ເພງສັນລະເສີນ
ເພງຂອບໃຈ.
100 ຄົນໝົດໂລກເອີ້ຍ ໃຫ້ຮ້ອງດີໃຈແລະສັນລະເສີນພະເຢໂຫວາ.+
2 ໃຫ້ຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກ.+
ໃຫ້ມາຢູ່ຕໍ່ໜ້າເພິ່ນແລະໂຫ່ຮ້ອງດີໃຈ.
3 ໃຫ້ຮູ້ໄວ້ເດີ້ວ່າພະເຢໂຫວາເປັນພະເຈົ້າ.+
ເພິ່ນເປັນຜູ້ສ້າງພວກເຮົາແລະພວກເຮົາກໍເປັນຂອງເພິ່ນ.*+
ພວກເຮົາເປັນປະຊາຊົນຂອງເພິ່ນແລະເປັນແກະຢູ່ໃນທົ່ງຫຍ້າຂອງເພິ່ນ.+
4 ໃຫ້ເຂົ້າມາໃນບ່ອນບໍລິສຸດຂອງເພິ່ນແລະຂອບໃຈເພິ່ນ.+
ໃຫ້ເຂົ້າມາໃນເດີ່ນວິຫານຂອງເພິ່ນແລະສັນລະເສີນເພິ່ນ.+
ໃຫ້ຂອບໃຈເພິ່ນແລະສັນລະເສີນຊື່ຂອງເພິ່ນ+