ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 13
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ຄຳ​ພະຍາກອນ​ເລື່ອງ​ແທ່ນ​ບູຊາ​ຢູ່​ເມືອງ​ເບເທນ (1-​10)

        • ແທ່ນ​ບູຊາ​ແຕກ​ອອກ​ຈາກ​ກັນ (5)

      • ຜູ້ພະຍາກອນ​ຂອງ​ພະເຈົ້າ​ບໍ່​ເຊື່ອ​ຟັງ (11-​34)

1 ກະສັດ 13:1

ໄຂເງື່ອນ

  • *

    ຫຼື “ເຄື່ອງບູຊາທີ່ມີຄວັນລອຍຂຶ້ນໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:16, 17
  • +1ກສ 12:32; ອມ 3:14

1 ກະສັດ 13:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:24; 22:1
  • +2ກສ 23:15, 16; 2ຂຄ 34:33

1 ກະສັດ 13:3

ໄຂເງື່ອນ

  • *

    ໝາຍເຖິງຂີ້ເທົ່າທີ່ປົນກັບນ້ຳມັນສັດທີ່ເຜົາເປັນເຄື່ອງບູຊາ

1 ກະສັດ 13:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 16:10; ຢຣມ 20:2
  • +2ກສ 6:18

1 ກະສັດ 13:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 10:16, 17; ຈຊບ 21:7; ຢຣມ 37:3; ກຈກ 8:24

1 ກະສັດ 13:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:1

1 ກະສັດ 13:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:30; 2ກສ 23:17, 18

1 ກະສັດ 13:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 6:7; 1ກສ 20:35, 36; 2ກສ 17:25

1 ກະສັດ 13:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:9
  • +1ກສ 13:21, 22

1 ກະສັດ 13:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:17, 18

1 ກະສັດ 13:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:30; 1ກສ 12:29, 31
  • +2ກສ 23:15, 19

1 ກະສັດ 13:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:25, 31
  • +2ຂຄ 11:14, 15

1 ກະສັດ 13:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:30, 31; 2ກສ 3:1, 3; 10:31; 13:1, 2
  • +1ກສ 14:10; 15:25-29; 2ກສ 17:22, 23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 13:12ກສ 23:16, 17
1ກສ. 13:11ກສ 12:32; ອມ 3:14
1ກສ. 13:22ກສ 21:24; 22:1
1ກສ. 13:22ກສ 23:15, 16; 2ຂຄ 34:33
1ກສ. 13:42ຂຄ 16:10; ຢຣມ 20:2
1ກສ. 13:42ກສ 6:18
1ກສ. 13:6ອພຍ 10:16, 17; ຈຊບ 21:7; ຢຣມ 37:3; ກຈກ 8:24
1ກສ. 13:141ກສ 13:1
1ກສ. 13:221ກສ 13:30; 2ກສ 23:17, 18
1ກສ. 13:242ຊມ 6:7; 1ກສ 20:35, 36; 2ກສ 17:25
1ກສ. 13:261ກສ 13:9
1ກສ. 13:261ກສ 13:21, 22
1ກສ. 13:312ກສ 23:17, 18
1ກສ. 13:32ລລວ 26:30; 1ກສ 12:29, 31
1ກສ. 13:322ກສ 23:15, 19
1ກສ. 13:331ກສ 12:25, 31
1ກສ. 13:332ຂຄ 11:14, 15
1ກສ. 13:341ກສ 16:30, 31; 2ກສ 3:1, 3; 10:31; 13:1, 2
1ກສ. 13:341ກສ 14:10; 15:25-29; 2ກສ 17:22, 23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 13:1-34

ກະສັດ​ສະບັບ​ທີ​ໜຶ່ງ

13 ພະ​ເຢໂຫວາ​ສັ່ງ​ຜູ້ພະຍາກອນ​ຄົນ​ໜຶ່ງ+ຈາກ​ຢູດາ​ໃຫ້​ໄປ​ເມືອງ​ເບເທນ. ຕອນ​ທີ່​ລາວ​ໄປ​ຮອດ ເຢໂຣໂບອາມ​ກຳລັງ​ຢືນ​ຢູ່​ຕໍ່​ໜ້າ​ແທ່ນ​ບູຊາ+ແລະ​ເຜົາ​ເຄື່ອງ​ບູຊາ.* 2 ຜູ້ພະຍາກອນ​ຄົນ​ນັ້ນ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໂດຍ​ຮ້ອງ​ໃສ່​ແທ່ນ​ບູຊາ​ວ່າ: “ແທ່ນ​ບູຊາ ແທ່ນ​ບູຊາ​ເອີ້ຍ! ພະ​ເຢໂຫວາ​ບອກ​ວ່າ ‘ຈະ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ເກີດ​ມາ​ຈາກ​ລູກ​ຫຼານ​ຂອງ​ດາວິດ ລາວ​ຈະ​ມີ​ຊື່​ວ່າ​ໂຢສີຢາ.+ ລາວ​ຈະ​ເອົາ​ພວກປະໂລຫິດທີ່​ເຜົາ​ເຄື່ອງ​ບູຊາຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​ມາ​ເຜົາ​ຢູ່​ເທິງ​ເຈົ້າ​ແລະ​ລາວ​ຈະ​ເຜົາ​ກະດູກ​ຄົນ​ຢູ່​ເທິງ​ເຈົ້າ.’”+ 3 ໃນ​ມື້​ນັ້ນ ຜູ້ພະຍາກອນ​ຂອງ​ພະເຈົ້າ​ໄດ້​ເຮັດ​ການອັດສະຈັນ​ຢ່າງ​ໜຶ່ງ. ລາວ​ເວົ້າ​ວ່າ: “ນີ້​ແມ່ນ​ການອັດສະຈັນທີ່​ຢືນ​ຢັນ​ວ່າ​ພະ​ເຢໂຫວາ​ເຄີຍ​ເວົ້າ​ວ່າ ຖ້າ​ເບິ່ງ​ເດີ້! ແທ່ນ​ບູຊາ​ນີ້​ຈະແຕກອອກ​ຈາກ​ກັນ​ແລະ​ຂີ້ເທົ່າ*ຢູ່​ເທິງ​ແທ່ນ​ຈະ​ຕົກ​ຊະ​ລົງ.”

4 ເມື່ອ​ກະສັດ​ເຢໂຣໂບອາມ​ໄດ້​ຍິນ​ສິ່ງ​ທີ່​ຜູ້ພະຍາກອນ​ຮ້ອງ​ໃສ່​ແທ່ນ​ບູຊາ​ຢູ່​ເມືອງ​ເບເທນ ລາວ​ກໍ​ຊີ້​ມື​ໄປ​ໃສ່​ຜູ້ພະຍາກອນ​ແລະ​ສັ່ງ​ຄົນ​ຂອງ​ລາວ​ວ່າ: “ໄປ​ຈັບ​ມັນ!”+ ທັນໃດ​ນັ້ນ ມື​ລາວ​ກໍ​ລີບ​ແລະເໜັງ​ບໍ່​ໄດ້.+ 5 ແລ້ວ​ແທ່ນ​ບູຊາ​ກໍ​ແຕກ​ອອກ​ຈາກ​ກັນ ແລະ​ຂີ້ເທົ່າ​ກໍ​ຕົກ​ຊະ​ລົງ​ມາຄື​ກັບທີ່​ພະ​ເຢໂຫວາ​ໄດ້​ບອກ​ຜູ້ພະຍາກອນ.

6 ກະສັດ​ເວົ້າ​ກັບ​ຜູ້ພະຍາກອນ​ວ່າ: “ຂໍ​ໃຫ້​ເຈົ້າ​ອະທິດຖານ​ອ້ອນວອນ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໃຫ້​ຂ້ອຍ​ແດ່​ເພື່ອ​ມື​ຂອງ​ຂ້ອຍ​ຈະ​ເຊົາ.”+ ຜູ້ພະຍາກອນ​ກໍ​ອ້ອນວອນ​ຫາ​ພະ​ເຢໂຫວາ ແລ້ວ​ມື​ຂອງ​ກະສັດ​ກໍ​ເຊົາ. 7 ຈາກ​ນັ້ນ ກະສັດ​ໄດ້​ເວົ້າ​ກັບ​ຜູ້ພະຍາກອນ​ວ່າ: “ໄປ໋ ໄປ​ກິນ​ເຂົ້າ​ຢູ່​ເຮືອນ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ເອົາ​ຂອງຂວັນ​ໃຫ້​ເຈົ້າ.” 8 ແຕ່​ຜູ້ພະຍາກອນ​ບອກ​ກະສັດ​ວ່າ: “ເຖິງ​ວ່າ​ທ່ານ​ຈະ​ເອົາ​ຊັບ​ສົມບັດ​ໃຫ້​ຂ້ອຍເຄິ່ງ​ໜຶ່ງ ຂ້ອຍ​ກໍ​ຈະ​ບໍ່​ໄປ​ກິນ​ຫຍັງ​ຢູ່​ເຮືອນ​ທ່ານ 9 ເພາະ​ພະ​ເຢໂຫວາ​ສັ່ງ​ຂ້ອຍ​ວ່າ ‘ເຈົ້າ​ຢ່າກິນ​ຫຍັງຢູ່​ຫັ້ນແລະ​ຢ່າ​ກັບ​ເມືອ​ທາງ​ເກົ່າ.’” 10 ລາວ​ຈຶ່ງ​ກັບ​ເມືອ​ອີກ​ທາງ​ໜຶ່ງ ແລະ​ບໍ່​ໄດ້​ກັບ​ເມືອ​ທາງ​ເກົ່າ​ທີ່​ລາວ​ມາ​ເມືອງ​ເບເທນ.

11 ມີ​ຜູ້ພະຍາກອນ​ຄົນ​ໜຶ່ງ​ທີ່ເຖົ້າຫຼາຍ​ແລ້ວ​ຢູ່​ເມືອງ​ເບເທນ. ພວກ​ລູກ​ຊາຍ​ຂອງ​ລາວ​ໄດ້​ກັບ​ມາ​ເຮືອນ​ແລະ​ເລົ່າ​ໃຫ້​ພໍ່​ຟັງ​ວ່າ ມື້​ນັ້ນ​ຜູ້ພະຍາກອນ​ຂອງ​ພະເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ຢູ່​ເມືອງ​ເບເທນ​ແລະ​ລາວ​ໄດ້​ເວົ້າ​ຫຍັງ​ແດ່​ກັບ​ກະສັດ. ເມື່ອ​ເຂົາ​ເຈົ້າ​ເລົ່າ​ແລ້ວ 12 ພໍ່​ກໍ​ຖາມ​ວ່າ: “ລາວ​ໄປ​ທາງ​ໃດ?” ພວກ​ລູກ​ຊາຍ​ກໍ​ບອກ​ທາງ​ທີ່​ຜູ້ພະຍາກອນ​ຈາກ​ຢູດາ​ໄປ. 13 ລາວ​ຈຶ່ງ​ບອກ​ພວກ​ລູກ​ຊາຍ​ວ່າ: “ເອົາ​ອານ​ໃສ່​ຫຼັງ​ລາ​ໃຫ້​ພໍ່.” ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ອານ​ໃສ່​ຫຼັງ​ລາ​ໃຫ້​ລາວ ແລະ​ລາວ​ກໍ​ຂີ່​ໄປ.

14 ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ນຳ​ຜູ້ພະຍາກອນ​ຄົນ​ນັ້ນ​ໄປແລະ​ເຫັນ​ລາວ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່. ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ຈຶ່ງ​ຖາມ​ວ່າ: “ເຈົ້າ​ແມ່ນ​ຜູ້ພະຍາກອນ​ຂອງ​ພະເຈົ້າ​ທີ່​ມາ​ຈາກ​ຢູດາ​ບໍ?”+ ລາວ​ຕອບ​ວ່າ: “ແມ່ນ​ແລ້ວ.” 15 ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ຊວນ​ລາວ​ວ່າ: “ໄປ໋ ໄປກິນ​ເຂົ້າຢູ່​ເຮືອນ​ຂ້ອຍ.” 16 ແຕ່​ລາວ​ຕອບ​ວ່າ: “ຂ້ອຍ​ກັບ​ໄປ​ນຳ​ເຈົ້າ​ບໍ່​ໄດ້ ເຮັດຕາມ​ທີ່​ເຈົ້າ​ຊວນ​ບໍ່​ໄດ້ ຫຼື​ກິນ​ຫຍັງ​ຢູ່​ເມືອງ​ນີ້​ກໍ​ບໍ່​ໄດ້ 17 ເພາະ​ພະ​ເຢໂຫວາ​ສັ່ງ​ຂ້ອຍ​ວ່າ ‘ເຈົ້າ​ຢ່າ​ກິນ​ຫຍັງ​ຢູ່​ເມືອງ​ນັ້ນ ແລະ​ຢ່າ​ກັບ​ເມືອ​ທາງ​ເກົ່າ.’” 18 ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ຈຶ່ງ​ບອກ​ລາວ​ວ່າ: “ຂ້ອຍ​ກໍ​ເປັນ​ຜູ້ພະຍາກອນ​ຄື​ກັນ ແລະ​ມີ​ທູດສະຫວັນ​ອົງ​ໜຶ່ງ​ຂອງ​ພະ​ເຢໂຫວາ​ມາ​ບອກ​ຂ້ອຍ​ວ່າ ‘ໃຫ້​ເຈົ້າ​ຊວນ​ລາວ​ກັບ​ມາ​ກິນ​ເຂົ້າ​ກິນ​ນ້ຳ​ຢູ່​ເຮືອນ​ເຈົ້າ.’” (ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ຕົວະ​ລາວ.) 19 ລາວ​ຈຶ່ງ​ກັບ​ໄປ​ແລະ​ກິນ​ເຂົ້າ​ກິນ​ນ້ຳ​ຢູ່​ເຮືອນ​ຂອງ​ຜູ້ພະຍາກອນ​ຄົນ​ນັ້ນ.

20 ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ກິນ​ເຂົ້າ ພະ​ເຢໂຫວາ​ໄດ້ສົ່ງ​ຂ່າວມາ​ໃຫ້​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ. 21 ແລ້ວ​ລາວ​ກໍ​ເວົ້າ​ສຽງ​ດັງ​ກັບ​ຜູ້ພະຍາກອນ​ທີ່​ມາ​ຈາກ​ຢູດາ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ຍ້ອນ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ ແລະ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ 22 ແຕ່​ພັດ​ກັບ​ໄປ​ກິນ​ເຂົ້າ​ກິນ​ນ້ຳ​ຢູ່​ເມືອງ​ທີ່​ເຮົາ​ສັ່ງ​ເຈົ້າ​ວ່າ “ຢ່າ​ກິນ​ຫຍັງ​ຢູ່​ຫັ້ນ.” ຍ້ອນ​ແນວ​ນີ້ ສົບ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ຝັງ​ຢູ່​ນຳ​ປູ່ຍ່າຕານາຍ​ຂອງ​ເຈົ້າ.’”+

23 ຫຼັງ​ຈາກ​ຜູ້ພະຍາກອນ​ຈາກ​ຢູດາ​ກິນ​ເຂົ້າ​ກິນ​ນ້ຳ​ແລ້ວ​ໆ​ ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ກໍ​ເອົາ​ອານ​ໃສ່​ຫຼັງ​ລາ​ໃຫ້​ລາວ. 24 ແລ້ວ​ຜູ້ພະຍາກອນ​ຈາກ​ຢູດາ​ກໍ​ເດີນ​ທາງ​ໄປ. ແຕ່​ມີ​ສິງໂຕ​ໜຶ່ງ​ອອກ​ມາ​ຫົນ​ທາງ ແລ້ວ​ກໍ​ຂ້າ​ລາວ.+ ລາວ​ນອນ​ຕາຍ​ຢູ່​ຫົນ​ທາງ ແລະ​ໂຕ​ລາ​ກັບ​ໂຕ​ສິງ​ກໍ​ຢືນ​ຢູ່​ຂ້າງ​ສົບ​ລາວ. 25 ຄົນ​ທີ່​ຍ່າງ​ກາຍ​ໄປ​ກໍ​ເຫັນ​ສົບ​ນັ້ນ​ຢູ່​ຫົນ​ທາງ ແລະ​ມີ​ໂຕ​ສິງ​ຢືນ​ຢູ່​ທາງ​ຂ້າງ. ເຂົາ​ເຈົ້າ​ກໍ​ໄປ​ເລົ່າ​ເລື່ອງ​ນີ້​ໃນ​ເມືອງ​ທີ່​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າຢູ່.

26 ເມື່ອ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ໄດ້​ຍິນ​ແບບ​ນັ້ນ ລາວ​ກໍ​ເວົ້າ​ອອກ​ມາ​ທັນທີ​ວ່າ: “ນັ້ນ​ແມ່ນ​ຜູ້ພະຍາກອນ​ທີ່​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.+ ພະ​ເຢໂຫວາ​ຈຶ່ງ​ໃຫ້​ໂຕ​ສິງ​ໂດດ​ຄຸບ​ແລະ​ກັດ​ລາວ​ຕາຍ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ລາວ.”+ 27 ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ບອກ​ພວກ​ລູກ​ຊາຍ​ວ່າ: “ເອົາ​ອານ​ໃສ່​ຫຼັງ​ລາ​ໃຫ້​ພໍ່​ແດ່.” ເຂົາ​ເຈົ້າ​ກໍ​ເຮັດ​ຕາມ. 28 ລາວ​ເດີນ​ທາງ​ໄປ​ແລະ​ເຫັນ​ສົບ​ນັ້ນ​ຢູ່​ຫົນ​ທາງ ແລະ​ມີ​ໂຕ​ລາ​ກັບ​ໂຕ​ສິງ​ຢືນ​ຢູ່​ທາງ​ຂ້າງ. ໂຕ​ສິງ​ບໍ່​ໄດ້​ກິນ​ສົບ​ນັ້ນ​ແລະ​ບໍ່​ໄດ້​ກິນ​ລາ. 29 ລາວ​ຈຶ່ງ​ເອົາ​ສົບ​ຂຶ້ນ​ຫຼັງ​ລາ ແລະ​ເອົາ​ເຂົ້າ​ໄປ​ໃນ​ເມືອງ​ເບເທນ​ເພື່ອ​ໄວ້ທຸກ​ແລ້ວ​ກໍ​ຝັງ. 30 ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ໄດ້​ເອົາ​ສົບ​ໄປ​ວາງ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ຂອງ​ລາວ. ເຂົາ​ເຈົ້າພາກັນ​ຮ້ອງ​ໄຫ້​ແລະ​ເວົ້າ​ວ່າ: “ພີ່ນ້ອງເອີ້ຍ ເຈົ້າ​ບໍ່​ຄວນ​ຕາຍ​ຈັ່ງ​ຊີ້!” 31 ຫຼັງ​ຈາກ​ຝັງ​ສົບ​ແລ້ວ ຜູ້ພະຍາກອນ​ທີ່​ເປັນ​ຜູ້​ເຖົ້າ​ກໍ​ບອກ​ພວກ​ລູກ​ຊາຍ​ວ່າ: “ຕອນ​ພໍ່​ຕາຍ ພວກ​ລູກ​ຕ້ອງ​ເອົາ​ສົບ​ພໍ່​ໄປ​ຝັງ​ໄວ້​ຢູ່ບ່ອນ​ທີ່ພໍ່​ຝັງ​ສົບ​ຂອງ​ຜູ້ພະຍາກອນ​ຄົນ​ນັ້ນ ແລະ​ເອົາ​ກະດູກ​ຂອງ​ພໍ່​ໄປ​ວາງ​ໄວ້​ທາງ​ຂ້າງ​ກະດູກ​ຂອງ​ລາວ.+ 32 ສິ່ງ​ທີ່​ຜູ້ພະຍາກອນ​ຈາກ​ຢູດາ​ບອກ​ໄວ້​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ແທ່ນ​ບູຊາ​ຢູ່​ເມືອງ​ເບເທນ​ແລະ​ບ່ອນ​ນະມັດສະການ+ທີ່​ຢູ່​ເມືອງ​ຕ່າງ​ໆ​ໃນ​ເຂດ​ຊາມາເຣຍ​ຈະ​ເກີດ​ຂຶ້ນ​ແທ້.”+

33 ເຖິງ​ວ່າ​ຈະ​ເກີດ​ເຫດການ​ແບບ​ນີ້ ແຕ່​ເຢໂຣໂບອາມ​ກໍ​ຍັງ​ບໍ່​ເຊົາ​ເຮັດ​ຊົ່ວ. ລາວ​ຍັງ​ແຕ່ງຕັ້ງ​ພວກ​ປະໂລຫິດ​ທີ່​ບໍ່​ໄດ້​ຢູ່​ໃນ​ຕະກູນ​ເລວີ​+ໃຫ້​ເຮັດ​ວຽກ​ຢູ່​ຕາມ​ບ່ອນ​ນະມັດສະການ​ຕ່າງ​ໆ​. ໃຜ​ຢາກ​ເປັນ​ປະໂລຫິດ ລາວ​ກໍ​ໃຫ້​ເປັນ​ແລະ​ເວົ້າ​ວ່າ: “ໃຫ້​ຜູ້​ນີ້​ເປັນ​ປະໂລຫິດ​ແລະ​ເຮັດ​ວຽກ​ໃນ​ບ່ອນ​ນະມັດສະການ.”+ 34 ຍ້ອນ​ຄອບຄົວ​ຂອງ​ເຢໂຣໂບອາມ​+ເຮັດ​ຜິດ​ແບບ​ນີ້ ເຂົາ​ເຈົ້າ​ຈຶ່ງ​ຖືກ​ທຳລາຍ​ແລະ​ດັບ​ສູນ​ໄປ​ຈາກ​ໂລກ​ນີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌