ໂຣມ
3 ຖ້າເປັນແນວນັ້ນ ຄົນຢິວໄດ້ປຽບກວ່າຄົນອື່ນບ່ອນໃດ ຫຼືການຮັບສິນຕັດມີປະໂຫຍດຫຍັງ? 2 ມີຂໍ້ໄດ້ປຽບຫຼາຍຢ່າງ ຢ່າງທຳອິດ ພະເຈົ້າມອບພະຄຳພີສັກສິດ*ໃຫ້ຄົນຢິວ. 3 ແລ້ວຖ້າຄົນຢິວບາງຄົນບໍ່ເຊື່ອເດ? ນັ້ນຈະໝາຍຄວາມວ່າພະເຈົ້າເຊື່ອຖືບໍ່ໄດ້ແລ້ວບໍ? 4 ບໍ່ແມ່ນແນ່ນອນ! ເຖິງວ່າມະນຸດທຸກຄົນເວົ້າຕົວະ ແຕ່ພະເຈົ້າເວົ້າຄວາມຈິງສະເໝີ ຄືກັບທີ່ພະຄຳພີບອກໄວ້ວ່າ: “ເມື່ອພະອົງເວົ້າແລ້ວ ກໍຈະເຫັນໄດ້ວ່າພະອົງເວົ້າຖືກ ແລະເມື່ອສານຕັດສິນຄະດີຂອງພະອົງ ພະອົງກໍຈະຊະນະ.” 5 ແຕ່ຈະວ່າແນວໃດຖ້າເຮົາເຮັດຜິດແລ້ວເຮັດໃຫ້ຄວາມຖືກຕ້ອງຂອງພະເຈົ້າເດັ່ນຊັດຂຶ້ນ? ພະເຈົ້າບໍ່ຍຸຕິທຳບໍເມື່ອພະອົງລົງໂທດເຮົາ? (ບາງຄົນຄິດແບບນັ້ນ) 6 ເປັນໄປບໍ່ໄດ້! ເພາະຖ້າພະເຈົ້າບໍ່ຍຸຕິທຳ ແລ້ວພະອົງຈະຕັດສິນໂລກນີ້ໄດ້ແນວໃດ?
7 ແຕ່ຖ້າຂ້ອຍຕົວະ ແລ້ວເຮັດໃຫ້ຄວາມຈິງຂອງພະເຈົ້າເດັ່ນຊັດຂຶ້ນແລະເຮັດໃຫ້ພະອົງໄດ້ຮັບການຍົກຍ້ອງ ແລ້ວເປັນຫຍັງຂ້ອຍຍັງຖືກຕັດສິນວ່າເປັນຄົນບາບ? 8 ເປັນຫຍັງບໍ່ເວົ້າເລີຍວ່າ “ພາກັນມາເຮັດຊົ່ວເທາະ ເພື່ອຈະມີຜົນດີຕາມມາ” ຄືກັບທີ່ບາງຄົນກ່າວຫາຜິດໆວ່າພວກເຮົາສອນແບບນັ້ນ? ຄົນພວກນັ້ນສົມຄວນຖືກຕັດສິນລົງໂທດ.
9 ຖ້າເປັນແນວນັ້ນ ພວກເຮົາໄດ້ປຽບກວ່າຄົນອື່ນບໍ? ບໍ່ແມ່ນ! ເພາະຂ້ອຍບອກແລ້ວວ່າ ຄົນຢິວແລະຄົນກຣີກຢູ່ໃຕ້ອຳນາດຂອງບາບທຸກຄົນ 10 ຄືກັບທີ່ພະຄຳພີບອກໄວ້ວ່າ: “ບໍ່ມີໃຜເຮັດສິ່ງທີ່ຖືກຕ້ອງເລີຍ ບໍ່ມີແມ່ນແຕ່ຄົນດຽວ 11 ບໍ່ມີໃຜມີຄວາມເຂົ້າໃຈທີ່ເລິກເຊິ່ງ ບໍ່ມີໃຜຢາກຮູ້ຈັກພະເຈົ້າແທ້ໆ. 12 ທຸກຄົນຖິ້ມແນວທາງທີ່ຖືກຕ້ອງ ທຸກຄົນກາຍເປັນຄົນບໍ່ມີຄ່າ ບໍ່ມີໃຜສະແດງຄວາມກະລຸນາ ບໍ່ມີເລີຍແມ່ນແຕ່ຄົນດຽວ.” 13 “ລຳຄໍຂອງພວກເຂົາເປັນຫຼຸມຝັງສົບທີ່ເປີດຢູ່ ພວກເຂົາໃຊ້ລີ້ນເວົ້າຄຳຫຼອກລວງ.” “ມີງູພິດຢູ່ໃນປາກຂອງພວກເຂົາ.” 14 “ປາກຂອງພວກເຂົາເຕັມໄປດ້ວຍຄຳແຊ່ງແລະຄຳເວົ້າເຈັບແສບ.” 15 “ຕີນຂອງພວກເຂົາແລ່ນໄປເພື່ອຂ້າຄົນ.” 16 “ພວກເຂົາເຮັດໃຫ້ເກີດຄວາມພິນາດແລະຄວາມທຸກຕາມທາງທີ່ພວກເຂົາໄປ 17 ແລະພວກເຂົາບໍ່ເຄີຍຮູ້ຈັກແນວທາງແຫ່ງສັນຕິສຸກ.” 18 “ບໍ່ມີຄວາມຢຳເກງພະເຈົ້າໃນສາຍຕາຂອງພວກເຂົາເລີຍ.”
19 ເຮົາຮູ້ວ່າທຸກສິ່ງທີ່ກົດໝາຍຂອງໂມເຊບອກໄວ້ ກໍບອກກັບຄົນທີ່ຢູ່ໃຕ້ກົດໝາຍນັ້ນ ເພື່ອຈະບໍ່ມີຜູ້ໃດອ້າງໄດ້ວ່າຕົວເອງບໍ່ຜິດ ແລະເພື່ອທຸກຄົນໃນໂລກຈະຕ້ອງຮັບໂທດຈາກພະເຈົ້າ. 20 ດັ່ງນັ້ນ ບໍ່ມີຜູ້ໃດເປັນທີ່ຍອມຮັບຂອງພະເຈົ້າ*ໄດ້ໂດຍການເຮັດຕາມກົດໝາຍ. ທີ່ຈິງ ກົດໝາຍນັ້ນເຮັດໃຫ້ຮູ້ແຈ້ງວ່າພວກເຮົາມີບາບ.
21 ແຕ່ຕອນນີ້ ເຫັນໄດ້ແຈ້ງວ່າຄົນເຮົາເປັນທີ່ຍອມຮັບຂອງພະເຈົ້າ*ໄດ້ໂດຍບໍ່ຈຳເປັນຕ້ອງເຮັດຕາມກົດໝາຍນັ້ນ ສິ່ງນີ້ມີບອກໄວ້ແລ້ວໃນກົດໝາຍຂອງໂມເຊແລະໃນຄຳສອນຂອງພວກຜູ້ພະຍາກອນ* 22 ແຕ່ພະເຈົ້າຍອມຮັບທຸກຄົນທີ່ເຊື່ອ* ນັ້ນແມ່ນເຊື່ອໃນພະເຢຊູຄລິດ ເພາະພະເຈົ້າບໍ່ລຳອຽງ. 23 ທຸກຄົນເຮັດບາບແລະບໍ່ໄດ້ສະແດງຄຸນລັກສະນະທີ່ດີເລີດຂອງພະເຈົ້າແບບທີ່ຄວນຈະສະແດງ 24 ແຕ່ພະເຈົ້າຖືວ່າພວກເຂົາເປັນທີ່ຍອມຮັບຂອງພະອົງ*ເພາະຄ່າໄຖ່ທີ່ພະຄລິດເຢຊູໄດ້ຈ່າຍເພື່ອຊ່ວຍພວກເຂົາໃຫ້ລອດ. ສິ່ງນີ້ເປັນຂອງຂວັນທີ່ພະເຈົ້າໃຫ້ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະອົງ. 25 ພະເຈົ້າຈັດໃຫ້ພະເຢຊູເປັນເຄື່ອງບູຊາ ເພື່ອຄົນທີ່ເຊື່ອໃນເລືອດທີ່ພະເຢຊູສະລະນັ້ນຈະຄືນດີກັບພະເຈົ້າໄດ້.* ການເຮັດແບບນີ້ສະແດງໃຫ້ເຫັນຄວາມຍຸຕິທຳ*ຂອງພະເຈົ້າ ເພາະພະອົງອົດກັ້ນໄວ້ແລະໃຫ້ອະໄພບາບທີ່ຄົນເຮັດໃນອະດີດ. 26 ການທີ່ພະເຈົ້າເຮັດແບບນີ້ຍັງສະແດງໃຫ້ເຫັນຄວາມຍຸຕິທຳ*ຂອງພະອົງໃນປັດຈຸບັນນຳອີກ ເມື່ອພະເຈົ້າຖືວ່າຄົນທີ່ເຊື່ອໃນພະເຢຊູເປັນທີ່ຍອມຮັບຂອງພະອົງ* ພະອົງກໍເຮັດຖືກຕ້ອງຊອບທຳແລ້ວ.
27 ຖ້າເປັນແນວນັ້ນມີຫຍັງໃຫ້ອວດໄດ້ບໍ? ບໍ່ມີ. ກົດໝາຍໃດທີ່ເຮັດໃຫ້ອວດບໍ່ໄດ້? ແມ່ນກົດໝາຍທີ່ເນັ້ນການກະທຳບໍ? ບໍ່ແມ່ນ ແຕ່ແມ່ນກົດໝາຍທີ່ເນັ້ນເລື່ອງຄວາມເຊື່ອ. 28 ເພາະພວກເຮົາຮູ້ວ່າ ຄົນເຮົາເປັນທີ່ຍອມຮັບຂອງພະເຈົ້າ*ໄດ້ກໍຍ້ອນລາວມີຄວາມເຊື່ອ ບໍ່ແມ່ນຍ້ອນລາວເຮັດຕາມກົດໝາຍ. 29 ພະອົງເປັນພະເຈົ້າຂອງຄົນຢິວເທົ່ານັ້ນບໍ? ພະອົງເປັນພະເຈົ້າຂອງຄົນຊາດອື່ນນຳບໍ່ແມ່ນບໍ? ແມ່ນແລ້ວ ພະອົງເປັນພະເຈົ້າຂອງຄົນຊາດອື່ນນຳ. 30 ໃນເມື່ອມີພະເຈົ້າພຽງອົງດຽວ ພະອົງຈຶ່ງຖືວ່າຄົນທີ່ຮັບສິນຕັດເປັນທີ່ຍອມຮັບຂອງພະອົງ*ໄດ້ຍ້ອນລາວມີຄວາມເຊື່ອ ແລະຄົນທີ່ບໍ່ໄດ້ຮັບສິນຕັດກໍເປັນທີ່ຍອມຮັບໄດ້ຄືກັນຍ້ອນລາວມີຄວາມເຊື່ອ. 31 ຖ້າເປັນແນວນັ້ນ ເຮົາຍົກເລີກກົດໝາຍຍ້ອນຄວາມເຊື່ອຂອງພວກເຮົາບໍ? ບໍ່ແມ່ນ! ແຕ່ພວກເຮົາໄດ້ສະໜັບສະໜູນກົດໝາຍນັ້ນ.