ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ໂຊໂລໂມນ​ຄິດເຖິງ​ສິ່ງ​ທີ່​ລາວ​ໄດ້​ລອງ​ເຮັດ (1-11)

      • ຄຸນຄ່າ​ຂອງ​ສະຕິປັນຍາ​ມະນຸດ (12-16)

      • ການ​ເຮັດ​ວຽກ​ໜັກ​ບໍ່​ມີ​ປະໂຫຍດ (17-23)

      • ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມສຸກ​ກັບ​ການ​ເຮັດ​ວຽກ (24-26)

ປັນຍາຈານ 2:2

ໄຂເງື່ອນ

  • *

    ຫຼື “ຄວາມ​ຍິນດີ”

ປັນຍາຈານ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 104:15; ປຍຈ 10:19

ປັນຍາຈານ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:17-19; 2ຂຄ 9:15, 16
  • +1ກສ 7:1, 8
  • +1ກສ 4:25; ພຊມ 8:11

ປັນຍາຈານ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:10, 13; 1ກສ 9:22
  • +1ກສ 4:22, 23

ປັນຍາຈານ 2:8

ໄຂເງື່ອນ

  • *

    ຫຼື “ສິ່ງ​ຂອງ​ທີ່​ພິເສດ”

  • *

    ຫຼື “ຜູ້ຍິງ​ທີ່​ໜ້າສົນໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:14, 28; 10:10; 2ຂຄ 1:15
  • +1ກສ 10:14, 15; 2ຂຄ 9:13, 14

ປັນຍາຈານ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 3:13; 10:23

ປັນຍາຈານ 2:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃຈ​ຂອງ​ຂ້ອຍ”

  • *

    ຫຼື “ສ່ວນ​ແບ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 11:9
  • +ປຍຈ 3:22; 5:18; 9:9

ປັນຍາຈານ 2:11

ໄຂເງື່ອນ

  • *

    ຫຼື “ມີ​ປະໂຫຍດ​ແທ້​ໆ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:1
  • +ພສ 49:10; ປຍຈ 1:14; 2:16; 1ຕມ 6:7
  • +ປຍຈ 1:3; 2:17

ປັນຍາຈານ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 1:17; 7:25

ປັນຍາຈານ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 4:7; ປຍຈ 7:11, 12

ປັນຍາຈານ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 4:25
  • +ສພສ 14:8; 17:24; ຢຮ 3:19; 1ຢຮ 2:11
  • +ປຍຈ 3:19, 20; 9:2, 3, 11

ປັນຍາຈານ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 49:10

ປັນຍາຈານ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:8; ປຍຈ 1:11
  • +ປຍຈ 6:8; ຣມ 5:12

ປັນຍາຈານ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:2, 4; ຢຣມ 20:17, 18
  • +ໂຢບ 7:6; ປຍຈ 2:21; ຣມ 8:20
  • +ປຍຈ 1:14; 5:16

ປັນຍາຈານ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 2:4-8
  • +ພສ 39:6; ລກ 12:20

ປັນຍາຈານ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:6, 8; 2ຂຄ 12:1, 9

ປັນຍາຈານ 2:21

ໄຂເງື່ອນ

  • *

    ຫຼື “ສ່ວນ​ແບ່ງ​ຂອງ​ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 2:18; 5:15, 16

ປັນຍາຈານ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 1:3; 3:9

ປັນຍາຈານ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 14:1, 2; ລກ 12:29
  • +ປຖກ 31:40, 41

ປັນຍາຈານ 2:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:18; ປຍຈ 3:22; 8:15; ກຈກ 14:17
  • +ປຍຈ 3:12, 13; 5:18, 19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 37

ປັນຍາຈານ 2:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:7, 22, 23; 10:4, 5, 21

ປັນຍາຈານ 2:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:14; ສພສ 3:32, 33; ອຊຢ 3:10
  • +ພບຍ 6:10, 11; ສພສ 13:22; 28:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 2:3ພສ 104:15; ປຍຈ 10:19
ປຍຈ. 2:41ກສ 9:17-19; 2ຂຄ 9:15, 16
ປຍຈ. 2:41ກສ 7:1, 8
ປຍຈ. 2:41ກສ 4:25; ພຊມ 8:11
ປຍຈ. 2:71ຊມ 8:10, 13; 1ກສ 9:22
ປຍຈ. 2:71ກສ 4:22, 23
ປຍຈ. 2:81ກສ 9:14, 28; 10:10; 2ຂຄ 1:15
ປຍຈ. 2:81ກສ 10:14, 15; 2ຂຄ 9:13, 14
ປຍຈ. 2:91ກສ 3:13; 10:23
ປຍຈ. 2:10ປຍຈ 11:9
ປຍຈ. 2:10ປຍຈ 3:22; 5:18; 9:9
ປຍຈ. 2:111ກສ 7:1
ປຍຈ. 2:11ພສ 49:10; ປຍຈ 1:14; 2:16; 1ຕມ 6:7
ປຍຈ. 2:11ປຍຈ 1:3; 2:17
ປຍຈ. 2:12ປຍຈ 1:17; 7:25
ປຍຈ. 2:13ສພສ 4:7; ປຍຈ 7:11, 12
ປຍຈ. 2:14ສພສ 4:25
ປຍຈ. 2:14ສພສ 14:8; 17:24; ຢຮ 3:19; 1ຢຮ 2:11
ປຍຈ. 2:14ປຍຈ 3:19, 20; 9:2, 3, 11
ປຍຈ. 2:15ພສ 49:10
ປຍຈ. 2:16ອພຍ 1:8; ປຍຈ 1:11
ປຍຈ. 2:16ປຍຈ 6:8; ຣມ 5:12
ປຍຈ. 2:171ກສ 19:2, 4; ຢຣມ 20:17, 18
ປຍຈ. 2:17ໂຢບ 7:6; ປຍຈ 2:21; ຣມ 8:20
ປຍຈ. 2:17ປຍຈ 1:14; 5:16
ປຍຈ. 2:18ປຍຈ 2:4-8
ປຍຈ. 2:18ພສ 39:6; ລກ 12:20
ປຍຈ. 2:191ກສ 12:6, 8; 2ຂຄ 12:1, 9
ປຍຈ. 2:21ປຍຈ 2:18; 5:15, 16
ປຍຈ. 2:22ປຍຈ 1:3; 3:9
ປຍຈ. 2:23ໂຢບ 14:1, 2; ລກ 12:29
ປຍຈ. 2:23ປຖກ 31:40, 41
ປຍຈ. 2:24ພບຍ 12:18; ປຍຈ 3:22; 8:15; ກຈກ 14:17
ປຍຈ. 2:24ປຍຈ 3:12, 13; 5:18, 19
ປຍຈ. 2:251ກສ 4:7, 22, 23; 10:4, 5, 21
ປຍຈ. 2:261ຊມ 18:14; ສພສ 3:32, 33; ອຊຢ 3:10
ປຍຈ. 2:26ພບຍ 6:10, 11; ສພສ 13:22; 28:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 2:1-26

ປັນຍາຈານ

2 ແລ້ວ​ຂ້ອຍ​ກໍ​ຄິດ​ໃນ​ໃຈ​ວ່າ: “ຂ້ອຍ​ຈະ​ລອງ​ໃຊ້​ຊີວິດ​ໃຫ້​ມ່ວນ​ໆ​ ແລ້ວ​ເບິ່ງ​ວ່າ​ມັນ​ຈະ​ດີ​ສ່ຳ​ໃດ.” ແຕ່​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ມັນ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.

 2 ຂ້ອຍ​ເວົ້າ​ເຖິງ​ການ​ຫົວ​ວ່າ: “ມັນ​ເປັນ​ເລື່ອງ​ບ້າ”

ແລະ​ເວົ້າ​ເຖິງ​ຄວາມ​ມ່ວນ​ຊື່ນ*​ວ່າ: “ບໍ່​ເຫັນ​ຊິ​ມີ​ປະໂຫຍດ​ຫຍັງ.”

3 ຂ້ອຍ​ລອງ​ກິນ​ເຫຼົ້າແວງ+​ຫຼາຍ​ໆ​ຕາມ​ໃຈ​ໂຕເອງ ແຕ່​ບໍ່​ໄດ້​ກິນ​ຫຼາຍ​ໂພດ​ຈົນ​ບໍ່​ມີ​ສະຕິ. ຂ້ອຍ​ເຖິງຂັ້ນ​ເຮັດ​ແນວ​ໂງ່​ໆ​ເພື່ອ​ຈະ​ຮູ້​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ມະນຸດ​ຈະ​ເຮັດ​ໄດ້​ໃນ​ຊ່ວງ​ຊີວິດ​ສັ້ນ​ໆ​ໃຕ້​ຟ້າ​ນີ້. 4 ຂ້ອຍ​ເຮັດ​ວຽກ​ທີ່​ຍິ່ງໃຫຍ່​ຫຼາຍ​ຢ່າງ.+ ຂ້ອຍ​ສ້າງ​ວັງ​ໃຫ້​ໂຕເອງ​ຫຼາຍ​ຫຼັງ+​ແລະ​ເຮັດ​ສວນ​ໝາກ​ລະແຊັງ​ຫຼາຍ​ບ່ອນ.+ 5 ຂ້ອຍ​ສ້າງ​ສວນ​ຫຼາຍ​ບ່ອນ​ໃຫ້​ໂຕເອງ​ແລະ​ປູກ​ຕົ້ນໄມ້​ກິນ​ໝາກ​ທຸກ​ຊະນິດ. 6 ຂ້ອຍ​ສ້າງ​ສະ​ນ້ຳ​ຫຼາຍ​ສະ​ເພື່ອ​ຫົດ​ເບ້ຍ​ໄມ້​ຕ່າງ​ໆ​ໃນ​ປ່າ​ຂອງ​ຂ້ອຍ. 7 ຂ້ອຍ​ມີ​ຄົນ​ຮັບ​ໃຊ້​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ+ ແລະ​ຂ້ອຍ​ກໍ​ມີ​ຄົນ​ຮັບ​ໃຊ້​ທີ່​ເກີດ​ຢູ່​ໃນ​ເຮືອນ​ຂອງ​ຂ້ອຍ. ຂ້ອຍ​ຊື້​ຝູງ​ສັດ​ບັກ​ຫຼາຍ​ໆ​ ທັງ​ຝູງ​ງົວ ຝູງ​ແກະ ແລະ​ຝູງ​ແບ້.+ ຂ້ອຍ​ມີ​ຝູງ​ສັດ​ຫຼາຍ​ກວ່າ​ຄົນ​ທີ່​ເຄີຍ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກ່ອນ​ຂ້ອຍ. 8 ຂ້ອຍ​ສະສົມ​ເງິນ​ຄຳ​ສຳລັບ​ໂຕເອງ+​ເຊິ່ງ​ເປັນ​ຊັບ​ສົມບັດ*​ທີ່​ຂ້ອຍ​ໄດ້​ມາ​ຈາກ​ພວກ​ກະສັດ​ແລະ​ຈາກ​ແຂວງ​ຕ່າງ​ໆ​.+ ຂ້ອຍ​ມີ​ນັກຮ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ແລະ​ຂ້ອຍ​ກໍ​ມີ​ສິ່ງ​ທີ່​ເຮັດ​ໃຫ້​ມະນຸດ​ມ່ວນ​ຫຼາຍ​ເຊິ່ງ​ກໍ​ຄື​ຜູ້​ຍິງ. ຂ້ອຍ​ມີ​ເມຍ*​ຫຼາຍ​ຄົນ. 9 ຂ້ອຍ​ຈຶ່ງ​ຍິ່ງໃຫຍ່​ກວ່າ​ທຸກ​ຄົນ​ທີ່​ເຄີຍ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກ່ອນ​ຂ້ອຍ+ ແຕ່​ຂ້ອຍ​ກໍ​ຍັງ​ເຮັດ​ສິ່ງ​ຕ່າງ​ໆ​ຢ່າງ​ສະຫຼາດ​ສະເໝີ.

10 ຂ້ອຍ*​ຢາກ​ໄດ້​ຫຍັງ ຂ້ອຍ​ກໍ​ຫາ​ມາ.+ ຂ້ອຍ​ຢາກ​ມ່ວນ​ແນວ​ໃດ ຂ້ອຍ​ກໍ​ເຮັດ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ຍ້ອນ​ວຽກ​ໜັກ​ຂອງ​ຂ້ອຍ ແລະ​ນີ້​ເປັນ​ລາງວັນ*​ສຳລັບ​ວຽກ​ໜັກ​ທັງໝົດ​ຂອງ​ຂ້ອຍ.+ 11 ແຕ່​ເມື່ອ​ຂ້ອຍ​ຄິດ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ແລະ​ວຽກ​ໜັກ​ທັງໝົດ​ທີ່​ຂ້ອຍ​ເຮັດ​ດ້ວຍ​ຄວາມ​ຍາກ​ລຳບາກ+ ຂ້ອຍ​ກໍ​ໄດ້​ເຫັນ​ວ່າ​ທຸກ​ສິ່ງ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.+ ບໍ່​ມີ​ຫຍັງ​ທີ່​ມີ​ຄ່າ​ແທ້​ໆ​*​ໃຕ້​ດວງ​ຕາເວັນ​ນີ້.+

12 ແລ້ວ​ຂ້ອຍ​ຫັນ​ໄປ​ສົນໃຈ​ເລື່ອງ​ທີ່​ເຮັດ​ໃຫ້​ສະຫຼາດ​ກັບ​ເລື່ອງ​ບ້າ​ໆ​+​ແລະ​ເລື່ອງ​ໂງ່. (ຄົນ​ທີ່​ມາ​ຫຼັງ​ກະສັດ​ຈະ​ເຮັດ​ຫຍັງ​ໄດ້? ກໍ​ຄື​ຊິ​ເຮັດ​ໄດ້​ແຕ່​ສິ່ງ​ທີ່​ເຄີຍ​ເຮັດ​ໄປ​ແລ້ວ​ຫັ້ນ​ແຫຼະ.) 13 ແລ້ວ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ເລື່ອງ​ທີ່​ເຮັດ​ໃຫ້​ສະຫຼາດ​ມີ​ປະໂຫຍດ​ຫຼາຍ​ກວ່າ​ເລື່ອງ​ບ້າ​ໆ​+ ຄື​ກັບ​ທີ່​ແສງ​ສະຫວ່າງ​ມີ​ປະໂຫຍດ​ຫຼາຍ​ກວ່າ​ຄວາມ​ມືດ.

14 ຄົນ​ສະຫຼາດ​ເບິ່ງ​ສິ່ງ​ຕ່າງ​ໆ​ໄດ້​ຢ່າງ​ຈະ​ແຈ້ງ+ ແຕ່​ຄົນ​ໂງ່​ຍ່າງ​ຢູ່​ໃນ​ຄວາມ​ມືດ.+ ແລ້ວ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ສຸດທ້າຍ​ແລ້ວ ທຸກ​ຄົນ​ກໍ​ຕ້ອງ​ເຈິ​ຈຸດຈົບ​ແບບ​ດຽວ​ກັນ.+ 15 ຂ້ອຍ​ຄິດ​ໃນ​ໃຈ​ວ່າ: “ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ໂງ່​ກໍ​ຈະ​ເກີດ​ຂຶ້ນ​ກັບ​ຂ້ອຍ​ຄື​ກັນ.”+ ແລ້ວ​ຂ້ອຍ​ຈະ​ພະຍາຍາມ​ເປັນ​ຄົນ​ສະຫຼາດ​ຫຼາຍ​ໄປ​ເຮັດ​ຫຍັງ? ແລ້ວ​ຂ້ອຍ​ກໍ​ຄິດ​ໃນ​ໃຈ​ອີກ​ວ່າ: “ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ” 16 ເພາະ​ວ່າ​ບໍ່​ມີ​ໃຜ​ຈະ​ຈື່​ຄົນ​ສະຫຼາດ​ຫຼື​ຄົນ​ໂງ່​ໄດ້​ຕະຫຼອດ​ໄປ.+ ເມື່ອ​ເວລາ​ຜ່ານ​ໄປ​ທຸກ​ຄົນ​ກໍ​ຈະ​ຖືກ​ລືມ. ແລ້ວ​ຄົນ​ສະຫຼາດ​ຈະ​ຕາຍ​ແນວ​ໃດ? ກໍ​ຕາຍ​ຄື​ກັນ​ກັບ​ຄົນ​ໂງ່​ຫັ້ນ​ແຫຼະ.+

17 ຂ້ອຍ​ຈຶ່ງ​ຊັງ​ຊີວິດ​ຂອງ​ໂຕເອງ+ ຍ້ອນ​ທຸກ​ສິ່ງ​ໃຕ້​ດວງ​ຕາເວັນ​ມີ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ທຸກໃຈ. ທຸກ​ສິ່ງ​ບໍ່​ມີ​ປະໂຫຍດ+​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.+ 18 ຂ້ອຍ​ຊັງ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ+ ຍ້ອນ​ຂ້ອຍ​ຕ້ອງ​ປະ​ມັນ​ໄວ້​ໃຫ້​ຄົນ​ທີ່​ມາ​ນຳ​ຫຼັງ​ຂ້ອຍ.+ 19 ແລ້ວ​ໃຜ​ຈະ​ຮູ້​ວ່າ​ລາວ​ຈະ​ເປັນ​ຄົນ​ສະຫຼາດ​ຫຼື​ຄົນ​ໂງ່?+ ທຸກ​ສິ່ງ​ທີ່​ຂ້ອຍ​ໃຊ້​ສະຕິ​ປັນຍາ​ເຮັດ​ຂຶ້ນ​ມາ​ດ້ວຍ​ຄວາມ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ​ນີ້ ລາວ​ຈະ​ເອົາ​ໄປ​ໝົດ. ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ. 20 ຂ້ອຍ​ເລີ່ມ​ຮູ້ສຶກ​ທໍ້ໃຈ​ເມື່ອ​ຄິດ​ເຖິງ​ວຽກ​ໜັກ​ທັງໝົດ​ທີ່​ຂ້ອຍ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ. 21 ຍ້ອນ​ຄົນ​ໜຶ່ງ​ອາດຈະ​ໃຊ້​ສະຕິ​ປັນຍາ ຄວາມ​ຮູ້ ແລະ​ຄວາມ​ສາມາດ​ເພື່ອ​ເຮັດ​ວຽກ​ໜັກ ແຕ່​ສຸດທ້າຍ​ແລ້ວ ລາວ​ກໍ​ຕ້ອງ​ເອົາ​ທຸກ​ຢ່າງ*​ໄປ​ໃຫ້​ຄົນ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເຮັດ​ໃຫ້​ເສົ້າໃຈ​ຫຼາຍ​ຄື​ກັນ.

22 ຖ້າ​ຄົນ​ໜຶ່ງ​ທຸ່ມເທ​ທັງ​ກາຍ​ແລະ​ໃຈ​ເພື່ອ​ເຮັດ​ວຽກ​ໜັກ​ໃຕ້​ດວງ​ຕາເວັນ ລາວ​ຈະ​ໄດ້​ຫຍັງ​ແທ້​ໆ​?+ 23 ຕະຫຼອດ​ຊີວິດ​ຂອງ​ລາວ ວຽກ​ທີ່​ລາວ​ເຮັດ​ມີ​ແຕ່​ເຮັດ​ໃຫ້​ເຈັບ​ປວດ​ແລະ​ທຸກໃຈ.+ ແມ່ນ​ແຕ່​ຕອນ​ກາງຄືນ​ລາວ​ກໍ​ຍັງ​ອຸກໃຈ​ບໍ່​ເຊົາ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ.

24 ສຳລັບ​ມະນຸດ ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ໜັກ​ທີ່​ໂຕເອງ​ເຮັດ.+ ຂ້ອຍ​ໄດ້​ຮູ້​ວ່າ​ສິ່ງ​ເຫຼົ່າ​ນີ້​ແມ່ນ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເອົາ​ໃຫ້​ມະນຸດ+ 25 ຍ້ອນ​ບໍ່​ມີ​ໃຜ​ແລ້ວ​ທີ່​ໄດ້​ກິນ​ໄດ້​ດື່ມ​ດີ​ກວ່າ​ຂ້ອຍ.+

26 ພະເຈົ້າ​ທ່ຽງແທ້​ໃຫ້​ສະຕິ​ປັນຍາ ຄວາມ​ຮູ້ ແລະ​ຄວາມ​ສຸກ​ກັບ​ຄົນ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.+ ແຕ່​ສຳລັບ​ຄົນ​ທີ່​ເຮັດ​ຜິດ ເພິ່ນ​ໃຫ້​ເຂົາ​ເຈົ້າ​ລວບລວມ​ແລະ​ສະສົມ​ສິ່ງ​ຕ່າງ​ໆ​ໄວ້​ໃຫ້​ກັບ​ຄົນ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌