ຂ່າວດີທີ່ຂຽນໂດຍມັດທາຍ
3 ຕໍ່ມາ ໂຢຮັນ+ຜູ້ໃຫ້ບັບເຕມາ*ເລີ່ມປະກາດ+ໃນບ່ອນກັນດານຢູດາຍວ່າ: 2 “ໃຫ້ກັບໃຈ ຍ້ອນການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ.”+ 3 ຜູ້ພະຍາກອນເອຊາຢາ+ໄດ້ເວົ້າເຖິງໂຢຮັນຜູ້ນີ້ວ່າ: “ມີສຽງຮ້ອງອອກມາຈາກບ່ອນກັນດານວ່າ ‘ໃຫ້ກຽມທາງໄວ້ສຳລັບພະເຢໂຫວາ.* ໃຫ້ເຮັດທາງຂອງເພິ່ນໃຫ້ຊື່ໆ.’”+ 4 ໂຢຮັນນຸ່ງເຄື່ອງທີ່ເຮັດຈາກຂົນອູດແລະໃສ່ສາຍແອວໜັງ.+ ຂອງກິນຂອງລາວແມ່ນຕັກກະແຕນກັບນ້ຳເຜີ້ງປ່າ.+ 5 ຕອນນັ້ນ ຄົນໃນເມືອງເຢຣູຊາເລັມກັບຄົນທົ່ວແຂວງຢູດາຍແລະຄົນທີ່ຢູ່ແຖວແມ່ນ້ຳຈໍແດນກໍພາກັນໄປຫາໂຢຮັນ.+ 6 ລາວໄດ້ບັບເຕມາໃຫ້ເຂົາເຈົ້າຢູ່ແມ່ນ້ຳຈໍແດນ+ ແລະເຂົາເຈົ້າໄດ້ສາລະພາບຄວາມຜິດຂອງໂຕເອງຢ່າງເປີດເຜີຍ.
7 ເມື່ອໂຢຮັນເຫັນພວກຟາຣີຊາຍແລະພວກຊາດູກາຍ+ມາບ່ອນທີ່ລາວໃຫ້ບັບເຕມາ ໂຢຮັນຈຶ່ງເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າທີ່ເປັນຄືກັບງູພິດ+ ໃຜບອກວ່າພວກເຈົ້າຈະລອດຈາກການລົງໂທດຂອງພະເຈົ້າໄດ້?+ 8 ເຮັດໃຫ້ເຫັນແມ້ວ່າພວກເຈົ້າກັບໃຈແທ້ໆ.* 9 ຢ່າຄິດເອົາເອງວ່າ ‘ພວກເຮົາເປັນລູກຫຼານຂອງອັບຣາຮາມໄດ໋.’+ ຂ້ອຍຈະບອກໃຫ້ຮູ້ວ່າ ພະເຈົ້າຈະໃຫ້ອັບຣາຮາມມີລູກຫຼານຈາກກ້ອນຫີນເຫຼົ່ານີ້ກໍໄດ້. 10 ຂວານກໍວາງໄວ້ຢູ່ກ້ອງຕົ້ນໄມ້ແລ້ວ. ຕົ້ນໄມ້ທຸກຕົ້ນທີ່ໝາກບໍ່ງາມຈະຖືກຟັນແລະຈູດຖິ້ມ.+ 11 ຂ້ອຍໃຫ້ບັບເຕມາພວກເຈົ້າດ້ວຍນ້ຳຍ້ອນພວກເຈົ້າກັບໃຈ.+ ແຕ່ຈະມີຜູ້ໜຶ່ງທີ່ມາພາຍຫຼັງຂ້ອຍ ເພິ່ນຍິ່ງໃຫຍ່ກວ່າຂ້ອຍຫຼາຍ. ຂ້ອຍບໍ່ເໝາະສົມທີ່ຈະປົດເກີບໃຫ້ເພິ່ນຊ້ຳ.+ ເພິ່ນຈະໃຫ້ບັບເຕມາພວກເຈົ້າດ້ວຍພະລັງບໍລິສຸດ+ແລະດ້ວຍໄຟ.*+ 12 ເພິ່ນຖືເຄື່ອງມືທີ່ໃຊ້ແຍກຂີ້ແກບ* ແລະຈະມ້ຽນລານຟາດເຂົ້າຂອງເພິ່ນໃຫ້ກ້ຽງ. ເພິ່ນຈະລວບລວມເຂົ້າໄວ້ໃນເລົ້າ ສ່ວນຂີ້ແກບເພິ່ນຈະຈູດມັນຖິ້ມດ້ວຍໄຟ+ທີ່ບໍ່ມີມື້ມອດ.”
13 ຕໍ່ມາ ພະເຢຊູໄດ້ເດີນທາງຈາກແຂວງຄາລີເລມາຫາໂຢຮັນຢູ່ແມ່ນ້ຳຈໍແດນເພື່ອຂໍໃຫ້ລາວບັບເຕມາໃຫ້.+ 14 ແຕ່ໂຢຮັນບອກພະເຢຊູວ່າ: “ທ່ານຄວນເປັນຄົນບັບເຕມາໃຫ້ຂ້ອຍ ເປັນຫຍັງທ່ານຈຶ່ງມາຂໍໃຫ້ຂ້ອຍບັບເຕມາໃຫ້ທ່ານ?” 15 ພະເຢຊູຕອບວ່າ: “ເທື່ອນີ້ຂໍໃຫ້ເຮັດ ເພື່ອພວກເຮົາຈະໄດ້ເຮັດທຸກສິ່ງຕາມທີ່ພະເຈົ້າຕ້ອງການ.” ໂຢຮັນຈຶ່ງຍອມບັບເຕມາໃຫ້ພະເຢຊູ. 16 ເມື່ອຮັບບັບເຕມາແລ້ວ ພະເຢຊູກໍຂຶ້ນມາຈາກນ້ຳທັນທີ ແລະຕອນນັ້ນທ້ອງຟ້າກໍເປີດອອກ+ ແລະໂຢຮັນເຫັນພະລັງຂອງພະເຈົ້າຄືກັບນົກເຂົາລົງມາຢູ່ເທິງພະເຢຊູ.+ 17 ແລ້ວກໍມີສຽງເວົ້າຈາກເທິງຟ້າ+ວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ.+ ເຮົາພໍໃຈລາວຫຼາຍ.”+