ເພງສັນລະເສີນ
149 ໃຫ້ສັນລະເສີນພະເຢໂຫວາ.*
2 ໃຫ້ອິດສະຣາເອນມີຄວາມຍິນດີຍ້ອນຜູ້ທີ່ສ້າງລາວ.+
ໃຫ້ຄົນເມືອງຊີໂອນມີຄວາມສຸກຍ້ອນກະສັດຂອງເຂົາເຈົ້າ.
3 ໃຫ້ສັນລະເສີນຊື່ຂອງເພິ່ນແລະເຕັ້ນໄປນຳ.+
ໃຫ້ຮ້ອງເພງສັນລະເສີນເພິ່ນພ້ອມກັບຕີກອງແທມບູຣິນ*ແລະດີດພິນ.+
4 ພະເຢໂຫວາພໍໃຈປະຊາຊົນຂອງເພິ່ນ.+
ເພິ່ນຊ່ວຍຄົນຖ່ອມໃຫ້ລອດ.+
5 ໃຫ້ຄົນສັດຊື່ດີໃຈຍ້ອນພະເຈົ້າໃຫ້ກຽດເຂົາເຈົ້າ.
ໃຫ້ເຂົາເຈົ້າໂຫ່ຮ້ອງດ້ວຍຄວາມຍິນດີຢູ່ຕຽງນອນຂອງເຂົາເຈົ້າ.+
6 ໃຫ້ເຂົາເຈົ້າຮ້ອງເພງສັນລະເສີນພະເຈົ້າ
ແລະຈັບດາບສອງຄົມ
7 ເພື່ອແກ້ແຄ້ນຊາດຕ່າງໆ
ແລະລົງໂທດປະເທດຕ່າງໆ
8 ເພື່ອລ່າມໂສ້ພວກກະສັດຂອງເຂົາເຈົ້າ
ແລະເອົາໂສ້ເຫຼັກລ່າມພວກເຈົ້ານາຍຂອງເຂົາເຈົ້າ.
9 ຄົນທີ່ສັດຊື່ຈະເຮັດກັບເຂົາເຈົ້າຕາມຄຳຕັດສິນທີ່ໄດ້ຂຽນໄວ້.+
ຄົນທີ່ສັດຊື່ຂອງເພິ່ນຈະໄດ້ຮັບກຽດໃຫ້ເຮັດສິ່ງທັງໝົດນີ້.
ໃຫ້ສັນລະເສີນພະເຢໂຫວາ.*