກ່ຽວກັບພະລັງຂອງພະເຈົ້ານັ້ນຈະເຮັດໃຫ້ໄດ້ຊີວິດແລະສັນຕິສຸກ 7 ຍ້ອນຄົນທີ່ສົນໃຈແຕ່ຄວາມຕ້ອງການຂອງຮ່າງກາຍກໍເປັນສັດຕູກັບພະເຈົ້າ ເພາະພວກເຂົາບໍ່ເຊື່ອຟັງກົດໝາຍຂອງພະເຈົ້າ ແລະແທ້ໆແລ້ວຈະບໍ່ມີທາງເຊື່ອຟັງໄດ້ເລີຍ. 8 ດັ່ງນັ້ນ ຄົນທີ່ໃຊ້ຊີວິດຕາມຄວາມຕ້ອງການຂອງຮ່າງກາຍຈຶ່ງເຮັດໃຫ້ພະເຈົ້າພໍໃຈບໍ່ໄດ້.
9 ຖ້າພະລັງຂອງພະເຈົ້າຢູ່ໃນຕົວພວກເຈົ້າແທ້ໆ ພວກເຈົ້າກໍຈະໃຊ້ຊີວິດຕາມທີ່ພະລັງນັ້ນຊີ້ນຳ ບໍ່ແມ່ນຕາມຄວາມຕ້ອງການຂອງຮ່າງກາຍ. ແຕ່ຖ້າຜູ້ໃດບໍ່ມີນ້ຳໃຈແບບພະຄລິດ ຜູ້ນັ້ນກໍບໍ່ແມ່ນຄົນຂອງເພິ່ນ. 10 ຖ້າພວກເຈົ້າເປັນອັນໜຶ່ງອັນດຽວກັບພະຄລິດ ເຖິງວ່າຮ່າງກາຍຂອງພວກເຈົ້າຈະຕາຍໄປຍ້ອນບາບ ພະລັງຂອງພະເຈົ້າກໍຈະເຮັດໃຫ້ມີຊີວິດຍ້ອນພວກເຈົ້າເປັນທີ່ຍອມຮັບຂອງພະອົງ.* 11 ພະເຈົ້າໃຊ້ພະລັງຂອງພະອົງປຸກພະຄລິດເຢຊູໃຫ້ຄືນມາຈາກຕາຍ ຖ້າພະລັງນັ້ນຢູ່ໃນຕົວພວກເຈົ້າ ພະອົງກໍຈະໃຊ້ພະລັງນັ້ນເຮັດໃຫ້ພວກເຈົ້າມີຊີວິດ*ອີກ.
12 ດັ່ງນັ້ນ ພີ່ນ້ອງເອີຍ ພວກເຮົາຕ້ອງບໍ່ໃຊ້ຊີວິດຕາມຄວາມຕ້ອງການຂອງຮ່າງກາຍ 13 ເພາະຖ້າພວກເຈົ້າໃຊ້ຊີວິດຕາມຄວາມຕ້ອງການຂອງຮ່າງກາຍ ພວກເຈົ້າຈະຕາຍແນ່ນອນ ແຕ່ຖ້າພວກເຈົ້າເຊົາເຮັດບາບຢ່າງເດັດຂາດໂດຍຄວາມຊ່ວຍເຫຼືອຈາກພະລັງຂອງພະເຈົ້າ ພວກເຈົ້າຈະມີຊີວິດ. 14 ພະລັງຂອງພະເຈົ້ານຳທາງຜູ້ໃດ ຜູ້ນັ້ນກໍເປັນລູກຂອງພະອົງ. 15 ພະລັງຂອງພະເຈົ້າບໍ່ໄດ້ເຮັດໃຫ້ພວກເຮົາຕົກເປັນທາດຫຼືຕ້ອງຢ້ານອີກ ແຕ່ເຮັດໃຫ້ພວກເຮົາຖືກຮັບເປັນລູກແລະດ້ວຍພະລັງນີ້ພວກເຮົາຈຶ່ງເອີ້ນພະເຈົ້າວ່າ: “ອັບບາ!”* ເຊິ່ງໝາຍເຖິງ “ພໍ່.” 16 ພະລັງຂອງພະເຈົ້າຢືນຢັນໃຫ້ພວກເຮົາໝັ້ນໃຈວ່າພວກເຮົາເປັນລູກຂອງພະເຈົ້າ. 17 ແລະຖ້າພວກເຮົາເປັນລູກ ພວກເຮົາກໍເປັນຜູ້ຮັບມໍລະດົກຄືກັນ ນັ້ນແມ່ນເປັນຜູ້ຮັບມໍລະດົກຈາກພະເຈົ້າແລະເປັນຜູ້ຮັບມໍລະດົກຮ່ວມກັບພະຄລິດ ຖ້າພວກເຮົາທົນທຸກຮ່ວມກັບພະຄລິດ ພວກເຮົາກໍຈະໄດ້ຮັບຖານະທີ່ສູງສົ່ງຮ່ວມກັບເພິ່ນຄືກັນ.
18 ຂ້ອຍຖືວ່າການທົນທຸກໃນຕອນນີ້ທຽບບໍ່ໄດ້ເລີຍກັບລາງວັນທີ່ຍິ່ງໃຫຍ່ຂອງພວກເຮົາ ເຊິ່ງພະເຈົ້າຈະເປີດເຜີຍໃຫ້ເຫັນໃນອະນາຄົດ. 19 ສິ່ງທີ່ພະເຈົ້າສ້າງ*ກຳລັງຕັ້ງໃຈລໍຖ້າເວລາທີ່ຈະເຫັນພວກລູກຂອງພະເຈົ້າໄດ້ຮັບລາງວັນທີ່ຍິ່ງໃຫຍ່ນັ້ນ. 20 ສິ່ງທີ່ພະເຈົ້າສ້າງຕົກຢູ່ໃນສະພາບທີ່ໄຮ້ປະໂຫຍດ ບໍ່ແມ່ນຍ້ອນພວກເຂົາເລືອກເອງ ແຕ່ຍ້ອນພະອົງເຮັດໃຫ້ຕົກຢູ່ໃນສະພາບນັ້ນພ້ອມກັບໃຫ້ຄວາມຫວັງນຳວ່າ 21 ສິ່ງທີ່ພະເຈົ້າສ້າງຈະໄດ້ຮັບການປົດປ່ອຍຈາກການເປັນທາດຂອງຄວາມເນົ່າເປື່ອຍ ແລະມີເສລີພາບທີ່ງົດງາມແບບທີ່ລູກຂອງພະເຈົ້າມີ. 22 ພວກເຮົາຮູ້ວ່າສິ່ງທີ່ພະເຈົ້າສ້າງທັງໝົດເຈັບປວດແລະຄ່ຳຄວນມາຈົນຮອດຕອນນີ້. 23 ນອກຈາກນັ້ນ ພວກເຮົາທີ່ໄດ້ຮັບລາງວັນສ່ວນທຳອິດ*ເຊິ່ງແມ່ນພະລັງບໍລິສຸດ ກໍຄ່ຳຄວນຢູ່ໃນໃຈຂະນະທີ່ຕັ້ງໃຈລໍຖ້າໃຫ້ພະເຈົ້າຮັບພວກເຮົາເປັນລູກ. ພະອົງເຮັດໄດ້ແບບນີ້ຍ້ອນພະຄລິດຈ່າຍຄ່າໄຖ່ເພື່ອປົດປ່ອຍພວກເຮົາຈາກຮ່າງກາຍນີ້. 24 ພວກເຮົາມີຄວາມຫວັງນີ້ເມື່ອພະເຈົ້າຊ່ວຍພວກເຮົາໃຫ້ພົ້ນຈາກບາບ ແຕ່ຖ້າຜູ້ໃດໄດ້ຮັບສິ່ງທີ່ຫວັງໄວ້ແລ້ວລາວຄືຊິບໍ່ຕ້ອງຫວັງອີກ ແມ່ນບໍ? ເພາະຖ້າຜູ້ໃດໄດ້ຮັບສິ່ງໜຶ່ງແລ້ວ ລາວຍັງຈະລໍຖ້າສິ່ງນັ້ນອີກຢູ່ບໍ? 25 ແຕ່ຖ້າພວກເຮົາຫວັງໃນສິ່ງທີ່ຍັງບໍ່ໄດ້ຮັບ ພວກເຮົາຈະລໍຖ້າສິ່ງນັ້ນດ້ວຍຄວາມອົດທົນ.
26 ແລະພະລັງຂອງພະເຈົ້າກໍຊ່ວຍພວກເຮົາຄືກັນໃນສ່ວນທີ່ພວກເຮົາອ່ອນແອ ເພາະເມື່ອອະທິດຖານ ບາງຄັ້ງພວກເຮົາບໍ່ຮູ້ວ່າຄວນຂໍຫຍັງດີ ແຕ່ພະລັງຂອງພະເຈົ້າຈະຂໍແທນພວກເຮົາຕອນທີ່ພວກເຮົາຄ່ຳຄວນບໍ່ເປັນຄຳເວົ້າ. 27 ແຕ່ພະເຈົ້າຜູ້ກວດເບິ່ງຫົວໃຈຮູ້ວ່າພະລັງຂອງພະອົງກຳລັງຂໍຫຍັງໃຫ້ພວກຜູ້ບໍລິສຸດ ຍ້ອນສິ່ງທີ່ຂໍນັ້ນສອດຄ່ອງກັບຄວາມຕ້ອງການຂອງພະອົງ.
28 ພວກເຮົາຮູ້ວ່າພະເຈົ້າເຮັດທຸກສິ່ງປະສານກັນເພື່ອປະໂຫຍດຂອງຄົນທີ່ຮັກພະອົງ ນັ້ນແມ່ນຄົນທີ່ຖືກເອີ້ນຕາມຄວາມຕ້ອງການຂອງພະອົງ 29 ຍ້ອນພວກເຂົາເປັນຄົນທີ່ພະເຈົ້າເອົາໃຈໃສ່ເປັນກຸ່ມທຳອິດ ແລະກຳນົດໄວ້ລ່ວງໜ້າໃຫ້ມີລັກສະນະຄືກັບພະຄລິດລູກຂອງພະອົງ ພະຄລິດຈະໄດ້ເປັນອ້າຍກົກໃນທ່າມກາງພວກນ້ອງຂອງເພິ່ນ. 30 ແລະຄົນກຸ່ມນັ້ນທີ່ພະເຈົ້າກຳນົດໄວ້ລ່ວງໜ້າກໍແມ່ນຄົນທີ່ພະອົງເອີ້ນ ແລະຄົນທີ່ພະອົງເອີ້ນກໍແມ່ນຄົນທີ່ພະອົງຖືວ່າເປັນທີ່ຍອມຮັບ* ແລະຄົນທີ່ພະອົງຖືວ່າເປັນທີ່ຍອມຮັບກໍແມ່ນຄົນທີ່ພະອົງໃຫ້ກຽດ.
31 ຖ້າເປັນແນວນັ້ນ ພວກເຮົາຈະວ່າແນວໃດໃນເລື່ອງນີ້? ຖ້າພະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້? 32 ພະອົງບໍ່ໄດ້ຫວງແມ່ນແຕ່ລູກຂອງພະອົງເອງ ແຕ່ຍອມໃຫ້ລູກມາຕາຍເພື່ອພວກເຮົາທຸກຄົນ. ຖ້າເປັນແນວນັ້ນ ເປັນຫຍັງພະອົງກັບລູກຂອງພະອົງຈະບໍ່ຍິນດີໃຫ້ສິ່ງອື່ນໆທັງໝົດແກ່ເຮົາ? 33 ຜູ້ໃດຈະຟ້ອງຮ້ອງຄົນທີ່ພະເຈົ້າເລືອກໄວ້? ພະອົງເອງເປັນຜູ້ທີ່ບອກວ່າພວກເຂົາເປັນຝ່າຍຖືກ. 34 ຜູ້ໃດຈະກ່າວໂທດພວກເຂົາໄດ້? ພະຄລິດເຢຊູມາຕາຍແລະຖືກປຸກໃຫ້ຄືນມາຈາກຕາຍແລ້ວ ຕອນນີ້ເພິ່ນຢູ່ເບື້ອງຂວາມືຂອງພະເຈົ້າແລະຊ່ວຍເວົ້າແທນພວກເຮົາຢູ່.
35 ຈະມີຫຍັງມາຂັດຂວາງພະຄລິດບໍ່ໃຫ້ຮັກພວກເຮົາໄດ້ບໍ? ຈະແມ່ນຄວາມທຸກລຳບາກ ຄວາມທຸກໃຈ ການຂົ່ມເຫງ ຄວາມຫິວ ການເປືອຍກາຍ ໄພອັນຕະລາຍ ຫຼືດາບບໍ? 36 ຄືກັບທີ່ພະຄຳພີບອກໄວ້ວ່າ: “ພວກເຮົາຍອມສ່ຽງຕາຍຕະຫຼອດເວລາເພື່ອເຫັນແກ່ພະອົງ ພວກເຂົາຖືວ່າພວກເຮົາເປັນຄືກັບແກະທີ່ເອົາໄວ້ຂ້າ.” 37 ເຖິງແມ່ນວ່າຕ້ອງເຈິກັບເຫດການທັງໝົດນີ້ ພວກເຮົາກໍຜ່ານມັນມາໄດ້ແລະໄດ້ຮັບໄຊຊະນະຢ່າງເດັດຂາດດ້ວຍຄວາມຊ່ວຍເຫຼືອຈາກຜູ້ນັ້ນທີ່ຮັກພວກເຮົາ. 38 ຂ້ອຍໝັ້ນໃຈວ່າ ບໍ່ວ່າຄວາມຕາຍ ຫຼືຊີວິດ ຫຼືທູດສະຫວັນ ຫຼືລັດຖະບານ ຫຼືສິ່ງທີ່ມີຢູ່ຕອນນີ້ ຫຼືສິ່ງທີ່ຈະມີໃນອະນາຄົດ ຫຼືອຳນາດ 39 ຫຼືຄວາມສູງ ຫຼືຄວາມເລິກ ຫຼືສິ່ງອື່ນໆທີ່ຖືກສ້າງຂຶ້ນມາ ຈະບໍ່ມີທາງຂັດຂວາງຄວາມຮັກທີ່ພະເຈົ້າສະແດງຕໍ່ພວກເຮົາຜ່ານທາງພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາ.