ອົບພະຍົບ
37 ເບຊາເລນ+ເຮັດຫີບສັນຍາ+ຈາກໄມ້ອະຄາເຊຍ ຍາວ 2 ສອກເຄິ່ງ* ກວ້າງ 1 ສອກເຄິ່ງ* ແລະສູງ 1 ສອກເຄິ່ງ.+ 2 ລາວເອົາແຜ່ນຄຳແທ້ມາໂອບໃສ່ທາງໃນແລະທາງນອກຂອງຫີບ ແລະເຮັດຂອບບົວດ້ວຍຄຳຕິດອ້ອມຫີບ.+ 3 ລາວເຮັດບ້ວງຄຳ 4 ບ້ວງ ໃຫ້ຕິດຢູ່ທາງຂ້າງຂອງຫີບ ຂ້າງລະ 2 ບ້ວງກາຍຕີນຫີບຂຶ້ນໄປໜ້ອຍໜຶ່ງ. 4 ແລ້ວລາວກໍເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍ ແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ.+ 5 ລາວເອົາໄມ້ຫາມມາສອດໃສ່ບ້ວງທັງສອງຂ້າງຂອງຫີບນັ້ນ ເພື່ອເອົາໄວ້ຫາມ.+
6 ລາວເຮັດຝາຫີບດ້ວຍຄຳແທ້+ ຍາວ 2 ສອກເຄິ່ງ* ແລະກວ້າງ 1 ສອກເຄິ່ງ.*+ 7 ລາວໃຊ້ຄ້ອນຕີຕີຄຳໃຫ້ເປັນຮູບເຄຣູບ+ 2 ອົງ. ເຄຣູບນັ້ນຢູ່ຄົນລະສົ້ນເທິງຝາຫີບ.+ 8 ເຄຣູບອົງໜຶ່ງຢູ່ສົ້ນໜຶ່ງ ແລະເຄຣູບອີກອົງໜຶ່ງກໍຢູ່ອີກສົ້ນໜຶ່ງ. ລາວເຮັດເຄຣູບໃສ່ຄົນລະສົ້ນເທິງຝາຫີບ. 9 ປີກຂອງເຄຣູບພືອອກ ຊີ້ຂຶ້ນໄປທາງເທິງ ເຄຣູບປິ່ນເຂົ້າຫາກັນແລະກົ້ມໜ້າລົງເທິງຝາຫີບ.+ ປີກຂອງພວກເຄຣູບກໍກວມຝາຫີບ.+
10 ລາວເຮັດໂຕະໜ່ວຍໜຶ່ງຈາກໄມ້ອະຄາເຊຍ+ ຍາວ 2 ສອກ* ກວ້າງ 1 ສອກ* ແລະສູງ 1 ສອກເຄິ່ງ.*+ 11 ລາວເອົາແຜ່ນຄຳແທ້ມາໂອບໂຕະໜ່ວຍນັ້ນ ແລະເອົາແຜ່ນຄຳທີ່ເຮັດເປັນລວດລາຍມາຕິດໃສ່ອ້ອມຂອບໂຕະນັ້ນ. 12 ລາວເຮັດໜ້າໂຕະໜາ 1 ຝາມື* ແລະເອົາຄຳມາເຮັດເປັນລວດລາຍໃສ່ອີກຂອບໜຶ່ງ. 13 ລາວເຮັດບ້ວງຄຳ 4 ບ້ວງ ຕິດໃສ່ແຕ່ລະແຈຂອງຂາໂຕະ. 14 ບ້ວງເຫຼົ່ານັ້ນຢູ່ໃກ້ຂອບໂຕະ ເພື່ອຈະສອດໄມ້ຫາມໃສ່ແລະຫາມໄປໄດ້. 15 ລາວເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ. 16 ຫຼັງຈາກນັ້ນ ລາວກໍເອົາຄຳແທ້ມາເຮັດເຄື່ອງໃຊ້ທີ່ໃຊ້ກັບໂຕະ ເຊິ່ງມີຈານ ຈອກ ຖ້ວຍ ແລະໂຖເພື່ອໃຊ້ເທເຄື່ອງບູຊາດື່ມ.+
17 ຈາກນັ້ນ ລາວເອົາຄຳແທ້ກ້ອນໜຶ່ງມາຕີເປັນຂາຕະກຽງ.+ ລາວຕີຂາຕະກຽງໃຫ້ມີຖານ ມີຂາຕັ້ງ ມີງ່າ ມີກີບທີ່ຕິດຂວັ້ນ ມີດອກຈູມແລະດອກບານ.+ 18 ລາວເຮັດງ່າອອກຈາກຂາຕັ້ງ 6 ງ່າ ເບື້ອງຊ້າຍ 3 ງ່າ ແລະເບື້ອງຂວາ 3 ງ່າ. 19 ແຕ່ລະງ່າຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມແລະດອກບານ ງ່າລະ 3 ຊຸດ ທັງ 6 ງ່າລາວເຮັດແບບນີ້ຄືກັນໝົດ. 20 ຂາຕັ້ງຂອງຂາຕະກຽງຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມແລະດອກບານ 4 ຊຸດ. 21 ມີດອກຈູມດອກໜຶ່ງຢູ່ກ້ອງຂອງງ່າຄູ່ທຳອິດ ອີກດອກໜຶ່ງຢູ່ກ້ອງຄູ່ທີ 2 ແລະອີກດອກໜຶ່ງຢູ່ກ້ອງຄູ່ທີ 3. ທັງ 6 ງ່າກໍເດ່ອອກຈາກຂາຕັ້ງຂອງຕະກຽງ. 22 ທັງດອກຈູມ ທັງງ່າ ແລະສ່ວນອື່ນໆຂອງຕະກຽງທີ່ມີຂານີ້ຕີຈາກຄຳແທ້ກ້ອນດຽວ. 23 ລາວເອົາຄຳແທ້ມາເຮັດຕະກຽງ 7 ອັນ+ ແລະເຮັດແນວໜີບໄສ້ຕະກຽງກັບແນວໃສ່ຂີ້ໄສ້ຕະກຽງ. 24 ລາວເຮັດຂາຕະກຽງກັບເຄື່ອງໃຊ້ທັງໝົດທີ່ກ່ຽວກັບຕະກຽງດ້ວຍຄຳແທ້ໜັກ 1 ຕະລັນ.*
25 ລາວເຮັດແທ່ນເຜົາເຄື່ອງຫອມ+ຈາກໄມ້ອະຄາເຊຍ. ແທ່ນນີ້ເປັນຮູບຊົງສີ່ລ່ຽມ ຍາວ 1 ສອກ* ກວ້າງ 1 ສອກ ແລະສູງ 2 ສອກ.* ລາວເຮັດເຂົາຢູ່ໄມ້ດຽວກັນກັບແທ່ນ.+ 26 ລາວເອົາຄຳແທ້ມາໂອບໜ້າແທ່ນ ໂອບຂ້າງຂອງແທ່ນແລະໂອບເຂົາເຫຼົ່ານັ້ນ ແລ້ວລາວກໍເຮັດຂອບຄຳໃສ່ອ້ອມແທ່ນນຳ. 27 ຢູ່ທາງລຸ່ມຂອງຂອບແທ່ນ ລາວເຮັດບ້ວງຄຳໃສ່ 2 ຂ້າງຂອງແທ່ນ ຂ້າງລະ 2 ບ້ວງ ເພື່ອສອດໄມ້ຫາມແທ່ນ. 28 ຈາກນັ້ນ ລາວເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍ ແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ. 29 ລາວເຮັດນ້ຳມັນບໍລິສຸດທີ່ໃຊ້ເພື່ອແຕ່ງຕັ້ງ+ແລະເຮັດເຄື່ອງຫອມບໍລິສຸດ.+ ລາວປະສົມສ່ວນປະກອບເຫຼົ່ານີ້ຄືກັບວິທີເຮັດນ້ຳຫອມ.