ຂ່າວຄາວສະບັບທີໜຶ່ງ
22 ດາວິດເວົ້າວ່າ: “ບ່ອນນີ້ຈະເປັນວິຫານຂອງພະເຢໂຫວາພະເຈົ້າທ່ຽງແທ້ ແລະບ່ອນນີ້ຈະເປັນແທ່ນບູຊາທີ່ພວກອິດສະຣາເອນເອົາເຄື່ອງບູຊາເຜົາມາເຜົາໃຫ້ເພິ່ນ.”+
2 ດາວິດສັ່ງໃຫ້ລວບລວມຄົນຕ່າງຊາດ+ທີ່ຢູ່ອິດສະຣາເອນ ແລ້ວລາວກໍໃຫ້ເຂົາເຈົ້າເຮັດວຽກຕັດຫີນເປັນຮູບຊົງເພື່ອກຽມໄວ້ສຳລັບສ້າງວິຫານຂອງພະເຈົ້າທ່ຽງແທ້.+ 3 ດາວິດຍັງກຽມເຫຼັກບັກຫຼາຍໆເພື່ອເຮັດຕະປູສຳລັບປະຕູທາງເຂົ້າວິຫານແລະແນວຕໍ່ແບບອື່ນໆ ແລະໄດ້ກຽມທອງແດງຫຼາຍຈົນຊັ່ງນ້ຳໜັກບໍ່ໄດ້.+ 4 ນອກຈາກນັ້ນຍັງມີໄມ້ຊີດ້າ*+ຫຼາຍຈົນນັບບໍ່ໄດ້ທີ່ພວກຊີໂດນ+ແລະພວກຕີເຣ+ເອົາມາໃຫ້ດາວິດ. 5 ດາວິດເວົ້າວ່າ: “ໂຊໂລໂມນລູກຊາຍຂອງຂ້ອຍຍັງນ້ອຍແລະບໍ່ມີປະສົບການ.+ ວິຫານທີ່ຈະສ້າງໃຫ້ພະເຢໂຫວາຕ້ອງຍິ່ງໃຫຍ່ແລະງົດງາມ+ ເພື່ອທຸກປະເທດ+ຈະຮູ້ຈັກຊື່ສຽງແລະຄວາມງາມ+ຂອງປະເທດນີ້. ດັ່ງນັ້ນ ຂ້ອຍຈະກຽມທຸກຢ່າງໄວ້ໃຫ້ລາວ.” ດາວິດຈຶ່ງກຽມວັດຖຸຕ່າງໆໄວ້ຫຼາຍແທ້ຫຼາຍວ່າກ່ອນລາວຕາຍ.
6 ດາວິດໄດ້ເອີ້ນໂຊໂລໂມນລູກຊາຍຂອງລາວໃຫ້ມາຫາ ແລະສັ່ງໂຊໂລໂມນໃຫ້ສ້າງວິຫານສຳລັບພະເຢໂຫວາພະເຈົ້າຂອງອິດສະຣາເອນ. 7 ດາວິດເວົ້າກັບໂຊໂລໂມນວ່າ: “ໃຈແທ້ໆຂອງພໍ່ກໍຢາກສ້າງວິຫານເພື່ອສັນລະເສີນຊື່ຂອງພະເຢໂຫວາພະເຈົ້າຂອງພໍ່.+ 8 ແຕ່ພະເຢໂຫວາເວົ້າກັບພໍ່ວ່າ ‘ເຈົ້າເຮັດສົງຄາມແລະຂ້າຄົນຕາຍຫຼາຍ. ເຈົ້າຈະບໍ່ໄດ້ສ້າງວິຫານເພື່ອສັນລະເສີນຊື່ຂອງເຮົາ+ ຍ້ອນເຮົາໄດ້ເຫັນເຈົ້າຂ້າຄົນຕາຍຫຼາຍ. 9 ລູກຊາຍຜູ້ໜຶ່ງຂອງເຈົ້າ+ຈະເປັນຄົນຮັກຄວາມສະຫງົບສຸກ. ເຮົາຈະບໍ່ໃຫ້ພວກສັດຕູທີ່ຢູ່ອ້ອມແອ້ມມາຕໍ່ສູ້ລາວ.+ ລາວຈະຊື່ວ່າໂຊໂລໂມນ*+ແລະຕອນທີ່ລາວປົກຄອງ ເຮົາຈະເຮັດໃຫ້ອິດສະຣາເອນມີຄວາມສະຫງົບສຸກ.+ 10 ລາວຈະເປັນຜູ້ສ້າງວິຫານເພື່ອສັນລະເສີນຊື່ຂອງເຮົາ.+ ລາວຈະເປັນລູກຊາຍຂອງເຮົາແລະເຮົາຈະເປັນພໍ່ຂອງລາວ.+ ເຮົາຈະໃຫ້ລາວປົກຄອງອິດສະຣາເອນຢ່າງໝັ້ນຄົງຕະຫຼອດໄປ.’+
11 ລູກເອີ້ຍ ຂໍໃຫ້ພະເຢໂຫວາຢູ່ກັບລູກເພື່ອລູກຈະປະສົບຜົນສຳເລັດໃນການສ້າງວິຫານຂອງພະເຢໂຫວາພະເຈົ້າຂອງລູກຄືກັບທີ່ເພິ່ນໄດ້ບອກໄວ້.+ 12 ຕອນທີ່ພະເຢໂຫວາໃຫ້ລູກເປັນກະສັດປົກຄອງອິດສະຣາເອນ ຂໍໃຫ້ເພິ່ນຊ່ວຍລູກໃຫ້ເປັນຄົນຮອບຄອບແລະມີຄວາມເຂົ້າໃຈ+ເພື່ອລູກຈະເຮັດຕາມກົດໝາຍຂອງພະເຢໂຫວາພະເຈົ້າຂອງລູກຕໍ່ໆໄປ.+ 13 ລູກຈະປະສົບຜົນສຳເລັດຖ້າລູກເຮັດຕາມກົດໝາຍ+ແລະການຕັດສິນທີ່ພະເຢໂຫວາສັ່ງພວກອິດສະຣາເອນໃຫ້ເຮັດຜ່ານທາງໂມເຊ.+ ໃຫ້ລູກກ້າຫານ ເຂັ້ມແຂງ ແລະບໍ່ຕ້ອງຢ້ານ.+ 14 ພໍ່ໄດ້ພະຍາຍາມຫຼາຍເພື່ອກຽມສິ່ງຕ່າງໆສຳລັບການສ້າງວິຫານຂອງພະເຢໂຫວາ. ພໍ່ໄດ້ກຽມຄຳໜັກ 100.000 ຕະລັນ* ເງິນໜັກ 1.000.000 ຕະລັນ* ແລະທອງແດງກັບເຫຼັກຈຳນວນຫຼາຍ+ຈົນຊັ່ງນ້ຳໜັກບໍ່ໄດ້. ພໍ່ຍັງໄດ້ກຽມໄມ້ກັບຫີນນຳ+ ແຕ່ລູກຈະຕ້ອງຊອກມາຕື່ມອີກ. 15 ນອກຈາກນັ້ນ ລູກຍັງມີພວກຊ່າງຕັດຫີນ ຊ່າງກໍ່ຫີນ+ ຊ່າງໄມ້ ແລະຊ່າງທຸກປະເພດ+ອີກຫຼາຍຄົນທີ່ຊ່ວຍລູກໄດ້. 16 ຄຳ ເງິນ ທອງແດງ ແລະເຫຼັກ ລູກກໍມີຫຼາຍແລ້ວ.+ ໃຫ້ລູກເລີ່ມສ້າງແລະຂໍໃຫ້ພະເຢໂຫວາຢູ່ກັບລູກ.”+
17 ດາວິດໄດ້ບອກພວກເຈົ້ານາຍທຸກຄົນໃນອິດສະຣາເອນໃຫ້ຊ່ວຍໂຊໂລໂມນລູກຊາຍຂອງລາວ. 18 ດາວິດບອກເຂົາເຈົ້າວ່າ: “ພະເຢໂຫວາຢູ່ກັບພວກເຈົ້າ. ເພິ່ນປົກປ້ອງພວກເຈົ້າຈາກພວກສັດຕູແລະເຮັດໃຫ້ພວກເຈົ້າຮູ້ສຶກປອດໄພ. ເພິ່ນຊ່ວຍຂ້ອຍໃຫ້ເອົາຊະນະຄົນທີ່ເຄີຍຢູ່ໃນແຜ່ນດິນນີ້ ແລະຕອນນີ້ພະເຢໂຫວາກັບປະຊາຊົນຂອງເພິ່ນເປັນເຈົ້າຂອງແຜ່ນດິນນີ້. 19 ໃຫ້ພວກເຈົ້າທຸກຄົນຕັ້ງໃຈນະມັດສະການ*ພະເຢໂຫວາພະເຈົ້າຂອງພວກເຈົ້າດ້ວຍສຸດຫົວໃຈແລະສຸດຊີວິດ.+ ໃຫ້ພວກເຈົ້າເລີ່ມສ້າງບ່ອນນະມັດສະການພະເຢໂຫວາພະເຈົ້າທ່ຽງແທ້+ ເພື່ອຈະເອົາຫີບສັນຍາຂອງພະເຢໂຫວາແລະເຄື່ອງໃຊ້ຕ່າງໆທີ່ບໍລິສຸດຂອງພະເຈົ້າທ່ຽງແທ້+ມາໄວ້ໃນວິຫານທີ່ສ້າງສຳລັບຊື່ຂອງພະເຢໂຫວາ.”+