ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຊາມູເອນ​ໄດ້​ເປັນ​ຜູ້ພະຍາກອນ (1-​21)

1 ຊາມູເອນ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:11, 18
  • +ຈຊບ 12:6; 1ຂຄ 17:15

1 ຊາມູເອນ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 4:15

1 ຊາມູເອນ 3:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ວິຫານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:2
  • +1ຊມ 1:9; 3:15

1 ຊາມູເອນ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 3:7

1 ຊາມູເອນ 3:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2018, ໜ້າ 22

1 ຊາມູເອນ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 4:17

1 ຊາມູເອນ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 23:19; 1ຊມ 2:31-34; ອຊຢ 55:10, 11

1 ຊາມູເອນ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:22, 23; ຢຮ 15:22; ຢກບ 4:17
  • +ຈຊບ 15:30; 1ຊມ 2:12, 17
  • +ປຍຈ 8:11

1 ຊາມູເອນ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 4:11; 22:21; 1ກສ 2:27

1 ຊາມູເອນ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:21

1 ຊາມູເອນ 3:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 3:1, 4; ພສ 99:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 3:11ຊມ 2:11, 18
1ຊມ. 3:1ຈຊບ 12:6; 1ຂຄ 17:15
1ຊມ. 3:21ຊມ 4:15
1ຊມ. 3:3ລລວ 24:2
1ຊມ. 3:31ຊມ 1:9; 3:15
1ຊມ. 3:7ອມ 3:7
1ຊມ. 3:111ຊມ 4:17
1ຊມ. 3:12ຈຊບ 23:19; 1ຊມ 2:31-34; ອຊຢ 55:10, 11
1ຊມ. 3:131ຊມ 2:22, 23; ຢຮ 15:22; ຢກບ 4:17
1ຊມ. 3:13ຈຊບ 15:30; 1ຊມ 2:12, 17
1ຊມ. 3:13ປຍຈ 8:11
1ຊມ. 3:141ຊມ 4:11; 22:21; 1ກສ 2:27
1ຊມ. 3:191ຊມ 2:21
1ຊມ. 3:211ຊມ 3:1, 4; ພສ 99:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 3:1-21

ຊາມູເອນ​ສະບັບ​ທີ​ໜຶ່ງ

3 ຊາມູເອນ​ຮັບໃຊ້+ພະ​ເຢໂຫວາ​ໂດຍ​ມີ​ເອລີເປັນ​ຜູ້ເບິ່ງແຍງ. ໃນ​ຕອນນັ້ນ ດົນ​ໆ​ຈຶ່ງ​ມີ​ຂ່າວສານ​ຫຼື​ນິມິດ​+ຈາກ​ພະ​ເຢໂຫວາ.

2 ມື້ໜຶ່ງ ເອລີ​ກຳລັງ​ນອນ​ຢູ່​ໃນ​ຫ້ອງ ຕອນນັ້ນ​ຕາ​ຂອງ​ລາວ​ກໍ​ມົວ​ແລະ​ເບິ່ງ​ບໍ່​ເຫັນ​ຮຸ່ງ​ປານ​ໃດ.+ 3 ຕະກຽງ​ຂອງ​ພະເຈົ້າ+ຍັງ​ໄຕ້​ຢູ່ ແລະ​ຊາມູເອນ​ກຳລັງ​ນອນ​ຢູ່​ໃນ​ເຕັ້ນ​ສັກສິດ*+​ຂອງ​ພະ​ເຢໂຫວາ​ເຊິ່ງ​ຫີບສັນຍາ​ຂອງ​ພະເຈົ້າ​ກໍ​ຢູ່​ຫັ້ນ. 4 ພະ​ເຢໂຫວາ​ໄດ້​ເອີ້ນ​ຊາມູເອນ. ລາວ​ຕອບ​ວ່າ: “ຫຼານຢູ່​ນີ້.” 5 ແລ້ວ​ລາວ​ກໍ​ແລ່ນ​ໄປ​ຫາ​ເອລີ​ແລະ​ເວົ້າ​ວ່າ: “ລຸງ​ເອີ້ນ​ຫຼານບໍ?” ແຕ່​ເອລີ​ບອກ​ວ່າ: “ບໍ່ ລຸງ​ບໍ່​ໄດ້​ເອີ້ນ. ກັບ​ໄປ​ນອນ​ສະ.” ຊາມູເອນ​ກໍ​ກັບ​ໄປ​ນອນ. 6 ແລ້ວ​ພະ​ເຢໂຫວາ​ກໍເອີ້ນ​ອີກ​ວ່າ: “ຊາມູເອນ!” ຊາມູເອນ​ກໍ​ລຸກ​ຂຶ້ນ​ໄປ​ຫາ​ເອລີ​ແລະ​ເວົ້າ​ວ່າ: “ລຸງ​ເອີ້ນ​ຫຼານບໍ?” ແຕ່​ເອລີ​ເວົ້າ​ວ່າ: “ບໍ່ ລຸງ​ບໍ່​ໄດ້​ເອີ້ນ. ກັບ​ໄປ​ນອນ​ສະ.” 7 (ຕອນນັ້ນ​ຊາມູເອນ​ຍັງ​ບໍ່​ທັນ​ຮູ້ຈັກ​ພະ​ເຢໂຫວາ​ດີ ແລະ​ຍັງ​ບໍ່​ເຄີຍ​ໄດ້​ຮັບ​ຂ່າວສານ​ຈາກ​ພະ​ເຢໂຫວາ.)+ 8 ພະ​ເຢໂຫວາ​ໄດ້​ເອີ້ນ​ລາວ​ອີກ​ເປັນ​ເທື່ອ​ທີ 3 ວ່າ: “ຊາມູເອນ!” ແລ້ວ​ລາວ​ກໍ​ລຸກ​ຂຶ້ນ​ໄປ​ຫາ​ເອລີ​ແລະ​ເວົ້າ​ວ່າ: “ລຸງ​ເອີ້ນ​ຫຼານບໍ?”

ບັດ​ນີ້ ເອລີ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ເອີ້ນ​ຊາມູເອນ. 9 ເອລີ​ຈຶ່ງ​ບອກ​ຊາມູເອນ​ວ່າ: “ກັບ​ໄປ​ນອນ​ສະ. ຖ້າເພິ່ນເອີ້ນ​ຫຼານ​ອີກ​ກໍ​ໃຫ້​ຕອບ​ວ່າ ‘ພະ​ເຢໂຫວາ​ບອກ​ລູກ​ໂລດ ຜູ້ຮັບໃຊ້​ຂອງ​ພະອົງ​ກຳລັງ​ຟັງ​ຢູ່.’” ແລ້ວ​ຊາມູເອນ​ກໍ​ກັບ​ໄປ​ນອນ.

10 ພະ​ເຢໂຫວາ​ໄດ້​ເອີ້ນ​ຊາມູເອນຄື​ເກົ່າ​ອີກ​ວ່າ: “ຊາມູເອນ! ຊາມູເອນ!” ລາວ​ກໍ​ຕອບ​ວ່າ: “ບອກ​ລູກ​ໂລດ ຜູ້ຮັບໃຊ້​ຂອງ​ພະອົງ​ກຳລັງ​ຟັງ​ຢູ່.” 11 ພະ​ເຢໂຫວາ​ເວົ້າ​ກັບ​ຊາມູເອນ​ວ່າ: “ເຮົາ​ຈະ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ໃນ​ອິດສະຣາເອນ ແລະ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ຈະ​ຕ້ອງ​ຕົກໃຈ​ຫຼາຍ.+ 12 ໃນ​ມື້​ນັ້ນ​ເຮົາ​ຈະ​ຈັດການ​ກັບ​ຄອບຄົວ​ຂອງ​ເອລີ​ຕາມ​ທີ່​ເຮົາ​ໄດ້​ເວົ້າ​ໄວ້​ທັງໝົດ.+ 13 ເຈົ້າ​ຕ້ອງ​ບອກ​ລາວ​ວ່າ​ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ຕະຫຼອດໄປ ຍ້ອນ​ລາວ​ຮູ້​ຢູ່​ແລ້ວ​+ວ່າ​ລູກ​ຊາຍ​ຂອງ​ລາວ​ເຮັດ​ຊົ່ວ​ເຊິ່ງ​ເປັນ​ການ​ປ້ອຍດ່າ​ເຮົາ+ ແຕ່​ລາວ​ພັດ​ບໍ່​ຍອມ​ລົງໂທດ​ເຂົາເຈົ້າ.+ 14 ເຮົາ​ຈຶ່ງ​ສັນຍາ​ວ່າ​ຈະ​ບໍ່​ມີ​ເຄື່ອງບູຊາ​ຊະນິດ​ໃດ​ສາມາດ​ລົບລ້າງ​ຄວາມ​ຜິດ​ທີ່​ຄອບຄົວ​ຂອງ​ເອລີ​ເຮັດ.”+

15 ຊາມູເອນ​ກໍ​ກັບ​ໄປ​ນອນຈົນ​ຮອດ​ຕອນເຊົ້າ. ຫຼັງຈາກນັ້ນ ລາວ​ກໍ​ເປີດ​ທາງເຂົ້າ​ເຕັ້ນສັກສິດ​ຂອງ​ພະ​ເຢໂຫວາ ແຕ່​ລາວ​ບໍ່​ກ້າ​ບອກ​ເອລີ​ວ່າ​ພະເຈົ້າ​ເວົ້າ​ຫຍັງ​ກັບລາວ. 16 ເອລີ​ເອີ້ນ​ຫາ​ຊາມູເອນ​ວ່າ: “ຊາມູເອນ​ເອີ້ຍ!” ລາວ​ຕອບ​ວ່າ: “ຫຼານຢູ່​ນີ້.” 17 ເອລີ​ຖາມ​ວ່າ: “ເພິ່ນ​ບອກ​ຫຍັງ​ຫຼານ? ບໍ່​ຕ້ອງ​ປິດບັງ​ລຸງ​ເດີ້. ຖ້າ​ຫຼານ​ເລົ່າ​ບໍ່​ໝົດ ຂໍໃຫ້​ພະເຈົ້າ​ລົງໂທດ​ຫຼານ.” 18 ຊາມູເອນ​ກໍ​ເລົ່າ​ທຸກ​ຢ່າງ​ໃຫ້​ເອລີ​ຟັງ. ລາວ​ບໍ່​ໄດ້​ປິດບັງ​ຫຍັງ​ເລີຍ. ເອລີ​ຈຶ່ງ​ເວົ້າ​ວ່າ: “ຖ້າ​ພະ​ເຢໂຫວາ​ເວົ້າ​ແບບ​ນີ້​ແລ້ວ ຂໍ​ໃຫ້​ເພິ່ນເຮັດ​ຕາມທີ່​ເພິ່ນ​ຕ້ອງການ.”

19 ຊາມູເອນໃຫຍ່​ຂຶ້ນ ແລະ​ພະ​ເຢໂຫວາ​ໄດ້​ອວຍພອນ​ລາວ.+ ທຸກ​ເລື່ອງ​ທີ່​ເພິ່ນ​ບອກ​ຊາມູເອນ​ກໍ​ເກີດຂຶ້ນ​ແທ້. 20 ພວກ​ອິດສະຣາເອນ​ຕັ້ງແຕ່​ເມືອງ​ດານ​ຈົນ​ຮອດ​ເມືອງ​ເບເອເຊບາ​ກໍ​ຮູ້​ວ່າ​ຊາມູເອນ​ເປັນ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ. 21 ພະ​ເຢໂຫວາ​ມາ​ເມືອງ​ຊີໂລ​ເລື້ອຍ​ໆ​ໂດຍ​ທາງ​ນິມິດ. ພະ​ເຢໂຫວາ​ໃຫ້​ຊາມູເອນ​ຮູ້​ວ່າ​ເພິ່ນ​ຕ້ອງການ​ເຮັດ​ຫຍັງ​ຢູ່​ເມືອງ​ຊີໂລ ພະ​ເຢໂຫວາ​ຈຶ່ງ​ສົ່ງ​ຂ່າວ​ມາ​ໃຫ້​ລາວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌