ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
12 ພີ່ນ້ອງເອີ້ຍ ຂ້ອຍຢາກໃຫ້ພວກເຈົ້າເຂົ້າໃຈເລື່ອງຄວາມສາມາດ*ທີ່ມາຈາກພະລັງຂອງພະເຈົ້າ.+ 2 ຈື່ໄດ້ບໍຕອນທີ່ພວກເຈົ້າຍັງບໍ່ຮູ້ຈັກພະເຈົ້າ* ພວກເຈົ້າຖືກຊັກຈູງໃຫ້ຂາບໄຫວ້ຮູບບູຊາທີ່ເວົ້າບໍ່ໄດ້.+ ຜູ້ໃດພາພວກເຈົ້າໄປທາງໃດພວກເຈົ້າກໍໄປ. 3 ແຕ່ຕອນນີ້ ຂ້ອຍຂໍບອກໃຫ້ຮູ້ວ່າຜູ້ທີ່ໄດ້ຮັບພະລັງຂອງພະເຈົ້າຈະບໍ່ມີທາງເວົ້າວ່າ: “ພະເຢຊູເປັນຄົນທີ່ຖືກສາບແຊ່ງ!” ມີແຕ່ຜູ້ທີ່ໄດ້ຮັບພະລັງບໍລິສຸດຂອງພະເຈົ້າເທົ່ານັ້ນຈະເວົ້າໄດ້ວ່າ: “ພະເຢຊູແມ່ນຜູ້ເປັນນາຍ.”+
4 ຄວາມສາມາດມີຫຼາຍຢ່າງ ແຕ່ມາຈາກພະລັງດຽວກັນ.+ 5 ວຽກຮັບໃຊ້ມີຫຼາຍແບບ+ ແຕ່ເຮັດເພື່ອຜູ້ເປັນນາຍຜູ້ດຽວ. 6 ວຽກງານມີຫຼາຍຢ່າງ ແຕ່ມີພະເຈົ້າອົງດຽວທີ່ຊ່ວຍທຸກຄົນໃຫ້ເຮັດວຽກທຸກຢ່າງໄດ້.+ 7 ພະເຈົ້າໃຫ້ແຕ່ລະຄົນໄດ້ຮັບພະລັງຂອງເພິ່ນເພື່ອເຮັດສິ່ງທີ່ເປັນປະໂຫຍດໃຫ້ຄົນອື່ນ.+ 8 ຕົວຢ່າງເຊັ່ນ: ພະລັງຂອງພະເຈົ້າເຮັດໃຫ້ບາງຄົນເວົ້າແບບຄົນມີປັນຍາ ພະລັງດຽວກັນນັ້ນເຮັດໃຫ້ບາງຄົນເວົ້າແບບຄົນມີຄວາມຮູ້ 9 ພະລັງດຽວກັນເຮັດໃຫ້ບາງຄົນມີຄວາມເຊື່ອ+ ພະລັງດຽວກັນນັ້ນເຮັດໃຫ້ບາງຄົນມີຄວາມສາມາດທີ່ຈະປົວພະຍາດໄດ້+ 10 ໃຫ້ບາງຄົນເຮັດການອັດສະຈັນໄດ້+ ໃຫ້ບາງຄົນພະຍາກອນໄດ້ ໃຫ້ບາງຄົນໄຈ້ແຍກໄດ້ວ່າຄຳເວົ້າໃດມາຈາກພະເຈົ້າ+ ໃຫ້ບາງຄົນເວົ້າພາສາຕ່າງໆໄດ້+ ແລະໃຫ້ບາງຄົນແປພາສາເຫຼົ່ານັ້ນໄດ້.+ 11 ແຕ່ຄວາມສາມາດທັງໝົດນີ້ເກີດຈາກພະລັງດຽວກັນ ເຊິ່ງພະເຈົ້າໃຫ້ແຕ່ລະຄົນຕາມທີ່ເພິ່ນ*ຕ້ອງການ.
12 ໃນຮ່າງກາຍໜຶ່ງມີອະໄວຍະວະຫຼາຍສ່ວນ ແລະເຖິງວ່າຈະມີອະໄວຍະວະຫຼາຍສ່ວນ ແຕ່ອະໄວຍະວະທັງໝົດກໍປະກອບກັນເປັນຮ່າງກາຍດຽວ.+ ພະຄລິດກໍເປັນແບບນັ້ນຄືກັນ. 13 ບໍ່ວ່າພວກເຮົາຈະເປັນຄົນຢິວຫຼືຄົນກຣີກ ເປັນທາດຫຼືເປັນອິດສະຫຼະ ພວກເຮົາທຸກຄົນກໍຮັບບັບເຕມາດ້ວຍພະລັງດຽວກັນເພື່ອປະກອບກັນເປັນຮ່າງກາຍດຽວ ແລະພວກເຮົາທຸກຄົນໄດ້ຮັບພະລັງດຽວກັນນັ້ນ.
14 ຮ່າງກາຍໜຶ່ງບໍ່ໄດ້ມີແຕ່ອະໄວຍະວະດຽວເທົ່ານັ້ນ ແຕ່ມີອະໄວຍະວະຫຼາຍສ່ວນ.+ 15 ເຖິງຕີນຈະເວົ້າວ່າ “ຂ້ອຍບໍ່ແມ່ນມື ຂ້ອຍບໍ່ແມ່ນສ່ວນຂອງຮ່າງກາຍນີ້” ແຕ່ຕີນກໍຍັງເປັນສ່ວນໜຶ່ງຂອງຮ່າງກາຍຢູ່. 16 ເຖິງຫູຈະເວົ້າວ່າ “ຂ້ອຍບໍ່ແມ່ນຕາ ຂ້ອຍບໍ່ແມ່ນສ່ວນຂອງຮ່າງກາຍນີ້” ແຕ່ຫູກໍຍັງເປັນສ່ວນໜຶ່ງຂອງຮ່າງກາຍຢູ່. 17 ຖ້າທຸກສ່ວນຂອງຮ່າງກາຍເປັນຕາ ຈະໃຊ້ຫຍັງຟັງ? ແລະຖ້າທຸກສ່ວນຂອງຮ່າງກາຍເປັນຫູ ຈະໃຊ້ຫຍັງດົມກິ່ນ? 18 ພະເຈົ້າຈັດອະໄວຍະວະແຕ່ລະສ່ວນໃຫ້ຢູ່ໃນຮ່າງກາຍຕາມທີ່ເພິ່ນເຫັນວ່າເໝາະສົມ.
19 ຖ້າອະໄວຍະວະທຸກສ່ວນຄືກັນໝົດ ແລ້ວຈະເປັນຮ່າງກາຍໄດ້ແນວໃດ? 20 ແມ່ນຢູ່ວ່າອະໄວຍະວະມີຫຼາຍສ່ວນ ແຕ່ທັງໝົດປະກອບກັນເປັນຮ່າງກາຍດຽວ. 21 ຕາຈະເວົ້າກັບມືວ່າ “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້ ຫຼືຫົວຈະເວົ້າກັບຕີນວ່າ “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້. 22 ອະໄວຍະວະໃນຮ່າງກາຍທີ່ເບິ່ງຄືອ່ອນແອກວ່າພັດເປັນອະໄວຍະວະທີ່ຈຳເປັນຫຼາຍ. 23 ອະໄວຍະວະທີ່ພວກເຮົາຄິດວ່າບໍ່ເປັນຕານັບຖື ພວກເຮົາພັດເບິ່ງແຍງມັນຢ່າງດີ+ ພວກເຮົາຈຶ່ງເຮັດໃຫ້ອະໄວຍະວະທີ່ບໍ່ງາມປານໃດມີກຽດຫຼາຍຂຶ້ນ. 24 ສ່ວນອະໄວຍະວະທີ່ງາມຢູ່ແລ້ວ ພວກເຮົາກໍບໍ່ຈຳເປັນຕ້ອງເບິ່ງແຍງມັນຫຼາຍ. ທີ່ຈິງ ພະເຈົ້າປະກອບຮ່າງກາຍໃນແບບທີ່ໃຫ້ອະໄວຍະວະທີ່ບໍ່ເປັນຕານັບຖືເບິ່ງເປັນຕານັບຖືຫຼາຍຂຶ້ນ 25 ເພື່ອບໍ່ໃຫ້ຮ່າງກາຍແຕກແຍກ ແຕ່ໃຫ້ອະໄວຍະວະທັງໝົດເບິ່ງແຍງກັນແລະກັນ.+ 26 ຖ້າອະໄວຍະວະໜຶ່ງເຈັບ ອະໄວຍະວະທັງໝົດກໍເຈັບນຳ+ ຫຼືຖ້າອະໄວຍະວະໜຶ່ງໄດ້ຮັບກຽດ ອະໄວຍະວະທັງໝົດກໍດີໃຈນຳ.+
27 ພວກເຈົ້າປະກອບກັນເປັນຮ່າງກາຍຂອງພະຄລິດ+ ແລະພວກເຈົ້າແຕ່ລະຄົນເປັນສ່ວນໜຶ່ງ*ຂອງຮ່າງກາຍນັ້ນ.+ 28 ພະເຈົ້າໃຫ້ຄົນໃນປະຊາຄົມເຮັດໜ້າທີ່ຕ່າງໆ ໜຶ່ງໃຫ້ເປັນອັກຄະສາວົກ*+ ສອງໃຫ້ເປັນຜູ້ພະຍາກອນ+ ແລະສາມໃຫ້ເປັນຄູສອນ.+ ເພິ່ນຍັງໃຫ້ບາງຄົນເຮັດການອັດສະຈັນໄດ້+ ໃຫ້ບາງຄົນມີຄວາມສາມາດໃນການປິ່ນປົວພະຍາດ+ ໃຫ້ບາງຄົນຊ່ວຍເຫຼືອຄົນອື່ນໃນຮູບແບບຕ່າງໆ ໃຫ້ບາງຄົນມີຄວາມສາມາດໃນການນຳໜ້າ+ ແລະໃຫ້ບາງຄົນເວົ້າພາສາຕ່າງໆໄດ້.+ 29 ບໍ່ແມ່ນທຸກຄົນເປັນອັກຄະສາວົກແມ່ນບໍ? ບໍ່ແມ່ນທຸກຄົນເປັນຜູ້ພະຍາກອນແມ່ນບໍ? ບໍ່ແມ່ນທຸກຄົນເປັນຄູສອນແມ່ນບໍ? ບໍ່ແມ່ນທຸກຄົນເຮັດການອັດສະຈັນໄດ້ແມ່ນບໍ? 30 ບໍ່ແມ່ນທຸກຄົນມີຄວາມສາມາດທີ່ຈະປິ່ນປົວພະຍາດໄດ້ແມ່ນບໍ? ບໍ່ແມ່ນທຸກຄົນເວົ້າພາສາຕ່າງໆໄດ້ແມ່ນບໍ?+ ບໍ່ແມ່ນທຸກຄົນເປັນຜູ້ແປໄດ້ແມ່ນບໍ?+ 31 ເຖິງວ່າເປັນແນວນັ້ນ ຂໍໃຫ້ພວກເຈົ້າພະຍາຍາມຕໍ່ໆໄປເພື່ອຈະໄດ້ຄວາມສາມາດທີ່ຍິ່ງໃຫຍ່ກວ່າ+ ແລະຕອນນີ້ຂ້ອຍຈະໃຫ້ພວກເຈົ້າເຫັນສິ່ງທີ່ດີກວ່າສິ່ງເຫຼົ່ານີ້.+