ຂ່າວດີທີ່ຂຽນໂດຍມັດທາຍ
28 ຫຼັງຈາກວັນຊະບາໂຕ ໃນຕອນເຊົ້າໆຂອງມື້ທຳອິດຂອງອາທິດ ມາຣິອາຄົນມັກດາເລນກັບມາຣິອາອີກຄົນໜຶ່ງໄດ້ກັບໄປເບິ່ງບ່ອນຝັງສົບຂອງພະເຢຊູອີກ.+
2 ກ່ອນໜ້ານັ້ນມີແຜ່ນດິນໄຫວໃຫຍ່ ຍ້ອນທູດຂອງພະເຢໂຫວາ*ລົງມາຈາກສະຫວັນແລະກິ້ງຫີນທີ່ອັດທາງເຂົ້າບ່ອນຝັງສົບອອກ ແລ້ວນັ່ງຢູ່ຫີນກ້ອນນັ້ນ.+ 3 ຕົນໂຕຂອງລາວເຫຼື້ອມຄືກັບຟ້າແມບ ແລະເຄື່ອງນຸ່ງຂອງລາວຂາວຄືກັບຫິມະ.+ 4 ເມື່ອຄົນຍາມທີ່ເຝົ້າຢູ່ເຫັນແບບນັ້ນກໍຢ້ານຈົນໂຕສັ່ນແລະແຂງຄືກັບຄົນຕາຍ.
5 ແຕ່ທູດສະຫວັນເວົ້າກັບຜູ້ຍິງ 2 ຄົນນັ້ນວ່າ: “ບໍ່ຕ້ອງຢ້ານ ຂ້ອຍຮູ້ວ່າພວກເຈົ້າກຳລັງຊອກຫາພະເຢຊູທີ່ຖືກປະຫານຢູ່ເທິງເສົາ.+ 6 ເພິ່ນບໍ່ໄດ້ຢູ່ນີ້ແລ້ວ. ເພິ່ນຖືກປຸກໃຫ້ຄືນມາຈາກຕາຍຕາມທີ່ເພິ່ນບອກໄວ້.+ ມາເບິ່ງບ່ອນທີ່ວາງສົບເພິ່ນໄວ້ແມ້. 7 ແລ້ວໃຫ້ຟ້າວໄປບອກພວກລູກສິດວ່າ ‘ພະເຢຊູຖືກປຸກໃຫ້ຄືນມາຈາກຕາຍແລ້ວ ແລະເພິ່ນຈະໄປຖ້າພວກເຈົ້າຢູ່ແຂວງຄາລີເລ.+ ພວກເຈົ້າຈະເຫັນເພິ່ນຢູ່ຫັ້ນ.’ ໃຫ້ຈື່ສິ່ງທີ່ຂ້ອຍບອກເດີ້.”+
8 ຜູ້ຍິງ 2 ຄົນນັ້ນທັງຢ້ານທັງດີໃຈຫຼາຍ ເຂົາເຈົ້າຈຶ່ງຟ້າວແລ່ນຈາກບ່ອນຝັງສົບເພື່ອໄປບອກພວກລູກສິດ.+ 9 ທັນໃດນັ້ນ ພະເຢຊູກໍມາຫາເຂົາເຈົ້າແລະເວົ້າວ່າ: “ສະບາຍດີ!” ທັງສອງຄົນຈຶ່ງເຂົ້າໄປຫາເພິ່ນ ເຂົາເຈົ້າຈັບຕີນເພິ່ນແລ້ວໝູບລົງສະແດງຄວາມນັບຖືເພິ່ນ. 10 ພະເຢຊູບອກ 2 ຄົນນີ້ວ່າ: “ບໍ່ຕ້ອງຢ້ານ. ໄປເລົ່າເລື່ອງນີ້ໃຫ້ພີ່ນ້ອງ*ຂອງຂ້ອຍຟັງ ແລະບອກເຂົາເຈົ້າໃຫ້ໄປແຂວງຄາລີເລ ແລ້ວຈະເຫັນຂ້ອຍຢູ່ຫັ້ນ.”
11 ຕອນທີ່ທັງສອງຄົນໄປຫາລູກສິດຂອງພະເຢຊູ ທະຫານຍາມບາງຄົນ+ກໍເຂົ້າໄປໃນເມືອງແລະເລົ່າເລື່ອງທັງໝົດທີ່ເກີດຂຶ້ນໃຫ້ພວກຫົວໜ້າປະໂລຫິດຟັງ. 12 ພວກຫົວໜ້າປະໂລຫິດຈຶ່ງປະຊຸມປຶກສາກັບພວກຜູ້ນຳຄົນຢິວ ແລ້ວເອົາເງິນບັກຫຼາຍໆໃຫ້ພວກທະຫານຍາມ 13 ແລະສັ່ງວ່າ: “ພວກເຈົ້າຕ້ອງເວົ້າວ່າ ‘ຕອນທີ່ພວກເຮົານອນຫຼັບຢູ່ ລູກສິດຂອງລາວມາລັກເອົາສົບໄປຕອນກາງຄືນ.’+ 14 ຖ້າປີລາດຮູ້ເລື່ອງນີ້ ພວກເຮົາຈະເວົ້າກັບລາວໃຫ້ ບໍ່ຕ້ອງຫ່ວງ.” 15 ພວກທະຫານຍາມກໍຮັບເອົາເງິນແລະເຮັດຕາມທີ່ເຂົາເຈົ້າສັ່ງ. ເລື່ອງນີ້ຈຶ່ງຊ່າລືກັນໃນພວກຄົນຢິວຈົນຮອດທຸກມື້ນີ້.
16 ລູກສິດ 11 ຄົນກໍໄປພູຢູ່ແຂວງຄາລີເລ+ຕາມທີ່ພະເຢຊູນັດໄວ້.+ 17 ເມື່ອເຫັນພະເຢຊູ ເຂົາເຈົ້າກໍໝູບລົງສະແດງຄວາມນັບຖືເພິ່ນ ແຕ່ບາງຄົນຍັງສົງໄສຢູ່. 18 ພະເຢຊູເຂົ້າມາໃກ້ເຂົາເຈົ້າແລ້ວບອກວ່າ: “ພະເຈົ້າມອບອຳນາດໃຫ້ຂ້ອຍປົກຄອງທຸກສິ່ງໃນສະຫວັນແລະໃນໂລກນີ້ແລ້ວ.+ 19 ດັ່ງນັ້ນ ໃຫ້ພວກເຈົ້າໄປຫາຄົນທຸກຊາດແລະສອນເຂົາເຈົ້າໃຫ້ເຂົ້າມາເປັນລູກສິດ+ ໃຫ້ເຂົາເຈົ້າຮັບບັບເຕມາ+ໃນນາມ*ພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດ 20 ແລະສອນເຂົາເຈົ້າໃຫ້ເຮັດຕາມທຸກສິ່ງທີ່ຂ້ອຍສັ່ງພວກເຈົ້າໄວ້.+ ໃຫ້ຈື່ໄວ້ວ່າ ຂ້ອຍຈະຢູ່ກັບພວກເຈົ້າສະເໝີຈົນຮອດສະໄໝສຸດທ້າຍຂອງໂລກນີ້.”*+