ຂ່າວດີທີ່ຂຽນໂດຍໂຢຮັນ
2 ສອງມື້ຕໍ່ມາ ມີງານແຕ່ງດອງຢູ່ເມືອງການາໃນແຂວງຄາລີເລ ແມ່ຂອງພະເຢຊູໄປງານລ້ຽງນັ້ນ. 2 ພະເຢຊູກັບພວກລູກສິດກໍຖືກເຊີນໄປງານລ້ຽງຄືກັນ.
3 ເມື່ອເຫຼົ້າແວງໃກ້ຈະໝົດ ແມ່ຂອງພະເຢຊູກໍມາບອກເພິ່ນວ່າ: “ເຫຼົ້າແວງຂອງເຂົາເຈົ້າໝົດແລ້ວ.” 4 ແຕ່ພະເຢຊູຕອບແມ່ວ່າ: “ພວກເຮົາບໍ່ຕ້ອງກັງວົນດອກແມ່* ຕອນນີ້ຍັງບໍ່ຮອດເວລາຂອງລູກ.” 5 ແມ່ຂອງເພິ່ນບອກພວກຄົນຮັບໃຊ້ວ່າ: “ໃຫ້ພວກເຈົ້າເຮັດຕາມທີ່ເພິ່ນບອກເດີ້.” 6 ຢູ່ຫັ້ນມີໂອ່ງຫີນຕັ້ງຢູ່ 6 ໜ່ວຍເພື່ອໃຊ້ໃນການເຮັດໃຫ້ໂຕເອງສະອາດຕາມກົດຂອງຄົນຢິວ.+ ແຕ່ລະໜ່ວຍໃສ່ນ້ຳໄດ້ປະມານ 2 ຫຼື 3 ຖັງ.* 7 ພະເຢຊູບອກພວກຄົນຮັບໃຊ້ວ່າ: “ເອົານ້ຳໃສ່ໂອ່ງໃຫ້ເຕັມ.” ເຂົາເຈົ້າກໍເອົານ້ຳໃສ່ໂອ່ງຈົນເຕັມ. 8 ແລ້ວເພິ່ນບອກເຂົາເຈົ້າວ່າ: “ຕັກໄປໃຫ້ຜູ້ເບິ່ງແຍງງານລ້ຽງແມ້.” ເຂົາເຈົ້າກໍເຮັດຕາມ. 9 ເມື່ອຜູ້ເບິ່ງແຍງງານລ້ຽງຊີມນ້ຳທີ່ກາຍເປັນເຫຼົ້າແວງແລ້ວ ລາວບໍ່ຮູ້ວ່າມັນມາຈາກໃສ (ແຕ່ພວກຄົນຮັບໃຊ້ທີ່ຕັກນ້ຳຮູ້). ລາວເອີ້ນເຈົ້າບ່າວມາ 10 ແລະເວົ້າວ່າ: “ຄົນອື່ນເອົາເຫຼົ້າແວງດີໆມາໃຫ້ກິນກ່ອນ ເມື່ອແຂກເມົາແລ້ວຈຶ່ງເອົາເຫຼົ້າແວງທີ່ບໍ່ດີປານໃດມາໃຫ້ກິນ ແຕ່ເຈົ້າພັດເອົາເຫຼົ້າແວງດີໆໄວ້ຈົນຮອດຕອນນີ້.” 11 ເຫດການທີ່ເກີດຂຶ້ນຢູ່ເມືອງການາໃນແຂວງຄາລີເລເປັນການອັດສະຈັນເທື່ອທຳອິດທີ່ພະເຢຊູເຮັດ ແລະນັ້ນເປັນຫຼັກຖານບອກຖານະແລະອຳນາດຂອງເພິ່ນ.+ ດັ່ງນັ້ນ ພວກລູກສິດຈຶ່ງມີຄວາມເຊື່ອໃນເພິ່ນ.
12 ຫຼັງຈາກນັ້ນ ພະເຢຊູກັບແມ່ ພວກນ້ອງຊາຍ+ ແລະພວກລູກສິດໄດ້ລົງໄປເມືອງກາເປນາອູມ+ ແຕ່ເຂົາເຈົ້າບໍ່ໄດ້ພັກຢູ່ຫັ້ນຫຼາຍມື້.
13 ຕອນໃກ້ຊິຮອດເທດສະການປັດສະຄາ+ຂອງຄົນຢິວ ພະເຢຊູກໍໄປເມືອງເຢຣູຊາເລັມ. 14 ເມື່ອເຂົ້າໄປໃນບໍລິເວນວິຫານ ເພິ່ນກໍເຫັນຄົນຂາຍງົວ ຂາຍແກະ ແລະຂາຍນົກເຂົາ+ ແລະເຫັນຄົນແລກປ່ຽນເງິນນັ່ງຢູ່. 15 ເພິ່ນຈຶ່ງເອົາເຊືອກມາເຮັດເປັນແສ້ ແລ້ວໄລ່ແກະໄລ່ງົວກັບຄົນທີ່ຂາຍສັດເຫຼົ່ານັ້ນອອກຈາກບໍລິເວນວິຫານ. ເພິ່ນຍັງເທເງິນຫຼຽນແລະຂວ້ຳໂຕະຂອງຄົນແລກປ່ຽນເງິນນຳອີກ.+ 16 ພະເຢຊູບອກຄົນຂາຍນົກເຂົາວ່າ: “ເອົາເຄື່ອງເຫຼົ່ານີ້ອອກໄປໃຫ້ໝົດ! ເຊົາເຮັດໃຫ້ເຮືອນຂອງພໍ່ຂ້ອຍເປັນຕະຫຼາດ!”+ 17 ພວກລູກສິດກໍຄິດພໍ້ຂໍ້ຄວາມທີ່ພະຄຳພີບອກໄວ້ວ່າ: “ລູກຮັກວິຫານຂອງພະອົງຫຼາຍຈົນຮູ້ສຶກຄືກັບວ່າມີໄຟລຸກແຮງຢູ່ໃນໂຕຂອງລູກ.”+
18 ພວກຢິວຈຶ່ງຖາມພະເຢຊູວ່າ: “ເຈົ້າມີສິດຫຍັງມາເຮັດແບບນີ້? ສະແດງຫຼັກຖານໃຫ້ພວກເຮົາເບິ່ງດຸ.”+ 19 ພະເຢຊູຕອບວ່າ: “ຮື້ວິຫານຫຼັງນີ້ລົງມາແມະ ແລ້ວຂ້ອຍຈະສ້າງຂຶ້ນໃໝ່ພາຍໃນ 3 ມື້.”+ 20 ພວກຢິວຈຶ່ງເວົ້າວ່າ: “ວິຫານຫຼັງນີ້ໃຊ້ເວລາສ້າງຕັ້ງ 46 ປີ ແລ້ວເຈົ້າຈະສ້າງຂຶ້ນໃໝ່ພາຍໃນ 3 ມື້ໄດ້ແນວໃດ?” 21 ແຕ່ທີ່ຈິງ ພະເຢຊູກຳລັງເວົ້າເຖິງວິຫານທີ່ໝາຍເຖິງຮ່າງກາຍຂອງເພິ່ນ.+ 22 ຫຼັງຈາກພະເຢຊູຄືນມາຈາກຕາຍແລ້ວ ພວກລູກສິດຈຶ່ງຄິດພໍ້ວ່າເພິ່ນເຄີຍເວົ້າແບບນີ້+ ແລະເຂົາເຈົ້າກໍເຊື່ອສິ່ງທີ່ຂຽນໄວ້ໃນພະຄຳພີແລະສິ່ງທີ່ພະເຢຊູເຄີຍບອກໄວ້.
23 ຕອນທີ່ພະເຢຊູຢູ່ເມືອງເຢຣູຊາເລັມໃນເທດສະການປັດສະຄາ ເພິ່ນເຮັດການອັດສະຈັນຫຼາຍຢ່າງ ແລະຄົນບັກຫຼາຍໆກໍເຊື່ອໃນເພິ່ນ.* 24 ແຕ່ພະເຢຊູບໍ່ໄວ້ໃຈເຂົາເຈົ້າ ຍ້ອນເພິ່ນຮູ້ດີວ່າມະນຸດເປັນແນວໃດ. 25 ເພິ່ນບໍ່ຕ້ອງໃຫ້ໃຜມາບອກວ່າມະນຸດເປັນແນວໃດ ຍ້ອນເພິ່ນຮູ້ວ່າເຂົາເຈົ້າຄິດຫຍັງຢູ່ໃນໃຈ.+