ພະນິມິດ
2 “ໃຫ້ຂຽນເຖິງທູດຂອງປະຊາຄົມໃນເມືອງເອເຟໂຊແບບນີ້: ທ່ານທີ່ຖືດາວ 7 ດວງໄວ້ໃນມືເບື້ອງຂວາແລະຍ່າງໃນທ່າມກາງຂາຕະກຽງຄຳ 7 ອັນເວົ້າວ່າ: 2 ‘ຂ້ອຍຮູ້ໃນສິ່ງທີ່ເຈົ້າເຮັດ ຮູ້ວ່າເຈົ້າເຮັດວຽກໜັກແລະອົດທົນສ່ຳໃດ ຮູ້ວ່າເຈົ້າອົດທົນຕໍ່ຄົນຊົ່ວບໍ່ໄດ້ ແລະເຈົ້າທົດສອບພວກທີ່ອ້າງວ່າເປັນອັກຄະສາວົກ*ແຕ່ທີ່ຈິງແລ້ວພວກເຂົາບໍ່ໄດ້ເປັນ ແລະເຈົ້າຈັບໄດ້ວ່າພວກເຂົາຂີ້ຕົວະ. 3 ນອກຈາກນັ້ນ ເຈົ້າກຳລັງອົດທົນກັບຫຼາຍສິ່ງ ເຈົ້າອົດທົນຕໍ່ຄວາມລຳບາກຕ່າງໆເພື່ອເຫັນແກ່ຊື່ຂອງຂ້ອຍ ແລະເຈົ້າບໍ່ທໍ້ຖອຍ. 4 ແຕ່ຂ້ອຍກໍມີເລື່ອງຈະຕັກເຕືອນເຈົ້ານຳທີ່ວ່າ ເຈົ້າບໍ່ມີຄວາມຮັກແບບທີ່ເຈົ້າເຄີຍມີໃນຕອນທຳອິດ.
5 ດັ່ງນັ້ນ ໃຫ້ຄິດເບິ່ງວ່າ ຕອນນີ້ເຈົ້າປ່ຽນໄປຈາກເກົ່າຫຼາຍສ່ຳໃດ ຂໍໃຫ້ກັບໃຈແລະກັບໄປເຮັດຄືເກົ່າ ຖ້າເຈົ້າບໍ່ກັບໃຈ ຂ້ອຍຈະມາຫາເຈົ້າແລະເອົາຂາຕະກຽງຂອງເຈົ້າອອກໄປຈາກບ່ອນຂອງມັນ. 6 ແຕ່ກໍຍັງດີທີ່ເຈົ້າຊັງການກະທຳຂອງພວກນິກາຍນີໂກລາຍເຕທີ່ຂ້ອຍເອງກໍຊັງຄືກັນ. 7 ຄົນທີ່ມີຫູ ຂໍໃຫ້ຟັງສິ່ງທີ່ພະລັງຂອງພະເຈົ້າເວົ້າກັບປະຊາຄົມຕ່າງໆທີ່ວ່າ: ເຮົາຈະໃຫ້ຄົນທີ່ໄດ້ໄຊຊະນະກິນໝາກຈາກຕົ້ນໄມ້ທີ່ໃຫ້ຊີວິດເຊິ່ງຢູ່ໃນອຸທິຍານຂອງພະເຈົ້າ.’
8 ໃຫ້ຂຽນເຖິງທູດຂອງປະຊາຄົມໃນເມືອງຊະມີນາແບບນີ້: ທ່ານທີ່ເປັນ ‘ຜູ້ທຳອິດແລະຜູ້ສຸດທ້າຍ’ ເຊິ່ງເຄີຍຕາຍແລະຄືນມາມີຊີວິດອີກເວົ້າວ່າ: 9 ‘ຂ້ອຍຮູ້ວ່າເຈົ້າລຳບາກແລະທຸກຍາກ ແຕ່ທີ່ຈິງແລ້ວເຈົ້າຮັ່ງມີ ແລະຂ້ອຍຮູ້ວ່າເຈົ້າຖືກດູຖູກຈາກພວກທີ່ເອີ້ນຕົວເອງວ່າຄົນຢິວ ເຊິ່ງແທ້ໆແລ້ວພວກເຂົາບໍ່ແມ່ນຄົນຢິວ ແຕ່ເປັນພັກພວກ*ຂອງຊາຕານ. 10 ຢ່າຢ້ານຄວາມທຸກທີ່ເຈົ້າກຳລັງຈະເຈິ. ຟັງເດີ້! ມານຮ້າຍຈະຈັບພວກເຈົ້າບາງຄົນຂັງໄວ້ໃນຄຸກ ເຊິ່ງຈະເປັນການທົດສອບພວກເຈົ້າຢ່າງເຕັມທີ ແລະພວກເຈົ້າຈະຕ້ອງທົນທຸກລຳບາກເຖິງ 10 ມື້ ແຕ່ຂໍໃຫ້ສັດຊື່ຈົນເຖິງວັນຕາຍ ແລ້ວຂ້ອຍຈະໃຫ້ຊີວິດເປັນລາງວັນ*ແກ່ພວກເຈົ້າ. 11 ຄົນທີ່ມີຫູ ຂໍໃຫ້ຟັງສິ່ງທີ່ພະລັງຂອງພະເຈົ້າເວົ້າກັບປະຊາຄົມຕ່າງໆທີ່ວ່າ: ຄົນທີ່ໄດ້ໄຊຊະນະຈະບໍ່ໄດ້ຮັບອັນຕະລາຍຫຍັງເລີຍຈາກຄວາມຕາຍປະເພດທີສອງ.’*
12 ໃຫ້ຂຽນເຖິງທູດຂອງປະຊາຄົມໃນເມືອງເປຄາໂມແບບນີ້: ທ່ານທີ່ມີດາບສອງຄົມທີ່ຍາວແລະຄົມຫຼາຍເວົ້າວ່າ: 13 ‘ຂ້ອຍຮູ້ຈັກບ່ອນທີ່ເຈົ້າຢູ່ ບ່ອນນັ້ນເປັນທີ່ຕັ້ງຂອງບັນລັງຊາຕານ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງພັກດີຕໍ່ຂ້ອຍ*ແລະເຊື່ອໃນຕົວຂ້ອຍສະເໝີ ເຖິງວ່າຕອນນັ້ນອັນຕິປາພະຍານຜູ້ສັດຊື່ຂອງຂ້ອຍຖືກຂ້າໃນເມືອງຂອງເຈົ້າທີ່ເປັນບ່ອນຢູ່ຂອງຊາຕານ.
14 ແຕ່ຂ້ອຍກໍມີເລື່ອງຈະຕັກເຕືອນເຈົ້ານຳທີ່ວ່າ: ມີບາງຄົນໃນພວກເຈົ້າເຮັດຕາມຄຳສອນຂອງບາລາອາມທີ່ໄດ້ສອນບາລາກໃຫ້ຊັກຈູງຊາວອິດສະຣາເອນຈົນພວກເຂົາຫຼົງເຮັດຜິດ ເຮັດໃຫ້ພວກເຂົາກິນເຄື່ອງຖວາຍແກ່ຮູບບູຊາແລະເຮັດຜິດສິນລະທຳທາງເພດ.* 15 ນອກຈາກນັ້ນ ຍັງມີບາງຄົນໃນພວກເຈົ້າເຮັດຕາມຄຳສອນຂອງພວກນິກາຍນີໂກລາຍເຕ. 16 ດັ່ງນັ້ນ ຂໍໃຫ້ກັບໃຈ ຖ້າບໍ່ເຮັດ ຂ້ອຍຈະຟ້າວມາຫາແລະໃຊ້ດາບຍາວຈາກປາກຂອງຂ້ອຍຕໍ່ສູ້ພວກເຂົາ.
17 ຄົນທີ່ມີຫູ ຂໍໃຫ້ຟັງສິ່ງທີ່ພະລັງຂອງພະເຈົ້າເວົ້າກັບປະຊາຄົມຕ່າງໆທີ່ວ່າ: ຄົນທີ່ໄດ້ໄຊຊະນະຈະໄດ້ຮັບມານາທີ່ເຊື່ອງໄວ້ ແລະຈະໄດ້ຮັບຫີນກ້ອນນ້ອຍໆມົນໆສີຂາວ ເທິງຫີນນັ້ນມີຊື່ໃໝ່ຂຽນໄວ້ເຊິ່ງບໍ່ມີຜູ້ໃດຮູ້ຈັກນອກຈາກຄົນທີ່ໄດ້ຮັບ.’
18 ໃຫ້ຂຽນເຖິງທູດຂອງປະຊາຄົມໃນເມືອງທົວຕີຣາແບບນີ້: ລູກຂອງພະເຈົ້າເຊິ່ງມີຕາຄືກັບແປວໄຟແລະມີຕີນຄືກັບທອງແດງເນື້ອດີເວົ້າວ່າ: 19 ‘ຂ້ອຍຮູ້ສິ່ງທີ່ເຈົ້າເຮັດ ຮູ້ວ່າເຈົ້າມີຄວາມຮັກ ຄວາມເຊື່ອ ເຮັດວຽກຮັບໃຊ້ ແລະອົດທົນ ແລະຂ້ອຍຍັງຮູ້ອີກວ່າຕອນນີ້ເຈົ້າເຮັດຫຼາຍກວ່າແຕ່ກ່ອນ.
20 ແຕ່ຂ້ອຍກໍມີເລື່ອງຈະຕັກເຕືອນເຈົ້ານຳທີ່ວ່າ ເລື່ອງທີ່ເຈົ້າປ່ອຍໃຫ້ຜູ້ຍິງແບບເຢເຊເບນທີ່ເອີ້ນຕົວເອງວ່າຜູ້ພະຍາກອນມາສອນແລະຊັກຈູງທາດຂອງຂ້ອຍໃຫ້ເຮັດຜິດສິນລະທຳທາງເພດ* ແລະກິນເຄື່ອງທີ່ຖວາຍແກ່ຮູບບູຊາ. 21 ຂ້ອຍໃຫ້ເວລາລາວກັບໃຈ ແຕ່ລາວບໍ່ຍອມກັບໃຈຈາກການເຮັດຜິດສິນລະທຳທາງເພດ.* 22 ຖ້າເບິ່ງ! ຂ້ອຍຈະເຮັດໃຫ້ລາວເຈັບປ່ວຍໜັກຈົນລຸກບໍ່ໄດ້ ແລະເຮັດໃຫ້ພວກທີ່ເປັນຊູ້ກັບລາວຕ້ອງທຸກທໍລະມານແສນສາຫັດ ນອກຈາກວ່າ ພວກເຂົາຈະກັບໃຈແລະເຊົາເຮັດຊົ່ວຄືກັບລາວ. 23 ຂ້ອຍຈະເຮັດໃຫ້ລູກຂອງລາວຕາຍດ້ວຍພະຍາດຮ້າຍແຮງ ເພື່ອທຸກປະຊາຄົມຈະຮູ້ວ່າຂ້ອຍເປັນຜູ້ກວດເບິ່ງສ່ວນທີ່ເລິກທີ່ສຸດຂອງຄວາມຄິດຈິດໃຈ*ແລະກວດເບິ່ງຫົວໃຈ ແລະຂ້ອຍຈະຕອບແທນທຸກຄົນຕາມການກະທຳຂອງພວກເຂົາ.
24 ສ່ວນຄົນທີ່ເຫຼືອໃນເມືອງທົວຕີຣາ ຄືທຸກຄົນທີ່ບໍ່ເຮັດຕາມຄຳສອນຂອງເຢເຊເບນ ແລະຄົນທີ່ບໍ່ຮູ້ຈັກສິ່ງທີ່ເອີ້ນກັນວ່າ “ສິ່ງເລິກເຊິ່ງຂອງຊາຕານ” ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍຈະບໍ່ເພີ່ມພາລະອື່ນໃຫ້ພວກເຈົ້າອີກ. 25 ແນວໃດກໍຕາມ ຂໍໃຫ້ພວກເຈົ້າຍຶດໝັ້ນກັບສິ່ງດີໆທີ່ມີຢູ່ຈົນກວ່າຂ້ອຍຈະມາ. 26 ແລ້ວຂ້ອຍຈະໃຫ້ຄົນທີ່ໄດ້ໄຊຊະນະແລະເຮັດຕາມຄຳສັ່ງຂອງຂ້ອຍຈົນເຖິງທີ່ສຸດມີອຳນາດເໜືອປະເທດຕ່າງໆ 27 ແລ້ວລາວຈະປົກຄອງ*ດ້ວຍຄະທາເຫຼັກແລະທຸບພວກນັ້ນໃຫ້ແຕກເປັນປ່ຽງໆຄືພາຊະນະດິນເຜົາ ລາວຈະໄດ້ຮັບອຳນາດຄືກັບທີ່ຂ້ອຍໄດ້ຮັບຈາກພໍ່ຂອງຂ້ອຍ. 28 ແລະຂ້ອຍຈະເອົາດາວຮຸ່ງທີ່ໃສແຈ້ງ*ໃຫ້ລາວ. 29 ຄົນທີ່ມີຫູ ຂໍໃຫ້ຟັງສິ່ງທີ່ພະລັງຂອງພະເຈົ້າເວົ້າກັບປະຊາຄົມຕ່າງໆ.’”