ປັນຍາຈານ
10 ຄືກັບທີ່ແມງວັນຕາຍເຮັດໃຫ້ນ້ຳມັນຫອມມີກິ່ນເໝັນ ຄວາມໂງ່ໜ້ອຍດຽວກໍເຮັດໃຫ້ຄົນທີ່ສະຫຼາດແລະໄດ້ຮັບຄວາມນັບຖືເສຍຊື່ສຽງ.+
2 ໃຈຂອງຄົນສະຫຼາດພາລາວໄປໃນທາງທີ່ຖືກຕ້ອງ* ແຕ່ໃຈຂອງຄົນໂງ່ພາລາວໄປໃນທາງທີ່ຜິດ.*+ 3 ບໍ່ວ່າຄົນໂງ່ຈະເຮັດຫຍັງ ລາວກໍເຮັດໃຫ້ເຫັນວ່າລາວບໍ່ຮູ້ຈັກຄິດ+ແລະຄົນອື່ນກໍເຫັນວ່າລາວເປັນຄົນໂງ່.+
4 ຖ້າຜູ້ປົກຄອງໃຈຮ້າຍໃຫ້ເຈົ້າ ເຈົ້າກໍຢ່າອອກໄປຈາກບ່ອນນັ້ນ+ ຍ້ອນຄວາມໃຈເຢັນຈະຊ່ວຍບໍ່ໃຫ້ເຮັດຜິດຮ້າຍແຮງ.+
5 ຂ້ອຍໄດ້ເຫັນສິ່ງທີ່ໜ້າເສົ້າຢ່າງໜຶ່ງໃຕ້ດວງຕາເວັນເຊິ່ງເປັນຄວາມຜິດທີ່ພວກຜູ້ມີອຳນາດເຮັດ ນັ້ນກໍຄື+ 6 ຄົນໂງ່ມັກໄດ້ຢູ່ໃນຕຳແໜ່ງສູງໆ ແຕ່ຄົນທີ່ມີຄວາມສາມາດ*ພັດໄດ້ຢູ່ໃນຕຳແໜ່ງທີ່ຕ່ຳຕ້ອຍ.
7 ຂ້ອຍຍັງເຄີຍເຫັນພວກຄົນຮັບໃຊ້ໄດ້ຂີ່ມ້າ ແຕ່ພວກເຈົ້ານາຍພັດໄດ້ຍ່າງໄປຄືກັບຄົນຮັບໃຊ້.+
8 ຄົນທີ່ຂຸດຂຸມອາດຈະຕົກລົງໄປໃນຂຸມ+ແລະຄົນທີ່ທຳລາຍກຳແພງຫີນອາດຈະຖືກງູຕອດ.
9 ຄົນທີ່ເຈາະຫີນອາດຈະໄດ້ຮັບບາດເຈັບແລະຄົນທີ່ຜ່າທ່ອນໄມ້ໃຫຍ່ກໍອາດຈະໄດ້ຮັບອັນຕະລາຍ.*
10 ຖ້າເຄື່ອງມືທີ່ເປັນເຫຼັກມັນປູ້ແລະບໍ່ໄດ້ຖືກຝົນໃຫ້ຄົມໆ ຄົນທີ່ໃຊ້ເຄື່ອງມືນັ້ນກໍຈະຕ້ອງໃຊ້ແຮງຫຼາຍ ແຕ່ສະຕິປັນຍາຊ່ວຍໃຫ້ປະສົບຄວາມສຳເລັດ.
11 ຖ້າຄົນທີ່ຝຶກງູຖືກງູຕອດກ່ອນທີ່ລາວຈະໃຊ້ຄາຖາຄວບຄຸມມັນໄດ້ ເຖິງວ່າລາວຈະເກັ່ງສ່ຳໃດກໍບໍ່ມີປະໂຫຍດ.
12 ຄຳເວົ້າຈາກປາກຂອງຄົນສະຫຼາດເຮັດໃຫ້ລາວໄດ້ຮັບຄວາມພໍໃຈຈາກຄົນອື່ນ+ ແຕ່ປາກຂອງຄົນໂງ່ເຮັດໃຫ້ລາວໄດ້ຮັບຜົນເສຍຫາຍ.+ 13 ເມື່ອລາວເວົ້າ ຄຳເວົ້າທຳອິດທີ່ອອກຈາກປາກຂອງລາວກໍເປັນເລື່ອງໂງ່ໆ+ ແລະຄຳເວົ້າສຸດທ້າຍທີ່ລາວເວົ້າກໍເປັນເລື່ອງບ້າໆທີ່ເຮັດໃຫ້ເສຍຫາຍ. 14 ແຕ່ຄົນໂງ່ກໍເວົ້າບໍ່ຢຸດບໍ່ເຊົາ.+
ມະນຸດບໍ່ຮູ້ວ່າຈະເກີດຫຍັງຂຶ້ນ. ໃຜຈະບອກລາວໄດ້ວ່າຫຼັງຈາກທີ່ລາວຕາຍໄປແລ້ວຈະມີຫຍັງເກີດຂຶ້ນ?+
15 ຄົນໂງ່ເຮັດວຽກໜັກຈົນເມື່ອຍແທ້ເມື່ອຍວ່າ. ລາວບໍ່ຮູ້ຊ້ຳວ່າທາງກັບເມືອເມືອງໄປທາງໃດ.
16 ຖ້າກະສັດເປັນເດັກນ້ອຍ+ແລະພວກເຈົ້ານາຍມັກກິນລ້ຽງແຕ່ເຊົ້າໆ ບ້ານເມືອງກໍຈະບໍ່ຈະເລີນ. 17 ຖ້າກະສັດທີ່ເປັນລູກຊາຍຂອງພວກຜູ້ນຳແລະພວກເຈົ້ານາຍກິນແລະດື່ມກົງເວລາເພື່ອຈະມີສຸຂະພາບດີ ບໍ່ແມ່ນເພື່ອຈະເມົາ ບ້ານເມືອງກໍຈະຈະເລີນ.+
18 ຄວາມຂີ້ຄ້ານແບບສຸດໆເຮັດໃຫ້ໄມ້ຂື່ຂອງຫຼັງຄາບໍ່ແຂງແຮງ ແລະມືທີ່ບໍ່ເຮັດຫຍັງເລີຍເຮັດໃຫ້ເຮືອນຮົ່ວ.+
19 ອາຫານ*ເຮັດໃຫ້ອາລົມດີ* ເຫຼົ້າແວງເຮັດໃຫ້ມ່ວນຊື່ນ+ ແຕ່ເງິນຕອບສະໜອງຄວາມຈຳເປັນທຸກຢ່າງ.+
20 ຢ່າສາບແຊ່ງກະສັດແມ່ນແຕ່ຢູ່ໃນຄວາມຄິດຂອງເຈົ້າ*+ແລະຢ່າສາບແຊ່ງຄົນລວຍຢູ່ໃນຫ້ອງນອນຂອງເຈົ້າ ຍ້ອນນົກຈະເອົາໄປບອກຄົນອື່ນແລະສັດທີ່ມີປີກຈະເອົາໄປເລົ່າໃຫ້ຄົນອື່ນຟັງ.