ໂຢບ
31 “ຂ້ອຍໄດ້ຕັ້ງໃຈ*ໄວ້ແລ້ວວ່າ ຂ້ອຍຈະບໍ່ເບິ່ງຜູ້ຍິງຄົນອື່ນ+
ແລ້ວຄິດກັບລາວແບບບໍ່ເໝາະສົມ.+
2 ຖ້າຂ້ອຍເຮັດແນວນັ້ນ ຂ້ອຍຈະໄດ້ລາງວັນຫຍັງຈາກພະເຈົ້າ
ແລະຂ້ອຍຈະໄດ້ຫຍັງເປັນມໍລະດົກຈາກຜູ້ມີລິດເດດສູງສຸດ?
3 ຄົນທີ່ເຮັດຜິດກໍຕ້ອງເຈິຄວາມຈິບຫາຍ
ແລະຄົນທີ່ທຳຮ້າຍຄົນອື່ນຈະຕ້ອງຖືກທຳລາຍບໍ່ແມ່ນບໍ?+
4 ພະເຈົ້າເຫັນທຸກສິ່ງທີ່ຂ້ອຍເຮັດ+
ແລະຕິດຕາມເບິ່ງຕະຫຼອດວ່າຂ້ອຍເຮັດຫຍັງແດ່.
5 ຂ້ອຍເຄີຍຕົວະຄົນອື່ນບໍ?
ຂ້ອຍເຄີຍຫຼອກລວງຜູ້ໃດບໍ?+
7 ຖ້າຕີນຂອງຂ້ອຍຍ່າງອອກນອກທາງ+
ຫຼືຖ້າໃຈຂອງຂ້ອຍເຮັດຕາມທີ່ຕາເຫັນ+
ຫຼືຖ້າມືຂອງຂ້ອຍເຮັດແນວຊົ່ວ*
8 ກໍຂໍໃຫ້ຄົນອື່ນມາກິນແນວທີ່ຂ້ອຍຫວ່ານ+
ແລະຂໍໃຫ້ຄົນອື່ນມາຫຼົກແນວທີ່ຂ້ອຍປູກ*ໂລດ.
9 ຖ້າຂ້ອຍສົນໃຈຜູ້ຍິງຄົນອື່ນ+
ແລະຈອບຫາໂອກາດ+ທີ່ຈະເຮັດຜິດກັບເມຍຂອງເພື່ອນບ້ານ
10 ກໍຂໍໃຫ້ເມຍຂອງຂ້ອຍໄປບົດແປ້ງໃຫ້ຜູ້ຊາຍຄົນອື່ນ
ແລະໃຫ້ຜູ້ຊາຍຄົນອື່ນນອນນຳລາວໂລດ.+
11 ເພາະການເຮັດສິ່ງເຫຼົ່ານັ້ນເປັນຕາໜ້າອາຍ
ແລະເປັນຄວາມຜິດທີ່ສົມຄວນໄດ້ຮັບໂທດຈາກພວກຜູ້ຕັດສິນ.+
12 ການຕັດສິນນັ້ນເປັນຄືກັບໄຟທີ່ຮ້ອນແຮງແລະເຜົາຜານ.+
ມັນຈະທຳລາຍທຸກສິ່ງທີ່ຂ້ອຍມີ.
13 ຕອນທີ່ພວກຜູ້ຮັບໃຊ້ມີເລື່ອງມາຈົ່ມໃຫ້ຂ້ອຍຟັງ
ຂ້ອຍເຄີຍບໍ່ຟັງເຂົາເຈົ້າບໍ?
14 ຄັນຂ້ອຍເຮັດແນວນັ້ນ ເມື່ອພະເຈົ້າມາຕັດສິນຂ້ອຍ ຂ້ອຍຈະເຮັດແນວໃດ?
ແລະເມື່ອເພິ່ນຖາມຂ້ອຍ ຂ້ອຍຈະຕອບເພິ່ນແນວໃດ?+
15 ຜູ້ທີ່ສ້າງຂ້ອຍຕັ້ງແຕ່ຢູ່ໃນທ້ອງແມ່*ກໍສ້າງເຂົາເຈົ້າຄືກັນບໍ່ແມ່ນບໍ?+
ພວກເຮົາທຸກຄົນກໍຖືກເພິ່ນສ້າງຕັ້ງແຕ່ຢູ່ໃນທ້ອງແມ່ຄືກັນໝົດຕົ໋ວ?+
16 ຖ້າຄົນທຸກມາຂໍຫຍັງກັບຂ້ອຍ ແລ້ວຂ້ອຍບໍ່ໄດ້ໃຫ້ຫຍັງກັບເຂົາເຈົ້າ+
ຫຼືຖ້າຂ້ອຍເຮັດໃຫ້ແມ່ໝ້າຍບໍ່ໄດ້ຫຍັງຕາມທີ່ເຂົາເຈົ້າຫວັງໄວ້+
17 ຖ້າຂ້ອຍກິນອາຫານແຕ່ຄົນດຽວ
ແລະບໍ່ໄດ້ແບ່ງໃຫ້ລູກກຳພ້າ+
18 (ເພາະວ່າຂ້ອຍຊ່ວຍເຫຼືອລູກກຳພ້າ ແລະເປັນຄືກັບພໍ່ຂອງເຂົາເຈົ້າຕັ້ງແຕ່ຂ້ອຍຍັງໜຸ່ມ
ແລະຂ້ອຍໄດ້ຊ່ວຍເຫຼືອແມ່ໝ້າຍຕັ້ງແຕ່ຂ້ອຍເປັນເດັກນ້ອຍ.)
19 ຖ້າຂ້ອຍເຫັນຜູ້ໃດກຳລັງຈະໜາວຕາຍ ຍ້ອນບໍ່ມີເຄື່ອງນຸ່ງ
ຫຼືຖ້າຂ້ອຍເຫັນຄົນທຸກບໍ່ມີຫຍັງນຸ່ງ+
20 ຖ້າຂ້ອຍເອົາເຄື່ອງນຸ່ງຂອງຂ້ອຍທີ່ເຮັດຈາກຂົນແກະໃຫ້ລາວນຸ່ງຈົນອຸ່ນ
ແລ້ວລາວບໍ່ໄດ້ອວຍພອນໃຫ້ຂ້ອຍ+
21 ຖ້າຂ້ອຍຍົກກຳປັ້ນຈະຕີລູກກຳພ້າ+
ຕອນທີ່ລາວມາຂໍໃຫ້ຂ້ອຍຊ່ວຍຢູ່ປະຕູເມືອງ*+
22 ກໍຂໍໃຫ້ແຂນຂ້ອຍຫຼຸດຈາກບ່າໄຫຼ່*
ແລະຂໍໃຫ້ແຂນຂ້ອຍຫັກ.*
23 ແຕ່ຂ້ອຍບໍ່ເຄີຍເຮັດສິ່ງເຫຼົ່ານັ້ນເລີຍ ຍ້ອນຂ້ອຍຢ້ານຄວາມຈິບຫາຍຈາກພະເຈົ້າ
ແລະຂ້ອຍບໍ່ສາມາດຢືນຢູ່ຕໍ່ໜ້າຄວາມຍິ່ງໃຫຍ່ຂອງເພິ່ນໄດ້.
24 ຖ້າຂ້ອຍໝັ້ນໃຈໃນເງິນຄຳ
ຫຼືຖ້າຂ້ອຍຄິດວ່າຄຳແທ້ຈະເຮັດໃຫ້ຂ້ອຍຮູ້ສຶກປອດໄພ+
25 ຖ້າຂ້ອຍດີໃຈທີ່ຂ້ອຍລວຍ+
ແລະມີຊັບສົມບັດຫຼາຍໆ+
26 ຖ້າຂ້ອຍເຫັນຕາເວັນສ່ອງແສງ
ຫຼືເຫັນເດືອນງາມໆຢູ່ເທິງຟ້າ+
27 ແລ້ວຂ້ອຍກໍຫຼອກໂຕເອງ
ແລະຈູບມືໂຕເອງເພື່ອນະມັດສະການພວກມັນ+
28 ຖ້າຂ້ອຍເຮັດແນວນັ້ນ ຂ້ອຍກໍສົມຄວນໄດ້ຮັບໂທດຈາກພວກຜູ້ຕັດສິນ
ເພາະມັນກໍສ່ຳກັບຂ້ອຍໄດ້ປະຕິເສດພະເຈົ້າທ່ຽງແທ້.
29 ຂ້ອຍເຄີຍດີໃຈບໍທີ່ເຫັນສັດຕູຂອງໂຕເອງຖືກທຳລາຍ?+
ຫຼືຂ້ອຍເຄີຍຕື່ນເຕັ້ນບໍທີ່ເຫັນແນວບໍ່ດີເກີດຂຶ້ນກັບລາວ?
30 ຂ້ອຍບໍ່ເຄີຍສາບແຊ່ງສັດຕູໃຫ້ຕາຍ.
ຂ້ອຍບໍ່ເຄີຍເຮັດຜິດແນວນັ້ນ.+
31 ຄົນໃນເຮືອນຂອງຂ້ອຍກໍເວົ້າວ່າ
‘ທຸກຄົນທີ່ມາເຮືອນຂອງໂຢບກໍໄດ້ກິນຈົນອີ່ມໜຳສຳລານ.’+
32 ຂ້ອຍບໍ່ເຄີຍປ່ອຍໃຫ້ຄົນແປກໜ້າ*ຕ້ອງນອນຢູ່ນອກເຮືອນ.+
ຂ້ອຍໃຫ້ຄົນເດີນທາງມາພັກຄ້າງຄືນຢູ່ເຮືອນຂອງຂ້ອຍສະເໝີ.
33 ຂ້ອຍເຄີຍພະຍາຍາມປົກປິດຄວາມຜິດຂອງໂຕເອງຄືກັບຄົນອື່ນບໍ?+
ຂ້ອຍເຄີຍເຊື່ອງຄວາມຜິດໄວ້ໃນຖົງເສື້ອຂອງຂ້ອຍບໍ?
34 ຂ້ອຍເຄີຍຢ້ານຝູງຄົນບໍ?
ຫຼືຂ້ອຍເຄີຍຢ້ານວ່າຄອບຄົວອື່ນຈະເຮັດໃຫ້ຂ້ອຍອັບອາຍບໍ?
ຂ້ອຍຢ້ານຈົນບໍ່ກ້າເວົ້າຫຍັງແລະຢູ່ແຕ່ເຮືອນບໍ?
35 ແຕ່ຕອນນີ້ບໍ່ມີຜູ້ໃດຟັງຂ້ອຍເລີຍ!+
ຖ້າມີ ຂ້ອຍກໍຈະໄດ້ເຊັນຊື່ຢັ້ງຢືນຄຳເວົ້າຂອງຂ້ອຍ.
ຂໍໃຫ້ຜູ້ມີລິດເດດສູງສຸດຕອບຂ້ອຍແດ່.+
ຂ້ອຍບໍ່ເຫັນຜູ້ໃດຂຽນຂໍ້ກ່າວຫາຂ້ອຍໃສ່ໄວ້ໃນເຈ້ຍເລີຍ.
36 ຖ້າມີ ຂ້ອຍກໍຈະແບກເຈ້ຍນັ້ນໄວ້ເທິງບ່າດ້ວຍຄວາມພູມໃຈ
ແລະເອົາມັນມາຄຽນຫົວເປັນມົງກຸດ.
37 ຂ້ອຍຈະລາຍງານເພິ່ນທຸກໆບາດກ້າວ.
ຂ້ອຍຈະເຂົ້າຫາເພິ່ນດ້ວຍຄວາມໝັ້ນໃຈຄືກັບເຈົ້າຊາຍ.
38 ຖ້າຂ້ອຍໄດ້ເອົາທົ່ງນາຂອງຄົນອື່ນແລະເຂົາເຈົ້າມາເວົ້າໃຫ້ຂ້ອຍ
ຖ້າຄົນທີ່ໄຖນາພາກັນຮ້ອງໄຫ້ຍ້ອນຂ້ອຍ
39 ຖ້າຂ້ອຍກິນຜົນລະປູກຂອງຄົນອື່ນໂດຍບໍ່ໄດ້ຈ່າຍເງິນ+
ຫຼືຖ້າຂ້ອຍເຮັດໃຫ້ເຈົ້າຂອງດິນທຸກໃຈ+
40 ກໍຂໍໃຫ້ຕົ້ນໜາມປົ່ງຂຶ້ນມາແທນຕົ້ນເຂົ້າວີດ*ຂອງຂ້ອຍ
ແລະຂໍໃຫ້ຕົ້ນຫຍ້າເໝັນໆເກີດຂຶ້ນມາແທນຕົ້ນເຂົ້າບາເລຂອງຂ້ອຍ.”
ຄຳເວົ້າຂອງໂຢບກໍສຸດແຕ່ເທົ່ານີ້.