ໂຢບ
33 “ໂຢບເອີ້ຍ ຕອນນີ້ຂໍໃຫ້ຟັງຂ້ອຍເວົ້າເດີ້.
ຂໍໃຫ້ຟັງທຸກສິ່ງທີ່ຂ້ອຍຈະບອກ.
2 ຂໍໃຫ້ຂ້ອຍໄດ້ເວົ້າແດ່.
ຂ້ອຍມິດຢູ່ຕໍ່ໄປບໍ່ໄດ້ແລ້ວ.
3 ຂ້ອຍຈະເວົ້າຈາກໃຈຂອງຂ້ອຍ.+
ຂ້ອຍຈະບອກສິ່ງທີ່ຂ້ອຍຮູ້ແບບຈິງໃຈເດີ້.
4 ພະເຈົ້າໃຊ້ພະລັງບໍລິສຸດຂອງເພິ່ນສ້າງຂ້ອຍ+
ແລະລົມຫາຍໃຈຂອງຜູ້ມີລິດເດດສູງສຸດເຮັດໃຫ້ຂ້ອຍມີຊີວິດ.+
5 ຖ້າເຈົ້າຕອບຂ້ອຍໄດ້ ໃຫ້ຕອບຂ້ອຍເດີ້.
ບອກເຫດຜົນໃຫ້ຂ້ອຍຟັງເດີ້ ແລະກຽມໄວ້.
6 ພະເຈົ້າທ່ຽງແທ້ບໍ່ໄດ້ເບິ່ງຂ້ອຍຕ່າງຈາກເຈົ້າດອກ.
ຂ້ອຍກໍຖືກສ້າງມາຈາກຂີ້ດິນຄືກັນ.+
7 ຄັນຊັ້ນ ບໍ່ຕ້ອງຢ້ານຂ້ອຍເດີ້.
ຂ້ອຍຈະບໍ່ເວົ້າເພື່ອກົດດັນເຈົ້າ.
8 ແຕ່ຂ້ອຍໄດ້ຍິນສິ່ງທີ່ເຈົ້າເວົ້າ.
ຂ້ອຍໄດ້ຍິນເຈົ້າເວົ້າຕະຫຼອດວ່າ
9 ‘ຂ້ອຍເປັນຄົນບໍລິສຸດ ຂ້ອຍບໍ່ໄດ້ເຮັດຫຍັງຜິດ+
ຂ້ອຍເປັນຄົນສະອາດ ຂ້ອຍບໍ່ໄດ້ເຮັດແນວຊົ່ວ+
10 ແຕ່ພະເຈົ້າກໍຖ້າຈັບຜິດຂ້ອຍ.
ເພິ່ນເຫັນຂ້ອຍເປັນສັດຕູ.+
12 ແຕ່ເຈົ້າເວົ້າແບບນັ້ນມັນບໍ່ຖືກໄດ໋! ຂ້ອຍຈຶ່ງຕ້ອງອະທິບາຍໃຫ້ເຈົ້າຟັງ.
ພະເຈົ້າຍິ່ງໃຫຍ່ກວ່າມະນຸດຫຼາຍ.+
13 ເປັນຫຍັງເຈົ້າຈຶ່ງຈົ່ມໃຫ້ເພິ່ນ?+
ເປັນຍ້ອນເພິ່ນບໍ່ຕອບເຈົ້າບໍ?+
14 ພະເຈົ້າເວົ້າຫຼາຍເທື່ອແລ້ວ
ແຕ່ກໍບໍ່ມີຜູ້ໃດຟັງເພິ່ນ.
15 ພະເຈົ້າເວົ້າກັບເຂົາເຈົ້າໂດຍທາງຄວາມຝັນແລະທາງນິມິດໃນຕອນກາງຄືນ+
ຕອນເຂົາເຈົ້ານອນຫຼັບແຈບ
ຕອນເຂົາເຈົ້ານອນຢູ່ເທິງຕຽງ.
16 ເພິ່ນເວົ້າໃສ່ຫູເຂົາເຈົ້າ+
ແລະເພິ່ນຢືນຢັນຄຳສັ່ງ*ຂອງເພິ່ນກັບເຂົາເຈົ້າ
17 ເພື່ອໃຫ້ເຂົາເຈົ້າເຊົາເຮັດຜິດ+
ແລະເພື່ອປົກປ້ອງເຂົາເຈົ້າບໍ່ໃຫ້ເປັນຄົນຍິ່ງ.+
18 ພະເຈົ້າຊ່ວຍເຂົາເຈົ້າຈາກຂຸມຝັງສົບ+
ແລະປົກປ້ອງເຂົາເຈົ້າບໍ່ໃຫ້ຖືກຂ້າດ້ວຍດາບ.
19 ຄົນຜູ້ໜຶ່ງຈະໄດ້ຮັບບົດຮຽນກໍຕອນທີ່ລາວນອນເຈັບປວດຢູ່ເທິງຕຽງ
ແລະຕອນທີ່ລາວປວດກະດູກຢູ່ຕະຫຼອດເວລາ
20 ຈົນລາວບໍ່ຢາກເຂົ້າບໍ່ຢາກນ້ຳ
ແມ່ນແຕ່ອາຫານແຊບໆລາວກໍບໍ່ຢາກ.+
21 ລາວຈ່ອຍແທ້ຈ່ອຍວ່າ
ຈົນເຫຼືອແຕ່ໜັງຫຸ້ມກະດູກ.
22 ລາວໃກ້ຈະເຂົ້າໂລງແລ້ວ.
ລາວເຂົ້າໄປໃກ້ຄົນທີ່ຈະເອົາຊີວິດຂອງລາວ.
23 ຖ້າມີຜູ້ສົ່ງຂ່າວ*ຄົນໜຶ່ງມາຫາລາວ
ເປັນໜຶ່ງໃນພັນຄົນ
ທີ່ຈະບອກລາວໃຫ້ຮູ້ວ່າສິ່ງໃດຖືກຕ້ອງ
24 ແລ້ວພະເຈົ້າກໍຈະອີ່ຕົນລາວແລະເວົ້າວ່າ
‘ຊ່ວຍລາວບໍ່ໃຫ້ລົງໄປຂຸມຝັງສົບເດີ້!+
ເພາະເຮົາມີຄ່າໄຖ່ໃຫ້ລາວແລ້ວ!+
25 ໃຫ້ລາວມີຜິວພັນທີ່ງາມໆ* ງາມກວ່າຜິວພັນຂອງເດັກນ້ອຍ.+
ໃຫ້ລາວກັບມາມີເຫື່ອແຮງອີກ ຄືກັບຕອນທີ່ລາວເປັນໜຸ່ມ.’+
26 ລາວຈະອະທິດຖານເຖິງພະເຈົ້າ+ ແລ້ວເພິ່ນຈະພໍໃຈລາວ.
ລາວຈະເຫັນໜ້າເພິ່ນແລະຈະຮ້ອງດ້ວຍຄວາມຍິນດີ.
ເພິ່ນຈະຖືວ່າລາວເປັນຄົນເຮັດສິ່ງທີ່ຖືກຕ້ອງອີກເທື່ອໜຶ່ງ.
27 ລາວຈະປະກາດ*ໃຫ້ຄົນອື່ນຮູ້ວ່າ
‘ຂ້ອຍໄດ້ເຮັດຜິດ+ແລະໄດ້ບິດເບືອນສິ່ງທີ່ຖືກຕ້ອງ
ແຕ່ຂ້ອຍບໍ່ໄດ້ຖືກໂທດຕາມທີ່ສົມຄວນໄດ້ຮັບ.*
28 ເພິ່ນໄຖ່ຂ້ອຍບໍ່ໃຫ້ລົງໄປຂຸມຝັງສົບ+
ແລະຂ້ອຍຈະໄດ້ເຫັນແສງສະຫວ່າງ.’
29 ແທ້ໆແລ້ວ ພະເຈົ້າເປັນຜູ້ເຮັດສິ່ງທັງໝົດນີ້
ແລະເພິ່ນເຮັດໃຫ້ລາວຫຼາຍເທື່ອແລ້ວ
30 ເພື່ອຊ່ວຍລາວໃຫ້ອອກຈາກຂຸມຝັງສົບ
ແລະເພື່ອລາວຈະໄດ້ເຫັນແສງສະຫວ່າງ.+
31 ໂຢບເອີ້ຍ ໃຫ້ຕັ້ງໃຈຟັງຂ້ອຍເດີ້!
ຢ່າຟ້າວເວົ້າເດີ້! ຂ້ອຍຍັງເວົ້າບໍ່ສຸດເທື່ອ.
32 ຖ້າເຈົ້າມີຫຍັງຈະເວົ້າກັບຂ້ອຍກໍໃຫ້ເວົ້າໂລດ
ເພາະຂ້ອຍກໍຢາກພິສູດວ່າເຈົ້າບໍ່ໄດ້ເຮັດຜິດ.
33 ຖ້າເຈົ້າບໍ່ມີຫຍັງຈະເວົ້າ ກໍຂໍໃຫ້ຟັງຂ້ອຍ.
ໃຫ້ເຈົ້າມິດຢູ່ ແລ້ວຂ້ອຍຈະສອນໃຫ້ເຈົ້າມີສະຕິປັນຍາ.”