ໂຢຮັນ
2 ສອງມື້ຕໍ່ມາ ມີງານແຕ່ງດອງທີ່ເມືອງການາໃນແຂວງຄາລີເລ ແມ່ຂອງພະເຢຊູກໍຢູ່ໃນງານລ້ຽງນັ້ນ. 2 ພະເຢຊູກັບພວກລູກສິດກໍຖືກເຊີນໄປງານລ້ຽງຄືກັນ.
3 ເມື່ອເຫຼົ້າແວງໃກ້ຈະໝົດ ແມ່ຂອງພະເຢຊູກໍມາບອກເພິ່ນວ່າ: “ເຫຼົ້າແວງຂອງພວກເຂົາໝົດແລ້ວ.” 4 ແຕ່ພະເຢຊູຕອບແມ່ວ່າ: “ພວກເຮົາຢ່າກັງວົນເລີຍແມ່* ຕອນນີ້ຍັງບໍ່ເຖິງເວລາຂອງລູກ.” 5 ແມ່ຂອງເພິ່ນຈຶ່ງບອກພວກຄົນຮັບໃຊ້ວ່າ: “ໃຫ້ພວກເຈົ້າເຮັດຕາມທີ່ເພິ່ນສັ່ງເດີ້.” 6 ຢູ່ບ່ອນນັ້ນມີໂອ່ງຫີນຕັ້ງຢູ່ 6 ໜ່ວຍເພື່ອໃຊ້ໃນພິທີຊຳລະລ້າງຕາມກົດຂອງຊາວຢິວ ແຕ່ລະໜ່ວຍໃສ່ນ້ຳໄດ້ປະມານ 2 ຫຼື 3 ຖັງ.* 7 ພະເຢຊູບອກຄົນຮັບໃຊ້ວ່າ: “ເອົານ້ຳໃສ່ໂອ່ງໃຫ້ເຕັມ.” ພວກເຂົາກໍເອົານ້ຳໃສ່ໂອ່ງຈົນເຕັມ. 8 ແລ້ວເພິ່ນບອກພວກເຂົາວ່າ: “ຕັກໄປໃຫ້ຜູ້ເບິ່ງແຍງງານລ້ຽງແມ້.” ພວກເຂົາກໍເຮັດຕາມ. 9 ຕອນທີ່ຜູ້ເບິ່ງແຍງງານລ້ຽງຊີມນ້ຳທີ່ກາຍເປັນເຫຼົ້າແວງແລ້ວ ລາວບໍ່ຮູ້ວ່າມັນມາຈາກໃສ (ແຕ່ພວກຄົນຮັບໃຊ້ທີ່ຕັກນ້ຳກໍຮູ້) ດັ່ງນັ້ນ ລາວຈຶ່ງເອີ້ນເຈົ້າບ່າວມາ 10 ແລະເວົ້າວ່າ: “ຄົນອື່ນເອົາເຫຼົ້າແວງດີໆມາໃຫ້ດື່ມກ່ອນ ເມື່ອແຂກເມົາແລ້ວຈຶ່ງເອົາເຫຼົ້າແວງທີ່ບໍ່ດີປານໃດມາໃຫ້ດື່ມ ແຕ່ເຈົ້າພັດເອົາເຫຼົ້າແວງດີໆໄວ້ຈົນຮອດຕອນນີ້.” 11 ເຫດການທີ່ເກີດຂຶ້ນຢູ່ເມືອງການາໃນແຂວງຄາລີເລເປັນການອັດສະຈັນເທື່ອທຳອິດທີ່ພະເຢຊູເຮັດ ແລະນັ້ນເປັນຫຼັກຖານບອກຖານະແລະອຳນາດຂອງເພິ່ນ. ດັ່ງນັ້ນ ພວກລູກສິດຈຶ່ງມີຄວາມເຊື່ອໃນຕົວເພິ່ນ.
12 ຫຼັງຈາກນັ້ນ ພະເຢຊູກັບແມ່ ພວກນ້ອງຊາຍ ແລະພວກລູກສິດໄດ້ລົງໄປເມືອງກາເປນາອູມ ແຕ່ພວກເຂົາບໍ່ໄດ້ພັກຢູ່ຫັ້ນຫຼາຍມື້.
13 ຕອນໃກ້ຈະຮອດເທດສະການປັດສະຄາຂອງຊາວຢິວ ພະເຢຊູກໍໄປເມືອງເຢຣູຊາເລັມ. 14 ເມື່ອເຂົ້າໄປໃນບໍລິເວນວິຫານ ເພິ່ນກໍເຫັນຄົນຂາຍງົວ ແກະ ແລະນົກເຂົາ ແລະເຫັນພວກຄົນຮັບແລກປ່ຽນເງິນນັ່ງຢູ່. 15 ເພິ່ນຈຶ່ງເອົາເຊືອກມາເຮັດເປັນແສ້ ແລ້ວໄລ່ແກະກັບງົວອອກຈາກບໍລິເວນວິຫານລວມທັງຄົນທີ່ຂາຍສັດເຫຼົ່ານັ້ນ ເພິ່ນຍັງເທເງິນຫຼຽນແລະຂວ້ຳໂຕະຂອງພວກຄົນຮັບແລກປ່ຽນເງິນນຳອີກ. 16 ພະເຢຊູບອກຄົນຂາຍນົກເຂົາວ່າ: “ເອົາເຄື່ອງເຫຼົ່ານີ້ອອກໄປໃຫ້ໝົດ! ເຊົາເຮັດໃຫ້ເຮືອນຂອງພໍ່ຂ້ອຍເປັນຕະຫຼາດ!” 17 ພວກລູກສິດກໍຄິດພໍ້ຂໍ້ຄວາມທີ່ພະຄຳພີບອກໄວ້ວ່າ: “ຄວາມຮັກແຮງກ້າທີ່ຂ້ອຍມີຕໍ່ວິຫານຂອງພະອົງເປັນຄືກັບໄຟທີ່ລຸກໄໝ້.”
18 ພວກຢິວຈຶ່ງຖາມພະເຢຊູວ່າ: “ເຈົ້າມີສິດຫຍັງມາເຮັດແບບນີ້? ສະແດງຫຼັກຖານໃຫ້ພວກເຮົາເບິ່ງດຸ.” 19 ພະເຢຊູຕອບວ່າ: “ຮື້ວິຫານຫຼັງນີ້ລົງມາແມະ ແລ້ວຂ້ອຍຈະສ້າງຂຶ້ນໃໝ່ພາຍໃນ 3 ມື້.” 20 ພວກຢິວຈຶ່ງເວົ້າວ່າ: “ວິຫານຫຼັງນີ້ໃຊ້ເວລາສ້າງຕັ້ງ 46 ປີ ແລ້ວເຈົ້າຈະສ້າງຂຶ້ນໃໝ່ພາຍໃນ 3 ມື້ໄດ້ແນວໃດ?” 21 ແຕ່ທີ່ຈິງ ພະເຢຊູກຳລັງເວົ້າເຖິງວິຫານທີ່ໝາຍເຖິງຮ່າງກາຍຂອງເພິ່ນ. 22 ຫຼັງຈາກພະເຢຊູຄືນມາຈາກຕາຍແລ້ວ ພວກລູກສິດຈຶ່ງຄິດພໍ້ວ່າເພິ່ນເຄີຍເວົ້າແບບນີ້ ແລະພວກເຂົາກໍເຊື່ອສິ່ງທີ່ຂຽນໄວ້ໃນພະຄຳພີແລະສິ່ງທີ່ພະເຢຊູເຄີຍບອກໄວ້.
23 ເມື່ອພະເຢຊູຢູ່ທີ່ເມືອງເຢຣູຊາເລັມໃນເທດສະການປັດສະຄາ ເພິ່ນເຮັດການອັດສະຈັນຫຼາຍຢ່າງ ເຮັດໃຫ້ຄົນຈຳນວນຫຼາຍເຊື່ອໃນຊື່ຂອງເພິ່ນ. 24 ແຕ່ພະເຢຊູບໍ່ໄວ້ວາງໃຈພວກເຂົາ ຍ້ອນເພິ່ນຮູ້ດີວ່າມະນຸດເປັນແນວໃດ 25 ເພິ່ນບໍ່ຕ້ອງໃຫ້ໃຜມາບອກວ່າມະນຸດເປັນແນວໃດ ຍ້ອນເພິ່ນຮູ້ວ່າພວກເຂົາຄິດຫຍັງຢູ່ໃນໃຈ.