1 ໂກຣິນໂທ
3 ພີ່ນ້ອງເອີຍ ແຕ່ກ່ອນຂ້ອຍບໍ່ສາມາດເວົ້າກັບພວກເຈົ້າຄືເວົ້າກັບຄົນທີ່ໄດ້ຮັບການຊີ້ນຳຈາກພະລັງຂອງພະເຈົ້າ ແຕ່ຕ້ອງເວົ້າກັບພວກເຈົ້າຄືເວົ້າກັບຄົນທີ່ຄິດແບບໂລກຫຼືຄົນທີ່ຍັງເປັນເດັກນ້ອຍໃນທາງຂອງພະຄລິດ. 2 ຂ້ອຍຈຶ່ງຕ້ອງລ້ຽງພວກເຈົ້າດ້ວຍນ້ຳນົມບໍ່ແມ່ນອາຫານແຂງ ຕອນນັ້ນພວກເຈົ້າຍັງກິນອາຫານແຂງບໍ່ໄດ້ ແຕ່ທີ່ຈິງຕອນນີ້ພວກເຈົ້າກໍຍັງກິນບໍ່ໄດ້ 3 ຍ້ອນພວກເຈົ້າຍັງເປັນຄົນທີ່ຄິດແບບໂລກ ໃນເມື່ອພວກເຈົ້າຍັງອິດສາກັນແລະຜິດຖຽງກັນ ພວກເຈົ້າກໍເປັນຄົນທີ່ຄິດແບບໂລກ ແລະເຮັດຄືກັບຄົນທົ່ວໄປບໍ່ແມ່ນບໍ? 4 ເພາະເມື່ອຄົນໜຶ່ງເວົ້າວ່າ: “ຂ້ອຍເປັນລູກສິດໂປໂລ” ອີກຄົນໜຶ່ງເວົ້າວ່າ “ຂ້ອຍເປັນລູກສິດອາໂປໂລ” ພວກເຈົ້າກໍເຮັດຄືກັບຄົນທົ່ວໄປໃນໂລກບໍ່ແມ່ນບໍ?
5 ແລ້ວອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ພວກເຮົາກໍເປັນພຽງຜູ້ຮັບໃຊ້ທີ່ຊ່ວຍພວກເຈົ້າໃຫ້ມາເປັນລູກສິດຕາມທີ່ພວກເຮົາແຕ່ລະຄົນໄດ້ຮັບມອບໝາຍຈາກຜູ້ເປັນນາຍເທົ່ານັ້ນ. 6 ຂ້ອຍເປັນຄົນປູກ ອາໂປໂລເປັນຄົນຫົດນ້ຳ ແຕ່ພະເຈົ້າເປັນຜູ້ເຮັດໃຫ້ເຕີບໃຫຍ່ 7 ຄົນທີ່ປູກກັບຄົນທີ່ຫົດນ້ຳຈຶ່ງບໍ່ມີຄວາມສຳຄັນຫຍັງ ແຕ່ພະເຈົ້າຜູ້ເຮັດໃຫ້ເຕີບໃຫຍ່ນັ້ນເປັນຜູ້ທີ່ສຳຄັນ. 8 ຄົນທີ່ປູກກັບຄົນທີ່ຫົດນ້ຳກໍມີເປົ້າໝາຍດຽວກັນ ແລະແຕ່ລະຄົນຈະໄດ້ຮັບລາງວັນຕາມວຽກທີ່ລາວເຮັດ. 9 ພວກເຮົາເປັນເພື່ອນຮ່ວມງານຂອງພະເຈົ້າ ພວກເຈົ້າເປັນໄຮ່ນາທີ່ພະເຈົ້າປູກໃສ່ແລະເປັນເຮືອນທີ່ພະອົງສ້າງ.
10 ຂ້ອຍໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າໃຫ້ເປັນຄົນວາງຮາກຖານຄືນາຍຊ່າງທີ່ຊຳນານ ແຕ່ມີຄົນອື່ນມາກໍ່ສ້າງເທິງຮາກຖານນັ້ນ ໃຫ້ແຕ່ລະຄົນລະວັງໃຫ້ດີວ່າຈະກໍ່ສ້າງແນວໃດເທິງຮາກຖານນັ້ນ. 11 ເພາະບໍ່ມີຜູ້ໃດຈະວາງຮາກຖານອື່ນໄດ້ອີກນອກຈາກທີ່ວາງໄວ້ແລ້ວ ນັ້ນແມ່ນພະເຢຊູຄລິດ. 12 ຖ້າຜູ້ໃດກໍຕາມທີ່ກໍ່ສ້າງເທິງຮາກຖານນັ້ນ ບໍ່ວ່າຈະດ້ວຍຄຳ ເງິນ ຫີນທີ່ມີຄ່າ ໄມ້ ຫຍ້າແຫ້ງ ຫຼືເຟືອງ 13 ເມື່ອວັນທົດສອບມາເຖິງກໍຈະເຫັນໄດ້ແຈ້ງວ່າຜົນງານຂອງແຕ່ລະຄົນເປັນແນວໃດ ເພາະຈະມີການທົດສອບດ້ວຍໄຟ ແລະໄຟນັ້ນແຫຼະຈະສະແດງໃຫ້ເຫັນວ່າຜົນງານຂອງແຕ່ລະຄົນດີຫຼືບໍ່ດີ. 14 ຖ້າຜົນງານທີ່ແຕ່ລະຄົນສ້າງໄວ້ເທິງຮາກຖານນັ້ນຍັງຢູ່ ລາວກໍຈະໄດ້ລາງວັນ 15 ແຕ່ຖ້າຜົນງານຂອງຜູ້ໃດຖືກໄຟໄໝ້ຈົນໝົດ ລາວຈະພົບຄວາມສູນເສຍ. ເຖິງວ່າຕົວລາວຈະລອດ ແຕ່ກໍຄືກັບລອດຈາກໄຟ.
16 ພວກເຈົ້າບໍ່ຮູ້ບໍວ່າພວກເຈົ້າເປັນວິຫານຂອງພະເຈົ້າ ແລະພະລັງຂອງພະອົງຢູ່ກັບພວກເຈົ້າ? 17 ຖ້າຜູ້ໃດທຳລາຍວິຫານຂອງພະເຈົ້າ ພະເຈົ້າກໍຈະທຳລາຍລາວ ເພາະວິຫານຂອງພະອົງບໍລິສຸດແລະພວກເຈົ້າເປັນວິຫານນັ້ນ.
18 ຢ່າໃຫ້ຜູ້ໃດລໍ້ລວງຕົວເອງ ຖ້າມີຜູ້ໃດໃນພວກເຈົ້າຄິດວ່າຕົວເອງເປັນຄົນສະຫຼາດໃນໂລກນີ້* ກໍໃຫ້ລາວຍອມເປັນຄົນໂງ່ ເພື່ອລາວຈະໄດ້ເປັນຄົນສະຫຼາດແທ້ໆ. 19 ເພາະພະເຈົ້າຖືວ່າຄວາມສະຫຼາດຂອງໂລກນີ້ເປັນຄວາມໂງ່ ຄືກັບທີ່ຂຽນໄວ້ໃນພະຄຳພີວ່າ: “ພະອົງຈັບຄົນສະຫຼາດດ້ວຍອຸບາຍຂອງພວກເຂົາເອງ.” 20 ແລະຍັງຂຽນໄວ້ອີກວ່າ: “ພະເຢໂຫວາຮູ້ວ່າຄວາມຄິດຂອງຄົນສະຫຼາດໆນັ້ນບໍ່ມີປະໂຫຍດ.” 21 ດັ່ງນັ້ນ ຢ່າໃຫ້ຜູ້ໃດເອົາມະນຸດມາອວດກັນ ເພາະພະເຈົ້າໃຫ້ທຸກສິ່ງເປັນຂອງພວກເຈົ້າຢູ່ແລ້ວ 22 ບໍ່ວ່າຈະເປັນໂປໂລ ອາໂປໂລ ເກຟາ* ໂລກນີ້ ຊີວິດ ຄວາມຕາຍ ສິ່ງທີ່ມີຢູ່ດຽວນີ້ ຫຼືສິ່ງທີ່ຈະມີໃນວັນຂ້າງໜ້າ ທຸກສິ່ງເປັນຂອງພວກເຈົ້າ 23 ສ່ວນພວກເຈົ້າເປັນຂອງພະຄລິດ ແລະພະຄລິດເປັນຂອງພະເຈົ້າ.