ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາຣະໂກ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາຣະໂກ

      • ພະ​ເຢຊູ​ຖືກ​ປະຕິເສດ​ໃນ​ເມືອງ​ທີ່​ເພິ່ນ​ຢູ່ (1-6)

      • ສອນ​ອັກຄະສາວົກ 12 ຄົນ​ເລື່ອງ​ວຽກ​ປະກາດ (7-13)

      • ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຕາຍ (14-29)

      • ພະ​ເຢຊູ​ລ້ຽງ​ເຂົ້າ​ຜູ້​ຊາຍ 5.000 ຄົນ (30-44)

      • ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ (45-52)

      • ປົວ​ຄົນ​ເຈັບ​ປ່ວຍ​ຢູ່​ເຄັນນາຊາເຣັດ (53-56)

ມາຣະໂກ 6:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 4:16

ມາຣະໂກ 6:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 6:42; 7:15
  • +ມທ 13:54-58

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 48-49

    ໃກ້ຊິດ ໜ້າ 209-211

ມາຣະໂກ 6:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:2
  • +ຢຮ 6:42
  • +ຄລຕ 1:19
  • +ມຣກ 3:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 209

    “ຮັກຂອງພະເຈົ້າ” ໜ້າ 172-173

    ຮຽນຈາກຄູ ໜ້າ 218-219

ມາຣະໂກ 6:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:57; ລກ 4:24; ຢຮ 4:44

ມາຣະໂກ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:35; ລກ 13:22

ມາຣະໂກ 6:7

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 10:1
  • +ມທ 10:1; ລກ 9:1-6

ມາຣະໂກ 6:8

ໄຂເງື່ອນ

  • *

    ຫຼື “ເງິນ​ໃນ​ຖົງ​ໃສ່​ເງິນ​ທີ່​ມັດ​ຢູ່​ແອວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:9, 10

ມາຣະໂກ 6:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:11

ມາຣະໂກ 6:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:14; ລກ 10:10, 11; ກຈກ 13:50, 51

ມາຣະໂກ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 2:38; 3:19

ມາຣະໂກ 6:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 10:17

ມາຣະໂກ 6:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:1-5; ລກ 9:7-9

ມາຣະໂກ 6:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:14; ມຣກ 8:28

ມາຣະໂກ 6:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 3:19, 20

ມາຣະໂກ 6:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:16; 20:21

ມາຣະໂກ 6:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 11:11; 21:26

ມາຣະໂກ 6:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:20-22
  • +ມທ 14:6-12

ມາຣະໂກ 6:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:8

ມາຣະໂກ 6:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 9:10

ມາຣະໂກ 6:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 11:29; 14:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ມາຣະໂກ 6:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 6:1, 2

ມາຣະໂກ 6:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:14; ຮຣ 4:15
  • +1ກສ 22:17; ອຊຢ 53:6; ອຊກ 34:5, 8; ມທ 9:36
  • +ອຊຢ 61:1; ລກ 9:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 158

    ສອນດ້ວຍຮັກ, ບົດຮຽນ 9

    ໃກ້ຊິດ ໜ້າ 292-293

    ຫໍສັງເກດການ (ສຶກສາ)

    7/2021, ໜ້າ 5

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ມາຣະໂກ 6:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:15-21; ລກ 9:12-17

ມາຣະໂກ 6:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 6:5

ມາຣະໂກ 6:37

ໄຂເງື່ອນ

  • *

    1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງງານ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:42-44; ມທ 15:33; ຢຮ 6:7

ມາຣະໂກ 6:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 6:9

ມາຣະໂກ 6:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 6:10-13

ມາຣະໂກ 6:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:6; ລກ 24:30; ກຈກ 27:35

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ມາຣະໂກ 6:42

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ມາຣະໂກ 6:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:20; ລກ 9:17; ຢຮ 6:13

ມາຣະໂກ 6:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:22

ມາຣະໂກ 6:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:6; 14:23; ມຣກ 1:35; ລກ 6:12

ມາຣະໂກ 6:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:24-33; ຢຮ 6:16-21

ມາຣະໂກ 6:48

ໄຂເງື່ອນ

  • *

    ໝາຍເຖິງ​ປະມານ 3 ໂມງ​ເຊົ້າ​ຈົນ​ຮອດ​ຕອນ​ຕາເວັນ​ຂຶ້ນ​ປະມານ 6 ໂມງ​ເຊົ້າ

ມາຣະໂກ 6:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:27; ຢຮ 6:20

ມາຣະໂກ 6:53

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:34-36

ມາຣະໂກ 6:56

ໄຂເງື່ອນ

  • *

    ເດີ່ນ​ສຳລັບ​ຄ້າ​ຂາຍ​ແລະ​ຊຸມນຸມ​ກັນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:20; ມຣກ 5:25-28; ລກ 8:43, 44; ກຈກ 19:11, 12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມຣກ. 6:1ລກ 4:16
ມຣກ. 6:2ຢຮ 6:42; 7:15
ມຣກ. 6:2ມທ 13:54-58
ມຣກ. 6:3ອຊຢ 53:2
ມຣກ. 6:3ຢຮ 6:42
ມຣກ. 6:3ຄລຕ 1:19
ມຣກ. 6:3ມຣກ 3:31
ມຣກ. 6:4ມທ 13:57; ລກ 4:24; ຢຮ 4:44
ມຣກ. 6:6ມທ 9:35; ລກ 13:22
ມຣກ. 6:7ລກ 10:1
ມຣກ. 6:7ມທ 10:1; ລກ 9:1-6
ມຣກ. 6:8ມທ 10:9, 10
ມຣກ. 6:10ມທ 10:11
ມຣກ. 6:11ມທ 10:14; ລກ 10:10, 11; ກຈກ 13:50, 51
ມຣກ. 6:12ກຈກ 2:38; 3:19
ມຣກ. 6:13ລກ 10:17
ມຣກ. 6:14ມທ 14:1-5; ລກ 9:7-9
ມຣກ. 6:15ມທ 16:14; ມຣກ 8:28
ມຣກ. 6:17ລກ 3:19, 20
ມຣກ. 6:18ລລວ 18:16; 20:21
ມຣກ. 6:20ມທ 11:11; 21:26
ມຣກ. 6:21ປຖກ 40:20-22
ມຣກ. 6:21ມທ 14:6-12
ມຣກ. 6:25ມທ 14:8
ມຣກ. 6:30ລກ 9:10
ມຣກ. 6:31ມທ 11:29; 14:13
ມຣກ. 6:32ຢຮ 6:1, 2
ມຣກ. 6:34ມທ 14:14; ຮຣ 4:15
ມຣກ. 6:341ກສ 22:17; ອຊຢ 53:6; ອຊກ 34:5, 8; ມທ 9:36
ມຣກ. 6:34ອຊຢ 61:1; ລກ 9:11
ມຣກ. 6:35ມທ 14:15-21; ລກ 9:12-17
ມຣກ. 6:36ຢຮ 6:5
ມຣກ. 6:372ກສ 4:42-44; ມທ 15:33; ຢຮ 6:7
ມຣກ. 6:38ຢຮ 6:9
ມຣກ. 6:39ຢຮ 6:10-13
ມຣກ. 6:41ມຣກ 8:6; ລກ 24:30; ກຈກ 27:35
ມຣກ. 6:43ມທ 14:20; ລກ 9:17; ຢຮ 6:13
ມຣກ. 6:45ມທ 14:22
ມຣກ. 6:46ມທ 6:6; 14:23; ມຣກ 1:35; ລກ 6:12
ມຣກ. 6:47ມທ 14:24-33; ຢຮ 6:16-21
ມຣກ. 6:50ມທ 14:27; ຢຮ 6:20
ມຣກ. 6:53ມທ 14:34-36
ມຣກ. 6:56ມທ 9:20; ມຣກ 5:25-28; ລກ 8:43, 44; ກຈກ 19:11, 12
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
ຄຳພີໄບເບິນສະບັບແປໂລກໃໝ່
ມາຣະໂກ 6:1-56

ຂ່າວດີທີ່ຂຽນໂດຍມາຣະໂກ

6 ພະ​ເຢຊູ​ເດີນທາງ​ຈາກ​ບ່ອນ​ນັ້ນ​ແລະ​ກັບ​ເມືອ​ເມືອງ​ທີ່​ເພິ່ນ​ຢູ່+ ພວກ​ລູກສິດ​ກໍ​ໄປ​ນຳ​ເພິ່ນ. 2 ເມື່ອ​ຮອດ​ວັນ​ຊະບາໂຕ ພະ​ເຢຊູ​ເຂົ້າ​ໄປ​ສອນ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ຜູ້​ຟັງ​ສ່ວນ​ຫຼາຍ​ພາກັນ​ງຶດ​ແລະ​ເວົ້າ​ວ່າ: “ຜູ້​ນີ້​ໄດ້​ສະຕິ​ປັນຍາ​ແບບ​ນີ້​ມາ​ແຕ່​ໃສ?+ ລາວ​ມີ​ສະຕິ​ປັນຍາ​ແບບ​ນີ້​ໄດ້​ແນວ​ໃດ? ແລະ​ໃຜ​ໃຫ້​ອຳນາດ​ລາວ​ເຮັດ​ການ​ອັດສະຈັນ​ແບບ​ນີ້​ໄດ້?+ 3 ລາວ​ເປັນ​ຊ່າງ​ໄມ້​ຕົ໋ວ?+ ແມ່​ຂອງ​ລາວ​ຊື່​ມາຣິອາ+ ແລະ​ນ້ອງ​ຊາຍ​ຂອງ​ລາວ​ຊື່​ຢາໂກໂບ+ ໂຢເຊັບ ຢູດາ ແລະ​ຊີໂມນ+​ບໍ່​ແມ່ນ​ບໍ? ພວກ​ນ້ອງ​ສາວ​ຂອງ​ລາວ​ກໍ​ເປັນ​ຄົນ​ບ້ານ​ດຽວ​ກັບ​ພວກ​ເຮົາ​ຕົ໋ວ?” ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ບໍ່​ຍອມຮັບ​ພະ​ເຢຊູ. 4 ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຜູ້​ພະຍາກອນ​ໄດ້​ຮັບ​ການ​ຍອມຮັບ​ແລະ​ໄດ້​ຮັບ​ຄວາມ​ນັບຖື​ໃນ​ທຸກ​ບ່ອນ ຍົກເວັ້ນ​ໃນ​ເມືອງ​ທີ່​ລາວ​ຢູ່ ໃນ​ພວກ​ຍາດ​ຕິ​ພີ່ນ້ອງ ແລະ​ໃນ​ຄອບຄົວ.”+ 5 ດັ່ງນັ້ນ ພະ​ເຢຊູ​ຈຶ່ງ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ໃນ​ເມືອງ​ນັ້ນ ນອກ​ຈາກ​ວາງ​ມື​ເທິງ​ຄົນ​ເຈັບ​ປ່ວຍ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເພື່ອ​ປົວ​ເຂົາເຈົ້າ. 6 ທີ່ຈິງ ເພິ່ນແປກໃຈ​ຫຼາຍທີ່​ເຂົາເຈົ້າ​ບໍ່​ມີ​ຄວາມ​ເຊື່ອ. ຈາກນັ້ນ ພະ​ເຢຊູ​ໄດ້​ໄປ​ສອນ​ຕາມ​ບ້ານ​ຕ່າງ​ໆ​ທີ່​ຢູ່​ໃກ້​ໆ​ຫັ້ນ.+

7 ພະ​ເຢຊູ​ເອີ້ນ​ອັກຄະ​ສາວົກ* 12 ຄົນ​ມາ ແລ້ວ​ເລີ່ມ​ສົ່ງ​ເຂົາເຈົ້າ​ອອກ​ໄປ​ເປັນ​ຄູ່​ໆ​+ ແລະ​ໃຫ້​ເຂົາເຈົ້າ​ມີ​ອຳນາດ​ເໜືອ​ພວກ​ປີສາດ.+ 8 ເພິ່ນ​ສັ່ງ​ເຂົາເຈົ້າ​ວ່າ​ນອກ​ຈາກ​ໄມ້​ຄ້ອນເທົ້າ​ແລ້ວ ບໍ່​ໃຫ້​ເອົາ​ຫຍັງ​ໄປ ບໍ່​ວ່າ​ຈະເປັນ​ເຂົ້າຈີ່ ຖົງ​ໃສ່​ຂອງກິນ ຫຼື​ເງິນ.*+ 9 ເພິ່ນ​ໃຫ້​ເອົາ​ແຕ່​ເກີບ​ທີ່​ໃສ່​ຢູ່​ກັບ​ເຄື່ອງນຸ່ງ​ຄາ​ຄີງ​ເທົ່າ​ນັ້ນ​ໄປ. 10 ເພິ່ນ​ບອກ​ເຂົາເຈົ້າ​ອີກ​ວ່າ: “ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ຫຼັງ​ໃດ ກໍ​ໃຫ້​ພັກ​ຢູ່​ຫັ້ນ​ຈົນ​ກວ່າ​ຈະ​ອອກ​ຈາກ​ເມືອງ​ນັ້ນ.+ 11 ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກ​ເຈົ້າ​ຫຼື​ບໍ່​ຟັງ​ພວກ​ເຈົ້າ ໃຫ້​ສັ່ນ​ຂີ້​ຝຸ່ນ​ອອກ​ຈາກ​ຕີນ​ຕອນ​ທີ່​ອອກ​ຈາກ​ບ່ອນ​ນັ້ນ ເພື່ອ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ພວກ​ເຈົ້າ​ເຕືອນ​ເຂົາເຈົ້າ​ແລ້ວ.”+ 12 ເຂົາເຈົ້າ​ຈຶ່ງ​ອອກ​ໄປ​ປະກາດ​ໃຫ້​ຄົນ​ກັບໃຈ+ 13 ໄລ່​ປີສາດ​ອອກ​ຫຼາຍ​ໂຕ+ ເອົາ​ນ້ຳມັນ​ທາ​ຄົນ​ເຈັບ​ປ່ວຍ ແລະ​ປົວ​ເຂົາເຈົ້າ​ໃຫ້​ດີ​ເປັນ​ປົກກະຕິ.

14 ແລ້ວ​ກະສັດ​ເຮໂຣດ​ກໍ​ໄດ້​ຍິນ​ເລື່ອງ​ຂອງ​ພະ​ເຢຊູ​ຍ້ອນ​ຄົນ​ພາກັນ​ເວົ້າ​ເຖິງ​ເພິ່ນ. ເຂົາເຈົ້າ​ເວົ້າ​ວ່າ: “ຜູ້​ນີ້​ຕ້ອງ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ທີ່​ຄືນ​ມາ​ຈາກ​ຕາຍ​ແລ້ວ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້.”+ 15 ສ່ວນ​ບາງ​ຄົນ​ບອກ​ວ່າ: “ລາວ​ແມ່ນ​ເອລີຢາ.” ແຕ່​ບາງ​ຄົນ​ບອກ​ວ່າ: “ລາວ​ເປັນ​ຜູ້​ພະຍາກອນ​ຄົນ​ໜຶ່ງ​ຄື​ກັບ​ຜູ້​ພະຍາກອນ​ຄົນ​ອື່ນ​ໆ​ໃນ​ສະໄໝ​ແຕ່​ກີ້.”+ 16 ເມື່ອ​ເຮໂຣດ​ໄດ້​ຍິນ​ເລື່ອງ​ນັ້ນ​ກໍ​ເວົ້າ​ວ່າ: “ໂຢຮັນ​ຜູ້​ທີ່​ຂ້ອຍ​ສັ່ງ​ໃຫ້​ຕັດ​ຫົວ​ໄດ້​ຄືນ​ມາ​ແລ້ວ.” 17 ກ່ອນ​ໜ້າ​ນີ້ ເຮໂຣດ​ສົ່ງ​ຄົນ​ໄປ​ຈັບ​ໂຢຮັນ​ລ່າມ​ໂສ້​ແລະ​ຂັງ​ໄວ້​ໃນ​ຄຸກ ຍ້ອນ​ເລື່ອງ​ທີ່​ເຮໂຣດ​ໄປ​ແຕ່ງດອງ​ກັບ​ເຮໂຣເດຍ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ຟີລິບ​ທີ່​ເປັນ​ອ້າຍ​ຂອງ​ລາວ.+ 18 ໂຢຮັນ​ເຄີຍ​ເວົ້າ​ກັບ​ເຮໂຣດ​ຫຼາຍ​ເທື່ອ​ວ່າ: “ມັນ​ຜິດ​ເດີ້​ທີ່​ທ່ານ​ເອົາ​ເຮໂຣເດຍ​ມາ​ເປັນ​ເມຍ.”+ 19 ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ແລະ​ຢາກ​ຈະ​ຂ້າ​ໂຢຮັນ ແຕ່​ຂ້າ​ບໍ່​ໄດ້. 20 ເຮໂຣດ​ຢ້ານ​ໂຢຮັນ ຍ້ອນ​ລາວ​ຮູ້​ວ່າ​ໂຢຮັນ​ເປັນ​ຄົນ​ດີ​ແລະ​ນະມັດສະການ​ພະເຈົ້າ+ ລາວ​ຈຶ່ງ​ປົກປ້ອງ​ໂຢຮັນ​ໄວ້. ທຸກ​ເທື່ອ​ທີ່​ຟັງ​ສິ່ງ​ທີ່​ໂຢຮັນ​ສອນ ເມື່ອ​ຟັງ​ແລ້ວ​ລາວ​ກໍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ໂຢຮັນ ແຕ່ລາວກໍຍັງມັກຟັງ.

21 ແລ້ວ​ໂອກາດ​ກໍ​ມາ​ຮອດ ໃນ​ວັນ​ເກີດ​ຂອງ​ເຮໂຣດ ລາວ​ໄດ້​ຈັດ​ງານ​ລ້ຽງ​ໃຫຍ່+​ສຳລັບ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ ນາຍ​ພັນ ແລະ​ຄົນ​ສຳຄັນ​ໃນ​ແຂວງ​ຄາລີເລ.+ 22 ລູກ​ສາວ​ຂອງ​ເຮໂຣເດຍ​ໄດ້​ອອກ​ມາ​ເຕັ້ນ ແລະ​ເຮັດ​ໃຫ້​ເຮໂຣດ​ກັບ​ແຂກ​ທີ່​ກິນ​ເຂົ້າ​ນຳ​ກັນ​ພໍໃຈ​ຫຼາຍ. ກະສັດ​ຈຶ່ງ​ຖາມ​ລູກ​ສາວ​ຂອງ​ເຮໂຣເດຍ​ວ່າ: “ເຈົ້າ​ຢາກ​ໄດ້​ຫຍັງ ຂໍ​ມາ​ໂລດ ຂ້ອຍ​ຊິ​ເອົາ​ໃຫ້.” 23 ກະສັດ​ເຖິງຂັ້ນ​ສັນຍາ​ກັບ​ລາວ​ວ່າ: “ເຈົ້າ​ຂໍ​ຫຍັງ ຂ້ອຍ​ກໍ​ຈະ​ໃຫ້​ທຸກ​ຢ່າງ ແມ່ນ​ແຕ່​ເຄິ່ງ​ໜຶ່ງ​ຂອງ​ປະເທດ​ຂ້ອຍ​ກໍ​ຈະ​ເອົາ​ໃຫ້.” 24 ລາວ​ອອກ​ໄປ​ຖາມ​ແມ່​ວ່າ: “ແມ່ ລູກ​ຄວນ​ຂໍ​ຫຍັງ?” ແມ່​ຕອບ​ວ່າ: “ຂໍ​ຫົວ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ໂລດ.” 25 ລູກ​ສາວ​ຂອງ​ເຮໂຣເດຍ​ກໍ​ຟ້າວ​ກັບ​ໄປ​ຫາ​ກະສັດ​ແລະ​ເວົ້າ​ວ່າ: “ຂ້ອຍ​ຢາກ​ໄດ້​ຫົວ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ ເອົາ​ໃສ່​ຖາດ​ມາ​ໃຫ້​ຂ້ອຍ​ດຽວ​ນີ້.”+ 26 ຄຳ​ຂໍ​ນີ້​ເຮັດ​ໃຫ້​ເຮໂຣດ​ລຳບາກ​ໃຈ​ຫຼາຍ ແຕ່​ກໍ​ປະຕິເສດ​ບໍ່​ໄດ້​ຍ້ອນ​ໄດ້​ສັນຍາ​ໄວ້​ແລ້ວ​ຕໍ່​ໜ້າ​ແຂກ​ໃນ​ງານ. 27 ກະສັດ​ຈຶ່ງ​ສັ່ງ​ທະຫານ​ໃຫ້​ໄປ​ເອົາ​ຫົວ​ຂອງ​ໂຢຮັນ​ມາ​ທັນທີ ແລ້ວ​ທະຫານ​ຄົນ​ນັ້ນ​ກໍ​ໄປ​ຕັດ​ຫົວ​ຂອງ​ໂຢຮັນ​ໃນ​ຄຸກ 28 ແລະ​ໃສ່​ຖາດ​ເອົາ​ມາ​ໃຫ້​ລູກ​ສາວ​ຂອງເຮໂຣເດຍ ແລ້ວ​ລາວ​ກໍ​ເອົາ​ໄປ​ໃຫ້​ແມ່. 29 ເມື່ອ​ພວກ​ລູກສິດ​ຂອງ​ໂຢຮັນ​ຮູ້​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ມາ​ເອົາ​ສົບ​ລາວ​ໄປ​ໄວ້​ໃນ​ບ່ອນ​ຝັງ​ສົບ.

30 ພວກ​ອັກຄະ​ສາວົກ​ກັບ​ມາ​ຫາ​ພະ​ເຢຊູ ແລະ​ເວົ້າ​ໃຫ້​ເພິ່ນ​ຟັງ​ທຸກ​ເລື່ອງ​ທີ່​ເຂົາເຈົ້າ​ໄດ້​ເຮັດ​ແລະ​ໄດ້​ສອນ.+ 31 ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ໄປ໋ ພວກ​ເຮົາ​ໄປ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄົນ​ເພື່ອ​ຈະ​ໄດ້​ພັກຜ່ອນ​ໜ້ອຍ​ໜຶ່ງ.”+ ເພິ່ນ​ເວົ້າ​ແບບ​ນັ້ນ​ຍ້ອນ​ມີ​ຄົນ​ມາ​ຫາ​ຫຼາຍ​ຈົນ​ເພິ່ນ​ກັບ​ພວກ​ລູກສິດ​ຮອດ​ບໍ່​ມີ​ເວລາ​ຈະ​ກິນ​ເຂົ້າ. 32 ພະ​ເຢຊູ​ກັບ​ພວກ​ລູກສິດ​ຈຶ່ງ​ຂຶ້ນ​ເຮືອ​ໄປ​ບ່ອນ​ທີ່​ງຽບ​ໆ​ເພື່ອ​ຈະ​ມີ​ເວລາ​ເປັນ​ສ່ວນ​ໂຕ.+ 33 ແຕ່​ເມື່ອ​ຄົນ​ເຫັນ​ເພິ່ນ​ກັບ​ພວກ​ລູກສິດ​ຂີ່​ເຮືອ​ອອກ​ໄປ ແລະ​ຫຼາຍ​ຄົນ​ຮູ້​ວ່າ​ເພິ່ນ​ຈະ​ໄປ​ໃສ ຄົນ​ຈາກ​ເມືອງ​ຕ່າງ​ໆ​ກໍ​ແລ່ນ​ໄປ​ຖ້າ​ຢູ່​ບ່ອນ​ນັ້ນ​ກ່ອນ. 34 ເມື່ອ​ພະ​ເຢຊູ​ອອກ​ຈາກ​ເຮືອ ເພິ່ນ​ເຫັນ​ຄົນ​ບັກ​ຫຼາຍ​ໆ​ມາ​ຖ້າ​ຢູ່​ກໍ​ຮູ້ສຶກ​ອີ່ຕົນ+ ຍ້ອນ​ເຂົາເຈົ້າ​ເປັນ​ຄື​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ+ ພະ​ເຢຊູ​ຈຶ່ງ​ສອນ​ເຂົາເຈົ້າ​ຫຼາຍ​ເລື່ອງ.+

35 ເມື່ອ​ຮອດ​ຕອນ​ແລງ ພວກ​ລູກສິດ​ມາ​ຫາ​ພະ​ເຢຊູ​ແລ້ວ​ເວົ້າ​ວ່າ: “ແຖວ​ນີ້​ບໍ່​ມີ​ຫຍັງ​ຂາຍ ແລະ​ຕອນນີ້​ກໍ​ຄ່ຳ​ແລ້ວ.+ 36 ບອກ​ເຂົາເຈົ້າ​ໃຫ້​ໄປ​ຊອກ​ຊື້​ຂອງກິນ​ຕາມ​ໄຮ່​ນາ​ແລະ​ຕາມ​ບ້ານ​ທີ່​ຢູ່​ໃກ້​ໆ​ນີ້​ດີ​ບໍ່?”+ 37 ແຕ່​ພະ​ເຢຊູ​ບອກ​ລູກສິດ​ວ່າ: “ໃຫ້​ພວກ​ເຈົ້າ​ຫັ້ນ​ແຫຼະ​ເອົາ​ຂອງກິນ​ໃຫ້​ເຂົາເຈົ້າ​ກິນ.” ພວກ​ລູກສິດ​ຕອບ​ວ່າ: “ຈະ​ໃຫ້​ພວກ​ເຮົາ​ໄປ​ຊື້​ເຂົ້າຈີ່ 200 ເດນາຣິອົນ*​ໃຫ້​ເຂົາເຈົ້າ​ກິນ​ບໍ?”+ 38 ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ເບິ່ງ​ດຸ​ວ່າ​ພວກ​ເຈົ້າ​ມີ​ເຂົ້າຈີ່​ຈັກ​ອັນ?” ພວກ​ລູກສິດ​ໄປ​ເບິ່ງ​ແລ້ວ​ກໍ​ຕອບ​ພະ​ເຢຊູ​ວ່າ: “ມີ 5 ອັນ​ກັບ​ປາ 2 ໂຕ.”+ 39 ພະ​ເຢຊູ​ສັ່ງ​ໃຫ້​ທຸກ​ຄົນ​ນັ່ງ​ລົງ​ເປັນ​ກຸ່ມ​ຢູ່​ພື້ນ​ທີ່​ມີ​ຫຍ້າ​ຂຽວ​ໆ​.+ 40 ເຂົາເຈົ້າ​ກໍ​ນັ່ງ​ລົງ​ເປັນ​ກຸ່ມ​ໆ​ ບາງ​ກຸ່ມ​ກໍ 100 ຄົນ ບາງ​ກຸ່ມ​ກໍ 50 ຄົນ. 41 ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ເຂົ້າຈີ່ 5 ອັນ​ກັບ​ປາ 2 ໂຕ ແລ້ວ​ເງີຍ​ໜ້າ​ຂຶ້ນ​ຟ້າ ແລະ​ອະທິດຖານ.+ ຈາກນັ້ນ ເພິ່ນ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກ​ລູກສິດ​ເພື່ອ​ຢາຍ​ໃຫ້​ປະຊາຊົນ. ແລ້ວ​ເພິ່ນ​ກໍ​ແບ່ງ​ປາ 2 ໂຕ​ນັ້ນ​ໃຫ້​ທຸກ​ຄົນ. 42 ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ 43 ແລະ​ພວກ​ລູກສິດ​ກໍ​ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄດ້​ເຕັມ 12 ກະຕ່າ ເຊິ່ງ​ຍັງ​ບໍ່​ລວມ​ປາ​ທີ່​ເຫຼືອ.+ 44 ຄົນ​ທີ່​ກິນ​ເຂົ້າຈີ່​ນັ້ນ​ນັບ​ສະເພາະ​ຜູ້​ຊາຍ​ມີ 5.000 ຄົນ.

45 ທັນທີ​ຫຼັງ​ຈາກນັ້ນ ພະ​ເຢຊູ​ໃຫ້​ພວກ​ລູກສິດ​ຂີ່​ເຮືອ​ຂ້າມ​ຟາກ​ໄປ​ເມືອງ​ເບັດຊາອີດາ​ກ່ອນ ສ່ວນ​ເພິ່ນ​ກໍ​ຖ້າ​ສົ່ງ​ປະຊາຊົນ​ຢູ່​ບ່ອນ​ນັ້ນ.+ 46 ຫຼັງ​ຈາກ​ລາ​ເຂົາເຈົ້າ​ແລ້ວ ພະ​ເຢຊູ​ກໍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອະທິດຖານ.+ 47 ໃນ​ຕອນ​ຄ່ຳ ເຮືອ​ຂອງ​ພວກ​ລູກສິດ​ກໍ​ຢູ່​ກາງ​ທະເລ ແຕ່​ພະ​ເຢຊູ​ຢູ່​ແຄມ​ຝັ່ງ​ຄົນ​ດຽວ.+ 48 ຕອນ​ເຊົ້າ​ໆ​* ເມື່ອ​ເພິ່ນ​ເຫັນ​ເຂົາເຈົ້າ​ກຳລັງ​ພາຍ​ເຮືອ​ດ້ວຍ​ຄວາມ​ຍາກ​ລຳບາກ​ຍ້ອນ​ເຮືອ​ແລ່ນ​ຕ້ານ​ກະແສ​ລົມ ເພິ່ນ​ກໍ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ເຂົາເຈົ້າ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ຍ່າງ​ກາຍ​ເຮືອ​ເຂົາເຈົ້າ​ໄປ. 49 ເມື່ອ​ພວກ​ລູກສິດ​ເຫັນ​ຄົນ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ຈຶ່ງ​ພາກັນ​ເວົ້າ​ວ່າ: “ແມ່ນ​ຫຍັງ​ຫັ້ນ!” ແລ້ວ​ເຂົາເຈົ້າ​ກໍ​ຮ້ອງ​ສຽງ​ເຫຼີ. 50 ຍ້ອນ​ເຂົາເຈົ້າ​ເຫັນ​ພະ​ເຢຊູ​ແລະ​ຕົກໃຈ​ຢ້ານ ເພິ່ນ​ຈຶ່ງ​ຟ້າວ​ບອກ​ເຂົາເຈົ້າ​ວ່າ: “ບໍ່​ຕ້ອງ​ຕົກໃຈ. ຂ້ອຍ​ເອງ ບໍ່​ຕ້ອງ​ຢ້ານ.”+ 51 ແລ້ວ​ພະ​ເຢຊູ​ກໍ​ຂຶ້ນ​ໄປ​ຫາ​ເຂົາເຈົ້າ​ຢູ່​ເທິງ​ເຮືອ ແລະ​ລົມ​ກໍ​ສະຫງົບ. ເມື່ອ​ເຫັນ​ແບບ​ນັ້ນ​ເຂົາເຈົ້າ​ກໍ​ຮູ້ສຶກ​ງຶດ​ຫຼາຍ 52 ຍ້ອນ​ເຂົາເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່​ນັ້ນ.

53 ເມື່ອ​ພະ​ເຢຊູ​ກັບ​ລູກສິດ​ຂ້າມ​ມາ​ຮອດ​ຟາກ​ເຄັນເນຊາເຣັດ​ແລ້ວ ເຂົາເຈົ້າ​ກໍ​ຈອດ​ເຮືອ​ໄວ້​ຢູ່​ແຄມ​ຝັ່ງ.+ 54 ແຕ່​ທັນທີ​ທີ່​ອອກ​ຈາກ​ເຮືອ ຄົນ​ທີ່​ຢູ່​ຫັ້ນ​ກໍ​ຈື່​ພະ​ເຢຊູ​ໄດ້. 55 ເຂົາເຈົ້າ​ຈຶ່ງ​ຟ້າວ​ໄປ​ບອກ​ຄົນ​ອື່ນ​ໆ​ທີ່​ຢູ່​ທົ່ວ​ເຂດ​ນັ້ນ. ເມື່ອ​ໄດ້​ຍິນ​ວ່າ​ພະ​ເຢຊູ​ຢູ່​ໃສ ເຂົາເຈົ້າ​ກໍ​ຫາມ​ຄົນ​ເຈັບ​ປ່ວຍ​ໃສ່​ເປ​ມາ​ຫາ​ເພິ່ນ. 56 ບໍ່​ວ່າ​ພະ​ເຢຊູ​ຈະ​ໄປ​ນອກ​ເມືອງ ຫຼື​ເຂົ້າ​ໄປ​ບ້ານ​ໃດ ຫຼື​ເມືອງ​ໃດ ປະຊາຊົນ​ກໍ​ຈະ​ພາ​ຄົນ​ເຈັບ​ປ່ວຍມາ​ທີ່​ຕະຫຼາດ.* ຄົນ​ເຈັບ​ປ່ວຍ​ໄດ້​ອ້ອນວອນ​ວ່າ ຂໍ​ໃຫ້​ໄດ້​ບາຍ​ແຕ່​ຍອຍເສື້ອ​ຄຸມຂອງ​ເພິ່ນ​ກໍ​ພໍ​ແລ້ວ.+ ທຸກ​ຄົນ​ທີ່​ໄດ້​ບາຍ​ຍອຍ​ເສື້ອ​ນັ້ນ​ກໍ​ເຊົາ​ເຈັບ​ປ່ວຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌