ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຫີບ​ສັນຍາ​ຢູ່​ໃນ​ເຂດ​ຂອງ​ພວກ​ຟີລິດສະຕີນ (1-​12)

        • ພະ​ດາໂກນ​ຖືກ​ດູຖູກ (1-​5)

        • ພວກ​ຟີລິດສະຕີນ​ເປັນ​ພະຍາດ (6-​12)

1 ຊາມູເອນ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 4:11

1 ຊາມູເອນ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:23; 1ຂຄ 10:8-10

1 ຊາມູເອນ 5:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:12; 1ຂຄ 16:26; ພສ 97:7
  • +ອຊຢ 46:6, 7

1 ຊາມູເອນ 5:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 6:5, 6

1 ຊາມູເອນ 5:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:4

1 ຊາມູເອນ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 5:6

1 ຊາມູເອນ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 45; 2ກສ 1:2; ອມ 1:8
  • +1ຊມ 5:7

1 ຊາມູເອນ 5:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 5:6, 9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 5:11ຊມ 4:11
1ຊມ. 5:2ຜຕສ 16:23; 1ຂຄ 10:8-10
1ຊມ. 5:3ອພຍ 12:12; 1ຂຄ 16:26; ພສ 97:7
1ຊມ. 5:3ອຊຢ 46:6, 7
1ຊມ. 5:61ຊມ 6:5, 6
1ຊມ. 5:81ຊມ 17:4
1ຊມ. 5:91ຊມ 5:6
1ຊມ. 5:10ຢຊ 15:20, 45; 2ກສ 1:2; ອມ 1:8
1ຊມ. 5:101ຊມ 5:7
1ຊມ. 5:111ຊມ 5:6, 9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 5:1-12

ຊາມູເອນ​ສະບັບ​ທີ​ໜຶ່ງ

5 ເມື່ອ​ພວກ​ຟີລິດສະຕີນ​ໄດ້​ຍຶດ​ເອົາ​ຫີບ​ສັນຍາ​+ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ແລ້ວ ເຂົາ​ເຈົ້າ​ກໍ​ຍ້າຍ​ຫີບ​ນັ້ນ​ອອກ​ຈາກ​ເມືອງ​ເອເບັນເອເຊ​ໄປ​ເມືອງ​ອາຊະໂດດ. 2 ພວກ​ຟີລິດສະຕີນ​ໄດ້​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ເຂົ້າ​ໄປ​ໄວ້​ໃນ​ວິຫານ​ຂອງ​ພະ​ດາໂກນ ແລະ​ວາງ​ໄວ້​ທາງ​ຂ້າງ​ຮູບ​ປັ້ນ​ພະ​ດາໂກນ.+ 3 ມື້​ຕໍ່ມາ ເມື່ອ​ພວກ​ອາຊະໂດດຕື່ນ​ຂຶ້ນ​ມາຕອນ​ເຊົ້າ ເຂົາ​ເຈົ້າ​ກໍ​ເຫັນ​ຮູບ​ປັ້ນ​ພະ​ດາໂກນ​ລົ້ມ​ຂວ້ຳ​ໜ້າ​ຢູ່​ພື້ນ​ຕໍ່​ໜ້າ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ.+ ເຂົາ​ເຈົ້າ​ຈຶ່ງ​ຍົກ​ຮູບ​ປັ້ນ​ພະ​ດາໂກນ​ຂຶ້ນ ແລ້ວ​ເອົາ​ໄປ​ວາງ​ໄວ້​ບ່ອນ​ເກົ່າ.+ 4 ຕອນ​ເຊົ້າ​ມື້​ຕໍ່ມາ ເມື່ອ​ເຂົາ​ເຈົ້າ​ຕື່ນ​ຂຶ້ນ​ມາ​ກໍ​ເຫັນ​ຮູບ​ປັ້ນ​ພະ​ດາໂກນ​ລົ້ມ​ຂວ້ຳ​ໜ້າ​ຢູ່​ພື້ນ​ຕໍ່​ໜ້າ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ອີກ. ແຕ່​ຫົວ​ກັບ​ມື​ທັງ​ສອງ​ເບື້ອງ​ຂອງ​ຮູບ​ປັ້ນຂາດແລະ​ຟົ້ງ​ໄປ​ຢູ່​ຕີນ​ປະຕູ ແລະເຫຼືອ​ແຕ່ໂຕທີ່​ເປັນ​ຄື​ປາ​ເທົ່າ​ນັ້ນ. 5 ຍ້ອນ​ແນວ​ນີ້ ພວກ​ປະໂລຫິດ​ຂອງ​ພະ​ດາໂກນ​ແລະ​ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ວິຫານ​ນັ້ນ​ຈຶ່ງ​ບໍ່​ຢຽບ​ຕີນ​ປະຕູ​ວິຫານ​ຂອງ​ພະ​ດາໂກນ​ໃນ​ເມືອງ​ອາຊະໂດດ​ຈົນ​ຮອດ​ທຸກ​ມື້​ນີ້.

6 ພະ​ເຢໂຫວາ​ໄດ້ລົງໂທດພວກ​ອາຊະໂດດ​ຢ່າງ​ໜັກ ແລະເພິ່ນເຮັດ​ໃຫ້​ຄົນ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ​ເປັນ​ລິດສີດວງ.+ 7 ເມື່ອ​ຄົນ​ໃນ​ເມືອງ​ອາຊະໂດດ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ຢ່າ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ມາ​ໄວ້​ກັບ​ພວກ​ເຮົາ ຍ້ອນ​ເພິ່ນ​ລົງໂທດ​ພວກ​ເຮົາ​ແລະ​ພະ​ດາໂກນ​ຂອງ​ເຮົາ​ຢ່າງ​ຮ້າຍແຮງ.” 8 ດັ່ງນັ້ນ ເຂົາ​ເຈົ້າ​ຈຶ່ງ​ສົ່ງ​ຄົນ​ໄປ​ເອີ້ນ​ພວກເຈົ້າ​ເມືອງຂອງ​ພວກ​ຟີລິດສະຕີນ​ມາ​ປະຊຸມກັນແລະ​ຖາມ​ວ່າ: “ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຫີບ​ສັນຍາ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ?” ພວກ​ເຈົ້າ​ເມືອງ​ຕອບ​ວ່າ: “ຍ້າຍ​ຫີບ​ສັນຍາ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ໄປ​ໄວ້​ເມືອງ​ກັດ.”+ ເຂົາ​ເຈົ້າ​ຈຶ່ງ​ຍ້າຍ​ຫີບ​ນັ້ນ​ໄປ​ໄວ້​ຢູ່​ຫັ້ນ.

9 ຫຼັງ​ຈາກ​ທີ່​ຍ້າຍ​ຫີບ​ໄປ​ເມືອງ​ກັດ ພະ​ເຢໂຫວາ​ກໍ​ລົງໂທດ​ຄົນ​ໃນ​ເມືອງ​ນັ້ນ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ສັບ​ສົນ​ວຸ່ນວາຍ​ຫຼາຍ. ເພິ່ນ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ເມືອງ​ນັ້ນ​ຕັ້ງ​ແຕ່​ເດັກ​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ເປັນ​ລິດສີດວງ.+ 10 ດັ່ງນັ້ນ ເຂົາ​ເຈົ້າ​ຈຶ່ງ​ຍ້າຍ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ເມືອງ​ເອັກໂຣນ.+ ແຕ່​ທັນທີ​ທີ່​ຫີບ​ໄປ​ຮອດ​ເມືອງ​ນັ້ນ ພວກ​ເອັກໂຣນ​ກໍ​ຮ້ອງ​ໂວຍວາຍ​ຂຶ້ນ​ວ່າ: “ພວກ​ນັ້ນ​ເອົາຫີບ​ສັນຍາ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນມາ​ໄວ້​ນີ້​ເພື່ອ​ໃຫ້​ພວກ​ເຮົາ​ແລະ​ປະຊາຊົນ​ຂອງ​ພວກ​ເຮົາ​ຕາຍ.”+ 11 ເຂົາ​ເຈົ້າ​ຈຶ່ງ​ສົ່ງ​ຄົນ​ໄປ​ເອີ້ນ​ພວກ​ເຈົ້າ​ເມືອງ​ຂອງ​ພວກຟີລິດສະຕີນ​ມາ​ປະຊຸມ​ກັນ​ແລະ​ບອກ​ວ່າ: “ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ກັບ​ໄປ​ໄວ້​ບ່ອນ​ເກົ່າ​ເພື່ອ​ພວກ​ເຮົາ​ກັບ​ປະຊາຊົນ​ຂອງ​ພວກ​ເຮົາ​ຈະ​ບໍ່​ຕາຍ.” ຕອນ​ນັ້ນ ຄົນ​ໝົດ​ເມືອງ​ກໍ​ພາກັນຢ້ານວ່າໂຕເອງຈະ​ຕາຍ ຍ້ອນ​ພະເຈົ້າ​ທ່ຽງແທ້​ໄດ້​ລົງໂທດ​ເຂົາ​ເຈົ້າ​ຢູ່​ຫັ້ນ​ໜັກ​ຫຼາຍ.+ 12 ສ່ວນ​ຄົນ​ທີ່​ບໍ່​ຕາຍ​ກໍ​ເປັນ​ລິດສີດວງ ແລະ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ຄົນ​ໃນ​ເມືອງ​ນັ້ນ​ກໍ​ດັງ​ຂຶ້ນ​ໄປ​ຮອດ​ສະຫວັນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌