ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 37
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຄວາມ​ຝັນ​ຂອງ​ໂຢເຊັບ (1-11)

      • ໂຢເຊັບ​ກັບ​ພວກ​ອ້າຍ​ທີ່​ອິດສາ​ລາວ (12-24)

      • ໂຢເຊັບ​ຖືກ​ຂາຍ​ໄປ​ເປັນ​ທາດ (25-36)

ປະຖົມມະການ 37:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 23:3, 4; 28:1, 4; ຮຣ 11:8, 9

ປະຖົມມະການ 37:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:25; 46:19
  • +ປຖກ 47:3
  • +ປຖກ 35:25
  • +ປຖກ 35:26

ປະຖົມມະການ 37:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:1, 2

ປະຖົມມະການ 37:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:19

ປະຖົມມະການ 37:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:6, 9

ປະຖົມມະການ 37:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 45:8; 49:26

ປະຖົມມະການ 37:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 44:14; 45:9

ປະຖົມມະການ 37:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:9

ປະຖົມມະການ 37:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 33:18

ປະຖົມມະການ 37:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 23:19; 35:27

ປະຖົມມະການ 37:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:5

ປະຖົມມະການ 37:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:3
  • +ປຖກ 9:5; ອພຍ 20:13

ປະຖົມມະການ 37:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 4:8, 10; 42:21, 22

ປະຖົມມະການ 37:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:3

ປະຖົມມະການ 37:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:12
  • +ປຖກ 43:11

ປະຖົມມະການ 37:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 4:8, 10

ປະຖົມມະການ 37:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:9

ປະຖົມມະການ 37:28

ໄຂເງື່ອນ

  • *

    ຫຼື “ພວກ​ພໍ່​ຄ້າ​ມີດີອານ”

  • *

    228 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:1, 2
  • +ປຖກ 40:15; 45:4; ພສ 105:17

ປະຖົມມະການ 37:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:3

ປະຖົມມະການ 37:34

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໄວ້​ທຸກ”

ປະຖົມມະການ 37:35

ໄຂເງື່ອນ

  • *

    ຫຼື “ຈົນ​ຮອດ​ມື້​ທີ່​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ.” ເບິ່ງ​ຄຳ​ວ່າ “ບ່ອນ​ຝັງ​ສົບ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:38; 44:29; ພສ 89:48; ປຍຈ 9:10; ຮຊອ 13:14; ກຈກ 2:27; ພນມ 20:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຕະຫຼອດໄປ ໜ້າ 73

ປະຖົມມະການ 37:36

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 39:1
  • +ປຖກ 40:2, 3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 37:1ປຖກ 23:3, 4; 28:1, 4; ຮຣ 11:8, 9
ປຖກ. 37:2ປຖກ 30:25; 46:19
ປຖກ. 37:2ປຖກ 47:3
ປຖກ. 37:2ປຖກ 35:25
ປຖກ. 37:2ປຖກ 35:26
ປຖກ. 37:31ຂຄ 2:1, 2
ປຖກ. 37:5ປຖກ 37:19
ປຖກ. 37:7ປຖກ 42:6, 9
ປຖກ. 37:8ປຖກ 45:8; 49:26
ປຖກ. 37:9ປຖກ 44:14; 45:9
ປຖກ. 37:11ກຈກ 7:9
ປຖກ. 37:12ປຖກ 33:18
ປຖກ. 37:14ປຖກ 23:19; 35:27
ປຖກ. 37:19ປຖກ 37:5
ປຖກ. 37:21ປຖກ 49:3
ປຖກ. 37:21ປຖກ 9:5; ອພຍ 20:13
ປຖກ. 37:22ປຖກ 4:8, 10; 42:21, 22
ປຖກ. 37:23ປຖກ 37:3
ປຖກ. 37:25ປຖກ 25:12
ປຖກ. 37:25ປຖກ 43:11
ປຖກ. 37:26ປຖກ 4:8, 10
ປຖກ. 37:27ກຈກ 7:9
ປຖກ. 37:28ປຖກ 25:1, 2
ປຖກ. 37:28ປຖກ 40:15; 45:4; ພສ 105:17
ປຖກ. 37:32ປຖກ 37:3
ປຖກ. 37:35ປຖກ 42:38; 44:29; ພສ 89:48; ປຍຈ 9:10; ຮຊອ 13:14; ກຈກ 2:27; ພນມ 20:13
ປຖກ. 37:36ປຖກ 39:1
ປຖກ. 37:36ປຖກ 40:2, 3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 37:1-36

ປະຖົມມະການ

37 ຢາໂຄບ​ຢູ່​ໃນ​ແຜ່ນດິນ​ການາອານ​ບ່ອນ​ທີ່​ພໍ່​ຂອງ​ລາວ​ເຄີຍ​ຢູ່​ຄື​ຄົນ​ຕ່າງ​ຊາດ.+

2 ນີ້​ແມ່ນ​ປະຫວັດ​ຂອງ​ຢາໂຄບ.

ຕອນ​ທີ່​ໂຢເຊັບ+ອາຍຸ 17 ປີ ລາວ​ອອກ​ໄປ​ລ້ຽງ​ແກະ+​ກັບ​ພວກ​ອ້າຍ​ທີ່​ເປັນ​ລູກ​ຂອງ​ບິນຮາ+ ແລະ​ເປັນ​ລູກ​ຂອງ​ຊີລະປາ.+ ສອງ​ຄົນ​ນີ້​ກໍ​ເປັນ​ເມຍ​ພໍ່​ຂອງ​ໂຢເຊັບ​ຄື​ກັນ. ແລ້ວ​ໂຢເຊັບ​ກໍ​ມາ​ບອກ​ພໍ່​ເລື່ອງ​ທີ່​ອ້າຍ​ເຮັດ​ແນວ​ບໍ່​ດີ. 3 ອິດສະຣາເອນ​ຮັກ​ໂຢເຊັບ​ຫຼາຍ​ກວ່າ​ລູກ​ຊາຍ​ຄົນ​ອື່ນ​ໆ​+ ຍ້ອນ​ລາວ​ໄດ້​ລູກ​ຊາຍ​ຄົນ​ນີ້​ຕອນ​ທີ່​ລາວ​ເຖົ້າ​ແລ້ວ ແລະ​ລາວ​ໄດ້​ເຮັດ​ເສື້ອ​ຄຸມ​ທີ່​ງາມ​ເປັນ​ພິເສດ​ໃຫ້​ໂຢເຊັບ. 4 ພວກ​ອ້າຍ​ເຫັນ​ວ່າ​ພໍ່​ຮັກ​ໂຢເຊັບ​ຫຼາຍ​ກວ່າ​ລູກ​ທຸກ​ຄົນ ເຂົາ​ເຈົ້າ​ກໍ​ເລີຍ​ພາ​ກັນ​ຊັງ​ໂຢເຊັບ​ແລະ​ບໍ່​ເວົ້າ​ດີ​ໆ​ນຳ​ລາວ.

5 ຕໍ່ມາໂຢເຊັບ​ກໍ​ຝັນ ແລ້ວ​ລາວ​ໄດ້​ເລົ່າ​ຄວາມ​ຝັນ​ໃຫ້​ພວກ​ອ້າຍ​ຟັງ+ ແລະ​ພວກ​ອ້າຍ​ແຮ່ງ​ຊັງ​ລາວ​ຕື່ມ​ອີ​ກ. 6 ໂຢເຊັບ​ບອກ​ວ່າ: “ນ້ອງ​ຢາກ​ເລົ່າ​ຄວາມ​ຝັນ​ໃຫ້​ພວກ​ອ້າຍ​ຟັງ. 7 ນ້ອງ​ຝັນ​ວ່າ ຕອນ​ທີ່​ພວກ​ເຮົາ​ມັດ​ເຂົ້າ​ຢູ່​ທົ່ງ​ນາ ຟ່ອນ​ເຂົ້າ​ຂອງ​ນ້ອງ​ກໍ​ຕັ້ງ​ຂຶ້ນ ແລ້ວ​ຟ່ອນ​ເຂົ້າ​ຂອງ​ພວກ​ອ້າຍ​ກໍ​ມາ​ລ້ອມ​ຟ່ອນ​ເຂົ້າ​ຂອງ​ນ້ອງ​ແລະ​ກົ້ມ​ລົງ​ໃຫ້​ຟ່ອນ​ເຂົ້າ​ຂອງ​ນ້ອງ.”+ 8 ພວກ​ອ້າຍ​ເລີຍ​ເວົ້າ​ກັບ​ໂຢເຊັບ​ວ່າ: “ເຈົ້າ​ໝາຍ​ຄວາມ​ວ່າເຈົ້າ​ຊິ​ເປັນ​ກະສັດ​ປົກຄອງ​ພວກ​ເຮົາ​ຊັ້ນ​ເບາະ?”+ ຄວາມ​ຝັນ​ນີ້​ແລະ​ສິ່ງ​ທີ່​ໂຢເຊັບ​ເວົ້າ​ເຮັດ​ໃຫ້​ພວກ​ອ້າຍ​ແຮ່ງ​ຊັງ​ລາວ​ຕື່ມ​ອີ​ກ.

9 ຈາກ​ນັ້ນ ໂຢເຊັບ​ກໍ​ຝັນ​ອີ​ກ​ເທື່ອ​ໜຶ່ງ ແລ້ວ​ເລົ່າ​ໃຫ້​ພວກ​ອ້າຍ​ຟັງ. ລາວ​ບອກ​ວ່າ: “ນ້ອງ​ຝັນ​ອີ​ກ​ແລ້ວ. ເທື່ອ​ນີ້​ນ້ອງ​ເຫັນ​ຕາເວັນ ເດືອນ ແລະ​ດາວ 11 ໜ່ວຍ​ກົ້ມ​ລົງ​ໃຫ້​ນ້ອງ.”+ 10 ລາວ​ໄປ​ເລົ່າ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ຟັງ ແລ້ວ​ພໍ່​ກໍ​ຮ້າຍ​ລາວ​ວ່າ: “ຄວາມ​ຝັນ​ຂອງ​ລູກມັນ​ໝາຍ​ຄວາມ​ວ່າແນວ​ໃດ? ລູກ​ໝາຍ​ຄວາມ​ວ່າ​ພໍ່​ກັບ​ແມ່ ແລະ​ພວກ​ອ້າຍ​ຂອງ​ລູກ​ຈະ​ມາ​ກົ້ມ​ລົງສະແດງ​ຄວາມ​ນັບຖື​ລູກຊັ້ນເບາະ?” 11 ພວກ​ອ້າຍ​ແຮ່ງອິດສາໂຢເຊັບ​ຫຼາຍ​ກວ່າ​ເກົ່າ+ ແຕ່​ພໍ່​ຂອງ​ລາວ​ຈື່​ເລື່ອງ​ນີ້​ໄວ້.

12 ມີ​ມື້​ໜຶ່ງ​ພວກ​ອ້າຍ​ໄປ​ລ້ຽງ​ຝູງ​ສັດ​ຂອງ​ພໍ່​ຢູ່​ໃກ້​ເມືອງ​ເຊເຄັມ.+ 13 ແລ້ວ​ອິດສະຣາເອນ​ກໍ​ເວົ້າ​ກັບ​ໂຢເຊັບ​ວ່າ: “ພວກ​ອ້າຍ​ໄປ​ລ້ຽງ​ຝູງ​ສັດ​ຢູ່​ໃກ້​ເມືອງ​ເຊເຄັມ​ແມ່ນ​ບໍ? ໃຫ້​ລູກ​ໄປ​ເບິ່ງ​ເຂົາ​ເຈົ້າເດີ້.” ໂຢເຊັບ​ຕອບ​ວ່າ: “ໂດຍ ພໍ່.” 14 ອິດສະຣາເອນ​ບອກ​ໂຢເຊັບ​ວ່າ: “ໃຫ້​ໄປ​ເບິ່ງ​ດຸວ່າ​ພວກ​ອ້າຍ​ສະບາຍ​ດີ​ບໍ ຝູງ​ສັດ​ເປັນ​ແນວ​ໃດ ແລ້ວ​ກັບ​ມາ​ບອກ​ພໍ່​ເດີ້.” ໂຢເຊັບ​ຈຶ່ງ​ເລີ່ມ​ເດີນ​ທາງ​ຈາກ​ຮ່ອມ​ພູ​ເຮັບໂຣນ+ໄປ​ທາງ​ເມືອງ​ເຊເຄັມ. 15 ຕອນ​ທີ່​ໂຢເຊັບ​ຍ່າງ​ຢູ່​ທົ່ງ​ຫຍ້າ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຖາມ​ລາວ​ວ່າ: “ເຈົ້າ​ກຳລັງ​ຊອກ​ຫາ​ຫຍັງ?” 16 ລາວ​ຕອບ​ວ່າ: “ຂ້ອຍ​ກຳລັງ​ຊອກ​ຫາ​ພວກ​ອ້າຍ. ເຂົາ​ເຈົ້າ​ຄື​ຊິ​ລ້ຽງ​ຝູງ​ສັດ​ຢູ່​ແຖວ​ນີ້​ແຫຼະ. ເຈົ້າ​ເຫັນ​ເຂົາ​ເຈົ້າ​ບໍ?” 17 ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ວ່າ: “ເຂົາ​ເຈົ້າ​ບໍ່​ຢູ່​ນີ້​ແລ້ວ ຂ້ອຍ​ໄດ້​ຍິນ​ເຂົາ​ເຈົ້າ​ລົມ​ກັນ​ວ່າ​ຊິ​ໄປ​ໂດທານ.” ແລ້ວ​ໂຢເຊັບ​ກໍ​ເດີນ​ທາງ​ຕໍ່ ແລ້ວ​ໄປເຫັນພວກ​ອ້າຍ​ຢູ່​ໂດທານ.

18 ພວກ​ອ້າຍ​ແນມ​ເຫັນ​ໂຢເຊັບ​ຕັ້ງ​ແຕ່​ໄກ ແລະ​ກ່ອນ​ທີ່​ໂຢເຊັບ​ຈະ​ມາ​ຮອດ ເຂົາ​ເຈົ້າ​ກໍ​ວາງ​ແຜນ​ຂ້າ​ລາວ. 19 ເຂົາ​ເຈົ້າລົມກັນ​ວ່າ: “ເບິ່ງ​ແມ້! ນັກ​ຝັນ​ໃຫຍ່​ມັນ​ມາ​ແລ້ວ.+ 20 ໄປ໋ ໃຫ້​ພວກ​ເຮົາ​ຂ້າ​ມັນ​ແລ້ວ​ເອົາ​ໄປ​ຖິ້ມ​ລົງຂຸມ​ເລິກ ແລະ​ບອກ​ຄົນ​ອື່ນ​ວ່າ​ມັນ​ຖືກ​ສັດ​ປ່າ​ກິນ. ລອງ​ເບິ່ງ​ດຸ​ວ່າ​ຝັນ​ຂອງ​ມັນ​ຊິ​ເປັນ​ຈິງ​ບໍ່?” 21 ເມື່ອ​ຣູເບັນ+​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ຢາກ​ຊ່ວຍ​ໂຢເຊັບ. ລາວ​ກໍ​ເລີຍ​ບອກ​ຄົນ​ອື່ນ​ວ່າ: “ເອີ້​ ບໍ່​ຕ້ອງ​ຂ້າ​ມັນ​ດອກ.”+ 22 ຣູເບັນ​ເວົ້າ​ຕື່ມ​ອີ​ກວ່າ: “ມີ​ແຕ່​ໂຍນ​ມັນ​ລົງ​ຂຸມ​ນີ້​ລະ​ກະ​ແລ້ວ. ບໍ່​ຕ້ອງ​ຕີ​ບໍ່​ຕ້ອງ​ຂ້າ​ມັນ​ດອກ.”+ ລາວ​ເວົ້າ​ແນວ​ນີ້​ກໍ​ເພື່ອ​ຈະ​ຊອກ​ວິທີ​ຊ່ວຍ​ໂຢເຊັບ​ໃຫ້​ກັບ​ຄືນ​ໄປ​ຫາ​ພໍ່.

23 ເມື່ອ​ໂຢເຊັບ​ມາ​ຮອດ ພວກ​ອ້າຍ​ພາ​ກັນ​ແກ້​ເສື້ອ​ຄຸມ​ໂຕ​ງາມ​ພິເສດ​ທີ່​ລາວ​ນຸ່ງ​ອອກ.+ 24 ແລ້ວ​ເຂົາ​ເຈົ້າ​ກໍ​ຈັບ​ລາວ​ໂຍນ​ລົງ​ຂຸມ​ເລິກ. ຂຸມ​ນັ້ນບໍ່​ມີ​ນ້ຳ.

25 ຕອນ​ພວກ​ອ້າຍ​ກຳລັງ​ກິນ​ເຂົ້າ​ຢູ່​ນັ້ນ ເຂົາ​ເຈົ້າ​ກໍ​ຫຼຽວ​ເຫັນ​ຂະບວນ​ຂອງ​ພວກ​ອິດຊະມາເອນ+ທີ່​ກຳລັງ​ມາ​ແຕ່​ກິລຽດ. ເຂົາ​ເຈົ້າ​ໃຊ້​ອູດ​ຂົນ​ຢາງ​ຂອງ​ຕົ້ນ​ຢາງ​ ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ​ ແລະ​ເປືອກ​ໄມ້​ທີ່​ມີ​ຢາງ.+ ເຂົາ​ເຈົ້າ​ກຳລັງ​ໄປ​ເອຢິບ. 26 ຢູດາ​ເວົ້າ​ກັບ​ພວກ​ອ້າຍ​ນ້ອງ​ວ່າ: “ຄັນ​ພວກ​ເຮົາ​ຂ້າ​ນ້ອງ​ແລະ​ຍັງ​ຕ້ອງ​ປົກ​ປິດ​ອີ​ກ ມັນ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ.+ 27 ຂາຍ​ມັນ+​ໃຫ້​ພວກ​ອິດຊະມາເອນ​ເລີຍ. ພວກ​ເຮົາ​ບໍ່​ຕ້ອງ​ທຳ​ຮ້າຍ​ມັນ​ເອງ​ດອກ ຍ້ອນ​ມັນ​ກໍ​ເປັນ​ນ້ອງ​ຂອງ​ພວກ​ເຮົາ​ຄື​ກັນ.” ພວກ​ອ້າຍ​ນ້ອງ​ກໍ​ເຫັນ​ດີ​ນຳ. 28 ເມື່ອ​ພວກພໍ່​ຄ້າອິດຊະມາເອນ*+ຜ່ານ​ມາ ພວກ​ອ້າຍ​ກໍ​ດຶງ​ໂຢເຊັບ​ຂຶ້ນ​ມາ​ຈາກ​ຂຸມ​ເລິກ ແລ້ວ​ຂາຍ​ໃຫ້​ພວກ​ພໍ່​ຄ້າ​ເປັນ​ເງິນ​ໜັກ 20 ເຊເກນ*+ ແລ້ວ​ພໍ່​ຄ້າ​ພວກ​ນັ້ນ​ກໍ​ເອົາ​ລາວ​ໄປ​ເອຢິບ.

29 ເມື່ອ​ຣູເບັນ​ກັບ​ມາ ລາວ​ກໍ​ບໍ່​ເຫັນ​ໂຢເຊັບ​ຢູ່​ຂຸມ​ເລິກ​ແລ້ວ. ລາວ​ເສຍໃຈ​ຫຼາຍ​ແລະຈີກ​ເສື້ອ​ໂຕ​ເອງ. 30 ຣູເບັນ​ກັບ​ໄປ​ຫາ​ພວກ​ນ້ອງ​ແລະ​ຮ້ອງ​ຂຶ້ນ​ວ່າ: “ນ້ອງ​ພວກ​ເຮົາ​ບໍ່​ຢູ່​ຫັ້ນ​ແລ້ວ ຂ້ອຍ​ຊິ​ເຮັດ​ແນວ​ໃດ​ບາດ​ນີ້?”

31 ເຂົາ​ເຈົ້າ​ຂ້າ​ແບ້​ຜູ້​ໂຕ​ໜຶ່ງ​ແລ້ວ​ເອົາ​ເສື້ອ​ຂອງ​ໂຢເຊັບ​ຈຸ່ມ​ລົງ​ໃສ່​ເລືອດ. 32 ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ເສື້ອ​ງາມ​ພິເສດ​ໂຕ​ນັ້ນ​ໄປ​ໃຫ້​ພໍ່​ເບິ່ງ​ແລະ​ເວົ້າ​ວ່າ: “ພໍ່ ພວກ​ເຮົາ​ເຫັນ​ເສື້ອ​ໂຕ​ນີ້. ພໍ່​ເບິ່ງ​ດຸ​ວ່າ​ມັນ​ເປັນ​ຂອງ​ລູກ​ຊາຍ​ພໍ່​ບໍ?”+ 33 ພໍ່​ເບິ່ງ​ແລ້ວ​ກໍ​ຮ້ອງ​ຂຶ້ນ​ວ່າ: “ແມ່ນ​ແລ້ວ ມັນ​ແມ່ນ​ເສື້ອ​ຂອງ​ລູກ​ຊາຍ​ຂ້ອຍ! ລູກ​ຂ້ອຍ​ຖືກ​ສັດ​ປ່າ​ກິນ​ແລ້ວ! ມັນ​ຄື​ຊິ​ຈີກ​ໂຢເຊັບ​ເປັນ​ຕ່ອນ​ໆ​ແລ້ວ!” 34 ຢາໂຄບ​ກໍ​ຈີກ​ເສື້ອ​ແລ້ວ​ນຸ່ງຜ້າ​ເນື້ອ​ຫຍາບແລະ​ຮ້ອງໄຫ້*ຢູ່​ຫຼາຍ​ມື້​ຍ້ອນ​ລູກ​ຕາຍ. 35 ພວກ​ລູກ​ທຸກ​ຄົນ​ທັງ​ຊາຍ​ແລະ​ຍິງ​ກໍ​ພາ​ກັນ​ມາ​ໃຫ້​ກຳລັງ​ໃຈ​ພໍ່ ແຕ່​ລາວ​ກໍ​ບໍ່​ຍອມ​ຟັງ. ລາວ​ມີ​ແຕ່​ຈົ່ມ​ວ່າ: “ພໍ່​ຈະ​ຮ້ອງໄຫ້​ໄປຈົນ​ຮອດ​ມື້​ຕາຍ!”*+ ແລ້ວ​ຢາໂຄບ​ກໍ​ຮ້ອງໄຫ້​ບໍ່​ຢຸດ​ບໍ່​ເຊົາ​ຈັກ​ເທື່ອ.

36 ພວກ​ອິດຊະມາເອນ​ໄດ້​ຂາຍ​ໂຢເຊັບ​ໃຫ້​ໂປຕີຟາ​ຄົນ​ເອຢິບ. ໂປຕີຟາເປັນ​ຂ້າລາຊະການ​ຂອງ​ຟາໂຣ*+ແລະ​ເປັນ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌