ເອຊາຢາ
41 “ເກາະຕ່າງໆເອີ້ຍ ໃຫ້ພວກເຈົ້າມິດແລະຟັງເຮົາ.
ຊາດຕ່າງໆເອີ້ຍ ໃຫ້ລວບລວມກຳລັງຄືນມາໃໝ່.
ໃຫ້ເຂົ້າມາຫາແລະເວົ້າກັບເຮົາ.+
ໃຫ້ພວກເຮົາມາເຈິກັນແລ້ວເຮົາຈະຕັດສິນພວກເຈົ້າ.
2 ໃຜເອີ້ນຜູ້ໜຶ່ງໃຫ້ມາຈາກທິດຕາເວັນອອກ?+
ໃຜເອີ້ນລາວໃຫ້ມາຮັບໃຊ້ເພິ່ນແລະເຮັດສິ່ງທີ່ຍຸຕິທຳ?
ໃຜມອບຊາດຕ່າງໆໃຫ້ລາວ
ແລະໃຫ້ປາບພວກກະສັດຕ່າງໆ?+
ໃຜເຮັດໃຫ້ກະສັດເຫຼົ່ານີ້ແຕກຊະແຕກຊາຍຄືກັບຂີ້ຝຸ່ນຕໍ່ໜ້າດາບຂອງລາວ?
ໃຜເຮັດໃຫ້ເຂົາເຈົ້າຖືກລົມພັດປິວໄປຄືກັບເຟືອງຕໍ່ໜ້າທະນູຂອງລາວ?
3 ລາວໄລ່ນຳເຂົາເຈົ້າໂດຍບໍ່ມີຫຍັງມາຂັດຂວາງ
ຢູ່ຕາມທາງທີ່ລາວບໍ່ເຄີຍໄປມາກ່ອນ.
4 ໃຜເປັນຜູ້ເຮັດສິ່ງນີ້
ແລະເອີ້ນຄົນແຕ່ລະລຸ້ນຕັ້ງແຕ່ຕອນທຳອິດ?
ເຮົາເຢໂຫວາເປັນຜູ້ເຮັດສິ່ງນີ້+
ແລະເຮົາຈະເປັນຄືເກົ່າຈົນຮອດຕອນທີ່ຄົນລຸ້ນສຸດທ້າຍເກີດມາ.”+
5 ເກາະຕ່າງໆໄດ້ເຫັນແລະຢ້ານ.
ຄົນທີ່ຢູ່ສຸດຂອບໂລກກໍເລີ່ມຢ້ານຈົນໂຕສັ່ນ.
ເຂົາເຈົ້າໄດ້ມາຢູ່ລວມກັນ.
6 ແຕ່ລະຄົນກໍຊ່ວຍເຫຼືອກັນ
ແລະເວົ້າໃຫ້ກຳລັງໃຈກັນວ່າ: “ໃຫ້ເຂັ້ມແຂງເດີ້.”
7 ຊ່າງທີ່ມີສີໄມ້ລາຍມືໃຫ້ກຳລັງໃຈຊ່າງເຫຼັກ.+
ຊ່າງທີ່ຕີເຫຼັກໃຫ້ແປດ້ວຍຄ້ອນ
ໃຫ້ກຳລັງໃຈຊ່າງທີ່ຕີເຫຼັກໃຫ້ເປັນຮູບຊົງ.*
ຊ່າງທີ່ມີສີໄມ້ລາຍມືຈະເວົ້າກັບຊ່າງຈອດເຫຼັກວ່າ: “ດີຫຼາຍ.”
ແລ້ວຮູບປັ້ນກໍຖືກຕອກຕະປູໃສ່ເພື່ອບໍ່ໃຫ້ລົ້ມ.
8 “ອິດສະຣາເອນເອີ້ຍ ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ.+
ຢາໂຄບເອີ້ຍ ເຈົ້າເປັນຜູ້ທີ່ເຮົາໄດ້ເລືອກ.+
ເຈົ້າເປັນລູກຫຼານຂອງອັບຣາຮາມໝູ່ຂອງເຮົາ.+
9 ເຈົ້າເປັນຜູ້ທີ່ເຮົາພາມາຈາກສຸດຂອບໂລກ+
ແລະເຈົ້າເປັນຜູ້ທີ່ເຮົາໄດ້ເອີ້ນມາຈາກບ່ອນທີ່ໄກທີ່ສຸດ.
ເຮົາໄດ້ບອກເຈົ້າວ່າ ‘ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ.+
ເຮົາໄດ້ເລືອກເຈົ້າແລະເຮົາຈະບໍ່ປະຖິ້ມເຈົ້າ.+
10 ບໍ່ຕ້ອງຢ້ານ ຍ້ອນວ່າເຮົາຢູ່ນຳເຈົ້າ.+
ບໍ່ຕ້ອງອຸກໃຈ ຍ້ອນວ່າເຮົາເປັນພະເຈົ້າຂອງເຈົ້າ.+
ເຮົາຈະເຮັດໃຫ້ເຈົ້າເຂັ້ມແຂງແລະເຮົາຈະຊ່ວຍເຈົ້າ.+
ເຮົາຈະໃຊ້ມືຂວາຂອງເຮົາທີ່ເຮັດສິ່ງທີ່ຖືກຕ້ອງຈັບເຈົ້າໄວ້ແໜ້ນໆ.’
11 ຖ້າເບິ່ງເດີ້! ທຸກຄົນທີ່ໃຈຮ້າຍໃສ່ເຈົ້າຈະຕ້ອງອັບອາຍ+
ແລະຜູ້ທີ່ມາຕໍ່ສູ້ກັບເຈົ້າຈະຖືກທຳລາຍຈົນໝົດ.+
12 ເຈົ້າຈະຊອກຫາຄົນທີ່ມາຕໍ່ສູ້ກັບເຈົ້າ ແຕ່ເຈົ້າຈະບໍ່ເຫັນເຂົາເຈົ້າ.
ພວກທີ່ມາເຮັດສົງຄາມກັບເຈົ້າຈະເປັນຄືກັບຄົນທີ່ບໍ່ມີຕົວຕົນແລະບໍ່ມີຄ່າຫຍັງ.+
13 ເຮົາເຢໂຫວາພະເຈົ້າຂອງເຈົ້າກຳລັງຈັບມືຂວາຂອງເຈົ້າໄວ້.
ເຮົາເປັນຜູ້ທີ່ເວົ້າກັບເຈົ້າວ່າ ‘ບໍ່ຕ້ອງຢ້ານ ເຮົາຈະຊ່ວຍເຈົ້າ.’+
14 ຢາໂຄບຜູ້ທີ່ຕ່ຳຕ້ອຍ* ບໍ່ຕ້ອງຢ້ານເດີ້.+
ອິດສະຣາເອນເອີ້ຍ ເຮົາຈະຊ່ວຍເຈົ້າ.” ພະເຢໂຫວາທີ່ເປັນຜູ້ໄຖ່ເຈົ້າ+ແລະເປັນພະເຈົ້າອົງບໍລິສຸດຂອງອິດສະຣາເອນໄດ້ເວົ້າແບບນີ້.
ເຈົ້າຈະຢຽບແລະທຳລາຍພູທຸກໜ່ວຍ
ແລະເຮັດໃຫ້ໂນນພູທຸກບ່ອນເປັນຄືກັບຂີ້ແກບ.
16 ເຈົ້າຈະຝັດພວກມັນຄືກັບຝັດເຂົ້າ
ແລະລົມຈະພັດເອົາພວກມັນໄປ.
ລົມພາຍຸຈະເຮັດໃຫ້ພວກມັນຊະອອກ.
ເຈົ້າຈະມີຄວາມຍິນດີຍ້ອນພະເຢໂຫວາ+
ແລະເຈົ້າຈະອວດສິ່ງທີ່ພະເຈົ້າອົງບໍລິສຸດຂອງອິດສະຣາເອນໄດ້ເຮັດ.”+
17 “ຄົນທຸກຍາກຊອກກິນນ້ຳແຕ່ກໍບໍ່ມີ.
ປາກ*ເຂົາເຈົ້າຈຶ່ງແຫ້ງຍ້ອນວ່າຫິວນ້ຳ.+
ເຮົາເຢໂຫວາຈະຊ່ວຍເຂົາເຈົ້າ.+
ເຮົາທີ່ເປັນພະເຈົ້າຂອງອິດສະຣາເອນຈະບໍ່ປະຖິ້ມເຂົາເຈົ້າ.+
ເຮົາຈະເຮັດໃຫ້ບ່ອນກັນດານກາຍເປັນໜອງທີ່ມີຕົ້ນອໍ້ຫຼາຍໆ
ແລະເຮັດໃຫ້ບ່ອນທີ່ແຫ້ງແລ້ງມີນ້ຳ.+
ຢູ່ບ່ອນກັນດານ ເຮົາຈະປູກຕົ້ນຈູນິເປີ້*
20 ເພື່ອທຸກຄົນຈະໄດ້ຮູ້ແລະໄດ້ເຫັນ
ໄດ້ສົນໃຈແລະເຂົ້າໃຈວ່າ
ພະເຢໂຫວາໄດ້ເຮັດສິ່ງເຫຼົ່ານີ້
ແລະພະເຈົ້າອົງບໍລິສຸດຂອງອິດສະຣາເອນໄດ້ເຮັດໃຫ້ມັນເກີດຂຶ້ນ.”+
21 ພະເຢໂຫວາເວົ້າວ່າ: “ຍົກຄະດີຂອງພວກເຈົ້າຂຶ້ນມາ.”
ກະສັດຂອງຢາໂຄບເວົ້າວ່າ: “ເອົາຫຼັກຖານຂອງພວກເຈົ້າມາ.”
22 “ພວກຮູບບູຊາເອີ້ຍ ເອົາຫຼັກຖານມາແລະບອກພວກເຮົາໃນສິ່ງທີ່ຈະເກີດຂຶ້ນໃນອະນາຄົດແດ່.
ໃຫ້ບອກພວກເຮົາກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນແລ້ວ*
ເພື່ອພວກເຮົາຈະເຂົ້າໃຈແລະຮູ້ວ່າຜົນຈະອອກມາແນວໃດ.
ໃຫ້ບອກພວກເຮົາໃນສິ່ງທີ່ຈະເກີດຂຶ້ນ.+
23 ບອກພວກເຮົາດຸວ່າຈະເກີດຫຍັງຂຶ້ນໃນອະນາຄົດ
ເພື່ອພວກເຮົາຈະຮູ້ວ່າພວກເຈົ້າກໍເປັນພະເຈົ້າ.+
ເຮັດຫຍັງຈັກຢ່າງແມ້ ແນວດີກໍໄດ້ ແນວຊົ່ວກໍໄດ້
ເພື່ອພວກເຮົາເຫັນແລ້ວຊິໄດ້ງຶດ.+
24 ພວກເຈົ້າບໍ່ມີຄ່າຫຍັງ
ແລະພວກເຈົ້າເຮັດຫຍັງກໍບໍ່ໄດ້.+
ຄົນທີ່ເລືອກນະມັດສະການພວກເຈົ້າກໍເປັນຕາຂີ້ດຽດ.+
ລາວຈະຢຽບພວກຜູ້ປົກຄອງຄືກັບຢຽບດິນດາກ+
ຄືກັບຊ່າງປັ້ນໝໍ້ນວດດິນດາກ.
26 ໃຜບອກເລື່ອງນີ້ຕັ້ງແຕ່ຕອນທຳອິດເພື່ອພວກເຮົາຈະຮູ້
ຫຼືໃຜບອກຕັ້ງແຕ່ກີ້ເພື່ອພວກເຮົາຈະເວົ້າວ່າ ‘ລາວເວົ້າຖືກແລ້ວ’?+
ບໍ່ມີໃຜໃນພວກເຈົ້າປະກາດເລື່ອງນີ້.
ບໍ່ມີໃຜໃນພວກເຈົ້າບອກເລື່ອງນີ້.
ບໍ່ມີໃຜໄດ້ຍິນພວກເຈົ້າເວົ້າຫຍັງເລີຍ.”+
27 ເຮົາເປັນຜູ້ທຳອິດທີ່ບອກຊີໂອນວ່າ: “ເບິ່ງສິ່ງທີ່ຈະເກີດຂຶ້ນແມ້!”+
ແລະເຮົາຈະສົ່ງຄົນໄປບອກຂ່າວດີໃຫ້ເຢຣູຊາເລັມຮູ້.+
28 ເຮົາຊອກຫາ ແຕ່ບໍ່ເຫັນໃຜ.
ເຂົາເຈົ້າໃຫ້ຄຳແນະນຳຫຍັງບໍ່ໄດ້ເລີຍ.
ເຖິງວ່າເຮົາຈະຖາມຕະຫຼອດ ແຕ່ກໍບໍ່ມີໃຜຕອບ.
29 ຮູບພະເຫຼົ່ານີ້ບໍ່ມີຕົວຕົນ.
ພວກມັນເຮັດຫຍັງບໍ່ໄດ້.
ພວກມັນບໍ່ມີຄ່າແລະບໍ່ມີປະໂຫຍດຫຍັງ.+