-
2 ກະສັດ 22:18, 19ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ສຳລັບກະສັດຢູດາທີ່ສົ່ງພວກເຈົ້າມາຖາມພະເຢໂຫວາ ໃຫ້ໄປບອກລາວວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບສິ່ງທີ່ເຈົ້າໄດ້ຍິນນັ້ນວ່າ 19 ‘ເຮົາຈະສາບແຊ່ງປະເທດນີ້ກັບປະຊາຊົນທີ່ຢູ່ນີ້ ແລະຄົນອື່ນຈະພາກັນຢ້ານເຂົາເຈົ້າ. ແຕ່ເມື່ອເຈົ້າຮູ້ເລື່ອງນີ້ ເຈົ້າຕັ້ງໃຈຟັງ ຮູ້ສຶກເສຍໃຈແລະຖ່ອມໂຕ+ຕໍ່ໜ້າພະເຢໂຫວາ ໄດ້ຈີກເສື້ອຂອງໂຕເອງ+ ແລະຮ້ອງໄຫ້ຕໍ່ໜ້າເຮົາ. ດັ່ງນັ້ນ ພະເຢໂຫວາບອກວ່າ ເຮົາໄດ້ຍິນຄຳອະທິດຖານຂອງເຈົ້າແລ້ວ.
-
-
ລູກາ 15:22-24ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ແຕ່ພໍ່ປິ່ນໄປສັ່ງພວກທາດວ່າ ‘ໄວໆ! ຂ້ຽວໄປເອົາເສື້ອຄຸມທີ່ດີທີ່ສຸດມາໃສ່ໃຫ້ລາວ ເອົາແຫວນມາສຸບໃສ່ນິ້ວມື ແລະເອົາເກີບມາສຸບໃສ່ຕີນໃຫ້ລາວ. 23 ແລ້ວໄປຂ້າງົວນ້ອຍໂຕຕຸ້ຍໆ ແລະເອົາມາກິນລ້ຽງສະຫຼອງນຳກັນ 24 ຍ້ອນລູກຂອງຂ້ອຍຜູ້ນີ້ຕາຍໄປແລ້ວ ແຕ່ກັບມາມີຊີວິດອີກ.+ ລາວເຄີຍຫຼົງທາງ ແຕ່ຕອນນີ້ລາວກັບມາແລ້ວ.’ ຈາກນັ້ນ ເຂົາເຈົ້າກໍລ້ຽງສະຫຼອງກັນ.
-
-
ລູກາ 18:13, 14ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ສ່ວນຄົນເກັບພາສີທີ່ຢືນຢູ່ໄກໆ ບໍ່ກ້າເງີຍໜ້າເບິ່ງຟ້າຊ້ຳ. ລາວຕີເອິກໂຕເອງແລະອະທິດຖານວ່າ ‘ພະເຈົ້າ ອີ່ຕົນລູກແດ່ ລູກເປັນຄົນບາບ.’+ 14 ຂ້ອຍຈະບອກໃຫ້ຮູ້ວ່າ ເມື່ອຜູ້ນີ້ກັບເມືອເຮືອນ ພະເຈົ້າຈະເຫັນວ່າລາວເປັນຄົນດີກວ່າຟາຣີຊາຍຜູ້ນັ້ນ.+ ທຸກຄົນທີ່ຍົກໂຕເອງຂຶ້ນຈະຖືກກົດໃຫ້ຕ່ຳລົງ ແຕ່ຄົນທີ່ຖ່ອມໂຕລົງຈະຖືກຍົກໃຫ້ສູງຂຶ້ນ.”+
-