ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ອອກ​ຈາກ​ພູ​ໂຮເຣັບ (1-8)

      • ແຕ່ງຕັ້ງ​ພວກ​ຫົວ​ໜ້າ​ແລະ​ພວກ​ຜູ້ຕັດສິນ (9-18)

      • ການ​ບໍ່​ເຊື່ອ​ຟັງ​ຢູ່​ກາເດັດ​ບາ​ເນອາ (19-46)

        • ພວກ​ອິດສະຣາເອນ​ບໍ່​ຍອມ​ຂຶ້ນ​ໄປ​ແຜ່ນດິນ​ນັ້ນ (26-33)

        • ພວກ​ອິດສະຣາເອນ​ບໍ່​ຊະນະ​ພວກ​ການາອານ (41-46)

ພະບັນຍັດ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:23

ພະບັນຍັດ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:13; 33:38

ພະບັນຍັດ 1:4

ໄຂເງື່ອນ

  • *

    ໝາຍເຖິງ​ໂດຍ​ທາງ​ລິດເດດ​ຂອງ​ພະ​ເຢໂຫວາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:23, 24; ຢຊ 12:1, 2
  • +ຈຊບ 21:33-35
  • +ຢຊ 13:8, 12

ພະບັນຍັດ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:8; 17:18; ນຮຢ 8:7

ພະບັນຍັດ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:1; ຈຊບ 10:11, 12

ພະບັນຍັດ 1:7

ໄຂເງື່ອນ

  • *

    ຫຼື “ທາງ​ທິດໃຕ້.” ໝາຍເຖິງ​ທາງ​ໃຕ້​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:16
  • +ຢຊ 12:2, 3
  • +ຢຊ 9:1, 2
  • +ຢຊ 13:1, 5; 1ກສ 9:19
  • +ປຖກ 15:18

ພະບັນຍັດ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 26:3
  • +ປຖກ 28:13
  • +ປຖກ 12:7; 13:14, 15; 17:1, 7

ພະບັນຍັດ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:17, 18

ພະບັນຍັດ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:1, 5; ອພຍ 32:13; ຈຊບ 26:51; ພບຍ 10:22

ພະບັນຍັດ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 3:8
  • +ປຖກ 12:1-3; 22:15, 17; 26:3, 4; ອພຍ 23:25

ພະບັນຍັດ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:17, 18; ຈຊບ 11:11; 20:3

ພະບັນຍັດ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:21

ພະບັນຍັດ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:25

ພະບັນຍັດ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:8; ພບຍ 16:18; ຢຮ 7:24
  • +ອພຍ 22:21; ລລວ 19:34; 24:22

ພະບັນຍັດ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:15; ຣມ 2:11
  • +ອພຍ 23:3
  • +ສພສ 29:25
  • +2ຂຄ 19:6
  • +ອພຍ 18:25, 26

ພະບັນຍັດ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 10:12; ພບຍ 8:14, 15; ຢຣມ 2:6
  • +ຈຊບ 13:29
  • +ຈຊບ 13:26

ພະບັນຍັດ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:27; ພບຍ 1:8

ພະບັນຍັດ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:1, 2

ພະບັນຍັດ 1:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:3

ພະບັນຍັດ 1:24

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:17

ພະບັນຍັດ 1:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:23-27

ພະບັນຍັດ 1:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:1-4

ພະບັນຍັດ 1:28

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃຈ​ຂອງ​ພວກ​ເຮົາ​ລະ​ລາຍ”

  • *

    ໝາຍເຖິງ​ປ້ອມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:9; ຢຊ 14:7, 8
  • +ຈຊບ 13:28, 33
  • +ຈຊບ 13:22; ຢຊ 11:21

ພະບັນຍັດ 1:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:9

ພະບັນຍັດ 1:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:14; ຢຊ 10:42
  • +ຈຊບ 14:22

ພະບັນຍັດ 1:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:22; 106:24; ຮຣ 3:16, 19; ຢດ 5

ພະບັນຍັດ 1:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:21; 40:36; ຈຊບ 10:33, 34; ພສ 78:14

ພະບັນຍັດ 1:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:28, 35; 32:10-12; ພບຍ 2:14; ພສ 95:11; ຮຣ 3:11

ພະບັນຍັດ 1:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:29, 35; 1ກຣ 10:1, 5; ຮຣ 3:17

ພະບັນຍັດ 1:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:24; ຢຊ 14:9

ພະບັນຍັດ 1:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 20:12; 27:13, 14; ພບຍ 3:26; ພສ 106:32

ພະບັນຍັດ 1:38

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພະເຈົ້າ​ເຮັດ​ໃຫ້​ລາວ​ເຂັ້ມແຂງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 33:11; ຈຊບ 11:28
  • +ຈຊບ 14:38
  • +ຈຊບ 27:18; ພບຍ 31:7; ຢຊ 1:6, 9

ພະບັນຍັດ 1:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:3
  • +ຈຊບ 14:30, 31

ພະບັນຍັດ 1:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:25

ພະບັນຍັດ 1:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:39-45

ພະບັນຍັດ 1:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:14, 17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 1:2ພບຍ 9:23
ພບຍ. 1:3ຈຊບ 32:13; 33:38
ພບຍ. 1:4ຈຊບ 21:23, 24; ຢຊ 12:1, 2
ພບຍ. 1:4ຈຊບ 21:33-35
ພບຍ. 1:4ຢຊ 13:8, 12
ພບຍ. 1:5ພບຍ 4:8; 17:18; ນຮຢ 8:7
ພບຍ. 1:6ອພຍ 19:1; ຈຊບ 10:11, 12
ພບຍ. 1:7ຢຊ 13:1, 5; 1ກສ 9:19
ພບຍ. 1:7ປຖກ 15:18
ພບຍ. 1:7ປຖກ 15:16
ພບຍ. 1:7ຢຊ 12:2, 3
ພບຍ. 1:7ຢຊ 9:1, 2
ພບຍ. 1:8ປຖກ 26:3
ພບຍ. 1:8ປຖກ 28:13
ພບຍ. 1:8ປຖກ 12:7; 13:14, 15; 17:1, 7
ພບຍ. 1:9ອພຍ 18:17, 18
ພບຍ. 1:10ປຖກ 15:1, 5; ອພຍ 32:13; ຈຊບ 26:51; ພບຍ 10:22
ພບຍ. 1:111ກສ 3:8
ພບຍ. 1:11ປຖກ 12:1-3; 22:15, 17; 26:3, 4; ອພຍ 23:25
ພບຍ. 1:12ອພຍ 18:17, 18; ຈຊບ 11:11; 20:3
ພບຍ. 1:13ອພຍ 18:21
ພບຍ. 1:15ອພຍ 18:25
ພບຍ. 1:16ອພຍ 23:8; ພບຍ 16:18; ຢຮ 7:24
ພບຍ. 1:16ອພຍ 22:21; ລລວ 19:34; 24:22
ພບຍ. 1:17ລລວ 19:15; ຣມ 2:11
ພບຍ. 1:17ອພຍ 23:3
ພບຍ. 1:17ສພສ 29:25
ພບຍ. 1:172ຂຄ 19:6
ພບຍ. 1:17ອພຍ 18:25, 26
ພບຍ. 1:19ຈຊບ 10:12; ພບຍ 8:14, 15; ຢຣມ 2:6
ພບຍ. 1:19ຈຊບ 13:29
ພບຍ. 1:19ຈຊບ 13:26
ພບຍ. 1:21ອພຍ 23:27; ພບຍ 1:8
ພບຍ. 1:22ຈຊບ 13:1, 2
ພບຍ. 1:23ຈຊບ 13:3
ພບຍ. 1:24ຈຊບ 13:17
ພບຍ. 1:25ຈຊບ 13:23-27
ພບຍ. 1:26ຈຊບ 14:1-4
ພບຍ. 1:28ຈຊບ 32:9; ຢຊ 14:7, 8
ພບຍ. 1:28ຈຊບ 13:28, 33
ພບຍ. 1:28ຈຊບ 13:22; ຢຊ 11:21
ພບຍ. 1:29ຈຊບ 14:9
ພບຍ. 1:30ອພຍ 14:14; ຢຊ 10:42
ພບຍ. 1:30ຈຊບ 14:22
ພບຍ. 1:32ພສ 78:22; 106:24; ຮຣ 3:16, 19; ຢດ 5
ພບຍ. 1:33ອພຍ 13:21; 40:36; ຈຊບ 10:33, 34; ພສ 78:14
ພບຍ. 1:34ຈຊບ 14:28, 35; 32:10-12; ພບຍ 2:14; ພສ 95:11; ຮຣ 3:11
ພບຍ. 1:35ຈຊບ 14:29, 35; 1ກຣ 10:1, 5; ຮຣ 3:17
ພບຍ. 1:36ຈຊບ 14:24; ຢຊ 14:9
ພບຍ. 1:37ຈຊບ 20:12; 27:13, 14; ພບຍ 3:26; ພສ 106:32
ພບຍ. 1:38ອພຍ 33:11; ຈຊບ 11:28
ພບຍ. 1:38ຈຊບ 14:38
ພບຍ. 1:38ຈຊບ 27:18; ພບຍ 31:7; ຢຊ 1:6, 9
ພບຍ. 1:39ຈຊບ 14:3
ພບຍ. 1:39ຈຊບ 14:30, 31
ພບຍ. 1:40ຈຊບ 14:25
ພບຍ. 1:41ຈຊບ 14:39-45
ພບຍ. 1:42ລລວ 26:14, 17
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 1:1-46

ພະບັນຍັດ

1 ຕໍ່​ໄປ​ນີ້​ແມ່ນ​ເລື່ອງ​ທີ່​ໂມເຊ​ເວົ້າ​ກັບ​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນດານ​ໃກ້​ໆ​ກັບ​ແມ່​ນ້ຳ​ຈໍແດນ. ບ່ອນ​ກັນດານ​ນັ້ນ​ຢູ່ກົງ​ກັນ​ຂ້າມກັບ​ຊູຟະ ເຊິ່ງ​ຢູ່​ລະຫວ່າງ​ປາຣານ ໂຕເຟັນ ລາບານ ຮາເຊໂຣດ ແລະ​ດີຊາຮັບ. 2 ການ​ເດີນ​ທາງ​ຕາມ​ເຂດ​ພູ​ເສອີ​ຈາກ​ໂຮເຣັບ​ໄປ​ຈົນ​ຮອດ​ກາເດັດບາເນອາ+ໃຊ້​ເວລາ 11 ມື້. 3 ໃນ​ວັນ​ທີ 1 ເດືອນ​ທີ 11 ຂອງ​ປີ​ທີ 40+ ຫຼັງຈາກ​ອອກ​ຈາກ​ເອຢິບ ໂມເຊ​ເວົ້າ​ກັບ​ພວກ​ອິດສະຣາເອນ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ລາວ 4 ຫຼັງ​ຈາກ​ທີ່ລາວ​ຊະນະ*ສີ​ໂຮນ+​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ ແລະ​ໂອກ+​ກະສັດ​ຂອງ​ບາຊານ​ທີ່​ຢູ່​ອັດຊະເຕຣາດ​ໃນ​ເອັດເຣອີ.+ 5 ຢູ່​ທີ່​ແຜ່ນດິນ​ໂມອາບ​ໃກ້​ໆ​ກັບ​ແມ່​ນ້ຳ​ຈໍແດນ​ນີ້ ໂມເຊ​ໄດ້​ອະທິບາຍ​ກົດ​ໝາຍ+​ຂອງ​ພະເຈົ້າ​ດັ່ງ​ຕໍ່​ໄປ​ນີ້:

6 “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເວົ້າ​ກັບ​ພວກ​ເຮົາຢູ່​ໂຮເຣັບວ່າ ‘ພວກ​ເຈົ້າ​ຢູ່​ເຂດ​ພູ​ນີ້​ດົນ​ແລ້ວ.+ 7 ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ເຂດ​ພູ​ຂອງ​ຄົນ​ອາໂມ+ແລະ​ເຂົ້າ​ໄປ​ໃນເຂດ​ທີ່​ຢູ່​ໃກ້​ໆ​ຫັ້ນຄື: ເຂດ​ອາຣາບາ+ ເຂດ​ທີ່​ມີ​ພູ​ຫຼາຍ​ໜ່ວຍ ເຂດ​ເຊເຟລາ ເຂດ​ເນເກັບ* ແລະ​ເຂດ​ແຄມ​ຝັ່ງ​ທະເລ.+ ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ຄົນ​ການາອານ​ໄປ​ຈົນ​ຮອດ​ເຂດ​ພູ​ເລບານອນ+​ແລະ​ແມ່​ນ້ຳ​ໃຫຍ່​ເອິຟາຣາດ.+ 8 ເຮົາ​ຈະເອົາ​ແຜ່ນດິນທີ່​ພວກ​ເຈົ້າ​ເຫັນ​ໃຫ້​ພວກ​ເຈົ້າ. ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ແລະ​ຍຶດ​ເອົາ​ແຜ່ນດິນ​ນັ້ນ ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ອັບຣາຮາມ ອີຊາກ+ ແລະ​ຢາໂຄບ+ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ວ່າ​ຈະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ເຂົາ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ.’+

9 ຂ້ອຍ​ເຄີຍ​ບອກ​ພວກ​ເຈົ້າ​ວ່າ ‘ຂ້ອຍ​ຄົນ​ດຽວ​ເບິ່ງ​ແຍງ​ພວກ​ເຈົ້າບໍ່​ໄຫວ.+ 10 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຈຳນວນ​ຫຼາຍ ແລະ​ຕອນ​ນີ້​ພວກ​ເຈົ້າ​ກໍ​ມີ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງ​ຟ້າ.+ 11 ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າມີ​ຈຳນວນ​ຫຼາຍ​ຂຶ້ນ+ອີກ​ພັນ​ເທົ່າ ແລະ​ຂໍ​ໃຫ້​ເພິ່ນ​ອວຍພອນ​ພວກ​ເຈົ້າ​ຄື​ກັບ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+ 12 ແຕ່​ໃຫ້​ຂ້ອຍ​ຄົນ​ດຽວ​ເບິ່ງ​ແຍງ​ພວກ​ເຈົ້າ ຊ່ວຍເຫຼືອ​ພວກ​ເຈົ້າ ແລະ​ຟັງ​ພວກ​ເຈົ້າ​ຈົ່ມ​ຄື​ຊິບໍ່​ໄຫວ​ດອກ.+ 13 ໃຫ້​ເລືອກ​ຄົນ​ສະຫຼາດ ສຸຂຸມ ແລະ​ມີ​ປະສົບການ​ຈາກ​ຕະກູນ​ຂອງ​ພວກ​ເຈົ້າ. ຂ້ອຍ​ຈະ​ແຕ່ງຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ພວກ​ເຈົ້າ.’+ 14 ພວກ​ເຈົ້າ​ກໍ​ພາກັນ​ຕອບ​ວ່າ ‘ພວກ​ເຮົາ​ເຫັນ​ດີ​ກັບ​ທ່ານ.’ 15 ຂ້ອຍກໍ​ເລີຍເລືອກ​ເອົາ​ຄົນ​ສະຫຼາດ​ແລະ​ມີ​ປະສົບການ​ຈາກ​ຕະກູນ​ຕ່າງ​ໆ​ມາ ແລ້ວ​ແຕ່ງຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ພັນ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຮ້ອຍ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຫ້າ​ສິບ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ສິບ​ຄົນ ແລະ​ຫົວ​ໜ້າ​ອື່ນ​ໆ​ໃນ​ຕະກູນ​ຕ່າງ​ໆ​.+

16 ຕອນ​ນັ້ນ ຂ້ອຍ​ສັ່ງ​ພວກ​ຜູ້ຕັດສິນ​ວ່າ ‘ຕອນ​ທີ່​ພວກ​ເຈົ້າ​ຕັດສິນ​ຄະດີ ໃຫ້​ຕັດສິນ​ຢ່າງ​ຍຸຕິທຳ+ ບໍ່​ວ່າ​ຈະ​ເປັນ​ຄະດີ​ຂອງ​ຄົນ​ອິດສະຣາເອນ​ນຳ​ກັນ ຫຼື​ຄະດີ​ຂອງ​ຄົນ​ອິດສະຣາເອນ​ກັບ​ຄົນ​ຕ່າງ​ຊາດ.+ 17 ຢ່າ​ເຂົ້າ​ຂ້າງ​ຜູ້​ໃດ.+ ໃຫ້​ຟັງ​ທັງຄົນ​ທຳມະດາແລະ​ຄົນ​ທີ່​ມີຕຳແໜ່ງ.+ ຢ່າ​ຢ້ານ​ຜູ້​ໃດ+ ເພາະ​ຕອນ​ທີ່​ພວກ​ເຈົ້າ​ຕັດສິນ​ຄະດີ ພວກ​ເຈົ້າເປັນ​ຕົວແທນຂອງ​ພະເຈົ້າ.+ ຖ້າ​ຄະດີ​ໃດ​ຍາກ​ກໍ​ເອົາ​ມາ​ໃຫ້​ຂ້ອຍ​ຕັດສິນ.’+ 18 ຕອນ​ນັ້ນ ຂ້ອຍ​ໄດ້​ສັ່ງ​ໃຫ້​ທຸກ​ຄົນ​ເຮັດ​ທຸກ​ຢ່າງ​ທີ່​ຄວນ​ເຮັດ.

19 ແລ້ວ​ພວກ​ເຮົາ​ກໍ​ອອກ​ເດີນ​ທາງ​ຈາກ​ໂຮເຣັບ​ຜ່ານ​ບ່ອນ​ກັນດານ​ທີ່​ກວ້າງ​ໃຫຍ່​ແລະ​ເປັນ​ຕາ​ຢ້ານ+ ຄື​ກັບ​ທີ່​ພວກ​ເຈົ້າ​ເຫັນ​ຕອນ​ທີ່​ຍ່າງ​ຜ່ານ​ເຂດ​ພູ​ຂອງ​ພວກ​ອາໂມ+ ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ສັ່ງ ແລະ​ໃນ​ທີ່​ສຸດ​ພວກ​ເຮົາ​ກໍ​ໄປ​ຮອດ​ກາເດັດບາເນອາ.+ 20 ຂ້ອຍ​ເວົ້າ​ກັບ​ພວກ​ເຈົ້າ​ວ່າ ‘ພວກ​ເຈົ້າ​ມາ​ຮອດ​ເຂດ​ພູ​ຂອງ​ພວກ​ອາໂມ​ເຊິ່ງ​ເປັນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ຈະ​ເອົາ​ໃຫ້​ພວກ​ເຮົາ. 21 ພະ​ເຢໂຫວາ​ໄດ້​ເອົາ​ແຜ່ນດິນ​ນີ້​ໃຫ້​ພວກ​ເຈົ້າ​ແລ້ວ. ໃຫ້​ພວກ​ເຈົ້າ​ຂຶ້ນ​ໄປ​ຍຶດ​ເອົາ​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ໄດ້​ບອກ​ໄວ້.+ ຢ່າຊູ່​ຢ້ານ.’

22 ແຕ່​ພວກ​ເຈົ້າ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ ‘ໃຫ້​ພວກ​ເຮົາ​ສົ່ງ​ຄົນ​ໄປ​ສອດແນມ​ແຜ່ນດິນ​ນັ້ນ​ກ່ອນ ເພື່ອ​ຊິ​ຮູ້​ວ່າ​ຊິ​ໄປ​ທາງ​ໃດ ແລະ​ເມືອງ​ຕ່າງ​ໆ​ທີ່​ພວກ​ເຮົາ​ຊິ​ໄປ​ນັ້ນ​ເປັນ​ແນວ​ໃດ.’+ 23 ຂ້ອຍ​ກໍ​ເຫັນ​ດີ​ນຳ​ພວກ​ເຈົ້າ. ຂ້ອຍ​ຈຶ່ງ​ເລືອກ​ຜູ້​ຊາຍ​ຄົນ​ໜຶ່ງ​ຈາກ​ແຕ່​ລະ​ຕະກູນ ລວມ​ທັງ​ໝົດ 12 ຄົນ.+ 24 ແລ້ວ​ເຂົາ​ເຈົ້າ​ກໍ​ອອກ​ເດີນ​ທາງ​ໄປ​ເຂດ​ທີ່​ມີ​ພູ​ຫຼາຍ​ໜ່ວຍ+​ໄປ​ຮອດ​ຮ່ອມພູ*ເອັດຊະໂຄນ ແລະ​ສອດແນມ​ແຜ່ນດິນ​ນັ້ນ. 25 ເຂົາ​ເຈົ້າ​ໄດ້​ເອົາ​ໝາກ​ໄມ້​ຈາກ​ແຜ່ນດິນ​ນັ້ນ​ກັບ​ມາ​ໃຫ້​ພວກ​ເຮົາ ແລະ​ເລົ່າ​ວ່າ ‘ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຊິ​ເອົາ​ໃຫ້​ນັ້ນ​ດີ​ແທ້​ໆ​.’+ 26 ແຕ່​ພວກ​ເຈົ້າ​ພັດ​ບໍ່​ຍອມ​ຂຶ້ນ​ໄປ ແລະ​ຂັດ​ຄຳ​ສັ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ 27 ພວກ​ເຈົ້າ​ຈົ່ມ​ຢູ່​ໃນ​ເຕັ້ນ​ຂອງ​ໂຕເອງ​ບໍ່​ຢຸດ​ບໍ່​ເຊົາ​ວ່າ ‘ຍ້ອນ​ພະ​ເຢໂຫວາ​ຊັງ​ພວກ​ເຮົາ ເພິ່ນ​ຈຶ່ງ​ພາ​ພວກ​ເຮົາ​ອອກ​ຈາກ​ເອຢິບ​ມາ​ໃຫ້​ພວກ​ອາໂມ​ຂ້າ​ຖິ້ມ. 28 ພວກ​ເຮົາບໍ່​ຢາກ​ໄປຫັ້ນ​ດອກ ເພາະ​ພີ່ນ້ອງ​ຂອງ​ພວກ​ເຮົາ​ເຮັດ​ໃຫ້​ພວກ​ເຮົາຢ້ານ​ຈົນ​ຫົວ​ຫົດ.*+ ເຂົາ​ເຈົ້າ​ບອກ​ວ່າ “ຄົນ​ຢູ່​ຫັ້ນ​ໂຕບັກໃຫຍ່​ໆ​ບັກ​ສູງ​ໆ​ ເມືອງ​ຂອງ​ພວກ​ເຂົາ​ທັງ​ໃຫຍ່​ທັງ​ມີ​ກຳແພງ*ສູງ​ຈົນ​ຮອດ​ຟ້າ+ ແລະ​ພວກ​ເຮົາ​ກໍ​ເຫັນ​ພວກ​ລູກ​ຫຼານ​ຂອງ​ອານາກ+​ຢູ່​ຫັ້ນ​ນຳ.”’

29 ຂ້ອຍ​ຈຶ່ງ​ບອກ​ພວກ​ເຈົ້າ​ວ່າ ‘ຢ່າຊູ່​ຢ້ານ​ພວກ​ເຂົາ.+ 30 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ນຳ​ໜ້າ​ພວກ​ເຈົ້າ ແລະ​ຈະ​ຕໍ່ສູ້​ເພື່ອ​ພວກ​ເຈົ້າ+​ຄື​ກັບ​ທີ່​ເພິ່ນ​ເຄີຍ​ເຮັດ​ຕອນ​ຢູ່​ເອຢິບ.+ 31 ຕອນ​ຢູ່​ບ່ອນ​ກັນດານ​ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ອູ້ມ​ພວກ​ເຈົ້າ​ຄື​ກັບ​ພໍ່​ທີ່​ອູ້ມ​ລູກ ຕັ້ງ​ແຕ່​ອອກ​ຈາກ​ເອຢິບ​ຈົນ​ມາ​ຮອດ​ບ່ອນ​ນີ້.’ 32 ແຕ່​ພວກ​ເຈົ້າ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+ 33 ຜູ້​ທີ່​ນຳ​ໜ້າ​ພວກ​ເຈົ້າ​ແລະ​ຫາ​ບ່ອນ​ຕັ້ງ​ຄ້າຍ​ພັກ​ໃຫ້. ໃນ​ຕອນ​ກາງເວັນເພິ່ນ​ມາ​ຫາ​ພວກ​ເຈົ້າ​ຢູ່​ເສົາ​ຂີ້ເຝື້ອ ແລະ​ໃນ​ຕອນ​ກາງຄືນ​ເພິ່ນ​ກໍ​ມາ​ຫາ​ພວກ​ເຈົ້າ​ຢູ່​ເສົາ​ໄຟ ເພື່ອ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ​ຊິ​ໄປ​ທາງ​ໃດ.+

34 ພະ​ເຢໂຫວາ​ໄດ້​ຍິນ​ທຸກ​ຢ່າງ​ທີ່ພວກ​ເຈົ້າ​ຈົ່ມ ເພິ່ນ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ແລະ​ສາບານ​ວ່າ+ 35 ‘ຈະ​ບໍ່​ມີໃຜຈັກ​ຄົນ​ໃນ​ລຸ້ນ​ທີ່​ຊົ່ວ​ນີ້​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ພໍ່​ຂອງ​ພວກ​ເຈົ້າ.+ 36 ມີ​ແຕ່​ກາເລັບ​ລູກ​ຊາຍ​ຂອງ​ເຢຟຸນເນ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ເຫັນ. ລາວ​ຈະ​ໄດ້​ເຂົ້າ​ໄປ ແລະ​ເຮົາ​ຈະ​ເອົາ​ແຜ່ນດິນ​ທີ່​ລາວ​ໄປ​ຢຽບ​ນັ້ນ​ໃຫ້​ລາວ​ກັບ​ພວກ​ລູກ​ຫຼານ​ຂອງ​ລາວ ຍ້ອນ​ລາວ​ເຊື່ອ​ຟັງ​ພະ​ເຢໂຫວາ​ສຸດ​ຫົວໃຈ.+ 37 (ຍ້ອນ​ພວກ​ເຈົ້າ​ພະ​ເຢໂຫວາ​ຈຶ່ງໃຈ​ຮ້າຍ​ໃຫ້​ຂ້ອຍ​ຄື​ກັນ. ເພິ່ນ​ບອກ​ວ່າ “ເຈົ້າ​ກໍ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ.+ 38 ແຕ່​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ+ຈະ​ໄດ້​ເຂົ້າ​ໄປ.+ ເຈົ້າ​ຕ້ອງ​ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ*+ ເພາະ​ລາວ​ຈະ​ເປັນ​ຜູ້​ທີ່​ພາ​ຄົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ.”) 39 ນອກ​ຈາກ​ນັ້ນ ລູກ​ຂອງ​ພວກ​ເຈົ້າ​ທີ່​ພວກ​ເຈົ້າ​ບອກ​ວ່າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ນັ້ນ+ ແລະລູກ​ຂອງ​ພວກ​ເຈົ້າ​ທີ່​ຕອນ​ນີ້ຍັງ​ແຍກ​ບໍ່​ໄດ້ເທື່ອ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ ກໍ​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ​ແລະ​ເຮົາ​ຈະ​ຍົກ​ແຜ່ນດິນ​ນັ້ນ​ໃຫ້​ເຂົາ​ເຈົ້າ.+ 40 ສ່ວນ​ພວກ​ເຈົ້າ​ຈະ​ຕ້ອງ​ກັບ​ຄືນ​ໄປ​ບ່ອນ​ກັນດານ​ຕາມ​ເສັ້ນ​ທາງ​ທະເລ​ແດງ.’+

41 ເມື່ອ​ໄດ້​ຍິນ​ແນວ​ນັ້ນ ພວກ​ເຈົ້າ​ກໍ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ ‘ພວກ​ເຮົາ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ແລ້ວ. ພວກ​ເຮົາ​ຈະ​ຂຶ້ນ​ໄປ​ຕໍ່ສູ້​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ສັ່ງ.’ ແລ້ວ​ພວກ​ເຈົ້າ​ກໍ​ຈັບ​ອາວຸດ​ແລະ​ຄິດ​ວ່າ​ຈະ​ຂຶ້ນ​ໄປ​ເທິງ​ພູ​ໄດ້​ງ່າຍ​ໆ​.+ 42 ແຕ່​ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ໄປ​ບອກ​ເຂົາ​ເຈົ້າ​ວ່າ “ຢ່າ​ຂຶ້ນ​ໄປ​ຕໍ່ສູ້ ເພາະ​ເຮົາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຈົ້າ​ແລ້ວ.+ ຖ້າ​ພວກ​ເຈົ້າ​ຂຶ້ນ​ໄປ ພວກ​ເຈົ້າ​ຈະ​ບໍ່​ຊະນະດອກ.”’ 43 ແລ້ວ​ຂ້ອຍ​ກັບ​ມາ​ບອກ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ກໍ​ຍັງ​ບໍ່​ຟັງ. ພວກ​ເຈົ້າ​ຂັດ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ແລະ​ຍັງ​ດື້​ຂຶ້ນ​ໄປ​ເທິງ​ພູ. 44 ພວກ​ອາໂມ​ທີ່​ຢູ່​ເທິງ​ພູ​ນັ້ນ​ກໍ​ພາກັນ​ອອກ​ມາ​ຄືກັບ​ຝູງ​ເຜີ້ງ ແລະ​ໄດ້​ໄລ່​ພວກ​ເຈົ້າ​ໃຫ້​ແຕກ​ໜີ​ຢູ່​ເສອີ​ໄປ​ຈົນ​ຮອດ​ໂຮມາ. 45 ແລ້ວ​ພວກ​ເຈົ້າ​ກໍ​ກັບ​ມາ​ແລະຮ້ອງ​ໄຫ້​ຕໍ່ພະ​ເຢໂຫວາ. ແຕ່​ພະ​ເຢໂຫວາ​ບໍ່​ຟັງ​ແລະ​ບໍ່​ສົນ​ໃຈ​ພວກ​ເຈົ້າ. 46 ພວກ​ເຈົ້າ​ກໍ​ເລີຍ​ໄດ້​ຢູ່​ກາເດັດ​ບັກ​ດົນ​ໆ​.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌