ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 19
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຂ່າວຄາວ

      • ພວກ​ອຳໂມນ​ເຮັດ​ໃຫ້​ຄົນ​ຂອງ​ດາວິດ​ອັບອາຍ (1-​5)

      • ຊະນະ​ພວກ​ອຳໂມນ​ແລະ​ພວກ​ຊີເຣຍ (6-​19)

1 ຂ່າວຄາວ 19:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 10:1-5

1 ຂ່າວຄາວ 19:2

ໄຂເງື່ອນ

  • *

    ຫຼື “ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:7
  • +ປຖກ 19:36, 38

1 ຂ່າວຄາວ 19:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:27

1 ຂ່າວຄາວ 19:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:34

1 ຂ່າວຄາວ 19:6

ໄຂເງື່ອນ

  • *

    34.200 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ແປ​ຕາມ​ໂຕ​ວ່າ “ອາຣາມນາຫາຣາຢິມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:47; 2ຊມ 8:3; 10:6

1 ຂ່າວຄາວ 19:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:8, 9

1 ຂ່າວຄາວ 19:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:16
  • +2ຊມ 10:7, 8; 23:8

1 ຂ່າວຄາວ 19:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 10:9-12

1 ຂ່າວຄາວ 19:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 11:20, 21

1 ຂ່າວຄາວ 19:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:5

1 ຂ່າວຄາວ 19:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:6; ຢຊ 1:9

1 ຂ່າວຄາວ 19:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:7, 8; ພບຍ 28:7; 2ຊມ 10:13, 14

1 ຂ່າວຄາວ 19:16

ໄຂເງື່ອນ

  • *

    ໝາຍເຖິງ​ແມ່​ນ້ຳ​ເອິຟາຣາດ

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຊບາກ​ໃນ 2ຊມ 10:16, 18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:3
  • +2ຊມ 10:15, 16

1 ຂ່າວຄາວ 19:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 10:17-19

1 ຂ່າວຄາວ 19:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 18:39
  • +1ຂຄ 14:17; ພສ 18:44

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຂຄ. 19:12ຊມ 10:1-5
1ຂຄ. 19:22ຊມ 9:7
1ຂຄ. 19:2ປຖກ 19:36, 38
1ຂຄ. 19:4ລລວ 19:27
1ຂຄ. 19:51ກສ 16:34
1ຂຄ. 19:61ຊມ 14:47; 2ຊມ 8:3; 10:6
1ຂຄ. 19:7ຢຊ 13:8, 9
1ຂຄ. 19:82ຊມ 8:16
1ຂຄ. 19:82ຊມ 10:7, 8; 23:8
1ຂຄ. 19:102ຊມ 10:9-12
1ຂຄ. 19:111ຂຄ 11:20, 21
1ຂຄ. 19:122ຊມ 8:5
1ຂຄ. 19:13ພບຍ 31:6; ຢຊ 1:9
1ຂຄ. 19:14ລລວ 26:7, 8; ພບຍ 28:7; 2ຊມ 10:13, 14
1ຂຄ. 19:162ຊມ 8:3
1ຂຄ. 19:162ຊມ 10:15, 16
1ຂຄ. 19:172ຊມ 10:17-19
1ຂຄ. 19:19ພສ 18:39
1ຂຄ. 19:191ຂຄ 14:17; ພສ 18:44
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
1 ຂ່າວຄາວ 19:1-19

ຂ່າວຄາວ​ສະບັບ​ທີ​ໜຶ່ງ

19 ຕໍ່ມາ ນາຮາດ​ກະສັດ​ຂອງ​ອຳໂມນ​ກໍ​ຕາຍ ແລະ​ລູກ​ຊາຍ​ຂອງ​ລາວ​ໄດ້​ເປັນ​ກະສັດ​ແທນ.+ 2 ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້ ລາວ​ເວົ້າ​ວ່າ: “ຂ້ອຍ​ຢາກ​ເຮັດ​ດີ*+​ຕໍ່​ຮານຸນ ຍ້ອນ​ນາຮາດ​ພໍ່​ຂອງ​ລາວ​ໄດ້​ເຮັດ​ດີ​ຕໍ່​ຂ້ອຍ.” ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ຮານຸນ​ເພື່ອ​ສະແດງ​ຄວາມ​ເສຍໃຈ​ທີ່​ພໍ່​ຂອງ​ລາວ​ຕາຍ. ແຕ່​ເມື່ອ​ຄົນ​ຂອງ​ດາວິດ​ໄປ​ຮອດ​ແຜ່ນດິນຂອງ​ພວກ​ອຳ​ໂມນ+​ເພື່ອ​ສະແດງ​ຄວາມ​ເສຍໃຈ​ຕໍ່​ຮານຸນ 3 ພວກ​ເຈົ້າ​ນາຍ​ຂອງ​ຄົນ​ອຳໂມນ​ເວົ້າ​ກັບ​ຮານຸນ​ວ່າ: “ທ່ານ​ຄິດ​ວ່າ​ດາວິດ​ໃຫ້​ກຽດ​ພໍ່​ທ່ານ​ໂດຍ​ສົ່ງ​ຄົນ​ມາ​ສະແດງ​ຄວາມ​ເສຍໃຈ​ນຳ​ທ່ານ​ບໍ? ລາວ​ສົ່ງ​ຄົນ​ມາ​ສອດແນມ​ເພື່ອ​ຈະຫາ​ທາງ​ເອົາ​ຊະນະທ່ານ​ແລະ​ເພື່ອ​ຈະ​ໂຈມຕີ​ແຜ່ນດິນ​ນີ້​ຫັ້ນຕິ!” 4 ຮານຸນ​ຈຶ່ງ​ຈັບ​ຄົນ​ຂອງ​ດາວິດ​ໄປ​ແຖ​ໜວດ​ແຖ​ເຄົາ+​ແລະຕັດ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ​ຈົນ​ຮອດ​ແອວ​ໃຫ້​ເຫັນ​ກົ້ນ ແລ້ວ​ໃຫ້​ເຂົາ​ເຈົ້າ​ກັບ​ເມືອ. 5 ເມື່ອ​ດາວິດ​ຮູ້​ເລື່ອງ​ທີ່​ເກີດ​ຂຶ້ນ ລາວ​ຈຶ່ງ​ສົ່ງ​ຄົນ​ອີກ​ກຸ່ມ​ໜຶ່ງ​ໄປ​ຫາ​ເຂົາ​ເຈົ້າ​ທັນທີ ຍ້ອນ​ເຂົາ​ເຈົ້າ​ອາຍ​ຫຼາຍ. ກະສັດ​ດາວິດ​ບອກ​ວ່າ: “ໃຫ້​ພວກ​ເຈົ້າ​ຢູ່​ເມືອງ​ເຢຣິໂກ+​ຈົນ​ໜວດ​ຈົນ​ເຄົາ​ປົ່ງ​ແລ້ວ​ຈຶ່ງ​ກັບ​ມາ.”

6 ເມື່ອ​ພວກ​ອຳໂມນ​ຮູ້​ວ່າ​ດາວິດ​ຊັງ​ເຂົາ​ເຈົ້າ​ແລ້ວ ຮານຸນ​ກັບ​ພວກ​ອຳໂມນ​ຈຶ່ງ​ເອົາ​ເງິນ​ໜັກ 1.000 ຕະລັນ*​ໄປ​ຈ້າງ​ລົດ​ຮົບ​ກັບ​ພວກ​ທະຫານ​ມ້າ​ຈາກເມໂຊໂປຕາເມຍ* ອາຣາມມາອາກາ ແລະ​ໂຊບາ.+ 7 ເຂົາ​ເຈົ້າ​ຈ້າງ​ລົດ​ຮົບ​ມາ​ທັງ​ໝົດ 32.000 ຄັນ. ເຂົາ​ເຈົ້າ​ຍັງ​ໄດ້​ຈ້າງ​ກະສັດ​ຂອງ​ມາອາກາ​ກັບ​ຄົນ​ຂອງ​ລາວ​ມາ​ນຳ. ພວກ​ນີ້​ພາກັນ​ມາ​ຕັ້ງ​ຄ້າຍ​ຢູ່​ຕໍ່​ໜ້າ​ເມືອງ​ເມເດບາ+ ແລ້ວ​ພວກ​ອຳໂມນ​ກໍ​ລວບລວມ​ກອງ​ທັບ​ຂອງ​ເຂົາ​ເຈົ້າ​ຈາກ​ເມືອງ​ຕ່າງ​ໆ​ເພື່ອອອກ​ໄປ​ຕໍ່​ສູ້.

8 ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້ ລາວ​ກໍ​ສົ່ງ​ໂຢອາບ+​ແລະ​ກອງ​ທັບ​ທັງ​ໝົດ​ພ້ອມ​ທັງ​ທະຫານ​ທີ່​ເກັ່ງ​ທີ່​ສຸດ​ໄປ.+ 9 ພວກ​ອຳໂມນ​ຕັ້ງ​ກອງ​ທັບ​ຢູ່​ທາງເຂົ້າ​ເມືອງ​ຂອງ​ເຂົາ​ເຈົ້າ ສ່ວນ​ພວກ​ກະສັດ​ກໍ​ໄປ​ຢູ່​ອີກບ່ອນ​ໜຶ່ງທີ່​ເປັນ​ທົ່ງ​ຫຍ້າ.

10 ເມື່ອ​ໂຢອາບ​ເຫັນ​ວ່າ​ກອງ​ທັບ​ຂອງ​ພວກ​ສັດຕູ​ກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ທັງ​ທາງ​ໜ້າ​ແລະ​ທາງ​ຫຼັງ ລາວ​ຈຶ່ງ​ເລືອກ​ເອົາ​ກອງ​ທະຫານ​ອິດສະຣາເອນ​ທີ່​ເກັ່ງ​ທີ່​ສຸດ​ຈຳນວນ​ໜຶ່ງ​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ຊີເຣຍ.+ 11 ສ່ວນ​ພວກ​ທະຫານ​ທີ່​ເຫຼືອ ໂຢອາບ​ໃຫ້​ອາບີຊາຍ+​ອ້າຍ​ຂອງ​ລາວ​ເປັນ​ຜູ້​ພາ​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ອຳໂມນ. 12 ໂຢອາບ​ບອກ​ວ່າ: “ຖ້າ​ຂ້ອຍ​ສູ້​ພວກ​ຊີເຣຍ+​ບໍ່​ໄຫວ​ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ ແຕ່​ຖ້າ​ເຈົ້າ​ສູ້​ພວກ​ອຳໂມນ​ບໍ່​ໄຫວ​ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ. 13 ພວກ​ເຮົາ​ຕ້ອງ​ເຂັ້ມແຂງ​ແລະ​ກ້າຫານ+​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ​ແລະ​ເພື່ອ​ເມືອງ​ຕ່າງ​ໆ​ຂອງ​ພະເຈົ້າ​ຂອງ​ພວກເຮົາ ແລ້ວ​ພະ​ເຢໂຫວາ​ຈະ​ເຮັດ​ສ່ວນ​ຂອງ​ເພິ່ນ.”

14 ຈາກ​ນັ້ນ ໂຢອາບ​ກັບ​ຄົນ​ຂອງ​ລາວ​ຈຶ່ງ​ໄປ​ຕໍ່​ສູ້​ກັບ​ພວກ​ຊີເຣຍ. ພວກ​ຊີເຣຍ​ສູ້​ບໍ່​ໄດ້​ຈຶ່ງ​ພາກັນ​ແຕກ​ໜີ.+ 15 ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ແລ່ນ​ໜີ ເຂົາ​ເຈົ້າ​ກໍ​ແລ່ນ​ໜີ​ຈາກ​ອາບີຊາຍ​ແລະ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ໂຕເອງ ແລ້ວ​ໂຢອາບ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.

16 ເມື່ອ​ພວກ​ຊີເຣຍ​ເຫັນ​ວ່າ​ພວກ​ອິດສະຣາເອນ​ຊະນະ ເຂົາ​ເຈົ້າ​ຈຶ່ງ​ສົ່ງ​ຄົນ​ໄປ​ເອີ້ນ​ພວກ​ທະຫານ​ຊີເຣຍ​ທີ່​ຢູ່​ແຖວ​ແມ່​ນ້ຳ*​ມາ.+ ໂຊຟາກ*​ຫົວ​ໜ້າ​ກອງ​ທັບ​ຂອງ​ຮາດາເດເຊ​ເປັນ​ຜູ້​ພາ​ກອງ​ທັບ​ນັ້ນ​ມາ.+

17 ເມື່ອ​ມີ​ຄົນ​ໄປ​ບອກ​ດາວິດ ລາວ​ກໍ​ຟ້າວ​ລວບລວມ​ທະຫານ​ອິດສະຣາເອນ​ທັງ​ໝົດ ແລ້ວ​ຂ້າມ​ແມ່​ນ້ຳ​ຈໍແດນ​ເພື່ອ​ຍົກ​ກອງ​ທັບ​ໄປ​ຕໍ່​ສູ້​ກັບ​ພວກ​ຊີເຣຍ. ຈາກ​ນັ້ນ ກອງ​ທັບ​ຂອງ​ດາວິດ​ກັບ​ກອງ​ທັບ​ຂອງ​ພວກ​ຊີເຣຍ​ກໍ​ຕໍ່​ສູ້​ກັນ.+ 18 ແຕ່​ພວກ​ຊີເຣຍ​ບໍ່​ຊະນະ​ພວກ​ອິດສະຣາເອນ ເຂົາ​ເຈົ້າ​ຈຶ່ງ​ໜີ​ໄປ. ດາວິດ​ຂ້າ​ຄົນ​ຂັບ​ລົດ​ຮົບ 7.000 ຄົນ​ກັບ​ທະຫານ​ຂອງ​ພວກ​ຊີເຣຍ 40.000 ຄົນ ແລະ​ລາວ​ຍັງ​ໄດ້​ຂ້າ​ໂຊຟາກ​ຫົວ​ໜ້າ​ກອງ​ທັບ​ຂອງ​ເຂົາ​ເຈົ້າ. 19 ເມື່ອ​ຄົນ​ຂອງ​ຮາດາເດເຊ​ເຫັນ​ວ່າ​ພວກ​ອິດສະຣາເອນ​ຊະນະ+ ເຂົາ​ເຈົ້າ​ຈຶ່ງ​ຟ້າວ​ເຮັດ​ສັນຍາ​ຂໍ​ສະຫງົບ​ເສິກ​ກັບ​ດາວິດ​ແລະ​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ລາວ.+ ຫຼັງ​ຈາກ​ນັ້ນ ພວກ​ຊີເຣຍກໍ​ບໍ່​ກ້າ​ມາ​ຊ່ວຍ​ພວກ​ອຳໂມນ​ອີກ​ເລີຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌