ຂ່າວດີທີ່ຂຽນໂດຍມາຣະໂກ
8 ໃນຕອນນັ້ນ ມີຄົນບັກຫຼາຍໆມາຫາພະເຢຊູອີກ ແລະເຂົາເຈົ້າບໍ່ມີຫຍັງກິນ. ພະເຢຊູຈຶ່ງເອີ້ນພວກລູກສິດມາແລະບອກວ່າ: 2 “ຂ້ອຍອີ່ຕົນຄົນເຫຼົ່ານີ້ເດ້+ ເຂົາເຈົ້າຢູ່ກັບຂ້ອຍ 3 ມື້ແລ້ວ ແລະບໍ່ມີຫຍັງກິນ.+ 3 ຖ້າໃຫ້ເຂົາເຈົ້າເມືອເຮືອນຕອນທີ່ຍັງຫິວແບບນີ້ ເຂົາເຈົ້າອາດໝົດແຮງກາງທາງກໍໄດ້ ແລະບາງຄົນກໍຢູ່ໄກຫຼາຍ.” 4 ແຕ່ພວກລູກສິດບອກເພິ່ນວ່າ: “ຢູ່ບ່ອນຫ່າງໄກແບບນີ້ ພວກເຮົາຊິໄປຊອກຂອງກິນຢູ່ໃສຈຶ່ງຊິພໍໃຫ້ຄົນຫຼາຍປານນີ້ກິນຈົນອີ່ມ?” 5 ພະເຢຊູຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າມີເຂົ້າຈີ່ຈັກອັນ?” ເຂົາເຈົ້າຕອບວ່າ: “ມີ 7 ອັນ.”+ 6 ພະເຢຊູບອກໃຫ້ປະຊາຊົນນັ່ງລົງພື້ນ. ຈາກນັ້ນ ເພິ່ນກໍຈັບເອົາເຂົ້າຈີ່ 7 ອັນ ແລ້ວອະທິດຖານຂອບໃຈພະເຈົ້າ ແລະຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກລູກສິດເອົາໄປຢາຍ ແລ້ວເຂົາເຈົ້າກໍຢາຍໃຫ້ປະຊາຊົນ.+ 7 ເຂົາເຈົ້າຍັງມີປານ້ອຍສອງສາມໂຕນຳອີກ. ພະເຢຊູໄດ້ອະທິດຖານ ແລ້ວບອກພວກລູກສິດເອົາປາເຫຼົ່ານັ້ນໄປຢາຍໃຫ້ປະຊາຊົນຄືກັນ. 8 ທຸກຄົນໄດ້ກິນຈົນອີ່ມແລະພວກລູກສິດທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 7 ກະຕ່າໃຫຍ່.+ 9 ຢູ່ຫັ້ນມີຜູ້ຊາຍປະມານ 4.000 ຄົນ. ຫຼັງຈາກກິນແລ້ວໆ ພະເຢຊູກໍໃຫ້ເຂົາເຈົ້າເມືອ.
10 ທັນທີຫຼັງຈາກນັ້ນ ພະເຢຊູກໍຂຶ້ນເຮືອກັບພວກລູກສິດແລະໄປຮອດເຂດດານມານຸທາ.*+ 11 ຢູ່ຫັ້ນມີພວກຟາຣີຊາຍມາຖຽງກັບເພິ່ນ ແລະທ້າໃຫ້ເພິ່ນເຮັດການອັດສະຈັນໃນທ້ອງຟ້າໃຫ້ເຂົາເຈົ້າເຫັນເພື່ອຈະທົດສອບເພິ່ນ.+ 12 ພະເຢຊູຖອນຫາຍໃຈແລະເວົ້າວ່າ: “ເປັນຫຍັງຄົນສະໄໝນີ້ມີແຕ່ຢາກເຫັນການອັດສະຈັນ?+ ຂ້ອຍຈະບອກໃຫ້ຮູ້ວ່າ ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ.”+ 13 ເມື່ອເວົ້າຈົບ ພະເຢຊູກໍໄປຈາກເຂົາເຈົ້າແລະຂຶ້ນເຮືອຂ້າມທະເລໄປອີກຟາກໜຶ່ງ.
14 ແຕ່ພວກລູກສິດລືມເອົາເຂົ້າຈີ່ໄປນຳ ແລະໃນເຮືອມີແຕ່ເຂົ້າຈີ່ອັນດຽວ.+ 15 ພະເຢຊູເຕືອນເຂົາເຈົ້າຢ່າງໜັກແໜ້ນວ່າ: “ລະວັງໃຫ້ດີໆ ຢ່າຮັບເອົາເຊື້ອຂອງພວກຟາຣີຊາຍກັບຂອງເຮໂຣດເດີ້.”+ 16 ແລ້ວເຂົາເຈົ້າກໍເລີ່ມຮ້າຍກັນເລື່ອງທີ່ລືມເອົາເຂົ້າຈີ່ມາ. 17 ເມື່ອໄດ້ຍິນແບບນັ້ນ ພະເຢຊູເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງຮ້າຍກັນເລື່ອງທີ່ບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ຮູ້ແລະບໍ່ເຂົ້າໃຈຄວາມໝາຍຂອງເລື່ອງນີ້ບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມເຂົ້າໃຈຫຍັງເລີຍ? 18 ‘ພວກເຈົ້າມີຕາແຕ່ເບິ່ງບໍ່ເຫັນ ມີຫູແຕ່ບໍ່ໄດ້ຍິນ’ ຄືກັນບໍ? ຈື່ໄດ້ບໍ່ 19 ຕອນທີ່ຂ້ອຍຫັກເຂົ້າຈີ່ 5 ອັນ+ລ້ຽງຜູ້ຊາຍ 5.000 ຄົນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມຈັກກະຕ່າ?” ເຂົາເຈົ້າຕອບວ່າ: “12 ກະຕ່າ.”+ 20 “ແລ້ວຕອນທີ່ຂ້ອຍຫັກເຂົ້າຈີ່ 7 ອັນລ້ຽງຜູ້ຊາຍ 4.000 ຄົນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມຈັກກະຕ່າໃຫຍ່?” ເຂົາເຈົ້າຕອບວ່າ: “7 ກະຕ່າໃຫຍ່.”+ 21 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ພວກເຈົ້າເຫັນແບບນີ້ແລ້ວຍັງບໍ່ເຂົ້າໃຈບໍ?”
22 ເມື່ອພະເຢຊູກັບພວກລູກສິດມາຮອດເມືອງເບັດຊາອີດາ ມີຄົນພາຜູ້ຊາຍຕາບອດຄົນໜຶ່ງມາຫາແລະອ້ອນວອນເພິ່ນໃຫ້ບາຍລາວ.+ 23 ພະເຢຊູຈູງຜູ້ຊາຍຕາບອດອອກໄປນອກເມືອງ. ເພິ່ນເອົານ້ຳລາຍມາໃສ່ຕາລາວ+ ວາງມືເທິງລາວ ແລ້ວຖາມວ່າ: “ເຈົ້າເຫັນຫຍັງແດ່?” 24 ລາວແນມເບິ່ງແລະຕອບວ່າ: “ຂ້ອຍຄິດວ່າເຫັນຄົນ. ເຂົາເຈົ້າເປັນຄືກັບຕົ້ນໄມ້ແຕ່ຍ່າງໄປຍ່າງມາ.” 25 ພະເຢຊູວາງມືເທິງຕາລາວອີກເທື່ອໜຶ່ງ ແລ້ວລາວກໍເຫັນຮຸ່ງ. ຕາລາວດີເປັນປົກກະຕິແລະເບິ່ງເຫັນທຸກຢ່າງແຈ້ງ. 26 ພະເຢຊູຈຶ່ງບອກໃຫ້ລາວເມືອເຮືອນແລະສັ່ງວ່າ: “ບໍ່ຕ້ອງເຂົ້າໄປໃນເມືອງ.”
27 ພະເຢຊູກັບພວກລູກສິດໄປຕາມບ້ານຕ່າງໆໃນເຂດກາຍຊາເຣຍຟີລິບປອຍ. ຕອນທີ່ເດີນທາງໄປ ເພິ່ນຖາມພວກລູກສິດວ່າ: “ຄົນທົ່ວໄປເວົ້າວ່າຂ້ອຍແມ່ນໃຜ?”+ 28 ເຂົາເຈົ້າຕອບເພິ່ນວ່າ: “ບາງຄົນບອກວ່າແມ່ນໂຢຮັນຜູ້ໃຫ້ບັບເຕມາ+ ບາງຄົນບອກວ່າແມ່ນເອລີຢາ+ ແຕ່ກໍມີບາງຄົນບອກວ່າແມ່ນຜູ້ໜຶ່ງໃນພວກຜູ້ພະຍາກອນ.” 29 ພະເຢຊູຖາມເຂົາເຈົ້າວ່າ: “ພວກເຈົ້າເດ້ ຄິດວ່າຂ້ອຍແມ່ນໃຜ?” ເປໂຕຕອບວ່າ: “ທ່ານເປັນພະຄລິດ.”+ 30 ພະເຢຊູສັ່ງພວກລູກສິດຢ່າງໜັກແໜ້ນວ່າບໍ່ໃຫ້ບອກເລື່ອງນີ້ໃຫ້ຜູ້ໃດຮູ້.+ 31 ແລ້ວເພິ່ນກໍເລີ່ມອະທິບາຍໃຫ້ເຂົາເຈົ້າຮູ້ວ່າລູກມະນຸດຈະຕ້ອງຖືກພວກຜູ້ນຳຄົນຢິວ ແລະພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາທໍລະມານຫຼາຍຢ່າງ. ເຂົາເຈົ້າຈະບໍ່ຍອມຮັບເພິ່ນ ແລະເພິ່ນຈະຖືກຂ້າ+ ແຕ່ຫຼັງຈາກນັ້ນ 3 ມື້ເພິ່ນຈະຄືນມາຈາກຕາຍ.+ 32 ພະເຢຊູເວົ້າເລື່ອງນີ້ແຈ້ງໆເລີຍ ເປໂຕຈຶ່ງພາເພິ່ນໄປຕ່າງຫາກແລະແນະນຳເພິ່ນ.+ 33 ພະເຢຊູຫຼຽວໄປເບິ່ງພວກລູກສິດແລ້ວຕຳໜິເປໂຕວ່າ: “ເຊົາເວົ້າດຽວນີ້ ຊາຕານ!* ຍ້ອນສິ່ງທີ່ເຈົ້າຄິດບໍ່ແມ່ນຄວາມຄິດຂອງພະເຈົ້າ ແຕ່ແມ່ນຄວາມຄິດຂອງມະນຸດ.”+
34 ພະເຢຊູເອີ້ນປະຊາຊົນກັບພວກລູກສິດເຂົ້າມາຫາແລະເວົ້າວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງ ແລະຍອມແບກເສົາທໍລະມານ*ຂອງໂຕເອງ ແລ້ວຕິດຕາມຂ້ອຍຕໍ່ໆໄປ.+ 35 ຄົນທີ່ພະຍາຍາມເອົາໂຕລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍແລະເພື່ອຂ່າວດີ ຜູ້ນັ້ນຈະໄດ້ຊີວິດ.+ 36 ທີ່ຈິງ ຖ້າຜູ້ໃດໄດ້ເປັນເຈົ້າຂອງທຸກສິ່ງທຸກຢ່າງໃນໂລກແຕ່ຕ້ອງເສຍຊີວິດ ມັນຈະມີປະໂຫຍດຫຍັງ?+ 37 ຄົນເຮົາຈະເອົາຫຍັງມາແລກກັບຊີວິດຂອງໂຕເອງ?+ 38 ໃນສະໄໝຂອງຄົນຊົ່ວແລະຄົນທີ່ບໍ່ສັດຊື່ຕໍ່ພະເຈົ້າ* ຖ້າຜູ້ໃດອາຍຍ້ອນເປັນລູກສິດຂອງຂ້ອຍແລະຍ້ອນຄຳສອນຂອງຂ້ອຍ ລູກມະນຸດກໍຈະອາຍທີ່ຈະຍອມຮັບຜູ້ນັ້ນ+ເມື່ອເພິ່ນໄດ້ຮັບອຳນາດຍິ່ງໃຫຍ່ຈາກພະເຈົ້າຜູ້ເປັນພໍ່. ເພິ່ນຈະມາພ້ອມກັບພວກທູດສະຫວັນທີ່ບໍລິສຸດ.”+