ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 49:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ໃຫ້​ທ້ອງຟ້າ​ຮ້ອງ​ດ້ວຍ​ຄວາມ​ດີໃຈ ແລະ​ໃຫ້​ແຜ່ນດິນ​ເບີກບານ​ມ່ວນຊື່ນ.+

      ໃຫ້​ພູ​ຕ່າງ​ໆ​ຮ້ອງ​ຢ່າງ​ມີ​ຄວາມ​ສຸກ.+

      ຍ້ອນ​ພະ​ເຢໂຫວາ​ໄດ້​ປອບໂຍນ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ+

      ແລະ​ເພິ່ນ​ໄດ້​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ທີ່​ທຸກຍາກ​ລຳບາກ​ຫຼາຍ.+

  • ເອຊາຢາ 51:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ພະ​ເຢໂຫວາ​ຈະ​ປອບ​ໂຍນ​ຊີໂອນ.+

      ເພິ່ນ​ຈະ​ຟື້ນຟູ*​ຊາກຫັກພັງ​ຂອງ​ເມືອງ​ນີ້.+

      ເພິ່ນ​ຈະ​ເຮັດ​ໃຫ້​ບ່ອນ​ກັນດານ​ຂອງ​ເມືອງ​ນີ້​ເປັນ​ຄື​ກັບ​ສວນ​ເອເດັນ+

      ແລະ​ເຮັດ​ໃຫ້​ບ່ອນ​ທີ່​ແຫ້ງ​ແລ້ງ​ຂອງ​ເມືອງ​ນີ້​ເປັນ​ຄື​ກັບ​ສວນ​ຂອງ​ພະ​ເຢໂຫວາ.+

      ເມືອງ​ນີ້​ຈະ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ

      ມີ​ສຽງ​ຂອບໃຈ​ແລະ​ສຽງ​ເພງ​ທີ່​ມ່ວນ​ໆ​.+

  • 2 ໂກຣິນໂທ 1:3, 4
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຂໍ​ໃຫ້​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພະ​ເຢຊູ​ຄລິດ​ນາຍ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ.+ ເພິ່ນ​ເປັນ​ພໍ່​ທີ່​ມີ​ຄວາມ​ເມດຕາ+​ແລະ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.+ 4 ພະເຈົ້າ​ໃຫ້​ກຳລັງ​ໃຈ​ພວກ​ເຮົາ​ທຸກ​ເທື່ອ​ທີ່ເຈິ​ຄວາມ​ຍາກ​ລຳບາກ.*+ ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພະເຈົ້າ ພວກ​ເຮົາ​ຈຶ່ງ​ຮູ້​ວິທີ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ+​ທີ່​ເຈິ​ຄວາມ​ຍາກ​ລຳບາກ​ທຸກ​ຮູບແບບ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌