ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • ທູດສະຫວັນ​ທີ່​ມີ​ກຳລັງ​ຫຼາຍ​ກັບ​ມ້ວນ​ໜັງສື​ນ້ອຍ⁠​ໆ​ມ້ວນ​ໜຶ່ງ (1-7)

        • “ພະເຈົ້າ​ຈະ​ບໍ່​ຊ້າ​ອີກ​ຕໍ່​ໄປ” (6)

        • ເລື່ອງ​ທີ່​ເປັນ​ຄວາມ​ລັບ​ສັກສິດ​ກໍ​ຈະ​ເກີດຂຶ້ນ​ທຸກ​ຢ່າງ (7)

      • ໂຢຮັນ​ກິນ​ມ້ວນ​ໜັງສື​ນ້ອຍ⁠​ໆ​ (8-11)

ພະນິມິດ 10:1

ໄຂເງື່ອນ

  • *

    ຫຼື “ພັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:1, 2

ພະນິມິດ 10:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 5:5
  • +ອພຍ 19:16; ພນມ 4:5; 11:19

ພະນິມິດ 10:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 10:8

ພະນິມິດ 10:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 90:2; ພນມ 4:9
  • +ອພຍ 20:11; ນຮຢ 9:6; ພສ 146:6

ພະນິມິດ 10:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 8:6
  • +ພນມ 11:15
  • +ມຣກ 4:11
  • +ອມ 3:7

ພະນິມິດ 10:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 10:4
  • +ພນມ 10:1, 2

ພະນິມິດ 10:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂົມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 2:8

ພະນິມິດ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 15:16
  • +ພສ 119:103; ອຊກ 3:1-3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 10:1ມທ 17:1, 2
ພນມ. 10:3ພນມ 5:5
ພນມ. 10:3ອພຍ 19:16; ພນມ 4:5; 11:19
ພນມ. 10:4ພນມ 10:8
ພນມ. 10:6ພສ 90:2; ພນມ 4:9
ພນມ. 10:6ອພຍ 20:11; ນຮຢ 9:6; ພສ 146:6
ພນມ. 10:7ພນມ 8:6
ພນມ. 10:7ພນມ 11:15
ພນມ. 10:7ມຣກ 4:11
ພນມ. 10:7ອມ 3:7
ພນມ. 10:8ພນມ 10:4
ພນມ. 10:8ພນມ 10:1, 2
ພນມ. 10:9ອຊກ 2:8
ພນມ. 10:10ຢຣມ 15:16
ພນມ. 10:10ພສ 119:103; ອຊກ 3:1-3
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 10:1-11

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

10 ຂ້ອຍ​ເຫັນ​ທູດສະຫວັນ​ທີ່​ມີ​ກຳລັງ​ຫຼາຍ​ອີກ​ອົງ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ຂີ້ເຝື້ອ​ຢູ່​ອ້ອມ*​ໂຕເພິ່ນ ມີ​ຮຸ້ງ​ຢູ່​ເທິງ​ຫົວ​ເພິ່ນ ໜ້າ​ຂອງ​ເພິ່ນ​ຄື​ກັບ​ດວງ​ຕາເວັນ+ ແລະ​ຂາ​ຄື​ກັບ​ເສົາ​ໄຟ. 2 ທູດສະຫວັນ​ອົງ​ນັ້ນ​ຖື​ມ້ວນ​ໜັງສື​ນ້ອຍ​ໆ​ມ້ວນ​ໜຶ່ງ​ທີ່​ມາຍ​ຢູ່. ຕີນ​ເບື້ອງ​ຂວາ​ຂອງ​ເພິ່ນ​ຢຽບ​ຢູ່​ເທິງ​ທະເລ ແຕ່​ຕີນ​ເບື້ອງ​ຊ້າຍ​ຢຽບ​ແຜ່ນ​ດິນ. 3 ເພິ່ນ​ຮ້ອງ​ສຽງ​ດັງ​ຄື​ກັບ​ໂຕ​ສິງ​ແຜດ​ສຽງ​ຮ້ອງ.+ ຕອນ​ທີ່​ເພິ່ນ​ຮ້ອງ​ສຽງ​ດັງ ຂ້ອຍ​ກໍ​ໄດ້​ຍິນ​ສຽງຟ້າ​ຮ້ອງ​ທັງ​ເຈັດ+​ເວົ້າ.

4 ເມື່ອ​ຟ້າ​ຮ້ອງ​ທັງ​ເຈັດ​ເວົ້າ ຂ້ອຍ​ກຳລັງ​ຈະ​ຂຽນ​ໄວ້ ແຕ່​ກໍ​ໄດ້​ຍິນ​ສຽງ​ເວົ້າ​ຈາກ​ສະຫວັນ+​ວ່າ: “ສິ່ງ​ທີ່​ຟ້າ​ຮ້ອງ​ທັງ​ເຈັດ​ເວົ້າ ໃຫ້​ເກັບ​ໄວ້​ເປັນ​ຄວາມ​ລັບ ບໍ່​ຕ້ອງ​ຂຽນ​ເລື່ອງ​ເຫຼົ່າ​ນັ້ນ.” 5 ທູດສະຫວັນ​ທີ່​ຂ້ອຍ​ເຫັນ​ຢືນ​ກວມ​ລະຫວ່າງ​ທະເລ​ກັບ​ແຜ່ນ​ດິນ​ນັ້ນ​ໄດ້​ຍົກ​ມື​ເບື້ອງ​ຂວາ​ຂຶ້ນ​ຟ້າ. 6 ເພິ່ນ​ສາບານ​ໂດຍ​ອ້າງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ+ ຜູ້​ສ້າງ​ຟ້າ​ກັບ​ສິ່ງ​ທີ່​ຢູ່​ເທິງ​ຟ້າ ໂລກ​ກັບ​ສິ່ງ​ທີ່​ຢູ່​ໃນ​ໂລກ ແລະ​ທະເລ​ກັບ​ສິ່ງ​ທີ່​ຢູ່​ໃນ​ທະເລ. ເພິ່ນ​ສາບານ​ວ່າ:+ “ພະເຈົ້າ​ຈະ​ບໍ່​ຊ້າ​ອີກ​ຕໍ່​ໄປ. 7 ເມື່ອ​ຮອດ​ມື້​ທີ່​ທູດສະຫວັນ​ອົງ​ທີ 7+ ເປົ່າ​ແກ+ ເລື່ອງ​ທີ່​ເປັນ​ຄວາມ​ລັບ​ສັກສິດ+​ກໍ​ຈະ​ເກີດຂຶ້ນ​ທຸກ​ຢ່າ​ງ. ຄວາມ​ລັບ​ນີ້​ເປັນ​ຂ່າວດີ​ທີ່​ພະເຈົ້າ​ບອກ​ທາດ​ຂອງ​ເພິ່ນ​ເຊິ່ງ​ກໍ​ແມ່ນ​ພວກ​ຜູ້​ພະຍາກອນ.”+

8 ສຽງ​ທີ່​ຂ້ອຍ​ໄດ້​ຍິນ​ຈາກ​ສະຫວັນ+​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: “ໄປ​ເອົາ​ມ້ວນ​ໜັງສື​ທີ່​ມາຍ​ຢູ່​ໃນ​ມື​ຂອງ​ທູດສະຫວັນ​ອົງ​ນັ້ນ​ທີ່​ຢືນ​ກວມ​ລະຫວ່າງ​ທະເລ​ກັບ​ແຜ່ນດິນ.”+ 9 ຂ້ອຍ​ຈຶ່ງ​ໄປ​ຫາ​ທູດສະຫວັນ​ອົງ​ນັ້ນ​ແລະ​ຂໍ​ມ້ວນ​ໜັງສື​ນ້ອຍ​ໆ​ມ້ວນ​ນັ້ນ​ຈາກ​ເພິ່ນ. ເພິ່ນ​ບອກ​ຂ້ອຍ​ວ່າ: “ເອົາ​ໄປ​ແມ້ ແລ້ວ​ກິນ​ໃຫ້​ໝົດ.+ ມັນ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ເຈັບ* ແຕ່​ມັນ​ຈະ​ຫວານ​ຄື​ນ້ຳ​ເຜີ້ງ​ຢູ່​ໃນ​ປາກ​ຂອງ​ເຈົ້າ.” 10 ຂ້ອຍ​ຈັບ​ເອົາ​ມ້ວນ​ໜັງສື​ນ້ອຍ​ໆ​ທີ່​ຢູ່​ມື​ຂອງ​ທູດສະຫວັນ​ມາ​ກິນ+ ແລ້ວມັນກໍ​ຫວານ​ຄື​ນ້ຳ​ເຜີ້ງ​ຢູ່​ໃນ​ປາກ​ຂ້ອຍ+ ແຕ່​ເມື່ອ​ກິນ​ໝົດ ທ້ອງ​ຂອງ​ຂ້ອຍ​ກໍ​ເຈັບ. 11 ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ບອກ​ວ່າ: “ເຈົ້າ​ຈະ​ຕ້ອງ​ພະຍາກອນ​ອີກ​ກ່ຽວກັບ​ຊົນຊາດ ປະເທດ ແລະ​ພາສາ​ຕ່າງ​ໆ​ ລວມ​ທັງ​ກະສັດ​ຫຼາຍ​ອົງ​ນຳ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌