ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ. ຕອນທີ່ຜູ້ພະຍາກອນນາທານມາຫາ
ດາວິດຫຼັງຈາກທີ່ດາວິດນອນນຳບັດເຊບາ.+
51 ພະເຈົ້າເອີ້ຍ ຂໍພະອົງອີ່ຕົນລູກແດ່ ຍ້ອນພະອົງມີຄວາມຮັກທີ່ໝັ້ນຄົງ.+
ຂໍພະອົງລົບລ້າງຄວາມຜິດຂອງລູກ ຍ້ອນພະອົງມີຄວາມເມດຕາຫຼາຍ.+
3 ລູກຮູ້ດີວ່າລູກເຮັດຫຍັງຜິດ
ແລະຄວາມຜິດນັ້ນກໍຝັງໃຈລູກບໍ່ລືມ.+
ສິ່ງທີ່ພະອົງເວົ້າຖືກຕ້ອງແລ້ວ
ແລະການຕັດສິນຂອງພະອົງກໍຍຸຕິທຳ.+
5 ລູກມີຄວາມຜິດຕັ້ງແຕ່ເກີດແລ້ວ
ແລະເປັນຄົນບາບຕັ້ງແຕ່ຢູ່ໃນທ້ອງແມ່.+
6 ພະອົງມັກຄົນທີ່ມີໃຈສັດຊື່.+
ຂໍພະອົງສອນລູກໃຫ້ມີສະຕິປັນຍາໃນໃຈ.
7 ຂໍພະອົງເອົາຕົ້ນຫູສົບຊິດນ້ຳໃສ່ລູກເພື່ອລູກຈະສະອາດຈາກບາບ.+
ຂໍພະອົງລ້າງລູກເພື່ອລູກຈະໄດ້ຂາວກວ່າຫິມະ.+
8 ຂໍໃຫ້ລູກໄດ້ຍິນສຽງຄວາມສຸກຄວາມຍິນດີຂອງຄົນອື່ນ
ເພື່ອລູກຈະໄດ້ມີຄວາມສຸກໄປນຳເຖິງວ່າພະອົງໄດ້ທຸບກະດູກລູກຈົນແຕກ.+
10 ພະເຈົ້າເອີ້ຍ ຂໍພະອົງເຮັດໃຫ້ລູກມີຫົວໃຈທີ່ສະອາດ+
ແລະຊ່ວຍໃຫ້ລູກຢາກເຮັດສິ່ງທີ່ດີສະເໝີ.+
11 ຂໍພະອົງຢ່າໄລ່ລູກໜີ
ແລະຂໍພະອົງຢ່າເອົາພະລັງບໍລິສຸດໄປຈາກລູກ.
12 ຂໍພະອົງຊ່ວຍລູກໃຫ້ມີຄວາມຍິນດີຄືກັບທີ່ພະອົງຊ່ວຍໃຫ້ລອດໃນເທື່ອກ່ອນ.+
ຂໍພະອົງຊ່ວຍກະຕຸ້ນລູກໃຫ້ເຕັມໃຈເຊື່ອຟັງພະອົງ.
13 ລູກຈະສອນຜູ້ທີ່ເຮັດຜິດໃຫ້ຮູ້ຈັກແນວທາງຂອງພະອົງ+
ເພື່ອເຂົາເຈົ້າຈະກັບມາຫາພະອົງ.
14 ພະເຈົ້າເອີ້ຍ ມີແຕ່ພະອົງຜູ້ດຽວທີ່ຊ່ວຍລູກໃຫ້ລອດໄດ້.+ ຂໍພະອົງຍົກໂທດໃຫ້ລູກທີ່ລູກເຮັດໃຫ້ຄົນຕາຍ+
ເພື່ອລູກຈະມີຄວາມສຸກທີ່ໄດ້ບອກຄົນອື່ນວ່າພະອົງຍຸຕິທຳ.+
15 ພະເຢໂຫວາເອີ້ຍ ຂໍໂອກາດໃຫ້ລູກໄດ້ເວົ້າ
ເພື່ອລູກຈະໄດ້ສັນລະເສີນພະອົງ.+
16 ພະອົງບໍ່ເອົາເຄື່ອງບູຊາ ຄັນບໍ່ຊັ້ນ ລູກກໍເອົາໃຫ້ພະອົງແລ້ວ.+
ພະອົງບໍ່ໄດ້ຢາກໄດ້ເຄື່ອງບູຊາເຜົາຈາກລູກ.+
18 ຂໍພະອົງເມດຕາແລະເຮັດດີຕໍ່ຊີໂອນ.
ຂໍພະອົງສ້າງກຳແພງເມືອງເຢຣູຊາເລັມຂຶ້ນໃໝ່.
19 ແລ້ວພະອົງຈະດີໃຈທີ່ໄດ້ຮັບເຄື່ອງບູຊາຈາກຄົນທີ່ເຮັດສິ່ງທີ່ຖືກຕ້ອງ
ເມື່ອເຂົາເຈົ້າເຜົາເຄື່ອງບູຊາສັດເປັນໂຕ.
ເຂົາເຈົ້າຈະເຜົາງົວໂຕຜູ້ຢູ່ເທິງແທ່ນບູຊາຂອງພະອົງ.+