ໂຢບ
29 ໂຢບເວົ້າຕໍ່ໄປວ່າ:
2 “ຂ້ອຍຄິດຮອດຕອນແຕ່ກີ້
ຕອນທີ່ພະເຈົ້າຍັງເບິ່ງແຍງຂ້ອຍຢູ່
3 ຕອນທີ່ເພິ່ນເຍືອງແສງຕະກຽງເທິງຂ້ອຍ
ແລະຊ່ວຍຂ້ອຍໃຫ້ຍ່າງໃນບ່ອນມືດ+
4 ຕອນທີ່ຂ້ອຍຍັງໜຸ່ມແລະແຂງແຮງກວ່ານີ້
ຕອນທີ່ພະເຈົ້າໃກ້ຊິດກັບຂ້ອຍແລະຍັງຢູ່ໃນເຕັ້ນຂອງຂ້ອຍ+
5 ຕອນທີ່ຜູ້ມີລິດເດດສູງສຸດຢູ່ນຳຂ້ອຍ
ຕອນທີ່ພວກລູກ*ຍັງຢູ່ນຳຂ້ອຍ
6 ຕອນທີ່ທາງຍ່າງຂອງຂ້ອຍຍັງມີນົມດີໆຫຼາຍໆ
ແລະຕອນທີ່ຍັງມີນ້ຳມັນໝາກກອກໄຫຼອອກມາຈາກຫີນໃຫ້ຂ້ອຍ+
7 ຕອນນັ້ນ ຂ້ອຍເຄີຍໄປທີ່ປະຕູເມືອງ+
ແລະເຄີຍນັ່ງຢູ່ເດີ່ນຂອງເມືອງ.+
8 ເມື່ອພວກຄົນໜຸ່ມເຫັນຂ້ອຍ ເຂົາເຈົ້າກໍຫຼີກທາງໃຫ້
ແລະແມ່ນແຕ່ພວກຜູ້ເຖົ້າກໍຢືນຂຶ້ນເພື່ອສະແດງຄວາມນັບຖືຂ້ອຍ.+
9 ພວກເຈົ້ານາຍກໍບໍ່ກ້າເວົ້າຫຍັງ.
ເຂົາເຈົ້າເອົາມືອັດປາກໄວ້.
10 ພວກຄົນທີ່ມີຕຳແໜ່ງກໍມິດຢູ່
ແລະບໍ່ມີຈັກຄຳອອກມາຈາກປາກຂອງເຂົາເຈົ້າ.
11 ຄົນທີ່ໄດ້ຍິນຂ້ອຍເວົ້າກໍຊົມເຊີຍຂ້ອຍ
ແລະຄົນທີ່ເຫັນຂ້ອຍກໍເວົ້າປົກປ້ອງຂ້ອຍ.
12 ເພາະຂ້ອຍໄດ້ຊ່ວຍຄົນທຸກທີ່ມາຂໍໃຫ້ຂ້ອຍຊ່ວຍ.+
ຂ້ອຍໄດ້ຊ່ວຍລູກກຳພ້າພໍ່ແລະຄົນອື່ນໆທີ່ບໍ່ມີຜູ້ໃດຊ່ວຍ.+
14 ຂ້ອຍເອົາຄວາມຖືກຕ້ອງມານຸ່ງຄືກັບເຄື່ອງນຸ່ງ.
ຂ້ອຍເອົາຄວາມຍຸຕິທຳມາໃສ່ຄືກັບເສື້ອຄຸມ*ແລະຜ້າຄຽນຫົວ.
15 ຂ້ອຍເປັນຄືກັບຕາໃຫ້ຄົນຕາບອດ
ແລະເປັນຄືກັບຕີນໃຫ້ຄົນຂາລ່ອຍ.
17 ຂ້ອຍໄດ້ຫັກຄາງກະໄຕຂອງຄົນຊົ່ວ+
ແລະດຶງເຫຍື່ອອອກຈາກປາກຂອງເຂົາເຈົ້າ.
18 ຂ້ອຍເຄີຍເວົ້າວ່າ ‘ຂ້ອຍຈະຕາຍຢູ່ໃນເຮືອນຂອງຂ້ອຍ+
ແລະວັນເວລາຂອງຂ້ອຍຈະມີຫຼາຍຄືກັບເມັດດິນຊາຍ.
19 ຂ້ອຍຈະເປັນຄືກັບຕົ້ນໄມ້ທີ່ຮາກຂອງມັນແຜ່ໄປຫານ້ຳ
ແລະມີນ້ຳຄ້າງຢູ່ກິ່ງຢູ່ງ່າຂອງຂ້ອຍໃນຕອນກາງຄືນ.
20 ຈະມີຄົນນັບຖືຂ້ອຍຕະຫຼອດ
ແລະເຫື່ອແຮງຂອງຂ້ອຍຈະບໍ່ມີມື້ໝົດ.’*
21 ຜູ້ໃດກໍຕັ້ງໃຈຟັງຂ້ອຍເວົ້າ
ແລະພາກັນມິດຢູ່ລໍຖ້າຟັງຄຳແນະນຳຂອງຂ້ອຍ.+
22 ເມື່ອຂ້ອຍເວົ້າສຸດແລ້ວ ກໍບໍ່ມີຜູ້ໃດເວົ້າຫຍັງຕື່ມ.
ຄຳເວົ້າຂອງຂ້ອຍເປັນຄືກັບຝົນທີ່ຄ່ອຍໆໂຮຍລົງມາ.
23 ເຂົາເຈົ້າລໍຖ້າຂ້ອຍຄືກັບລໍຖ້າຝົນ.
ເຂົາເຈົ້າລໍຖ້າຄຳແນະນຳຂອງຂ້ອຍຄືກັບລໍຖ້ານ້ຳຝົນ.+
24 ເມື່ອຂ້ອຍຍິ້ມໃຫ້ເຂົາເຈົ້າ ເຂົາເຈົ້າກໍດີໃຈຫຼາຍ.
ໃບໜ້າທີ່ຍິ້ມແຍ້ມແຈ່ມໃສຂອງຂ້ອຍເຮັດໃຫ້ເຂົາເຈົ້າສະບາຍໃຈ.*