-
2 ຊາມູເອນ 7:12-15ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ເມື່ອເຈົ້າຕາຍ+ແລະໄປຢູ່ກັບປູ່ຍ່າຕານາຍຂອງເຈົ້າ ເຮົາຈະໃຫ້ລູກຫຼານຂອງເຈົ້າເຊິ່ງກໍຄືລູກຊາຍຄົນໜຶ່ງຂອງເຈົ້າ*ເປັນກະສັດຕໍ່ຈາກເຈົ້າ ແລະເຮົາຈະເຮັດໃຫ້ການປົກຄອງຂອງລາວໝັ້ນຄົງ.+ 13 ລາວຈະເປັນຜູ້ສ້າງບ່ອນຢູ່ເພື່ອໃຫ້ຊື່ຂອງເຮົາໄດ້ຮັບການສັນລະເສີນ+ ແລະເຮົາຈະເຮັດໃຫ້ການປົກຄອງຂອງລາວຕັ້ງໝັ້ນຄົງຢູ່ຕະຫຼອດໄປ.+ 14 ເຮົາຈະເປັນພໍ່ຂອງລາວແລະລາວຈະເປັນລູກຂອງເຮົາ.+ ເມື່ອລາວເຮັດຜິດ ເຮົາຈະສັ່ງສອນລາວແລະເອົາໄມ້ແສ້ຕີລາວຄືກັບພໍ່ທີ່ເປັນມະນຸດເຮັດ.+ 15 ຕອນທີ່ເຮົາປົດຊາອູນເພື່ອໃຫ້ເຈົ້າໄດ້ເປັນກະສັດ ເຮົາເອົາຄວາມຮັກທີ່ໝັ້ນຄົງຂອງເຮົາໄປຈາກລາວ+ ແຕ່ເຮົາຈະບໍ່ເຮັດແບບນີ້ກັບລູກຊາຍຂອງເຈົ້າ.
-
-
ເພງສັນລະເສີນ 132:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ພະເຢໂຫວາໄດ້ສາບານກັບດາວິດ
ແລະເພິ່ນຈະບໍ່ປີ້ນຄວາມແນ່ນອນ. ເພິ່ນເວົ້າວ່າ:
“ເຮົາຈະໃຫ້ລູກຫຼານຄົນໜຶ່ງຂອງເຈົ້ານັ່ງເທິງບັນລັງຂອງເຈົ້າ.+
-
-
ເອຊາຢາ 55:3ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ໃຫ້ເຂົ້າມາຫາເຮົາແລະຟັງເຮົາ.+
-