1 ເປໂຕ
3 ຄ້າຍຄືກັນ ໃຫ້ພວກເຈົ້າທີ່ເປັນເມຍຍອມເຊື່ອຟັງຜົວ ເພື່ອວ່າຖ້າຜົວບໍ່ເຊື່ອຖ້ອຍຄຳຂອງພະເຈົ້າ ຄວາມປະພຶດຂອງເຈົ້າກໍອາດຊະນະໃຈລາວໄດ້ໂດຍບໍ່ຕ້ອງໃຊ້ຄຳເວົ້າ 2 ເພາະລາວໄດ້ເຫັນການປະພຶດທີ່ດີ*ແລະຄວາມນັບຖືຈາກໃຈຂອງເຈົ້າ. 3 ຢ່າໃຫ້ຄວາມງາມຂອງເຈົ້າຢູ່ແຕ່ພາຍນອກ ເຊັ່ນ: ການເປຍຜົມແລະໃສ່ເຄື່ອງປະດັບທີ່ເປັນຄຳ ຫຼືເຄື່ອງນຸ່ງທີ່ຫຼູຫຼາ 4 ແຕ່ໃຫ້ຄວາມງາມຂອງເຈົ້າຢູ່ທີ່ພາຍໃນ ນັ້ນຄືໃຈທີ່ສະຫງົບແລະອ່ອນໂຍນເຊິ່ງມີຄ່າຫຼາຍໃນສາຍຕາພະເຈົ້າ ຄວາມງາມແບບນີ້ບໍ່ມີວັນຈືດຈາງ. 5 ພວກຜູ້ຍິງສະໄໝກ່ອນທີ່ບໍລິສຸດແລະຝາກຄວາມຫວັງໃນພະເຈົ້າກໍເຮັດໃຫ້ຕົວເອງງາມດ້ວຍວິທີນີ້ແຫຼະ ພວກເຂົາຍອມເຊື່ອຟັງຜົວ 6 ຄືກັບທີ່ຊາຣາເຊື່ອຟັງອັບຣາຮາມແລະເອີ້ນລາວວ່າ “ນາຍ.” ຖ້າພວກເຈົ້າເຮັດດີຕໍ່ໄປແລະບໍ່ຢ້ານກົວ ພວກເຈົ້າກໍເປັນລູກຂອງລາວ.
7 ຄ້າຍຄືກັນ ໃຫ້ພວກເຈົ້າທີ່ເປັນຜົວຢູ່ກິນກັບເມຍຕໍ່ໄປດ້ວຍຄວາມເຂົ້າໃຈ* ໃຫ້ກຽດລາວຄືກັບທີ່ເຈົ້າທະນຸຖະໜອມພາຊະນະທີ່ບອບບາງກວ່າ ຄືເພດຍິງ ເພື່ອຈະບໍ່ມີຫຍັງເປັນອຸປະສັກຂັດຂວາງຄຳອະທິດຖານຂອງເຈົ້າ ຢ່າລືມວ່າທັງເຈົ້າກັບລາວເປັນຜູ້ຮັບຊີວິດເປັນມໍລະດົກຮ່ວມກັນທີ່ມາຈາກຄວາມກະລຸນາທີ່ຍິ່ງໃຫຍ່.
8 ສຸດທ້າຍນີ້ ໃຫ້ພວກເຈົ້າເປັນນ້ຳໜຶ່ງໃຈດຽວກັນ* ເຫັນອົກເຫັນໃຈກັນ ຮັກກັນແບບພີ່ນ້ອງ ອີ່ດູສົງສານກັນ ແລະຮູ້ຈັກຖ່ອມຕົວ. 9 ຢ່າເຮັດຊົ່ວຕອບແທນຄວາມຊົ່ວ ຢ່າດ່າຕອບແທນການດ່າ ແຕ່ໃຫ້ຕອບແທນດ້ວຍຄຳອວຍພອນເພາະພວກເຈົ້າຖືກເອີ້ນມາໃຫ້ເຮັດແບບນີ້ ແລ້ວພວກເຈົ້າຈະໄດ້ຮັບພອນ.*
10 ເພາະມີຄຳຂຽນໄວ້ວ່າ “ຄົນທີ່ຮັກຊີວິດແລະຢາກມີຊີວິດຍືນຍາວກໍຕ້ອງລະວັງຢ່າເວົ້າຫຍັງທີ່ບໍ່ດີແລະຢ່າເວົ້າຫຼອກລວງ. 11 ໃຫ້ລາວເຊົາເຮັດຊົ່ວແລະປ່ຽນມາເຮັດດີ ໃຫ້ລາວສ້າງສັນຕິແລະພະຍາຍາມຮັກສາໄວ້. 12 ເພາະຕາຂອງພະເຢໂຫວາເຝົ້າເບິ່ງຄົນເຮັດດີ* ຫູຂອງພະອົງກໍຟັງເມື່ອພວກເຂົາອ້ອນວອນ ແຕ່ໜ້າຂອງພະເຢໂຫວາຕໍ່ສູ້ຄົນທີ່ເຮັດຊົ່ວ.”
13 ທີ່ຈິງ ຜູ້ໃດຈະມາທຳຮ້າຍພວກເຈົ້າ ຖ້າພວກເຈົ້າມຸ່ງໝັ້ນເຮັດຄວາມດີ? 14 ແຕ່ເຖິງວ່າພວກເຈົ້າຕ້ອງທົນທຸກຍ້ອນເຮັດສິ່ງທີ່ຖືກຕ້ອງ ພວກເຈົ້າກໍຍັງມີຄວາມສຸກ. ຢ່າຢ້ານສິ່ງທີ່ຄົນອື່ນຢ້ານ*ແລະຢ່າອຸກໃຈເລີຍ. 15 ແຕ່ໃນໃຈພວກເຈົ້າ ໃຫ້ເຄົາລົບນັບຖືພະຄລິດເປັນນາຍ ໃຫ້ພ້ອມຢູ່ສະເໝີທີ່ຈະອະທິບາຍເລື່ອງຄວາມຫວັງຂອງພວກເຈົ້າກັບຄົນທີ່ສົງໄສວ່າເປັນຫຍັງພວກເຈົ້າຫວັງແບບນັ້ນ ແຕ່ໃຫ້ເຮັດຢ່າງສຸພາບແລະດ້ວຍຄວາມນັບຖືຈາກໃຈ.
16 ຢ່າເຮັດສິ່ງທີ່ລົບກວນໃຈຮູ້ຜິດຮູ້ຖືກ ເພື່ອວ່າຖ້າມີຄົນເວົ້າໃສ່ຮ້າຍພວກເຈົ້າບໍ່ວ່າເລື່ອງຫຍັງ ພວກເຂົາກໍຈະອັບອາຍເມື່ອເຫັນການປະພຶດທີ່ດີຂອງພວກເຈົ້າເຊິ່ງເປັນລູກສິດຂອງພະຄລິດ. 17 ຖ້າພະເຈົ້າຍອມໃຫ້ພວກເຈົ້າທົນທຸກຍ້ອນເຮັດດີ ກໍຍັງດີກວ່າທີ່ພວກເຈົ້າຕ້ອງທົນທຸກຍ້ອນເຮັດຊົ່ວ. 18 ພະຄລິດຕາຍເທື່ອດຽວເພື່ອໄຖ່ບາບ ເຊິ່ງເປັນການຕາຍຂອງຄົນດີເພື່ອຄົນຊົ່ວ* ເພື່ອເພິ່ນຈະຊ່ວຍພວກເຈົ້າໃຫ້ໄປເຖິງພະເຈົ້າ. ເພິ່ນຖືກຂ້າໃນຮ່າງກາຍມະນຸດ ແຕ່ໄດ້ຊີວິດໃໝ່ໃນຮ່າງກາຍສຳລັບສະຫວັນ. 19 ໃນສະພາບນີ້ແຫຼະທີ່ເພິ່ນໄປປະກາດກັບພວກທູດສະຫວັນທີ່ຢູ່ໃນຄຸກ 20 ທູດສະຫວັນເຫຼົ່ານັ້ນບໍ່ເຊື່ອຟັງໃນສະໄໝໂນອາ ຕອນນັ້ນພະເຈົ້າລໍຖ້າຢ່າງອົດທົນລະຫວ່າງທີ່ມີການສ້າງເຮືອ* ເຊິ່ງໃນເຮືອນັ້ນມີພຽງ 8 ຄົນທີ່ໄດ້ຮັບການຊ່ວຍໃຫ້ລອດຈາກນ້ຳຖ້ວມ.
21 ເລື່ອງນີ້ທຽບໄດ້ກັບການຮັບບັບເຕມາ ຕອນນີ້ ການຮັບບັບເຕມາຊ່ວຍພວກເຈົ້າໃຫ້ລອດຍ້ອນພວກເຈົ້າເຊື່ອໃນການຄືນມາຈາກຕາຍຂອງພະເຢຊູຄລິດ ການຮັບບັບເຕມາບໍ່ແມ່ນການຊຳລະຮ່າງກາຍໃຫ້ສະອາດ ແຕ່ເປັນການຂໍພະເຈົ້າເພື່ອຊ່ວຍບໍ່ໃຫ້ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ. 22 ພະຄລິດໄປສະຫວັນແລ້ວ ແລະຕອນນີ້ຢູ່ເບື້ອງຂວາມືຂອງພະເຈົ້າ ພະອົງໃຫ້ພວກທູດສະຫວັນກັບຜູ້ມີອຳນາດທັງໝົດຢູ່ໃຕ້ອຳນາດເພິ່ນ.