ຂ່າວດີທີ່ຂຽນໂດຍມາຣະໂກ
14 ອີກ 2 ມື້+ຈະຮອດວັນປັດສະຄາ+ແລະເທດສະການກິນເຂົ້າຈີ່ບໍ່ມີເຊື້ອ.+ ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາກຳລັງວາງແຜນຊົ່ວເພື່ອຈະຈັບພະເຢຊູໄປຂ້າ.+ 2 ແຕ່ເຂົາເຈົ້າພາກັນເວົ້າວ່າ: “ຢ່າຟ້າວເຮັດໃນຍາມເທດສະການ ຈັກໜ້ອຍຈະເຮັດໃຫ້ປະຊາຊົນວຸ່ນວາຍ.”
3 ຕອນທີ່ພະເຢຊູຢູ່ບ້ານເບັດທານີ ແລະກຳລັງກິນເຂົ້າຢູ່ເຮືອນຂອງຊີໂມນທີ່ເຄີຍເປັນຂີ້ທູດ ມີຜູ້ຍິງຄົນໜຶ່ງຖືຂວດ*ນ້ຳມັນຫອມເຂົ້າມາ ເປັນນ້ຳມັນຫອມນາຣະດາ*ແທ້ໆທີ່ມີລາຄາແພງຫຼາຍ. ລາວເປີດຂວດແລ້ວເທນ້ຳມັນຫອມໃສ່ຫົວຂອງພະເຢຊູ.+ 4 ເມື່ອບາງຄົນເຫັນແບບນັ້ນກໍບໍ່ພໍໃຈແລະພາກັນເວົ້າວ່າ: “ເປັນຫຍັງຈຶ່ງເຮັດໃຫ້ນ້ຳມັນຫອມນີ້ເສຍຖິ້ມໄປລ້າໆ? 5 ຖ້າເອົານ້ຳມັນຫອມຂວດນີ້ໄປຂາຍຄືຊິໄດ້ເງິນຫຼາຍກວ່າ 300 ເດນາຣິອົນ* ແລ້ວເອົາເງິນນັ້ນໄປໃຫ້ຄົນທຸກກະດີກວ່າ.” ເຂົາເຈົ້າຈຶ່ງບໍ່ພໍໃຈລາວຫຼາຍ.* 6 ພະເຢຊູບອກວ່າ: “ປ່ອຍໃຫ້ລາວເຮັດໂລດ. ເປັນຫຍັງຈຶ່ງເວົ້າໃຫ້ລາວຈັ່ງຊັ້ນ? ລາວເຮັດແນວທີ່ດີຕໍ່ຂ້ອຍ.+ 7 ຄົນທຸກຈະຢູ່ກັບພວກເຈົ້າຕະຫຼອດ+ ແລະພວກເຈົ້າຈະເຮັດດີກັບເຂົາເຈົ້າຕອນໃດກໍໄດ້ ແຕ່ຂ້ອຍຈະບໍ່ໄດ້ຢູ່ກັບພວກເຈົ້າຕະຫຼອດ.+ 8 ລາວເຮັດສິ່ງທີ່ລາວເຮັດໄດ້. ລາວເທນ້ຳມັນຫອມໃສ່ຂ້ອຍກໍເພື່ອກຽມຮ່າງກາຍຂອງຂ້ອຍໄວ້ສຳລັບການຝັງສົບ.+ 9 ຂ້ອຍຈະບອກໃຫ້ຮູ້ວ່າ ຂ່າວດີຈະປະກາດໄປຮອດບ່ອນໃດໃນໂລກ+ ສິ່ງທີ່ຜູ້ຍິງຄົນນີ້ເຮັດກໍຈະຮູ້ໄປຮອດບ່ອນນັ້ນ ແລະຄົນຈະບໍ່ລືມລາວເລີຍ.”+
10 ໃນອັກຄະສາວົກ* 12 ຄົນ ຜູ້ທີ່ຊື່ຢູດາອິສະກາຣີອົດໄດ້ໄປຫາພວກຫົວໜ້າປະໂລຫິດເພື່ອຈະຊ່ວຍເຂົາເຈົ້າໃຫ້ຈັບພະເຢຊູໄດ້.+ 11 ເມື່ອພວກຫົວໜ້າປະໂລຫິດຮູ້ແບບນັ້ນກໍພາກັນດີໃຈຫຼາຍ ແລະສັນຍາວ່າຈະເອົາເງິນໃຫ້ລາວ.+ ຕັ້ງແຕ່ນັ້ນມາ ຢູດາຈຶ່ງຊອກຫາໂອກາດທີ່ເໝາະເພື່ອຈະທໍລະຍົດພະເຢຊູ.
12 ໃນມື້ທຳອິດ*ຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ ມີທຳນຽມທີ່ຈະຂ້າສັດສຳລັບປັດສະຄາ+ ພວກລູກສິດຈຶ່ງຖາມພະເຢຊູວ່າ: “ທ່ານຢາກໃຫ້ພວກເຮົາກຽມປັດສະຄາສຳລັບທ່ານຢູ່ໃສ?”+ 13 ພະເຢຊູຈຶ່ງໃຊ້ລູກສິດ 2 ຄົນໄປແລະສັ່ງເຂົາເຈົ້າວ່າ: “ເຂົ້າໄປໃນເມືອງ ແລ້ວຈະມີຜູ້ຊາຍຄົນໜຶ່ງແບກໄຫດິນເຜົາສຳລັບໃສ່ນ້ຳມາຫາພວກເຈົ້າ. ໃຫ້ໄປນຳລາວ+ 14 ຖ້າລາວເຂົ້າໄປໃນເຮືອນຫຼັງໃດ ກໍໃຫ້ພວກເຈົ້າບອກເຈົ້າຂອງເຮືອນວ່າ ‘ອາຈານໃຫ້ມາຖາມວ່າ “ຫ້ອງຮັບແຂກທີ່ຂ້ອຍຈະກິນປັດສະຄາກັບພວກລູກສິດຢູ່ໃສ?”’ 15 ລາວຈະພາພວກເຈົ້າໄປເບິ່ງຫ້ອງໃຫຍ່ທີ່ຢູ່ຊັ້ນເທິງທີ່ຕົກແຕ່ງໄວ້ແລ້ວ. ໃຫ້ກຽມການສະຫຼອງປັດສະຄາໄວ້ຢູ່ຫັ້ນ.” 16 ລູກສິດ 2 ຄົນນັ້ນກໍເຂົ້າໄປໃນເມືອງ ແລະເຫັນເຫດການທຸກຢ່າງຕາມທີ່ພະເຢຊູບອກ. ເຂົາເຈົ້າຈຶ່ງກຽມການສະຫຼອງປັດສະຄາໄວ້.
17 ເມື່ອຮອດຕອນຄ່ຳ ພະເຢຊູກັບອັກຄະສາວົກ 12 ຄົນກໍມາເຮືອນຫຼັງນັ້ນ.+ 18 ຕອນທີ່ນັ່ງກິນເຂົ້ານຳກັນຢູ່ໂຕະ ພະເຢຊູເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໜຶ່ງໃນພວກເຈົ້າທີ່ກຳລັງກິນເຂົ້ານຳຂ້ອຍຈະທໍລະຍົດຂ້ອຍ.”+ 19 ພວກລູກສິດກໍບໍ່ສະບາຍໃຈ ແຕ່ລະຄົນຈຶ່ງຖາມເພິ່ນວ່າ: “ບໍ່ແມ່ນຂ້ອຍຕີ້?” 20 ເພິ່ນຕອບເຂົາເຈົ້າວ່າ: “ແມ່ນຜູ້ໜຶ່ງໃນ 12 ຄົນນີ້ແຫຼະ ຜູ້ທີ່ເອົາເຂົ້າຈີ່ຈ້ຳໃນຖ້ວຍໃບດຽວກັບຂ້ອຍ.+ 21 ແມ່ນຢູ່ລູກມະນຸດຈະຕ້ອງຕາຍຕາມທີ່ພະຄຳພີບອກໄວ້ ແຕ່ຜູ້ທີ່ທໍລະຍົດລູກມະນຸດຈະຕ້ອງຈິບຫາຍ!+ ຖ້າຜູ້ນັ້ນບໍ່ໄດ້ເກີດມາກະຄືຊິດີກວ່າ.”+
22 ຕອນທີ່ຍັງກິນອາຫານຢູ່ ພະເຢຊູຈັບເອົາເຂົ້າຈີ່ແຜ່ນໜຶ່ງ ແລ້ວອະທິດຖານຂອບໃຈພະເຈົ້າ. ຈາກນັ້ນ ເພິ່ນກໍຫັກເຂົ້າຈີ່ແລະຍື່ນໃຫ້ເຂົາເຈົ້າແລ້ວເວົ້າວ່າ: “ກິນເຂົ້າຈີ່ນີ້ແມ້. ນີ້ໝາຍເຖິງຮ່າງກາຍຂອງຂ້ອຍ.”+ 23 ແລ້ວພະເຢຊູກໍຈັບເອົາຈອກຂຶ້ນມາ ອະທິດຖານຂອບໃຈພະເຈົ້າ ແລະຍື່ນໃຫ້ພວກລູກສິດ ແລ້ວທຸກຄົນກໍກິນຈາກຈອກນັ້ນ.+ 24 ເພິ່ນບອກເຂົາເຈົ້າວ່າ: “ນີ້ໝາຍເຖິງເລືອດຂອງຂ້ອຍ+ ເປັນ ‘ເລືອດທີ່ເຮັດໃຫ້ສັນຍາມີຜົນບັງຄັບໃຊ້’+ ເຊິ່ງຈະຕ້ອງໄຫຼອອກເພື່ອຄົນຈຳນວນຫຼາຍ.+ 25 ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍຈະບໍ່ກິນເຫຼົ້າແວງອີກເລີຍ ຈົນກວ່າຈະຮອດມື້ນັ້ນທີ່ຂ້ອຍຈະກິນເຫຼົ້າແວງໃໝ່ຕອນທີ່ມີສ່ວນໃນການປົກຄອງຂອງພະເຈົ້າ.” 26 ຈາກນັ້ນ ພະເຢຊູກັບພວກລູກສິດໄດ້ຮ້ອງເພງສັນລະເສີນພະເຈົ້າ ແລ້ວທຸກຄົນກໍອອກໄປພູໝາກກອກ.+
27 ພະເຢຊູບອກເຂົາເຈົ້າວ່າ: “ພວກເຈົ້າທຸກຄົນຈະຖິ້ມຂ້ອຍ ຄືກັບທີ່ພະຄຳພີບອກໄວ້ວ່າ ‘ເຮົາຈະຂ້າຜູ້ລ້ຽງແກະ+ ແລະແກະໃນຝູງຈະກະຈັດກະຈາຍກັນໄປ.’+ 28 ແຕ່ເມື່ອຂ້ອຍຄືນມາຈາກຕາຍແລ້ວ ຂ້ອຍຈະໄປຖ້າພວກເຈົ້າຢູ່ແຂວງຄາລີເລ.”+ 29 ເປໂຕບອກພະເຢຊູວ່າ: “ເຖິງວ່າທຸກຄົນຈະຖິ້ມທ່ານ ແຕ່ຂ້ອຍຈະບໍ່ມີທາງຖິ້ມທ່ານເລີຍ.”+ 30 ພະເຢຊູບອກລາວວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ນີ້ ໃນຄືນນີ້ແຫຼະ ກ່ອນໄກ່ຂັນ 2 ເທື່ອ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ 31 ແຕ່ເປໂຕກໍຍັງຢືນຢັນວ່າ: “ເຖິງວ່າຂ້ອຍຈະຕ້ອງຕາຍພ້ອມກັບທ່ານ ກໍບໍ່ມີທາງທີ່ຂ້ອຍຈະປະຕິເສດວ່າບໍ່ຮູ້ຈັກທ່ານ.” ລູກສິດທຸກຄົນກໍເວົ້າແບບດຽວກັນ.+
32 ພະເຢຊູກັບພວກລູກສິດຍ່າງມາຮອດສວນທີ່ຊື່ວ່າເຄັດເຊມາເນ ແລ້ວເພິ່ນບອກເຂົາເຈົ້າວ່າ: “ໃຫ້ນັ່ງຖ້າຢູ່ນີ້ ຂ້ອຍຈະໄປອະທິດຖານ.”+ 33 ພະເຢຊູພາເປໂຕ ຢາໂກໂບ ແລະໂຢຮັນໄປນຳ.+ ຕອນນັ້ນ ເພິ່ນຮູ້ສຶກເຄັ່ງຕຶງແລະທຸກໃຈຫຼາຍ. 34 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍທຸກໃຈ+ຈົນເກືອບຊິຕາຍແລ້ວ. ໃຫ້ພວກເຈົ້າຢູ່ນີ້ແລະເຝົ້າລະວັງຢູ່ສະເໝີ.”+ 35 ແລ້ວພະເຢຊູກໍຍ່າງໄປອີກໜ້ອຍໜຶ່ງ ແລະຄູ້ເຂົ່າລົງອະທິດຖານຫາພະເຈົ້າວ່າ ຖ້າເປັນໄປໄດ້ ຂໍໃຫ້ເວລາທີ່ຍາກລຳບາກນີ້ກາຍໄປຈາກເພິ່ນ. 36 ເພິ່ນເວົ້າວ່າ: “ອັບບາ* ພໍ່ເອີ້ຍ+ ພໍ່ເຮັດໄດ້ທຸກຢ່າງ. ຂໍໃຫ້ຈອກນີ້*ກາຍລູກໄປ ແຕ່ຢ່າໃຫ້ເປັນໄປຕາມທີ່ລູກຕ້ອງການ ຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”+ 37 ພະເຢຊູກັບມາແລະເຫັນພວກລູກສິດກຳລັງນອນຫຼັບ ເພິ່ນຈຶ່ງບອກເປໂຕວ່າ: “ຊີໂມນ ເຈົ້າກຳລັງນອນຫຼັບບໍ? ເຈົ້າຈະເຝົ້າລະວັງຈັກຊົ່ວໂມງໜຶ່ງກໍບໍ່ໄຫວບໍ?+ 38 ພວກເຈົ້າຕ້ອງເຝົ້າລະວັງຢູ່ສະເໝີແລະອະທິດຖານຢູ່ເລື້ອຍໆເພື່ອພວກເຈົ້າຈະບໍ່ຍອມແພ້ເມື່ອຖືກທົດສອບ.+ ເຖິງວ່າໃຈສູ້* ແຕ່ຮ່າງກາຍຂອງພວກເຈົ້າກໍຍັງອ່ອນແອ.”+ 39 ແລ້ວພະເຢຊູກໍໄປອະທິດຖານແບບເກົ່າອີກ.+ 40 ເມື່ອພະເຢຊູກັບມາກໍເຫັນພວກລູກສິດກຳລັງນອນຫຼັບຍ້ອນເຂົາເຈົ້າຢາກນອນແຮງ. ເຂົາເຈົ້າຈຶ່ງບໍ່ຮູ້ວ່າຈະແກ້ໂຕແນວໃດ. 41 ເພິ່ນກັບມາອີກເປັນເທື່ອທີ 3 ແລະເວົ້າກັບເຂົາເຈົ້າວ່າ: “ໃນເວລາແບບນີ້ພວກເຈົ້າຍັງນອນຫຼັບພັກຜ່ອນຢູ່ບໍ! ພໍແລ້ວ! ຮອດເວລາແລ້ວ+ທີ່ລູກມະນຸດຈະຖືກທໍລະຍົດແລະຖືກຈັບ. 42 ລຸກຂຶ້ນ. ໄປ໋! ຄົນທີ່ທໍລະຍົດຂ້ອຍມາແລ້ວ.”+
43 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ຢູດາທີ່ເປັນຜູ້ໜຶ່ງໃນອັກຄະສາວົກ 12 ຄົນກໍມາຮອດພ້ອມກັບຄົນກຸ່ມໃຫຍ່ທີ່ຖືດາບຖືໄມ້ຄ້ອນມານຳ. ພວກນີ້ເປັນຄົນຂອງພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວ.+ 44 ຜູ້ທີ່ທໍລະຍົດພະເຢຊູຕົກລົງກັບພວກນັ້ນໄວ້ແລ້ວວ່າ: “ຖ້າຂ້ອຍຈູບຜູ້ໃດ ໃຫ້ຈັບຜູ້ນັ້ນ ແລ້ວເອົາລາວໄປ.” 45 ຢູດາຍ່າງເຂົ້າມາຫາພະເຢຊູແລະເວົ້າວ່າ: “ອາຈານ!” ແລ້ວກໍຈູບເພິ່ນຄ່ອຍໆ. 46 ແລ້ວພວກນັ້ນກໍເຂົ້າມາຈັບພະເຢຊູ. 47 ແຕ່ຜູ້ໜຶ່ງທີ່ຢືນຢູ່ໃກ້ໆໄດ້ຖອດດາບອອກມາຟັນທາດຂອງປະໂລຫິດໃຫຍ່ ແລະຖືກຫູຂອງລາວຂາດເບື້ອງໜຶ່ງ.+ 48 ພະເຢຊູຈຶ່ງເວົ້າກັບຄົນທີ່ມາຈັບເພິ່ນວ່າ: “ເປັນຫຍັງຕ້ອງຖືດາບຖືໄມ້ຄ້ອນມາຈັບຂ້ອຍຄືກັບຈັບໂຈນ?+ 49 ຂ້ອຍຢູ່ກັບພວກເຈົ້າໃນວິຫານແລະສອນຢູ່ຫັ້ນທຸກມື້+ ພວກເຈົ້າກໍບໍ່ມາຈັບ. ແຕ່ມັນເປັນແນວນີ້ກໍເພື່ອໃຫ້ສິ່ງທີ່ຂຽນໄວ້ໃນພະຄຳພີເກີດຂຶ້ນແທ້.”+
50 ແລ້ວລູກສິດທຸກຄົນກໍຖິ້ມພະເຢຊູແລ້ວໜີໄປ.+ 51 ແຕ່ຊາຍໜຸ່ມຄົນໜຶ່ງນຳຫຼັງພະເຢຊູໄປໃກ້ໆ ລາວໃສ່ເສື້ອຄຸມທີ່ເຮັດຈາກຜ້າລີນິນເນື້ອດີທັບເສື້ອໂຕທາງໃນໄວ້* ຄົນພວກນັ້ນພະຍາຍາມຈະຈັບລາວຄືກັນ. 52 ແຕ່ລາວແກ້ເສື້ອຄຸມອອກແລ້ວກໍແລ່ນໜີ.*
53 ຄົນພວກນັ້ນພາພະເຢຊູໄປເຮືອນປະໂລຫິດໃຫຍ່.+ ພວກຫົວໜ້າປະໂລຫິດ ພວກຜູ້ນຳຄົນຢິວ ແລະພວກຄູສອນສາສະໜາກໍມາປະຊຸມກັນຢູ່ຫັ້ນຄົບທຸກຄົນ.+ 54 ສ່ວນເປໂຕໄດ້ນຳຫຼັງພະເຢຊູໄປຫ່າງໆຈົນຮອດເດີ່ນບ້ານຂອງປະໂລຫິດໃຫຍ່ ແລ້ວລາວກໍເຂົ້າໄປນັ່ງຝີງໄຟກັບພວກຄົນຮັບໃຊ້.+ 55 ພວກຫົວໜ້າປະໂລຫິດກັບສະມາຊິກທຸກຄົນຂອງສານຊັນເຮດຣິນກໍຊອກພະຍານມາໃສ່ຮ້າຍພະເຢຊູເພື່ອຈະເຮັດໃຫ້ເພິ່ນຖືກໂທດປະຫານ. ແຕ່ເຂົາເຈົ້າກໍບໍ່ສາມາດຊອກຫາພະຍານທີ່ໜ້າເຊື່ອຖືໄດ້.+ 56 ເຖິງຈະມີພະຍານຕົວະຫຼາຍຄົນມາໃຫ້ການເພື່ອໃສ່ຮ້າຍເພິ່ນ+ ແຕ່ຄຳໃຫ້ການຂອງເຂົາເຈົ້າກໍຂັດແຍ່ງກັນເອງ. 57 ບາງຄົນເປັນພະຍານຕົວະກ່າວຫາເພິ່ນວ່າ: 58 “ພວກເຮົາໄດ້ຍິນລາວເວົ້າວ່າ ‘ຂ້ອຍຈະທຳລາຍວິຫານຫຼັງນີ້ທີ່ສ້າງຂຶ້ນມາດ້ວຍມືມະນຸດ ແລ້ວພາຍໃນ 3 ມື້ ຂ້ອຍຈະສ້າງອີກຫຼັງໜຶ່ງທີ່ບໍ່ໄດ້ໃຊ້ມືມະນຸດສ້າງ.’”+ 59 ແຕ່ຄຳໃຫ້ການຂອງເຂົາເຈົ້າໃນເລື່ອງນີ້ກໍບໍ່ກົງກັນ.
60 ແລ້ວປະໂລຫິດໃຫຍ່ກໍຢືນຂຶ້ນຢູ່ກາງບ່ອນປະຊຸມແລະຖາມພະເຢຊູວ່າ: “ເຈົ້າຊິບໍ່ເວົ້າຫຍັງຫວະ? ເຈົ້າບໍ່ໄດ້ຍິນບໍວ່າພວກນີ້ກ່າວຫາເຈົ້າແນວໃດ?”+ 61 ແຕ່ເພິ່ນກໍຍັງມິດຢູ່ແລະບໍ່ຕອບຫຍັງເລີຍ.+ ປະໂລຫິດໃຫຍ່ຈຶ່ງຖາມເພິ່ນອີກວ່າ: “ເຈົ້າແມ່ນພະຄລິດລູກຂອງພະເຈົ້າອົງບໍລິສຸດບໍ?” 62 ພະເຢຊູຕອບວ່າ: “ແມ່ນແລ້ວ ແລະພວກເຈົ້າຈະເຫັນລູກມະນຸດ+ນັ່ງຢູ່ເບື້ອງຂວາມື+ຂອງພະເຈົ້າຜູ້ມີລິດເດດ ແລະຈະເຫັນເພິ່ນມາເທິງຂີ້ເຝື້ອໃນທ້ອງຟ້າ.”+ 63 ປະໂລຫິດໃຫຍ່ກໍຈີກເສື້ອຂອງໂຕເອງແລະເວົ້າວ່າ: “ພວກເຮົາຍັງຕ້ອງມີພະຍານອີກຫວະ?+ 64 ພວກເຈົ້າໄດ້ຍິນແລ້ວວ່າລາວໝິ່ນປະໝາດພະເຈົ້າ. ພວກເຈົ້າຈະຕັດສິນວ່າແນວໃດ?”* ທຸກຄົນຈຶ່ງຕັດສິນວ່າພະເຢຊູມີຄວາມຜິດແລະສົມຄວນຕາຍ.+ 65 ແລ້ວບາງຄົນກໍຖົ່ມນ້ຳລາຍໃສ່ໜ້າເພິ່ນ+ ປົກໜ້າເພິ່ນແລະຊົກເພິ່ນ ແລ້ວເວົ້າວ່າ: “ທວາຍເບິ່ງດຸວ່າແມ່ນໃຜເຮັດ?” ພວກຜູ້ຄຸມກໍຕົບໜ້າເພິ່ນແລ້ວກໍເອົາເພິ່ນໄປ.+
66 ຕອນທີ່ເປໂຕຍັງຢູ່ເດີ່ນບ້ານ ມີສາວໃຊ້ຄົນໜຶ່ງຂອງປະໂລຫິດໃຫຍ່ຍ່າງເຂົ້າມາ.+ 67 ເມື່ອເຫັນເປໂຕຝີງໄຟຢູ່ ລາວກໍແນມເບິ່ງແລະເວົ້າວ່າ: “ເຈົ້າເປັນໝູ່ຂອງເຢຊູຄົນນາຊາເຣັດຕົ໋ວ!” 68 ແຕ່ເປໂຕປະຕິເສດວ່າ: “ຂ້ອຍບໍ່ຮູ້ຈັກລາວ. ເຈົ້າເວົ້າເລື່ອງຫຍັງ ເຈົ້າຈື່ຜິດຄົນແລ້ວ.” ຈາກນັ້ນ ເປໂຕກໍອອກໄປຢູ່ປະຕູທາງເຂົ້າ. 69 ສາວໃຊ້ເຫັນເປໂຕຢູ່ຫັ້ນກໍເວົ້າກັບຄົນທີ່ຢືນຢູ່ນຳກັນອີກວ່າ: “ຜູ້ນີ້ເປັນຜູ້ໜຶ່ງໃນພວກນັ້ນ.” 70 ເປໂຕກໍປະຕິເສດອີກ ແລະຫຼັງຈາກນັ້ນໜ້ອຍໜຶ່ງ ພວກທີ່ຢືນຢູ່ໃກ້ໆຫັ້ນກໍເວົ້າກັບເປໂຕອີກວ່າ: “ແມ່ນແລ້ວ ເຈົ້າເປັນຜູ້ໜຶ່ງໃນພວກນັ້ນແທ້ໆ ຍ້ອນເຈົ້າເປັນຄົນຄາລີເລ.” 71 ແຕ່ເປໂຕເລີ່ມສາບານວ່າ ຖ້າລາວເວົ້າຕົວະຂໍໃຫ້ລາວຖືກລົງໂທດ ແລະຍັງເວົ້າອີກວ່າ: “ຂ້ອຍບໍ່ຮູ້ຈັກແທ້ໆຄົນທີ່ພວກເຈົ້າເວົ້າເຖິງ!” 72 ທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີ 2+ ເປໂຕຈຶ່ງຄິດພໍ້ຄຳເວົ້າຂອງພະເຢຊູທີ່ວ່າ: “ກ່ອນໄກ່ຂັນ 2 ເທື່ອ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ ແລ້ວລາວກໍກັ້ນຄວາມຮູ້ສຶກໄວ້ບໍ່ໄດ້ຈົນຕ້ອງຮ້ອງໄຫ້ອອກມາ.