ເອຊາຢາ
40 ພະເຈົ້າຂອງພວກເຈົ້າເວົ້າວ່າ: “ໃຫ້ປອບໂຍນປະຊາຊົນຂອງເຮົາ.+
2 ເວົ້າໃຫ້ເຂົ້າເຖິງຫົວໃຈຂອງ*ຄົນທີ່ຢູ່ເມືອງເຢຣູຊາເລັມ.
ບອກເມືອງນີ້ໃຫ້ຮູ້ວ່າໄລຍະເວລາທີ່ຕ້ອງເປັນຊະເລີຍສິ້ນສຸດແລ້ວ.
ເມືອງນີ້ຊົດໄຊ້ຄວາມຜິດໝົດແລ້ວ.+
ພະເຢໂຫວາໄດ້ລົງໂທດເມືອງນີ້ຕາມຄວາມຜິດທຸກຢ່າງ*ແລ້ວ.”+
3 ມີສຽງຮ້ອງອອກມາຈາກບ່ອນກັນດານວ່າ:
“ໃຫ້ຖາງ*ທາງຂອງພະເຢໂຫວາໃຫ້ກ້ຽງ.+
ໃຫ້ເຮັດທາງຫຼັກທີ່ຊື່ໆເສັ້ນໜຶ່ງ+ຜ່ານທະເລຊາຍສຳລັບພະເຈົ້າຂອງພວກເຮົາ.+
4 ໃຫ້ຖົມຮ່ອມພູທຸກບ່ອນ
ເຮັດໃຫ້ພູທຸກໜ່ວຍແລະໂນນພູທຸກບ່ອນຕ່ຳລົງ.
ບ່ອນທີ່ເປັນດິນບໍ່ພຽງຕ້ອງເຮັດໃຫ້ມັນພຽງ
ແລະບ່ອນທີ່ມີແຕ່ຂຸມກໍຕ້ອງເຮັດໃຫ້ມັນພຽງຄືກັນ.+
5 ພະເຢໂຫວາຈະເຮັດໃຫ້ເຫັນຄວາມຍິ່ງໃຫຍ່ຂອງເພິ່ນ+
ແລະມະນຸດທຸກຄົນຈະເຫັນສິ່ງນີ້ນຳກັນ.+
ພະເຢໂຫວາໄດ້ບອກໄວ້ຈັ່ງຊີ້.”
6 ຟັງໆ! ມີຄົນເວົ້າວ່າ: “ຮ້ອງແມ້!”
ອີກຜູ້ໜຶ່ງຖາມວ່າ: “ຊິໃຫ້ຮ້ອງວ່າຈັ່ງໃດ?”
ແລ້ວລາວກໍຕອບວ່າ: “ມະນຸດເປັນຄືກັບຫຍ້າທີ່ຂຽວໆ
ແລະຄວາມຮັກ*ຂອງເຂົາເຈົ້າເປັນຄືກັບດອກໄມ້ທີ່ຢູ່ທົ່ງຫຍ້າ.+
ມະນຸດກໍເປັນພຽງແຕ່ຫຍ້າເທົ່ານັ້ນ.
9 ຜູ້ຍິງທີ່ເອົາຂ່າວດີມາບອກເມືອງຊີໂອນ+
ໃຫ້ຂຶ້ນໄປເທິງພູທີ່ສູງໆ.
ຜູ້ຍິງທີ່ເອົາຂ່າວດີມາບອກເມືອງເຢຣູຊາເລັມ
ໃຫ້ຮ້ອງຈົນສຸດສຽງ.
ໃຫ້ຮ້ອງໂລດແລະບໍ່ຕ້ອງຢ້ານ.
ໃຫ້ບອກເມືອງຕ່າງໆໃນຢູດາວ່າ: “ພະເຈົ້າຂອງພວກເຈົ້າຢູ່ນຳພວກເຈົ້າ.”+
10 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດຈະມາ ແລະສະແດງໃຫ້ເຫັນລິດເດດຂອງເພິ່ນ.
ເພິ່ນມີລາງວັນມານຳ
ແລະເອົາຄ່າຈ້າງມາພ້ອມ.+
11 ເພິ່ນຈະເບິ່ງແຍງ*ແກະຂອງເພິ່ນຄືກັບຄົນລ້ຽງແກະເຮັດ.+
ເພິ່ນຈະຕ້ອນ*ແກະຂອງເພິ່ນໃຫ້ມາຢູ່ນຳກັນ.
ເພິ່ນຈະອູ້ມພວກມັນແລະກອດໄວ້ຢູ່ເອິກ.
ເພິ່ນຈະຄ່ອຍໆພາແກະແມ່ລູກອ່ອນໄປ.+
13 ໃຜຈະເຂົ້າໃຈທຸກຢ່າງກ່ຽວກັບພະລັງບໍລິສຸດຂອງພະເຢໂຫວາ?
ໃຜຈະສອນແລະແນະນຳເພິ່ນໄດ້?+
14 ເພິ່ນບໍ່ຕ້ອງປຶກສາໃຜເພື່ອຈະມີຄວາມເຂົ້າໃຈ.
ເພິ່ນບໍ່ຕ້ອງໃຫ້ໃຜມາສອນ
ເພື່ອຈະຮູ້ວ່າອັນໃດຍຸຕິທຳແລະເພື່ອຈະມີຄວາມຮູ້ຫຼາຍຂຶ້ນ.
ເພິ່ນບໍ່ຕ້ອງໃຫ້ໃຜມາບອກເພື່ອຈະມີຄວາມເຂົ້າໃຈແທ້ໆ.+
15 ຊາດຕ່າງໆເປັນຄືກັບນ້ຳຢອດດຽວຈາກຄຸ
ແລະເປັນຄືກັບຂີ້ຝຸ່ນບາງໆຢູ່ເທິງຊິງ.+
ເພິ່ນຢິບເອົາເກາະຕ່າງໆຂຶ້ນມາຄືກັບຢິບຂີ້ຝຸ່ນ.
16 ເຖິງວ່າຈະຕັດໄມ້ທັງໝົດຢູ່ເລບານອນມາໃຊ້ເປັນຟືນຢູ່ແທ່ນບູຊາ
ແລະເອົາສັດປ່າທັງໝົດທີ່ຢູ່ຫັ້ນມາເປັນເຄື່ອງບູຊາເຜົາກໍຍັງບໍ່ພໍສຳລັບເພິ່ນ.
18 ໃຜຈະທຽບກັບພະເຈົ້າໄດ້?+
ເຈົ້າບອກໄດ້ບໍວ່າເພິ່ນມີຮູບຮ່າງລັກສະນະແນວໃດ?+
19 ຊ່າງຜູ້ໜຶ່ງຫຼໍ່ຮູບບູຊາຂຶ້ນມາ
ແລ້ວຊ່າງຄຳກໍເອົາຄຳໂອບ+
ແລະລາວໄດ້ເຮັດໂສ້ເງິນປະດັບໃສ່.
20 ລາວຊອກໄມ້ເນື້ອດີ
ມາເຮັດເປັນຮູບບູຊາ.+
ລາວຊອກຫາຊ່າງທີ່ເກັ່ງໆ
ເພື່ອມາແກະສະຫຼັກຮູບປັ້ນທີ່ຕັ້ງຢູ່ໝັ້ນຄົງ.+
21 ເຈົ້າບໍ່ຮູ້ບໍ?
ເຈົ້າບໍ່ເຄີຍໄດ້ຍິນບໍ?
ບໍ່ມີໃຜບອກເຈົ້າຕັ້ງແຕ່ຕອນທຳອິດບໍ?
ເຈົ້າບໍ່ເຂົ້າໃຈຕັ້ງແຕ່ຕອນເລີ່ມຕົ້ນສ້າງໂລກພຸ້ນບໍ?+
ເພິ່ນພືທ້ອງຟ້າອອກຄືກັບພືຜ້າທີ່ບາງໆ
ແລະເພິ່ນກາງທ້ອງຟ້າອອກຄືກັບກາງເຕັ້ນເພື່ອໃຫ້ຄົນຢູ່.+
23 ເພິ່ນເຮັດໃຫ້ພວກຜູ້ປົກຄອງບໍ່ມີຄວາມສຳຄັນ
ແລະເຮັດໃຫ້ພວກຜູ້ຕັດສິນຂອງໂລກບໍ່ມີຄ່າຫຍັງເລີຍ.
24 ເຂົາເຈົ້າເປັນຄືກັບພືດທີ່ຫາກໍປູກ
ເປັນຄືກັບພືດທີ່ຫາກໍຫວ່ານ
ແລະຮາກກໍຫາກໍປົ່ງ.
ເມື່ອຖືກລົມພັດໃສ່ ເຂົາເຈົ້າກໍຫ່ຽວແຫ້ງ
ແລະປິວໄປຄືກັບເຟືອງ.+
25 ພະເຈົ້າອົງບໍລິສຸດເວົ້າວ່າ: “ພວກເຈົ້າຈະເອົາໃຜມາທຽບກັບເຮົາ?
26 ແຫງນໜ້າເບິ່ງທ້ອງຟ້າແມ້.
ໃຜເປັນຜູ້ສ້າງດວງດາວເຫຼົ່ານີ້?+
ກໍແມ່ນຜູ້ທີ່ນັບພວກມັນໄດ້ແລະສັ່ງພວກມັນອອກໄປເປັນກອງທັບ.
ເພິ່ນເອີ້ນຊື່ດາວທຸກດວງໄດ້.+
ຍ້ອນພະເຈົ້າມີພະລັງອຳນາດແລະມີລິດເດດຫຼາຍ+
ດາວແຕ່ລະດວງຈຶ່ງຢູ່ໃນບ່ອນຂອງມັນ.
27 ຢາໂຄບແລະອິດສະຣາເອນ ເປັນຫຍັງພວກເຈົ້າເວົ້າວ່າ
‘ຊີວິດຂອງຂ້ອຍທີ່ຍາກລຳບາກຖືກເຊື່ອງໄວ້ຈາກພະເຢໂຫວາ
ແລະຂ້ອຍບໍ່ໄດ້ຮັບຄວາມຍຸຕິທຳຈາກພະເຈົ້າ’?+
28 ເຈົ້າບໍ່ຮູ້ບໍ? ເຈົ້າບໍ່ເຄີຍໄດ້ຍິນບໍ?
ພະເຢໂຫວາຜູ້ສ້າງທຸກສິ່ງໃນໂລກນີ້ເປັນພະເຈົ້າທີ່ມີຊີວິດຢູ່ຕະຫຼອດໄປ.+
ເພິ່ນບໍ່ເຄີຍເມື່ອຍຫຼືໝົດແຮງ.+
ສະຕິປັນຍາ*ຂອງເພິ່ນ ພວກເຮົາບໍ່ມີທາງເຂົ້າໃຈໄດ້.+
30 ເຖິງວ່າເດັກນ້ອຍຜູ້ຊາຍຈະເມື່ອຍແລະໝົດແຮງ
ແລະຜູ້ຊາຍທີ່ຍັງໜຸ່ມຈະສະດຸດແລະລົ້ມລົງ
31 ແຕ່ຄົນທີ່ເພິ່ງພະເຢໂຫວາຈະກັບມາມີແຮງອີກ.
ເຂົາເຈົ້າຈະບິນໄດ້ສູງໆຄືກັບນົກອິນຊີ.+
ເຂົາເຈົ້າຈະແລ່ນແລະຈະບໍ່ໝົດແຮງ.
ເຂົາເຈົ້າຈະຍ່າງແລະຈະບໍ່ເມື່ອຍ.”+