ພະເຈົ້າມີຈັກຊື່?
ຄຳຕອບຈາກຄຳພີໄບເບິນ
ພະເຈົ້າມີຊື່ສະເພາະພຽງຊື່ດຽວ. ຂຽນເປັນພາສາເຮັບເຣີວ່າ יהוה ແລະມັກໃຊ້ໃນພາສາອັງກິດວ່າ “Jehovah”a ຫຼື “ເຢໂຫວາ” ໃນພາສາລາວ. ພະເຈົ້າໄດ້ບອກຜ່ານທາງຜູ້ພະຍາກອນເອຊາຢາວ່າ: “ເຮົາຄືເຢໂຫວາ. ນີ້ແມ່ນຊື່ຂອງເຮົາ.” (ເອຊາອີ 42:8, ລ.ມ.) ຊື່ນີ້ປາກົດປະມານ 7.000 ເທື່ອໃນສຳເນົາຕົ້ນສະບັບເກົ່າແກ່ຂອງຄຳພີໄບເບິນ ເຊິ່ງມີຫຼາຍກວ່າຄຳອື່ນໆທີ່ໃຊ້ເອີ້ນພະເຈົ້າ ແລະແທ້ໆແລ້ວ ມີຫຼາຍກວ່າຊື່ຂອງຄົນອື່ນໆດ້ວຍຊ້ຳ.b
ພະເຢໂຫວາມີຊື່ອື່ນອີກບໍ?
ຄຳພີໄບເບິນເວົ້າເຖິງພະເຈົ້າໂດຍໃຊ້ຊື່ສະເພາະພຽງຊື່ດຽວ ແຕ່ໃຊ້ຫຼາຍຕຳແໜ່ງແລະໃຊ້ຄຳພັນລະນາເຖິງເພິ່ນຫຼາຍແບບ. ລາຍການຕໍ່ໄປນີ້ເປັນພຽງບາງຕຳແໜ່ງແລະບາງຄຳທີ່ໃຊ້ເອີ້ນເພິ່ນ ເຊິ່ງເຮັດໃຫ້ເຫັນວ່າຄຸນລັກສະນະຫຼືບຸກຄະລິກຂອງພະເຢໂຫວາເປັນແນວໃດ.
ຕຳແໜ່ງ |
ແຫຼ່ງອ້າງອີງ |
ຄວາມໝາຍ |
---|---|---|
ອັນລໍຮ໌ |
(ບໍ່ມີ) |
ຄຳວ່າ “ອັນລໍຮ໌” ບໍ່ແມ່ນຊື່ສະເພາະ ແຕ່ເປັນຕຳແໜ່ງ ມີຄວາມໝາຍວ່າ “ພະເຈົ້າ.” ມາຈາກຄຳພາສາອາຣັບ ຄຳພີໄບເບິນສະບັບແປຫຼາຍສະບັບໃນພາສາອາຣັບແລະພາສາອື່ນໆໃຊ້ຄຳວ່າ “ອັນລໍຮ໌” ເຊິ່ງໝາຍເຖິງ “ພະເຈົ້າ.” |
ຜູ້ມີພະລັງອຳນາດສູງສຸດ |
ຕົ້ນເດີມ 17:1, ສະບັບແປໂລກໃໝ່ |
ມີພະລັງອຳນາດທີ່ບໍ່ມີໃຜຕ້ານທານໄດ້. ຄຳພາສາເຮັບເຣີ ʼEl Shad·daiʹ (ເອວຊັດໄດ) “ພະເຈົ້າຜູ້ມີພະລັງອຳນາດສູງສຸດ” ປາກົດ 7 ເທື່ອໃນຄຳພີໄບເບິນ. |
ອັນຟາແລະໂອເມກາ |
“ຜູ້ທຳອິດແລະຜູ້ສຸດທ້າຍ” ຫຼື “ຈຸດເລີ່ມຕົ້ນແລະຈຸດຈົບ” ໝາຍຄວາມວ່າບໍ່ມີພະເຈົ້າຜູ້ມີພະລັງອຳນາດສູງສຸດຢູ່ກ່ອນພະເຢໂຫວາແລະຫຼັງຈາກພະເຢໂຫວາກໍບໍ່ມີຄືກັນ. (ເອຊາອີ 43:10) ອັນຟາແລະໂອເມກາເປັນອັກສອນໂຕທຳອິດແລະໂຕສຸດທ້າຍຂອງພະຍັນຊະນະພາສາກຣີກ. |
|
ຜູ້ມີຊີວິດຢູ່ຕັ້ງແຕ່ດຶກດຳບັນ |
ດານຽນ 7:9, 13, 22, ສະບັບແປໂລກໃໝ່ |
ບໍ່ມີຈຸດເລີ່ມຕົ້ນ ມີຊີວິດຢູ່ກ່ອນສິ່ງອື່ນຫຼືຄົນອື່ນທັງໝົດແລະຈະຢູ່ຕະຫຼອດໄປ.—ຄຳເພງ 90:2 |
ຜູ້ສ້າງ |
ເອຊາອີ 40:28, ສະບັບແປໂລກໃໝ່ |
ສ້າງທຸກສິ່ງ. |
ພໍ່ |
ຜູ້ໃຫ້ຊີວິດ. |
|
ພະເຈົ້າ |
ຜູ້ທີ່ສົມຄວນໄດ້ຮັບການນະມັດສະການ ຜູ້ມີລິດອຳນາດ. ຄຳພາສາເຮັບເຣີ ʼElo·himʹ (ເອໂລຮິມ) ຢູ່ໃນຮູບພະຫຸພົດ ສະແດງເຖິງຄວາມຍິ່ງໃຫຍ່ ກຽດຕິຍົດ ຫຼືຄວາມດີເລີດຂອງພະເຢໂຫວາ. |
|
ພະເຈົ້າຜູ້ຍິ່ງໃຫຍ່ເໜືອພະທັງໝົດ |
ພະບັນຍັດ 10:17, ສະບັບແປໂລກໃໝ່ |
ພະເຈົ້າອົງສູງສຸດ ຕ່າງຈາກ “ຮູບບູຊາທີ່ບໍ່ມີຄ່າ” ທີ່ບາງຄົນຂາບໄຫວ້.—ເອຊາອີ 2:8, ລ.ມ. |
ຄູອົງຍິ່ງໃຫຍ່ |
ເອຊາອີ 30:20, 21, ສະບັບແປໂລກໃໝ່ |
ສອນແລະຊີ້ນຳແບບທີ່ເປັນປະໂຫຍດ.—ເອຊາອີ 48:17, 18 |
ຜູ້ສ້າງອົງຍິ່ງໃຫຍ່ |
ຄຳເພງ 149:2, ສະບັບແປໂລກໃໝ່ |
ສ້າງທຸກສິ່ງ.—ພະນິມິດ 4:11 |
ພະເຈົ້າຜູ້ມີຄວາມສຸກ |
ມີຄວາມສຸກແລະຄວາມຍິນດີ.—ຄຳເພງ 104:31 |
|
ຜູ້ຟັງຄຳອະທິດຖານ |
ຄຳເພງ 65:2, ສະບັບແປໂລກໃໝ່ |
ເປັນຜູ້ຟັງຄຳອະທິດຖານຂອງແຕ່ລະຄົນທີ່ອະທິດຖານເຖິງເພິ່ນດ້ວຍຄວາມເຊື່ອ. |
ເຮົາເປັນຜູ້ເຮົາເປັນ |
ອົບພະຍົບ 3:14, ສະບັບອາເມຣິກັນສະແຕນດາດ |
ເປັນຫຍັງກໍໄດ້ເພື່ອໃຫ້ທຸກສິ່ງເປັນໄປຕາມທີ່ຕັ້ງໃຈໄວ້. ວະລີນີ້ຍັງມີການແປວ່າ “ເຮົາຈະເປັນຫຍັງກໍໄດ້ທີ່ເຮົາພໍໃຈຈະເປັນ” ຫຼື “ເຮົາຈະເປັນທຸກຢ່າງທີ່ເຮົາຕ້ອງການຈະເປັນ” (ດິເອມຟາໄຊໄບເບິນ ໂດຍ ເຈ. ບີ. ຣໍເທີແຮມ, ສະບັບແປໂລກໃໝ່) ວະລີນີ້ຊ່ວຍອະທິບາຍຄວາມໝາຍຂອງຊື່ເຢໂຫວາເຊິ່ງບອກໄວ້ໃນຂໍ້ຕໍ່ໄປ.—ອົບພະຍົບ 3:15 |
ຫວງແຫນ |
ບໍ່ຍອມໃຫ້ນະມັດສະການພະອື່ນ. ຄຳນີ້ຍັງມີການແປວ່າ “ບໍ່ຍອມໃຫ້ມີຄູ່ແຂ່ງ” ແລະ “ຕ້ອງການໃຫ້ນະມັດສະການເພິ່ນຜູ້ດຽວ.”—ກອດສ໌ເຫວີດ ໄບເບິນ, ສະບັບແປໂລກໃໝ່ |
|
ກະສັດຕະຫຼອດໄປ |
ເພິ່ນມີອຳນາດສູງສຸດສະເໝີມາແລະຈະມີຕະຫຼອດໄປ. |
|
ຜູ້ເປັນນາຍ |
ຄຳເພງ 135:5, ສະບັບແປໂລກໃໝ່ |
ເຈົ້າຂອງຫຼືເຈົ້ານາຍ ຄຳພາສາເຮັບເຣີຄື ʼA·dhohnʹ (ອະໂດນ) ແລະ ʼAdho·nimʹ (ອະໂດນິມ). |
ຈອມທັບ ຈອມໂຍທາ |
ເອຊາອີ 1:9, ສະບັບມາດຕະຖານ; ໂຣມ 9:29, ສະບັບແປຄິງເຈມສ໌ |
ຜູ້ບັນຊາການກອງທັບທູດສະຫວັນ. ຕຳແໜ່ງນີ້ຍັງແປໄດ້ວ່າ “ພະເຢໂຫວາຜູ້ເປັນຈອມທັບ.”—ໂຣມ 9:29 |
ພະເຈົ້າອົງສູງສຸດ |
ຄຳເພງ 47:2, ສະບັບແປໂລກໃໝ່ |
ມີຕຳແໜ່ງສູງສຸດ. |
ພະເຈົ້າອົງບໍລິສຸດ |
ສຸພາສິດ 9:10, ສະບັບແປໂລກໃໝ່ |
ບໍລິສຸດ (ສະອາດແລະບໍລິສຸດທາງສິນລະທຳ) ຍິ່ງກວ່າສິ່ງໃດໆ. |
ຊ່າງປັ້ນໝໍ້ |
ເອຊາອີ 64:8, ສະບັບແປໂລກໃໝ່ |
ມີອຳນາດເໜືອທຸກຄົນແລະທຸກປະເທດ ຄືກັບຊ່າງປັ້ນໝໍ້ມີອຳນາດເໜືອດິນໜຽວ.—ໂຣມ 9:20, 21 |
ຜູ້ໄຖ່ |
ໄຖ່ຖອນຫຼືຊື້ມະນຸດຊາດກັບຄືນມາເພື່ອໃຫ້ພົ້ນຈາກບາບແລະຄວາມຕາຍ ໂດຍອາໄສເຄື່ອງບູຊາໄຖ່ຂອງພະເຢຊູຄລິດ.—ໂຢຮັນ 3:16 |
|
ຫີນທີ່ແຂງແກ່ນ |
ຄຳເພງ 18:2, 46, ສະບັບແປໂລກໃໝ່ |
ບ່ອນຫຼົບໄພທີ່ໝັ້ນຄົງແລະແຫຼ່ງແຫ່ງຄວາມລອດ. |
ຜູ້ຊ່ວຍໃຫ້ລອດ |
ເອຊາອີ 45:21, ສະບັບແປໂລກໃໝ່ |
ຊ່ວຍໃຫ້ລອດພົ້ນຈາກອັນຕະລາຍຫຼືການທຳລາຍລ້າງ. |
ຜູ້ລ້ຽງແກະ |
ຄຳເພງ 23:1, ສະບັບແປໂລກໃໝ່ |
ເບິ່ງແຍງຜູ້ທີ່ນະມັດສະການເພິ່ນ. |
ຜູ້ຍິ່ງໃຫຍ່ສູງສຸດ |
ຕົ້ນເດີມ 15:2, ສະບັບແປໂລກໃໝ່ |
ມີອຳນາດສູງສຸດ ຄຳພາສາເຮັບເຣີຄື ʼAdho·naiʹ (ອະໂດນາຍ) |
ພະຜູ້ສູງສຸດ |
ດານຽນ 7:18, 27, ສະບັບແປໂລກໃໝ່ |
ຜູ້ປົກຄອງທີ່ມີອຳນາດສູງສຸດ. |
ຊື່ສະຖານທີ່ໃນພະຄຳພີພາກພາສາເຮັບເຣີ
ຊື່ສະຖານທີ່ບາງຊື່ໃນຄຳພີໄບເບິນມີຊື່ສະເພາະຂອງພະເຈົ້າຢູ່ນຳ ແຕ່ບໍ່ໄດ້ຖືວ່າເປັນອີກຊື່ໜຶ່ງຂອງເພິ່ນ.
ຊື່ສະຖານທີ່ |
ແຫຼ່ງອ້າງອີງ |
ຄວາມໝາຍ |
---|---|---|
ເຢໂຫວາຢິເຣ |
ຕົ້ນເດີມ 22:13, 14, ສະບັບແປໂລກໃໝ່ |
“ພະເຢໂຫວາຈະຈັດຫາໃຫ້.” |
ເຢໂຫວານີຊີ |
“ພະເຢໂຫວາເປັນເສົາໃຫ້ສັນຍານຂອງຂ້ອຍ” ຫຼື “ພະຢາເວເປັນທຸງຂອງຂ້ານ້ອຍ.” (ສະບັບແປກາໂຕລິກ) ພະເຢໂຫວາເປັນພະເຈົ້າທີ່ປະຊາຊົນຂອງເພິ່ນສາມາດໝາຍເພິ່ງເພື່ອການປົກປ້ອງແລະຄວາມຊ່ວຍເຫຼືອ.—ອົບພະຍົບ 17:13-16 |
|
ເຢໂຫວາຊາໂລມ |
ຜູ້ຕັດສິນ 6:23, 24, ສະບັບແປໂລກໃໝ່ |
“ພະເຢໂຫວາຄືສັນຕິສຸກ.” |
ເຢໂຫວາຊາມມາ |
ເອເຊກຽນ 48:35 ໄຂເງື່ອນ ສະບັບອາເມຣິກັນສະແຕນດາດ |
“ພະເຢໂຫວາຢູ່ທີ່ນັ້ນ.” |
ເຫດຜົນທີ່ຄວນຮູ້ຈັກຊື່ຂອງພະເຈົ້າແລະໃຊ້ຊື່ຂອງເພິ່ນ
ພະເຈົ້າຢາກໃຫ້ຜູ້ຄົນຮູ້ຈັກຊື່ສະເພາະຂອງເພິ່ນຄື ເຢໂຫວາ ເຊິ່ງເຫັນໄດ້ຈາກການທີ່ເພິ່ນໃຫ້ມີຊື່ຂອງເພິ່ນຢູ່ໃນຄຳພີໄບເບິນຫຼາຍພັນເທື່ອ.—ມາລາກີ 1:11
ພະເຢຊູລູກຂອງພະເຈົ້າເນັ້ນຄວາມສຳຄັນຂອງຊື່ພະເຈົ້າຫຼາຍເທື່ອ. ເຊັ່ນ ເພິ່ນອະທິດຖານເຖິງພະເຢໂຫວາວ່າ: “ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ.”—ມັດທາຍ 6:9; ໂຢຮັນ 17:6
ການທີ່ຜູ້ຄົນໄດ້ມາຮູ້ຈັກຊື່ພະເຢໂຫວາແລະໃຊ້ຊື່ຂອງເພິ່ນເປັນຂັ້ນຕອນທຳອິດທີ່ເຂົາເຈົ້າຈະສ້າງສາຍສຳພັນກັບເພິ່ນ. (ຄຳເພງ 9:10; ມາລາກີ 3:16) ສາຍສຳພັນແບບນີ້ຊ່ວຍເຂົາເຈົ້າໃຫ້ໄດ້ຮັບປະໂຫຍດຈາກຄຳສັນຍາຂອງເພິ່ນທີ່ວ່າ: “ຍ້ອນລາວຮັກເຮົາ ເຮົາກໍຈະຊ່ວຍຊີວິດລາວ. ເຮົາຈະປົກປ້ອງລາວຍ້ອນລາວຮູ້ຈັກຊື່ຂອງເຮົາ.”—ຄຳເພງ 91:14, ລ.ມ.
ຄຳພີໄບເບິນຍອມຮັບວ່າ: “ມີຫຼາຍສິ່ງທັງໃນສະຫວັນແລະໃນໂລກທີ່ຜູ້ຄົນຖືກັນວ່າເປັນ ‘ພະເຈົ້າ’ ຄືກັບທີ່ຜູ້ຄົນພາກັນເວົ້າວ່າມີ ‘ພະ’ ຫຼາຍແລະມີ ‘ເຈົ້ານາຍ’ ຫຼາຍ.” (1 ໂກຣິນໂທ 8:5, 6) ແຕ່ຄຳພີໄບເບິນບອກຈະແຈ້ງວ່າພະເຈົ້າທ່ຽງແທ້ອົງດຽວມີຊື່ວ່າ ເຢໂຫວາ.—ຄຳເພງ 83:18
a ນັກວິຊາການດ້ານພາສາເຮັບເຣີບາງຄົນກໍມັກຈະໃຊ້ຊື່ຂອງພະເຈົ້າວ່າ “Yahweh” (ຢາເວ).
b “Jah” (ຢາ) ເປັນຊື່ຫຍໍ້ຂອງພະເຈົ້າ ມີປະມານ 50 ເທື່ອໃນຄຳພີໄບເບິນ ເຊິ່ງລວມເຖິງຄຳວ່າ “ອາເລລູຢາ” ຫຼື “ອັນເລລູຢາ” ເຊິ່ງໝາຍຄວາມວ່າ “ສັນລະເສີນຢາ.”—ພະນິມິດ 19:1, ສະບັບມາດຕະຖານ, ສະບັບແປກາໂຕລິກ