ເອຊາຢາ
14 ພະເຢໂຫວາຈະອີ່ຕົນຢາໂຄບ+ແລະເພິ່ນຈະເລືອກອິດສະຣາເອນອີກເທື່ອໜຶ່ງ.+ ເພິ່ນຈະໃຫ້ເຂົາເຈົ້າກັບມາຢູ່*ໃນແຜ່ນດິນຂອງໂຕເອງ+ ແລະຄົນຕ່າງຊາດຈະກັບມານຳເຂົາເຈົ້າແລະຢູ່ນຳກັນກັບລູກຫຼານຂອງຢາໂຄບ.+ 2 ຄົນຈາກປະເທດຕ່າງໆຈະພາເຂົາເຈົ້າກັບຄືນໄປແຜ່ນດິນຂອງໂຕເອງ. ພວກອິດສະຣາເອນຈະໃຫ້ຄົນຕ່າງຊາດເຫຼົ່ານັ້ນເປັນຄົນຮັບໃຊ້+ຢູ່ແຜ່ນດິນຂອງພະເຢໂຫວາ. ເຂົາເຈົ້າຈະຕົກເປັນຊະເລີຍຂອງພວກອິດສະຣາເອນທີ່ເຄີຍເປັນຊະເລີຍຂອງເຂົາເຈົ້າ ແລະຢູ່ໃຕ້ອຳນາດຂອງພວກອິດສະຣາເອນທີ່ເຂົາເຈົ້າເຄີຍບັງຄັບໃຫ້ເຮັດວຽກ.
3 ເມື່ອພະເຢໂຫວາໃຫ້ພວກເຈົ້າພົ້ນຈາກຄວາມເຈັບປວດ ຄວາມຫຍຸ້ງຍາກ ແລະການເປັນທາດແລ້ວ+ 4 ພວກເຈົ້າຈະເວົ້າເຍາະເຍີ້ຍກະສັດບາບີໂລນວ່າ:
“ຄົນທີ່ເຄີຍກົດຂີ່ຄົນອື່ນຄືເຈິຈຸດຈົບແບບນີ້!
ຄັນຊັ້ນການກົດຂີ່ກະຊິບໍ່ມີແລ້ວຕົ໋ວ!+
5 ພະເຢໂຫວາຈະຫັກໄມ້ແສ້ຂອງຄົນຊົ່ວ
ແລະຫັກໄມ້ຄ້ອນເທົ້າຂອງພວກຜູ້ປົກຄອງ.+
6 ເພິ່ນໄດ້ທຳລາຍຜູ້ທີ່ໃຈຮ້າຍແລະເອົາໄມ້ແສ້ຟາດຄົນອື່ນແບບບໍ່ຢັບຢັ້ງ+
ແລະໄດ້ທຳລາຍຜູ້ທີ່ໃຈຮ້າຍແລະຂົ່ມເຫງຊາດຕ່າງໆແບບບໍ່ອີ່ຕົນເລີຍ.+
7 ຕອນນີ້ ທົ່ວໂລກໄດ້ພັກຜ່ອນແລະບໍ່ມີຫຍັງມາລົບກວນ.
ຜູ້ຄົນພາກັນຮ້ອງຢ່າງມີຄວາມສຸກ.+
ພວກມັນເວົ້າວ່າ ‘ຕັ້ງແຕ່ເຈົ້າລົ້ມລົງ
ກໍບໍ່ມີຄົນຕັດໄມ້ມາຕັດພວກເຮົາອີກ.’
9 ແມ່ນແຕ່ໃນບ່ອນຝັງສົບ*ກໍມີຄວາມວຸ່ນວາຍຫຼາຍ
ຕອນທີ່ເຈົ້າລົງໄປ.
ພວກຜູ້ນຳ*ທີ່ເຄີຍກົດຂີ່ຄົນອື່ນ
ເຖິງວ່າຕາຍແລ້ວກໍຕ້ອງລຸກຂຶ້ນມາຍ້ອນເຈົ້າ
ແລະກະສັດຂອງຊາດຕ່າງໆກໍຕ້ອງລຸກອອກຈາກບັນລັງຂອງເຂົາເຈົ້າ.
10 ເຂົາເຈົ້າຈະເວົ້າກັບເຈົ້າວ່າ
‘ເຈົ້າກໍອ່ອນແອຄືກັບພວກເຮົາຕົ໋ວນິ!
ເຈົ້າເປັນຄືກັບພວກເຮົາໄດ້ຈັ່ງໃດ?
11 ຄວາມຍິ່ງຂອງເຈົ້າກໍລົງໄປໃນບ່ອນຝັງສົບ*ນຳກັນກັບເຈົ້າ
ແລະສຽງດົນຕີທີ່ເຂົາເຈົ້າຫຼິ້ນໃຫ້ເຈົ້າຟັງກໍຈະບໍ່ມີອີກ.+
ໂຕໜອນຈະເປັນຕຽງນອນ
ແລະເປັນຜ້າຫົ່ມຂອງເຈົ້າ.’
12 ເຈົ້າທີ່ເປັນດາວທີ່ສ່ອງແສງຕອນຟ້າໃກ້ຊິແຈ້ງ
ເຈົ້າຕົກລົງມາໄດ້ຈັ່ງໃດ?
ເຈົ້າທີ່ເຄີຍເອົາຊະນະຊາດຕ່າງໆ+
ເຈົ້າຕົກລົງດິນໄດ້ແນວໃດ?
13 ເຈົ້າເຄີຍຄິດໃນໃຈວ່າ ‘ຂ້ອຍຈະຂຶ້ນໄປເທິງຟ້າ+
ແລະເອົາບັນລັງຂອງຂ້ອຍຕັ້ງຢູ່ເທິງດາວຂອງພະເຈົ້າ.+
ຂ້ອຍຈະນັ່ງຢູ່ເທິງພູທີ່ເປັນບ່ອນນະມັດສະການ
ເຊິ່ງຢູ່ທາງເໜືອສຸດ.+
14 ຂ້ອຍຈະຂຶ້ນໄປຢູ່ສູງກວ່າຂີ້ເຝື້ອ
ແລະຈະເຮັດໃຫ້ໂຕເອງເປັນຄືກັບພະເຈົ້າສູງສຸດ.’
15 ແຕ່ເຈົ້າຈະໄດ້ລົງໄປໃນບ່ອນຝັງສົບ*
ແລະໄປບ່ອນທີ່ເລິກທີ່ສຸດຂອງບ່ອນຝັງສົບນັ້ນ.
16 ຜູ້ທີ່ເຫັນເຈົ້າຈະແນມເບິ່ງເຈົ້າ.
ເຂົາເຈົ້າຈະແນມເບິ່ງເຈົ້າແລະເວົ້າວ່າ
‘ຜູ້ນີ້ແມ່ນບໍທີ່ສັ່ນໂລກ
ແລະເຮັດໃຫ້ປະເທດຕ່າງໆສັ່ນສະເທືອນ?+
17 ຜູ້ນີ້ຕົ໋ວທີ່ເຮັດໃຫ້ໂລກເປັນບ່ອນກັນດານ.
ລາວເປັນຜູ້ທຳລາຍເມືອງຕ່າງໆ+
ແລະບໍ່ຍອມປ່ອຍນັກໂທດໃຫ້ກັບເມືອເຮືອນຂອງເຂົາເຈົ້າແມ່ນບໍ?’+
18 ກະສັດຂອງຊາດຕ່າງໆ
ຈະຖືກຝັງຢ່າງມີກຽດ.
ເຂົາເຈົ້າຈະຖືກຝັງຢູ່ບ່ອນຝັງສົບຂອງໂຕເອງ.
19 ແຕ່ເຈົ້າຈະບໍ່ມີບ່ອນຝັງສົບ.
ເຈົ້າຈະເປັນຄືກັບກິ່ງໄມ້ທີ່ບໍ່ມີໃຜຢາກໄດ້.
ສົບຂອງຄົນທີ່ຕາຍດ້ວຍດາບຈະກອງທັບສົບຂອງເຈົ້າໄວ້.
ສົບຂອງເຈົ້າຈະຖືກຖິ້ມລົງໃນຂຸມໃຫຍ່ໆແລ້ວຖືກຫີນຖົມ
ແລະຄົນຈະຍ່າງຢຽບໄປຢຽບມາ.
20 ເຈົ້າຈະບໍ່ຖືກຝັງນຳກັນກັບພວກກະສັດ
ຍ້ອນເຈົ້າໄດ້ທຳລາຍແຜ່ນດິນຂອງໂຕເອງ
ແລະຂ້າປະຊາຊົນຂອງໂຕເອງ.
ຈະບໍ່ມີໃຜຈື່ຊື່ລູກຫຼານຂອງຄົນທີ່ເຮັດຊົ່ວອີກຕໍ່ໄປ.
21 ໃຫ້ກຽມບ່ອນຂ້າພວກລູກຊາຍຂອງລາວ
ຍ້ອນຄວາມຜິດທີ່ປູ່ຍ່າຕານາຍຂອງເຂົາເຈົ້າໄດ້ເຮັດ
ເພື່ອເຂົາເຈົ້າຈະບໍ່ມີອຳນາດປົກຄອງໂລກ
ແລະແຜ່ນດິນຈະບໍ່ມີເມືອງຂອງເຂົາເຈົ້າ.”
22 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຮົາຈະໂຈມຕີເຂົາເຈົ້າ.”+
ພະເຢໂຫວາເວົ້າວ່າ: “ເຮົາຈະລຶບຊື່ບາບີໂລນອອກໄປ ແລະເຮົາຈະທຳລາຍລູກຫຼານຂອງເຂົາເຈົ້າໃຫ້ໝົດ.”+
23 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຮົາຈະເຮັດໃຫ້ເມືອງນີ້ເປັນບ່ອນຢູ່ຂອງໂຕເໝັ້ນແລະເປັນບ່ອນທີ່ມີບຶງຫຼາຍໆ. ເຮົາຈະເອົາຟອຍກວາດເມືອງນີ້ໃຫ້ກ້ຽງ.”+
24 ພະເຢໂຫວາຜູ້ບັນຊາການກອງທັບສັນຍາວ່າ:
“ສິ່ງທີ່ເຮົາຕັ້ງໃຈໄວ້ຈະຕ້ອງເກີດຂຶ້ນແທ້
ແລະສິ່ງທີ່ເຮົາຕັດສິນໃຈໄວ້ແລ້ວຈະຕ້ອງເປັນແນວນັ້ນແທ້ໆ.
25 ເຮົາຈະທຳລາຍຄົນອັດຊີເຣຍໃນແຜ່ນດິນຂອງເຮົາ
ແລະເຮົາຈະຢຽບຄົນອັດຊີເຣຍຈົນແປຢູ່ເທິງພູຂອງເຮົາ.+
ແອກທີ່ຄົນອັດຊີເຣຍເອົາໃສ່ປະຊາຊົນຂອງເຮົາ ເຮົາຈະປົດອອກ
ແລະແນວໜັກໆທີ່ຄົນອັດຊີເຣຍເອົາໃສ່ບ່າປະຊາຊົນຂອງເຮົາ ເຮົາກໍຈະຍົກອອກ.”+
26 ນີ້ແມ່ນສິ່ງທີ່ເພິ່ນໄດ້ຕັດສິນໃຈໄວ້ສຳລັບໂລກນີ້.
ເພິ່ນຈະເດ່ມືອອກເພື່ອຕໍ່ສູ້ກັບ*ທຸກຊາດ.
27 ພະເຢໂຫວາຜູ້ບັນຊາການກອງທັບໄດ້ຕັດສິນໃຈໄວ້ແລ້ວ
ແລະໃຜຈະຂັດຂວາງເພິ່ນໄດ້?+
ເພິ່ນເດ່ມືອອກແລ້ວ
ແລະໃຜຈະດຶງກັບມາໄດ້?+
28 ໃນປີທີ່ກະສັດອາຮາດຕາຍ+ມີການປະກາດຄຳຕັດສິນວ່າ:
29 “ພວກຟີລິດສະຕີນ ຢ່າຟ້າວດີໃຈເດີ້.
ເຖິງວ່າໄມ້ຄ້ອນເທົ້າຂອງຜູ້ທີ່ຕີພວກເຈົ້າໄດ້ຫັກແລ້ວ
ແຕ່ຈະມີງູພິດ+ທີ່ເປັນລູກຫຼານອອກມາແທນງູທີ່ຕາຍແລ້ວ.+
ງູນັ້ນມີພິດຮ້າຍແຮງແລະຕອດບັກໄວໆ.
30 ລູກກົກຂອງຄົນທີ່ຕ່ຳຕ້ອຍຈະໄດ້ກິນຈົນອີ່ມ
ແລະຄົນທຸກຈະໄດ້ນອນຢ່າງປອດໄພ.
ເຮົາຈະເຮັດໃຫ້ປະຊາຊົນ*ຂອງພວກເຈົ້າຕາຍຍ້ອນຄວາມອຶດຢາກ
ແລະຜູ້ທີ່ລອດກໍຈະຖືກຂ້າ.+
31 ຄົນທີ່ຢູ່ປະຕູເມືອງເອີ້ຍ ຮ້ອງໄຫ້ໂລດ! ຄົນທີ່ຢູ່ໃນເມືອງເອີ້ຍ ຮ້ອງໄຫ້ອອກມາໂລດ!
ພວກຟີລິດສະຕີນເອີ້ຍ ພວກເຈົ້າຈະເສຍຂວັນ!
ຍ້ອນມີກອງທັບມາຈາກທາງທິດເໜືອທີ່ເປັນຄືກັບຄວັນ
ແລະຄົນທີ່ຢູ່ໃນກອງທັບນັ້ນຈະບໍ່ຍ່າງແຕກແຖວ.”
32 ເຂົາເຈົ້າຈະຕອບຕົວແທນຈາກຊາດອື່ນແນວໃດ?
ໃຫ້ຕອບວ່າພະເຢໂຫວາໄດ້ວາງຮາກຖານຂອງເມືອງຊີໂອນແລ້ວ+
ແລະປະຊາຊົນຂອງເພິ່ນທີ່ເປັນຄົນຕ່ຳຕ້ອຍຈະອາໄສຢູ່ຫັ້ນ.