ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
3 ພີ່ນ້ອງເອີ້ຍ ແຕ່ກ່ອນຂ້ອຍບໍ່ສາມາດເວົ້າກັບພວກເຈົ້າຄືເວົ້າກັບຄົນທີ່ໄດ້ຮັບການຊີ້ນຳຈາກພະລັງຂອງພະເຈົ້າ+ ແຕ່ຕ້ອງເວົ້າກັບພວກເຈົ້າຄືເວົ້າກັບຄົນທີ່ຄິດແບບໂລກຫຼືຄົນທີ່ຍັງເປັນເດັກນ້ອຍ+ໃນທາງຂອງພະຄລິດ. 2 ຂ້ອຍຕ້ອງລ້ຽງພວກເຈົ້າດ້ວຍນ້ຳນົມ ບໍ່ແມ່ນອາຫານແຂງ. ຕອນນັ້ນ ພວກເຈົ້າຍັງກິນອາຫານແຂງບໍ່ໄດ້ ແຕ່ທີ່ຈິງຕອນນີ້ພວກເຈົ້າກໍຍັງກິນບໍ່ໄດ້ຢູ່.+ 3 ພວກເຈົ້າຍັງເປັນຄົນທີ່ຄິດແບບໂລກຢູ່.+ ຖ້າພວກເຈົ້າຍັງອິດສາກັນແລະຜິດຖຽງກັນກໍສະແດງວ່າພວກເຈົ້າຄິດແບບໂລກ+ແລະເຮັດຄືກັບຄົນທົ່ວໄປບໍ່ແມ່ນບໍ? 4 ເມື່ອຄົນໜຶ່ງເວົ້າວ່າ: “ຂ້ອຍເປັນລູກສິດໂປໂລ” ແລະອີກຄົນໜຶ່ງເວົ້າວ່າ “ຂ້ອຍເປັນລູກສິດອາໂປໂລ”+ ພວກເຈົ້າກໍເຮັດຄືກັບຄົນທົ່ວໄປໃນໂລກບໍ່ແມ່ນບໍ?
5 ແລ້ວອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ພວກເຮົາເປັນແຕ່ຜູ້ຮັບໃຊ້+ທີ່ຊ່ວຍພວກເຈົ້າໃຫ້ເຂົ້າມາເປັນລູກສິດຕາມທີ່ພວກເຮົາແຕ່ລະຄົນໄດ້ຮັບມອບໝາຍຈາກຜູ້ເປັນນາຍເທົ່ານັ້ນ. 6 ຂ້ອຍເປັນຄົນປູກ+ ອາໂປໂລເປັນຄົນຫົດນ້ຳ+ ແຕ່ພະເຈົ້າເປັນຜູ້ເຮັດໃຫ້ມັນໃຫຍ່. 7 ຄົນທີ່ປູກກັບຄົນທີ່ຫົດນ້ຳຈຶ່ງບໍ່ສຳຄັນເລີຍ ແຕ່ພະເຈົ້າຜູ້ເຮັດໃຫ້ມັນໃຫຍ່ແມ່ນຜູ້ທີ່ສຳຄັນ.+ 8 ຄົນທີ່ປູກກັບຄົນທີ່ຫົດນ້ຳກໍມີເປົ້າໝາຍດຽວກັນ ແລະແຕ່ລະຄົນຈະໄດ້ຮັບລາງວັນຕາມວຽກທີ່ລາວເຮັດ.+ 9 ພວກເຮົາເປັນໝູ່ທີ່ເຮັດວຽກຮ່ວມກັບພະເຈົ້າ. ພວກເຈົ້າເປັນໄຮ່ນາທີ່ພະເຈົ້າປູກໃສ່ແລະເປັນເຮືອນທີ່ເພິ່ນສ້າງ.+
10 ຂ້ອຍໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ ຂ້ອຍຈຶ່ງເປັນຄືກັບຊ່າງທີ່ຊຳນານແລະວາງຮາກຖານໄດ້+ ແຕ່ມີຄົນອື່ນມາກໍ່ສ້າງເທິງຮາກຖານນັ້ນ. ໃຫ້ແຕ່ລະຄົນລະວັງໃຫ້ດີວ່າຈະສ້າງຫຍັງເທິງຮາກຖານນັ້ນ. 11 ຮາກຖານນັ້ນແມ່ນພະເຢຊູຄລິດ+ແລະບໍ່ມີຜູ້ໃດຈະວາງຮາກຖານອື່ນແທນໄດ້. 12 ບາງຄົນໃຊ້ຄຳ ເງິນ ຫີນທີ່ມີຄ່າ ໄມ້ ຫຍ້າແຫ້ງ ຫຼືເຟືອງສ້າງເທິງຮາກຖານນັ້ນ 13 ແຕ່ເມື່ອວັນທົດສອບມາເຖິງກໍຈະເຫັນໄດ້ແຈ້ງວ່າຜົນງານຂອງແຕ່ລະຄົນເປັນແນວໃດ ຍ້ອນຈະມີການທົດສອບດ້ວຍໄຟ+ ແລະໄຟນັ້ນແຫຼະຈະເຮັດໃຫ້ເຫັນວ່າຜົນງານຂອງແຕ່ລະຄົນດີຫຼືບໍ່ດີ. 14 ຖ້າຜົນງານທີ່ແຕ່ລະຄົນສ້າງໄວ້ເທິງຮາກຖານນັ້ນຍັງຢູ່ ລາວກໍຈະໄດ້ລາງວັນ. 15 ແຕ່ຖ້າຜົນງານຂອງຜູ້ໃດຖືກໄຟໄໝ້ຈົນໝົດ ລາວຈະສູນເສຍຫຼາຍ. ເຖິງວ່າລາວຈະລອດ ແຕ່ກໍຄືກັບວ່າລອດຈາກໄຟ.
16 ພວກເຈົ້າບໍ່ຮູ້ບໍວ່າພວກເຈົ້າເປັນວິຫານຂອງພະເຈົ້າ+ແລະພະລັງຂອງເພິ່ນຢູ່ກັບພວກເຈົ້າ?+ 17 ຖ້າຜູ້ໃດທຳລາຍວິຫານຂອງພະເຈົ້າ ພະເຈົ້າກໍຈະທຳລາຍລາວ ຍ້ອນວິຫານຂອງເພິ່ນບໍລິສຸດແລະພວກເຈົ້າເປັນວິຫານນັ້ນ.+
18 ຢ່າໃຫ້ຜູ້ໃດຕົວະໂຕເອງ. ຖ້າມີຜູ້ໃດໃນພວກເຈົ້າຄິດວ່າໂຕເອງເປັນຄົນສະຫຼາດໃນໂລກນີ້*ກໍໃຫ້ລາວຍອມເປັນຄົນໂງ່ ເພື່ອລາວຈະໄດ້ເປັນຄົນສະຫຼາດແທ້ໆ. 19 ພະເຈົ້າຖືວ່າຄວາມສະຫຼາດຂອງໂລກນີ້ເປັນຄວາມໂງ່ ຄືກັບທີ່ຂຽນໄວ້ໃນພະຄຳພີວ່າ: “ເພິ່ນຈັບຄົນສະຫຼາດດ້ວຍເລ່ລ່ຽມຂອງເຂົາເຈົ້າເອງ.”+ 20 ພະຄຳພີຍັງຂຽນໄວ້ອີກວ່າ: “ພະເຢໂຫວາ*ຮູ້ວ່າຄວາມຄິດຂອງຄົນສະຫຼາດບໍ່ມີປະໂຫຍດ.”+ 21 ດັ່ງນັ້ນ ຢ່າໃຫ້ຜູ້ໃດເອົາມະນຸດມາອວດກັນ ຍ້ອນພະເຈົ້າໃຫ້ທຸກສິ່ງເປັນຂອງພວກເຈົ້າຢູ່ແລ້ວ. 22 ບໍ່ວ່າຈະເປັນໂປໂລ ອາໂປໂລ ເກຟາ*+ ໂລກນີ້ ຊີວິດ ຄວາມຕາຍ ສິ່ງທີ່ມີຢູ່ດຽວນີ້ ຫຼືສິ່ງທີ່ຈະມີໃນວັນຂ້າງໜ້າ ທຸກສິ່ງເປັນຂອງພວກເຈົ້າ. 23 ສ່ວນພວກເຈົ້າເປັນຂອງພະຄລິດ+ ແລະພະຄລິດເປັນຂອງພະເຈົ້າ.