ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ
1 ຂ້ອຍໂປໂລເປັນອັກຄະສາວົກ.* ມະນຸດບໍ່ໄດ້ມອບໝາຍຫຼືແຕ່ງຕັ້ງຂ້ອຍ ແຕ່ຜູ້ທີ່ແຕ່ງຕັ້ງຂ້ອຍແມ່ນພະເຢຊູຄລິດ+ແລະພະເຈົ້າຜູ້ເປັນພໍ່ຂອງພວກເຮົາ+ທີ່ປຸກພະຄລິດໃຫ້ຄືນມາຈາກຕາຍ. 2 ຂ້ອຍກັບພວກພີ່ນ້ອງທີ່ຢູ່ນຳກັນຂຽນຫາປະຊາຄົມຕ່າງໆໃນແຂວງຄາລາເຕຍ.
3 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາ ແລະຈາກພະເຢຊູຄລິດຜູ້ເປັນນາຍ. 4 ພະຄລິດຍອມຕາຍເປັນຄ່າໄຖ່ໃຫ້ພວກເຮົາ+ ເພື່ອຊ່ວຍພວກເຮົາໃຫ້ພົ້ນຈາກອຳນາດຂອງໂລກຊົ່ວນີ້*+ຕາມທີ່ພະເຈົ້າຜູ້ເປັນພໍ່ຂອງພວກເຮົາຕ້ອງການ.+ 5 ຂໍໃຫ້ເພິ່ນໄດ້ຮັບການຍ້ອງຍໍສັນລະເສີນຕະຫຼອດໄປ. ອາແມນ.*
6 ຂ້ອຍແປກໃຈຫຼາຍທີ່ໃນເວລາສັ້ນໆພວກເຈົ້າກໍເລີ່ມຖອຍຫ່າງຈາກຜູ້ທີ່ເອີ້ນພວກເຈົ້າມາດ້ວຍຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະຄລິດ ແລ້ວອ້າງວ່າມີຂ່າວດີຈາກບ່ອນອື່ນ.+ 7 ທີ່ຈິງແລ້ວບໍ່ມີຂ່າວດີມາຈາກບ່ອນອື່ນ ແຕ່ມີບາງຄົນເຮັດໃຫ້ພວກເຈົ້າສັບສົນ+ແລະພະຍາຍາມຈະບິດເບືອນຂ່າວດີເລື່ອງພະຄລິດ. 8 ຖ້າມີຜູ້ໃດຫຼືແມ່ນແຕ່ທູດສະຫວັນມາປະກາດຂ່າວດີເລື່ອງອື່ນທີ່ຕ່າງຈາກຂ່າວດີທີ່ພວກເຮົາເຄີຍປະກາດກັບພວກເຈົ້າ ກໍໃຫ້ຜູ້ນັ້ນຖືກສາບແຊ່ງ. 9 ຂ້ອຍຂໍເວົ້າຊ້ຳອີກເທື່ອໜຶ່ງຄືກັບທີ່ຂ້ອຍເວົ້າໄປແລ້ວວ່າ ຜູ້ໃດທີ່ປະກາດຂ່າວດີເລື່ອງອື່ນນອກຈາກເລື່ອງທີ່ພວກເຮົາໄດ້ບອກພວກເຈົ້າ ກໍໃຫ້ຜູ້ນັ້ນຖືກສາບແຊ່ງ.
10 ພວກເຈົ້າຄິດວ່າຂ້ອຍກຳລັງພະຍາຍາມເຮັດໃຫ້ມະນຸດຫຼືພະເຈົ້າພໍໃຈ? ຂ້ອຍພະຍາຍາມເອົາໃຈມະນຸດບໍ? ຖ້າຂ້ອຍຍັງເອົາໃຈມະນຸດຢູ່ ຂ້ອຍກໍຄືຊິບໍ່ແມ່ນທາດຂອງພະຄລິດ. 11 ພີ່ນ້ອງເອີ້ຍ ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າຂ່າວດີທີ່ຂ້ອຍປະກາດນັ້ນບໍ່ໄດ້ເລີ່ມຈາກມະນຸດ.+ 12 ຂ້ອຍບໍ່ໄດ້ຮັບຂ່າວນັ້ນຈາກມະນຸດ ບໍ່ມີມະນຸດຄົນໃດສອນຂ້ອຍ ແຕ່ພະເຢຊູຄລິດເອງເປີດເຜີຍຂ່າວດີນັ້ນກັບຂ້ອຍ.
13 ພວກເຈົ້າກໍຮູ້ຢູ່ແລ້ວວ່າຂ້ອຍເຄີຍເປັນຄົນແນວໃດຕອນທີ່ນັບຖືສາສະໜາຢິວ.+ ຂ້ອຍຂົ່ມເຫງປະຊາຄົມຂອງພະເຈົ້າເອົາແທ້ເອົາວ່າແລະຫາທາງກວາດລ້າງໃຫ້ໝົດ.+ 14 ຂ້ອຍກ້າວໜ້າໃນສາສະໜາຢິວຫຼາຍກວ່າຄົນຊາດດຽວກັນກັບຂ້ອຍ ແລະໃນຄົນລຸ້ນດຽວກັນນັ້ນຂ້ອຍກ້າວໜ້າກວ່າຫຼາຍຄົນ. ຂ້ອຍກະຕືລືລົ້ນກວ່າເຂົາເຈົ້າຫຼາຍໃນເລື່ອງທຳນຽມຂອງປູ່ຍ່າຕານາຍຂອງຂ້ອຍ.+ 15 ແຕ່ພະເຈົ້າຜູ້ໃຫ້ຂ້ອຍເກີດມາ*ນັ້ນໄດ້ເລືອກຂ້ອຍດ້ວຍຄວາມກະລຸນາທີ່ຍິ່ງໃຫຍ່.+ ເພິ່ນພໍໃຈ 16 ທີ່ຈະໃຊ້ຂ້ອຍໃຫ້ປະກາດຂ່າວດີກ່ຽວກັບລູກຂອງເພິ່ນໃຫ້ຄົນຕ່າງຊາດໄດ້ຮູ້.+ ຕອນນັ້ນ ຂ້ອຍບໍ່ໄດ້ປຶກສາຜູ້ໃດເລີຍ 17 ແລະຍັງບໍ່ໄດ້ໄປເມືອງເຢຣູຊາເລັມເພື່ອພົບກັບຄົນທີ່ເປັນອັກຄະສາວົກກ່ອນຂ້ອຍ. ແຕ່ຂ້ອຍໄປອາຣັບ ແລ້ວຈຶ່ງກັບມາເມືອງດາມາເຊອີກ.+
18 ສາມປີຕໍ່ມາ ຂ້ອຍໄປຢາມເກຟາ*+ຢູ່ເມືອງເຢຣູຊາເລັມ+ແລະພັກຢູ່ກັບລາວ 15 ມື້. 19 ແຕ່ຂ້ອຍບໍ່ໄດ້ເຈິອັກຄະສາວົກຄົນອື່ນເລີຍນອກຈາກຢາໂກໂບ+ທີ່ເປັນນ້ອງຊາຍຂອງຜູ້ເປັນນາຍ. 20 ຂ້ອຍຂໍສາບານຕໍ່ໜ້າພະເຈົ້າວ່າເລື່ອງທີ່ຂ້ອຍຂຽນມາທັງໝົດນີ້ ຂ້ອຍບໍ່ໄດ້ຕົວະພວກເຈົ້າ.
21 ຫຼັງຈາກນັ້ນ ຂ້ອຍກໍໄປແຂວງຊີເຣຍກັບແຂວງກີລີເກຍ.+ 22 ແຕ່ປະຊາຄົມຕ່າງໆຂອງຄລິດສະຕຽນໃນແຂວງຢູດາຍຍັງບໍ່ເຄີຍເຈິຂ້ອຍ. 23 ເຂົາເຈົ້າມີແຕ່ໄດ້ຍິນວ່າ “ຄົນທີ່ເຄີຍຂົ່ມເຫງແລະພະຍາຍາມກວາດລ້າງພວກເຮົາ+ ຕອນນີ້ເປັນຄົນປະກາດຂ່າວດີກ່ຽວກັບຄວາມເຊື່ອຂອງພວກເຮົາແລ້ວ.”+ 24 ເຂົາເຈົ້າຈຶ່ງຍ້ອງຍໍສັນລະເສີນພະເຈົ້າຍ້ອນເລື່ອງຂອງຂ້ອຍ.