ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
3 ຄົນຢິວໄດ້ປຽບຄົນອື່ນແນວໃດ ຫຼືການຮັບສິນຕັດ*ມີປະໂຫຍດຫຍັງ? 2 ຄົນຢິວໄດ້ປຽບຫຼາຍຢ່າງ. ຢ່າງທຳອິດແມ່ນພະເຈົ້າມອບພະຄຳພີສັກສິດ*ໃຫ້ເຂົາເຈົ້າ.+ 3 ແຕ່ຖ້າຄົນຢິວບາງຄົນບໍ່ມີຄວາມເຊື່ອເດ ໝາຍຄວາມວ່າພະເຈົ້າເຊື່ອຖືບໍ່ໄດ້ແລ້ວບໍ? 4 ບໍ່ແມ່ນແນວນັ້ນ! ເຖິງວ່າມະນຸດທຸກຄົນເວົ້າຕົວະ+ ແຕ່ພະເຈົ້າເວົ້າຄວາມຈິງສະເໝີ.+ ຄືກັບທີ່ພະຄຳພີບອກໄວ້ວ່າ: “ເມື່ອພະອົງເວົ້າ ກໍຈະເຫັນວ່າພະອົງເວົ້າຖືກຕ້ອງ ແລະເມື່ອສານຕັດສິນຄະດີຂອງພະອົງ ພະອົງກໍຈະຊະນະ.”+ 5 ແຕ່ຖ້າພວກເຮົາເຮັດຜິດ ແລ້ວເຮັດໃຫ້ເຫັນຄວາມຖືກຕ້ອງຂອງພະເຈົ້າແຈ້ງຂຶ້ນເດ້? ພະເຈົ້າບໍ່ຍຸຕິທຳບໍເມື່ອເພິ່ນລົງໂທດພວກເຮົາ? (ບາງຄົນຄິດແບບນັ້ນ.) 6 ເປັນໄປບໍ່ໄດ້! ຖ້າພະເຈົ້າບໍ່ຍຸຕິທຳ ເພິ່ນຈະຕັດສິນໂລກນີ້ໄດ້ແນວໃດ?+
7 ແຕ່ຖ້າຂ້ອຍຕົວະ ແລ້ວເຮັດໃຫ້ຄວາມຈິງກ່ຽວກັບພະເຈົ້າແຈ້ງຂຶ້ນແລະເຮັດໃຫ້ເພິ່ນໄດ້ຮັບການຍົກຍ້ອງ ເປັນຫຍັງຂ້ອຍຍັງຖືກຕັດສິນວ່າເປັນຄົນບາບ? 8 ເປັນຫຍັງບໍ່ເວົ້າເລີຍວ່າ “ໃຫ້ພາກັນເຮັດຊົ່ວໂລດ ແລ້ວຊິໄດ້ດີ”? ບາງຄົນໃສ່ຮ້າຍພວກເຮົາຄືກັບວ່າພວກເຮົາສອນແບບນັ້ນ. ທີ່ຈິງ ເຂົາເຈົ້າສົມຄວນຖືກຕັດສິນລົງໂທດ.+
9 ຖ້າເປັນແນວນັ້ນ ພວກເຮົາທີ່ເປັນຄົນຢິວໄດ້ປຽບກວ່າຄົນອື່ນບໍ? ບໍ່ແມ່ນ! ຍ້ອນຂ້ອຍບອກແລ້ວວ່າ ຄົນຢິວກັບຄົນກຣີກທຸກຄົນຢູ່ໃຕ້ອຳນາດຂອງບາບ.+ 10 ຄືກັບທີ່ພະຄຳພີບອກໄວ້ວ່າ: “ບໍ່ມີໃຜເຮັດສິ່ງທີ່ຖືກຕ້ອງເລີຍ ແມ່ນແຕ່ຄົນດຽວກໍບໍ່ມີ.+ 11 ບໍ່ມີໃຜມີຄວາມເຂົ້າໃຈທີ່ເລິກເຊິ່ງ ບໍ່ມີໃຜຢາກຮູ້ຈັກພະເຈົ້າແທ້ໆ. 12 ທຸກຄົນຖິ້ມແນວທາງທີ່ຖືກຕ້ອງ ທຸກຄົນກາຍເປັນຄົນບໍ່ມີຄ່າ. ບໍ່ມີໃຜສະແດງຄວາມເມດຕາ ແມ່ນແຕ່ຄົນດຽວກໍບໍ່ມີ.”+ 13 “ຄຳເວົ້າຂອງເຂົາເຈົ້າເຊື່ອຖືບໍ່ໄດ້. ລີ້ນຂອງເຂົາເຈົ້າມີແຕ່ຄຳຕົວະ.”+ “ຄຳເວົ້າຂອງເຂົາເຈົ້າອັນຕະລາຍຄືກັບພິດຂອງງູ.”+ 14 “ໃນປາກຂອງເຂົາເຈົ້າເຕັມແຕ່ຄຳສາບແຊ່ງແລະຄຳເວົ້າທີ່ເຈັບແສບ.”+ 15 “ຕີນຂອງເຂົາເຈົ້າຟ້າວແລ່ນໄປຂ້າຄົນ.”+ 16 “ເຂົາເຈົ້າເຮັດໃຫ້ເກີດຄວາມຈິບຫາຍແລະຄວາມທຸກຕາມທາງທີ່ເຂົາເຈົ້າໄປ 17 ແລະເຂົາເຈົ້າບໍ່ເຄີຍຮູ້ຈັກແນວທາງທີ່ສະຫງົບສຸກ.”+ 18 “ເຂົາເຈົ້າບໍ່ຢ້ານພະເຈົ້າເລີຍ.”+
19 ພວກເຮົາຮູ້ວ່າທຸກສິ່ງທີ່ກົດໝາຍຂອງໂມເຊບອກໄວ້ກໍໃຊ້ໄດ້ກັບຄົນທີ່ຢູ່ໃຕ້ກົດໝາຍນັ້ນ. ຈຸດປະສົງທີ່ມີກົດໝາຍນີ້ກໍເພື່ອຈະບໍ່ມີຜູ້ໃດອ້າງໄດ້ວ່າໂຕເອງບໍ່ມີຄວາມຜິດ ແລະເພື່ອສະແດງວ່າທຸກຄົນໃນໂລກມີຄວາມຜິດແລະສົມຄວນທີ່ຈະຖືກພະເຈົ້າລົງໂທດ.+ 20 ດັ່ງນັ້ນ ການເຮັດຕາມກົດໝາຍບໍ່ໄດ້ໝາຍຄວາມວ່າພະເຈົ້າຍອມຮັບຄົນເຮົາ.+ ທີ່ຈິງ ກົດໝາຍຊ່ວຍພວກເຮົາໃຫ້ເຂົ້າໃຈວ່າພວກເຮົາເປັນຄົນບາບ.+
21 ແຕ່ຕອນນີ້ ເຫັນໄດ້ແຈ້ງວ່າພະເຈົ້າຍອມຮັບຄົນເຮົາໂດຍທີ່ບໍ່ຕ້ອງເຮັດຕາມກົດໝາຍນັ້ນ.+ ເລື່ອງນີ້ບອກໄວ້ແລ້ວໃນກົດໝາຍຂອງໂມເຊແລະໃນຄຳສອນຂອງພວກຜູ້ພະຍາກອນ.*+ 22 ຖ້າຜູ້ໃດເຊື່ອໃນພະເຢຊູຄລິດ ພະເຈົ້າກໍຍອມຮັບຜູ້ນັ້ນໄດ້. ພະເຈົ້າບໍ່ລຳອຽງ ແຕ່ເພິ່ນຍອມຮັບທຸກຄົນທີ່ມີຄວາມເຊື່ອ.+ 23 ທຸກຄົນເປັນຄົນບາບແລະບໍ່ໄດ້ສະແດງຄຸນລັກສະນະທີ່ດີໆຂອງພະເຈົ້າຢ່າງຄົບຖ້ວນ+ 24 ແຕ່ພະເຈົ້າຍອມຮັບເຂົາເຈົ້າ ຍ້ອນຄ່າໄຖ່ທີ່ພະຄລິດເຢຊູໄດ້ຈ່າຍເພື່ອຊ່ວຍເຂົາເຈົ້າໃຫ້ລອດ.+ ຄ່າໄຖ່ເປັນຂອງຂວັນ+ທີ່ພະເຈົ້າໃຫ້ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງເພິ່ນ.+ 25 ພະເຈົ້າໃຫ້ພະເຢຊູເປັນເຄື່ອງບູຊາ ເພື່ອຄົນທີ່ເຊື່ອໃນເລືອດທີ່ພະເຢຊູສະລະນັ້ນ+ຈະຄືນດີກັບພະເຈົ້າໄດ້.*+ ການເຮັດແບບນີ້ສະແດງໃຫ້ເຫັນຄວາມຍຸຕິທຳຂອງພະເຈົ້າ ຍ້ອນເພິ່ນອົດທົນແລະຍົກໂທດຄວາມຜິດທີ່ຄົນເຄີຍເຮັດໃນອະດີດ. 26 ການເຮັດແບບນີ້ຍັງສະແດງໃຫ້ເຫັນຄວາມຍຸຕິທຳຂອງພະເຈົ້າ+ໃນຕອນນີ້ນຳອີກ. ເມື່ອພະເຈົ້າຍອມຮັບຄົນທີ່ເຊື່ອໃນພະເຢຊູກໍເຮັດໃຫ້ເຫັນວ່າເພິ່ນຍຸຕິທຳ.+
27 ຖ້າເປັນແນວນັ້ນມີຫຍັງໃຫ້ອວດໄດ້ບໍ? ບໍ່ມີ. ກົດໝາຍໃດທີ່ເຮັດໃຫ້ອວດບໍ່ໄດ້? ແມ່ນກົດໝາຍທີ່ເນັ້ນການກະທຳບໍ?+ ບໍ່ແມ່ນ ແຕ່ແມ່ນກົດໝາຍທີ່ເນັ້ນເລື່ອງຄວາມເຊື່ອ. 28 ພວກເຮົາຮູ້ວ່າພະເຈົ້າຍອມຮັບຄົນເຮົາຍ້ອນລາວມີຄວາມເຊື່ອ ບໍ່ແມ່ນຍ້ອນລາວເຮັດຕາມກົດໝາຍ.+ 29 ເພິ່ນເປັນພະເຈົ້າຂອງຄົນຢິວເທົ່ານັ້ນບໍ?+ ເພິ່ນເປັນພະເຈົ້າຂອງຄົນຊາດອື່ນນຳບໍ່ແມ່ນບໍ?+ ແມ່ນແລ້ວ ເພິ່ນເປັນພະເຈົ້າຂອງຄົນຊາດອື່ນນຳ.+ 30 ຍ້ອນມີພະເຈົ້າແຕ່ອົງດຽວ+ ເພິ່ນຈຶ່ງຖືວ່າຄົນທີ່ຮັບສິນຕັດເປັນຄົນທີ່ເພິ່ນຍອມຮັບ+ຍ້ອນລາວມີຄວາມເຊື່ອ ແລະຄົນທີ່ບໍ່ໄດ້ຮັບສິນຕັດເພິ່ນກໍຍອມຮັບຄືກັນ+ຍ້ອນລາວມີຄວາມເຊື່ອ. 31 ຖ້າເປັນແນວນັ້ນ ພວກເຮົາຍົກເລີກກົດໝາຍຍ້ອນຄວາມເຊື່ອຂອງພວກເຮົາບໍ? ບໍ່ແມ່ນ! ແຕ່ພວກເຮົາສະໜັບສະໜູນກົດໝາຍນັ້ນ.+