ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 13
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ຕົວຢ່າງ​ປຽບທຽບ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ (1-52)

        • ຄົນ​ທີ່​ຫວ່ານ​ເມັດ​ພືດ (1-9)

        • ເປັນ​ຫຍັງ​ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ (10-17)

        • ອະທິບາຍ​ເລື່ອງ​ຄົນ​ຫວ່ານ​ເມັດ​ພືດ (18-23)

        • ເຂົ້າ​ກັບ​ຫຍ້າ​ທີ່​ມີ​ພິດ (24-30)

        • ເມັດ​ມັດສະຕາດ​ກັບ​ເຊື້ອ​ເຂົ້າຈີ່ (31-33)

        • ໃຊ້​ຕົວຢ່າງ​ປຽບທຽບ​ຕາມ​ທີ່​ພະຍາກອນ​ໄວ້ (34, 35)

        • ອະທິບາຍ​ເລື່ອງ​ເຂົ້າ​ກັບ​ຫຍ້າ​ທີ່​ມີ​ພິດ (36-43)

        • ຊັບ​ສົມບັດ​ທີ່​ເຊື່ອງ​ໄວ້​ແລະ​ໄຂ່​ມຸກ​ເມັດ​ທີ່​ງາມ (44-46)

        • ດາງກວາດ (47-50)

        • ຊັບ​ສົມບັດ​ເກົ່າ​ແລະ​ໃໝ່ (51, 52)

      • ພະ​ເຢຊູ​ຖືກ​ປະຕິເສດ​ໃນ​ເມືອງ​ທີ່​ເພິ່ນ​ຢູ່ (53-58)

ມັດທາຍ 13:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:1

ມັດທາຍ 13:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:34
  • +ມຣກ 4:3-9; ລກ 8:4-8

ມັດທາຍ 13:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:19

ມັດທາຍ 13:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:20, 21

ມັດທາຍ 13:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:22; ມຣກ 4:18, 19; ລກ 8:14

ມັດທາຍ 13:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:23; ມຣກ 4:8; ລກ 8:8

ມັດທາຍ 13:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 11:15

ມັດທາຍ 13:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:10, 11; ລກ 8:9, 10

ມັດທາຍ 13:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 2:9, 10; ອຟຊ 1:9-12; ກລຊ 1:26, 27

ມັດທາຍ 13:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 25:29; ມຣກ 4:25; ລກ 8:18

ມັດທາຍ 13:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:10; ມຣກ 4:12

ມັດທາຍ 13:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 12:40; ຣມ 11:8; 2ກຣ 3:14

ມັດທາຍ 13:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:9, 10; ມຣກ 4:12; ກຈກ 28:26, 27

ມັດທາຍ 13:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 10:23, 24

ມັດທາຍ 13:17

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ພະເຈົ້າ​ຖື​ວ່າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 8:56; ອຟຊ 3:5; 1ປຕ 1:10

ມັດທາຍ 13:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:14; ລກ 8:11

ມັດທາຍ 13:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໂຕ​ຊົ່ວ​ຮ້າຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:15; ລກ 8:12
  • +1ປຕ 5:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 78-80

ມັດທາຍ 13:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:16, 17; ລກ 8:13

ມັດທາຍ 13:22

ໄຂເງື່ອນ

  • *

    ຫຼື “ຍຸກ​ນີ້.” ເບິ່ງ​ຄຳ​ວ່າ “ຍຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 12:22
  • +ມທ 6:21; ມຣກ 4:18, 19; 10:23; ລກ 8:14; 1ຕມ 6:9; 2ຕມ 4:10

ມັດທາຍ 13:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:20; ລກ 8:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ນະມັດສະການ ໜ້າ 107

ມັດທາຍ 13:24

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເມັດ​ພືດ​ດີ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    2/2018, ໜ້າ 3

ມັດທາຍ 13:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    2/2018, ໜ້າ 3

    ຫໍສັງເກດການ (ສຶກສາ)

    10/2016, ໜ້າ 32

ມັດທາຍ 13:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:38, 39

ມັດທາຍ 13:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 14:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    2/2018, ໜ້າ 3

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 88

ມັດທາຍ 13:31

ໄຂເງື່ອນ

  • *

    ເມັດ​ພືດ​ນ້ອຍ​ໆ​ຊະນິດ​ໜຶ່ງ​ທີ່​ມີ​ຢູ່​ແຖວ​ອິດສະຣາເອນ. ເມື່ອ​ໃຫຍ່​ເຕັມທີ​ຕົ້ນ​ຂອງ​ມັນ​ສູງ​ຮອດ 4 ແມັດ​ແລະ​ມີ​ງ່າ​ແຜ່​ອອກ​ໄປ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:30-32; ລກ 13:18, 19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 90

ມັດທາຍ 13:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 90

ມັດທາຍ 13:33

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “3 ຊີ” ເທົ່າ​ກັບ 22 ລິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 13:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 90-91

ມັດທາຍ 13:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:33, 34

ມັດທາຍ 13:35

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຕັ້ງແຕ່​ເລີ່ມ​ມີ​ໂລກ.” ໝາຍເຖິງ​ຕັ້ງແຕ່​ກ່ອນ​ອາດາມ​ກັບ​ເອວາ​ມີ​ລູກ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 119

ມັດທາຍ 13:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 24:14; ຣມ 10:18; ກລຊ 1:6
  • +ຢຮ 8:44

ມັດທາຍ 13:39

ໄຂເງື່ອນ

  • *

    ຫຼື “ໄລຍະ​ສຸດທ້າຍ​ຂອງ​ຍຸກ.” ເບິ່ງ​ຄຳ​ວ່າ “ຍຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 88

ມັດທາຍ 13:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:30

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2387

ມັດທາຍ 13:42

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກັດ​ແຂ້ວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:30

ມັດທາຍ 13:43

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 5:31

ມັດທາຍ 13:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 3:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 65-66

ມັດທາຍ 13:45

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2017, ໜ້າ 10-11

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 65

ມັດທາຍ 13:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 3:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2017, ໜ້າ 10-11

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 65

ມັດທາຍ 13:47

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 104-107

ມັດທາຍ 13:48

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:9
  • +ລລວ 11:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 107

ມັດທາຍ 13:49

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2387

ມັດທາຍ 13:50

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 107

ມັດທາຍ 13:52

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 79-81

    ຫໍສັງເກດການ (ສຶກສາ)

    6/2017, ໜ້າ 12-13

ມັດທາຍ 13:54

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 2:23
  • +ມຣກ 6:1-6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 48-49

    ໃກ້ຊິດ ໜ້າ 209-211

ມັດທາຍ 13:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 4:22; ຢຮ 6:42
  • +ມທ 12:46; ຢຮ 2:12; ກຈກ 1:14; 1ກຣ 9:5; ຄລຕ 1:19

ມັດທາຍ 13:56

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 7:15

ມັດທາຍ 13:57

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 2:7, 8
  • +ມຣກ 6:4; ລກ 4:24; ຢຮ 4:44

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 13:2ມຣກ 4:1
ມທ. 13:3ມທ 13:34
ມທ. 13:3ມຣກ 4:3-9; ລກ 8:4-8
ມທ. 13:4ມທ 13:19
ມທ. 13:5ມທ 13:20, 21
ມທ. 13:7ມທ 13:22; ມຣກ 4:18, 19; ລກ 8:14
ມທ. 13:8ມທ 13:23; ມຣກ 4:8; ລກ 8:8
ມທ. 13:9ມທ 11:15
ມທ. 13:10ມຣກ 4:10, 11; ລກ 8:9, 10
ມທ. 13:111ກຣ 2:9, 10; ອຟຊ 1:9-12; ກລຊ 1:26, 27
ມທ. 13:12ມທ 25:29; ມຣກ 4:25; ລກ 8:18
ມທ. 13:13ອຊຢ 6:10; ມຣກ 4:12
ມທ. 13:14ຢຮ 12:40; ຣມ 11:8; 2ກຣ 3:14
ມທ. 13:15ອຊຢ 6:9, 10; ມຣກ 4:12; ກຈກ 28:26, 27
ມທ. 13:16ລກ 10:23, 24
ມທ. 13:17ຢຮ 8:56; ອຟຊ 3:5; 1ປຕ 1:10
ມທ. 13:18ມຣກ 4:14; ລກ 8:11
ມທ. 13:19ມຣກ 4:15; ລກ 8:12
ມທ. 13:191ປຕ 5:8
ມທ. 13:20ມຣກ 4:16, 17; ລກ 8:13
ມທ. 13:22ລກ 12:22
ມທ. 13:22ມທ 6:21; ມຣກ 4:18, 19; 10:23; ລກ 8:14; 1ຕມ 6:9; 2ຕມ 4:10
ມທ. 13:23ມຣກ 4:20; ລກ 8:15
ມທ. 13:28ມທ 13:38, 39
ມທ. 13:30ພນມ 14:15
ມທ. 13:31ມຣກ 4:30-32; ລກ 13:18, 19
ມທ. 13:33ລກ 13:21
ມທ. 13:34ມຣກ 4:33, 34
ມທ. 13:35ພສ 78:2
ມທ. 13:38ມທ 24:14; ຣມ 10:18; ກລຊ 1:6
ມທ. 13:38ຢຮ 8:44
ມທ. 13:40ມທ 13:30
ມທ. 13:42ມທ 13:30
ມທ. 13:43ຜຕສ 5:31
ມທ. 13:44ຟລປ 3:7
ມທ. 13:46ຟລປ 3:8
ມທ. 13:48ລລວ 11:9
ມທ. 13:48ລລວ 11:12
ມທ. 13:54ມທ 2:23
ມທ. 13:54ມຣກ 6:1-6
ມທ. 13:55ລກ 4:22; ຢຮ 6:42
ມທ. 13:55ມທ 12:46; ຢຮ 2:12; ກຈກ 1:14; 1ກຣ 9:5; ຄລຕ 1:19
ມທ. 13:56ຢຮ 7:15
ມທ. 13:571ປຕ 2:7, 8
ມທ. 13:57ມຣກ 6:4; ລກ 4:24; ຢຮ 4:44
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
  • 58
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 13:1-58

ຂ່າວດີທີ່ຂຽນໂດຍມັດທາຍ

13 ໃນ​ມື້​ນັ້ນ ພະ​ເຢຊູ​ອອກ​ຈາກ​ເຮືອນ​ແລ້ວ​ໄປ​ນັ່ງ​ຢູ່​ແຄມ​ທະເລ. 2 ມີ​ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ​ມາ​ຫາ​ເພິ່ນ ເພິ່ນ​ຈຶ່ງ​ລົງ​ໄປ​ນັ່ງ​ຢູ່​ເຮືອ ສ່ວນ​ຄົນ​ທີ່​ມາ​ນັ້ນ​ກໍ​ຢືນ​ຢູ່​ແຄມ​ຝັ່ງ.+ 3 ພະ​ເຢຊູ​ໄດ້​ສອນ​ເຂົາເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ຫຼາຍ​ເລື່ອງ.+ ເພິ່ນ​ເລົ່າ​ວ່າ: “ມີ​ຜູ້​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.+ 4 ຕອນ​ທີ່​ລາວ​ຫວ່ານ​ນັ້ນ ເມັດ​ພືດ​ບາງ​ສ່ວນ​ຕົກ​ໃສ່​ຫົນທາງ​ແລະ​ມີ​ນົກ​ມາ​ກິນ​ຈົນ​ໝົດ.+ 5 ບາງ​ສ່ວນ​ຕົກ​ໃສ່​ພື້ນ​ທີ່​ເປັນ​ຫີນ​ທີ່​ມີ​ດິນ​ຕື້ນ​ໆ​ ແລະ​ເຮັດ​ໃຫ້​ຕົ້ນ​ອ່ອນ​ປົ່ງ​ຂຶ້ນ​ໄວ.+ 6 ແຕ່​ເມື່ອ​ຖືກ​ແດດ​ເຜົາ ຕົ້ນ​ອ່ອນ​ນັ້ນ​ກໍ​ຫ່ຽວ​ຕາຍ​ຍ້ອນ​ຮາກ​ມັນ​ຢູ່​ຕື້ນ​ໆ​. 7 ເມັດ​ພືດ​ບາງ​ສ່ວນ​ຕົກ​ໃສ່​ຟຸ່ມ​ໄມ້​ທີ່​ມີ​ໜາມ. ຟຸ່ມ​ໄມ້​ນັ້ນ​ກໍ​ປົ່ງ​ຂຶ້ນ​ຫຸ້ມ​ຕົ້ນ​ອ່ອນ​ຈົນ​ໝົດ.+ 8 ແຕ່​ກໍ​ມີ​ບາງ​ສ່ວນ​ຕົກ​ໃສ່​ດິນ​ດີ ມັນ​ຈຶ່ງ​ໃຫຍ່​ຂຶ້ນ​ແລະ​ເປັນ​ໝາກ. ບາງ​ຕົ້ນ​ໄດ້ 100 ເທົ່າ ບາງ​ຕົ້ນ​ໄດ້ 60 ເທົ່າ ແລະ​ບາງ​ຕົ້ນ​ໄດ້ 30 ເທົ່າ.+ 9 ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ຕັ້ງໃຈ​ຟັງ​ດີ​ໆ​.”+

10 ພວກ​ລູກສິດ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ເປັນຫຍັງ​ທ່ານ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ?”+ 11 ເພິ່ນ​ຕອບ​ວ່າ: “ພະເຈົ້າ​ໃຫ້​ພວກ​ເຈົ້າ​ເຂົ້າ​ໃຈ​ຄວາມລັບ​ສັກສິດ+​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແຕ່​ຈະ​ບໍ່​ໃຫ້​ເຂົາເຈົ້າ​ເຂົ້າ​ໃຈ. 12 ຍ້ອນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ແຕ່​ຄົນ​ທີ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ ແມ່ນ​ແຕ່​ຄວາມ​ເຂົ້າ​ໃຈ​ໜ້ອຍ​ດຽວ​ທີ່​ລາວ​ມີ​ກໍ​ຈະ​ເສຍ​ໄປ.+ 13 ນີ້​ແຫຼະ​ເປັນ​ເຫດຜົນ​ທີ່​ຂ້ອຍ​ຍົກ​ຕົວຢ່າງ​ປຽບທຽບ​ໃຫ້​ເຂົາເຈົ້າ​ຟັງ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ເບິ່ງ ແຕ່​ກໍ​ບໍ່​ເຫັນ ແລະ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ໄດ້​ຍິນ ແຕ່​ກໍ​ຄື​ກັບ​ບໍ່​ໄດ້​ຍິນ​ແລະ​ທັງ​ບໍ່​ເຂົ້າ​ໃຈ​ນຳ​ອີກ.+ 14 ເລື່ອງ​ທີ່​ເອຊາຢາ​ພະຍາກອນ​ໄວ້​ເກີດ​ຂຶ້ນ​ແທ້​ກັບ​ເຂົາເຈົ້າ​ທີ່​ວ່າ ‘ພວກ​ເຈົ້າ​ຈະ​ໄດ້​ຍິນ ແຕ່​ຈະ​ບໍ່​ເຂົ້າ​ໃຈ ແລະ​ພວກ​ເຈົ້າ​ຈະ​ເຫັນ ແຕ່​ຈະ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ.+ 15 ໃຈ​ຂອງ​ຄົນ​ຊາດ​ນີ້​ດື້​ດ້ານ. ເຂົາເຈົ້າ​ໄດ້​ຍິນ​ແຕ່​ບໍ່​ເຮັດ​ຕາມ. ເຂົາເຈົ້າ​ອັດ​ຫູ​ແລະ​ຫຼັບ​ຕາ​ໄວ້ເພື່ອ​ຈະ​ບໍ່​ເຫັນ​ຫຍັງ ບໍ່​ໄດ້​ຍິນ​ຫຍັງ ແລະ​ບໍ່​ເຂົ້າ​ໃຈ​ຫຍັງ. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ບໍ່​ກັບ​ມາ​ຫາ​ເຮົາ​ເພື່ອ​ໃຫ້​ເຮົາ​ປົວ​ເຂົາເຈົ້າ​ໃຫ້​ເຊົາ.’+

16 ແຕ່​ພວກ​ເຈົ້າ​ມີ​ຄວາມ​ສຸກ​ຍ້ອນ​ຕາ​ຂອງ​ພວກ​ເຈົ້າ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກ​ເຈົ້າ​ໄດ້​ຍິນ.+ 17 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຜູ້​ພະຍາກອນ​ແລະ​ຄົນ​ຂອງ​ພະເຈົ້າ*​ຫຼາຍ​ຄົນ​ຢາກ​ເຫັນ​ສິ່ງ​ທີ່​ພວກ​ເຈົ້າ​ເຫັນ​ຢູ່​ຕອນນີ້ ແຕ່​ເຂົາເຈົ້າ​ບໍ່​ໄດ້​ເຫັນ+ ແລະ​ເຂົາເຈົ້າ​ຢາກ​ໄດ້​ຍິນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ຢູ່​ຕອນນີ້ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຍິນ.

18 ຕອນນີ້ ຂ້ອຍ​ຈະ​ອະທິບາຍ​ເລື່ອງ​ຄົນ​ຫວ່ານ​ເມັດ​ພືດ​ໃຫ້​ພວກ​ເຈົ້າ​ຟັງ.+ 19 ເມັດ​ພືດ​ທີ່​ຕົກ​ໃສ່​ຫົນທາງ+​ເປັນ​ຄື​ກັບ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແຕ່​ບໍ່​ເຂົ້າ​ໃຈ ແລະ​ມານ​ຮ້າຍ*+​ກໍ​ມາ​ເອົາ​ສິ່ງ​ທີ່​ຫວ່ານ​ໄວ້​ໃນ​ໃຈ​ລາວ​ໄປ. 20 ສ່ວນ​ເມັດ​ພືດ​ທີ່​ຕົກ​ໃສ່​ພື້ນ​ທີ່​ເປັນ​ຫີນ​ທີ່​ມີ​ດິນ​ຕື້ນ​ໆ​ເປັນ​ຄື​ກັບ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລ້ວ​ກໍ​ມັກ ລາວ​ຈຶ່ງ​ຮັບ​ເອົາ​ທັນທີ.+ 21 ແຕ່​ເລື່ອງ​ນັ້ນ​ບໍ່​ໄດ້​ຝັງ​ເລິກ​ເຂົ້າ​ໄປ​ໃນ​ໃຈ ລາວ​ຈຶ່ງ​ເຊື່ອ​ໄດ້​ບໍ່​ດົນ. ເມື່ອ​ເຈິ​ຄວາມ​ລຳບາກ​ຫຼື​ການ​ຂົ່ມເຫງ​ຍ້ອນ​ເລື່ອງ​ນັ້ນ ລາວ​ກໍ​ເຊົາ​ເຊື່ອ​ທັນທີ. 22 ສ່ວນ​ເມັດ​ພືດ​ທີ່​ຕົກ​ໃສ່​ຟຸ່ມ​ໄມ້​ທີ່​ມີ​ໜາມ​ເປັນ​ຄື​ກັບ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແຕ່​ປ່ອຍ​ໃຫ້​ຄວາມ​ອຸກໃຈ​ກັບ​ຊີວິດ​ໃນ​ໂລກ​ນີ້*+​ແລະ​ຄວາມ​ຫຼົງໄຫຼ​ໃນ​ຊັບ​ສົມບັດ​ປົກ​ຫຸ້ມ​ສິ່ງ​ທີ່​ລາວ​ໄດ້​ຍິນ ຈຶ່ງ​ເຮັດ​ໃຫ້​ເລື່ອງ​ນັ້ນ​ບໍ່​ເກີດ​ຜົນ​ໃນ​ຊີວິດ.+ 23 ສ່ວນ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ດີ​ເປັນ​ຄື​ກັບ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ເຂົ້າ​ໃຈ​ແທ້​ໆ​ ມັນ​ຈຶ່ງ​ເປັນ​ໝາກ. ບາງ​ຄົນ​ໄດ້ 100 ເທົ່າ ບາງ​ຄົນ​ໄດ້ 60 ເທົ່າ ແລະ​ບາງ​ຄົນ​ໄດ້ 30 ເທົ່າ.”+

24 ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ອີກ​ເລື່ອງ​ໜຶ່ງ​ໃຫ້​ເຂົາເຈົ້າ​ຟັງ​ວ່າ: “ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຄື​ກັບ​ຊາວນາ​ຄົນ​ໜຶ່ງ​ທີ່​ຫວ່ານ​ເມັດ​ເຂົ້າ*​ໃນ​ນາ​ຂອງ​ລາວ. 25 ຕອນ​ທີ່​ຄົນ​ນອນ​ຫຼັບ ສັດຕູ​ໄດ້​ລັກ​ມາ​ຫວ່ານ​ເມັດ​ຫຍ້າ​ທີ່​ເປັນ​ພິດ​ປົນ​ໃສ່​ເຂົ້າ​ແລ້ວ​ກໍ​ໜີ​ໄປ. 26 ເມື່ອ​ຕົ້ນ​ເຂົ້າ​ປົ່ງ​ຂຶ້ນ​ແລະ​ອອກ​ຮວງ ຫຍ້າ​ນັ້ນ​ກໍ​ປົ່ງ​ຂຶ້ນ​ຄື​ກັນ. 27 ທາດຈຶ່ງ​ມາບອກ​ເຈົ້າ​ຂອງ​ນາ​ວ່າ ‘ນາຍ​ເອີ້ຍ ນາຍ​ຫວ່ານ​ເມັດ​ເຂົ້າ​ໃສ່​ນາ​ບໍ່​ແມ່ນ​ບໍ ແຕ່​ຫຍ້າ​ທີ່​ມີ​ພິດ​ມາ​ແຕ່​ໃສ?’ 28 ເຈົ້າ​ຂອງ​ນາ​ຕອບ​ທາດ​ວ່າ ‘ສັດຕູ​ເປັນ​ຄົນ​ເຮັດ.’+ ທາດ​ຈຶ່ງ​ຖາມ​ວ່າ ‘ທ່ານ​ຢາກ​ໃຫ້ພວກ​ເຮົາ​ຫຼົກ​ຫຍ້າ​ນັ້ນ​ຖິ້ມ​ບໍ?’ 29 ເຈົ້າ​ຂອງ​ນາ​ຕອບ​ວ່າ ‘ບໍ່​ຟ້າວ​ເທື່ອ ຖ້າ​ຫຼົກ​ຫຍ້າ​ຕອນ​ນີ້ ຢ້ານ​ຊິ​ຫຼົກ​ຕົ້ນ​ເຂົ້າອອກນຳ. 30 ປ່ອຍ​ໃຫ້​ມັນ​ໃຫຍ່​ໄປ​ນຳ​ກັນ​ຈົນ​ຮອດ​ຍາມ​ກ່ຽວ​ເຂົ້າ. ເມື່ອ​ຮອດ​ຕອນ​ນັ້ນ ຂ້ອຍ​ຈະ​ບອກຄົນ​ກ່ຽວ​ໃຫ້​ຫຼົກ​ຫຍ້າ​ກ່ອນ ແລ້ວ​ມັດ​ມັນ​ເປັນ​ຟ່ອນ​ແລະ​ເອົາ​ໄປ​ຈູດ​ຖິ້ມ. ຫຼັງ​ຈາກນັ້ນ​ຈຶ່ງ​ລວບລວມ​ເອົາ​ເຂົ້າ​ມາ​ໄວ້​ໃນ​ເລົ້າ.’”+

31 ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ອີກ​ເລື່ອງ​ໜຶ່ງ​ໃຫ້​ເຂົາເຈົ້າ​ຟັງ​ວ່າ: “ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຄື​ກັບ​ເມັດ​ມັດສະຕາດ*​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ເອົາ​ມາ​ປູກ​ໄວ້​ໃນ​ດິນ​ຂອງ​ລາວ.+ 32 ມັນ​ເປັນ​ເມັດ​ພືດ​ທີ່​ນ້ອຍ​ທີ່​ສຸດ ແຕ່​ເມື່ອ​ໃຫຍ່​ຂຶ້ນ ຕົ້ນ​ຂອງ​ມັນ​ກໍ​ສູງ​ໃຫຍ່​ກວ່າ​ພືດ​ຜັກ​ທັງໝົດ ແລະ​ເປັນ​ຕົ້ນໄມ້​ທີ່​ນົກ​ມາ​ອາໄສ​ຢູ່​ຕາມ​ງ່າ​ໄດ້.”

33 ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ອີກ​ເລື່ອງ​ໜຶ່ງ​ໃຫ້​ເຂົາເຈົ້າ​ຟັງ​ວ່າ: “ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຄື​ກັບ​ເຊື້ອ​ເຂົ້າຈີ່​ທີ່​ຜູ້​ຍິງ​ເອົາ​ມາ​ປະສົມ​ໃນ​ແປ້ງ 1 ຖັງ* ແລ້ວ​ເຊື້ອ​ນັ້ນ​ກໍ​ເຮັດ​ໃຫ້​ແປ້ງ​ທັງໝົດ​ຟູ​ຂຶ້ນ.”+

34 ພະ​ເຢຊູ​ເວົ້າ​ເລື່ອງ​ທັງໝົດ​ນີ້​ກັບ​ຫຼາຍ​ຄົນ​ທີ່​ມາ​ຫາ​ເພິ່ນ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ. ທີ່ຈິງ ເພິ່ນ​ສອນ​ເຂົາເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ເລື້ອຍ​ໆ​.+ 35 ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ຜູ້​ພະຍາກອນ​ຂອງ​ພະເຈົ້າ​ບອກ​ໄວ້​ທີ່​ວ່າ: “ຂ້ອຍ​ຈະ​ເວົ້າ​ເປັນ​ຕົວຢ່າງ​ປຽບທຽບ ແລະ​ຂ້ອຍ​ຈະ​ປະກາດ​ສິ່ງ​ທີ່​ປິດ​ບັງ​ໄວ້​ຕັ້ງແຕ່​ສະໄໝ​ບູຮານ.”*+

36 ຫຼັງ​ຈາກ​ບອກ​ຄົນ​ທີ່​ຢູ່​ຫັ້ນ​ໃຫ້​ເມືອ​ເຮືອນ ພະ​ເຢຊູ​ກໍ​ເຂົ້າ​ໄປ​ໃນ​ເຮືອນ. ພວກ​ລູກສິດ​ເຂົ້າ​ມາ​ຫາ​ເພິ່ນ​ແລ້ວ​ເວົ້າ​ວ່າ: “ຂໍ​ໃຫ້​ທ່ານ​ອະທິບາຍ​ເລື່ອງ​ຫຍ້າ​ທີ່​ເປັນ​ພິດ​ໃນ​ນາ​ໃຫ້​ພວກ​ເຮົາ​ຟັງ​ແດ່.” 37 ເພິ່ນ​ຈຶ່ງ​ອະທິບາຍ​ວ່າ: “ຜູ້​ທີ່​ຫວ່ານ​ເມັດ​ເຂົ້າ​ໝາຍເຖິງ​ລູກ​ມະນຸດ. 38 ນາ​ໝາຍເຖິງ​ໂລກ​ນີ້+ ສ່ວນ​ເມັດ​ເຂົ້າ​ໝາຍເຖິງ​ຄົນ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ແລະ​ຫຍ້າ​ທີ່​ເປັນ​ພິດ​ໝາຍເຖິງ​ພວກ​ລູກ​ຂອງ​ມານ​ຮ້າຍ.+ 39 ສັດຕູ​ທີ່​ຫວ່ານ​ຫຍ້າ​ໝາຍເຖິງ​ມານ​ຮ້າຍ ຍາມ​ກ່ຽວ​ເຂົ້າ​ໝາຍເຖິງ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້* ແລະ​ຄົນ​ກ່ຽວ​ໝາຍເຖິງ​ທູດສະຫວັນ. 40 ຄື​ກັບ​ຫຍ້າ​ທີ່​ຖືກ​ຫຼົກ​ແລະ​ເອົາ​ໄປ​ຈູດ​ຖິ້ມ ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້​ກໍ​ຈະ​ເປັນ​ແບບ​ນັ້ນ.+ 41 ລູກ​ມະນຸດ​ຈະ​ສົ່ງ​ທູດສະຫວັນ​ຂອງ​ເພິ່ນ​ໄປ ເພື່ອ​ຈະ​ຄັດ​ຄົນ​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນ​ອື່ນ​ເຮັດ​ຜິດ ແລະ​ຄັດ​ຄົນ​ທີ່​ເຮັດ​ຊົ່ວ​ອອກ​ໄປ​ຈາກ​ການ​ປົກຄອງ​ຂອງ​ເພິ່ນ 42 ແລະ​ທູດສະຫວັນ​ຈະ​ໂຍນ​ຄົນ​ເຫຼົ່າ​ນີ້​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​.+ ຢູ່​ຫັ້ນ ເຂົາເຈົ້າ​ຈະ​ຮ້ອງໄຫ້​ດ້ວຍ​ຄວາມ​ທຸກໃຈ.* 43 ໃນ​ຕອນ​ນັ້ນ ຄົນ​ທີ່​ພະເຈົ້າ​ຍອມຮັບ*​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ພໍ່​ທີ່​ຢູ່​ໃນ​ສະຫວັນ ແລະ​ເຂົາເຈົ້າ​ຈະ​ສ່ອງ​ແສງ​ເຈີດຈ້າ​ຄື​ກັບ​ຕາເວັນ.+ ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ຕັ້ງໃຈ​ຟັງ​ດີ​ໆ​.

44 ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຄື​ກັບ​ສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງ​ນາ. ເມື່ອ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ເຫັນ ລາວ​ກໍ​ເຊື່ອງ​ໄວ້​ຄື​ເກົ່າ. ລາວ​ໄດ້​ໄປ​ຂາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລາວ​ມີ ແລ້ວ​ຊື້​ນາ​ທົ່ງ​ນັ້ນ+ ຍ້ອນ​ລາວ​ດີໃຈ​ຫຼາຍ​ທີ່​ໄດ້​ເຫັນ​ສົມບັດ​ນັ້ນ.

45 ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ຍັງ​ເປັນ​ຄື​ກັບ​ພໍ່​ຄ້າ​ທີ່​ເດີນ​ທາງ​ໄປ​ຊອກ​ຫາ​ໄຂ່​ມຸກ​ເມັດ​ທີ່​ງາມ​ໆ​. 46 ເມື່ອ​ເຫັນ​ໄຂ່​ມຸກ​ເມັດ​ໜຶ່ງ​ທີ່​ມີ​ຄ່າ​ຫຼາຍ ລາວ​ກໍ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ​ທັນທີ ແລ້ວ​ໄປ​ຊື້​ໄຂ່​ມຸກ​ເມັດ​ນັ້ນ.+

47 ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ຍັງ​ເປັນ​ຄື​ກັບ​ດາງ​ກວາດ​ທີ່​ຢ່ອນ​ລົງ​ໃນ​ທະເລ​ເພື່ອ​ຈະ​ກວາດ​ເອົາ​ປາ​ທຸກ​ຊະນິດ. 48 ເມື່ອ​ດາງ​ເຕັມ​ແລ້ວ ຄົນ​ຫາ​ປາ​ກໍ​ລາກ​ມັນ​ຂຶ້ນ​ມາ​ແຄມ​ຝັ່ງ​ແລະ​ນັ່ງ​ເລືອກ​ເອົາ​ປາ​ໂຕ​ທີ່​ກິນ​ໄດ້+​ໃສ່​ກະຕ່າ ສ່ວນ​ປາ​ໂຕ​ທີ່​ກິນ​ບໍ່​ໄດ້+​ກໍ​ເອົາ​ຖິ້ມ. 49 ໃນ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້​ກໍ​ຈະ​ເປັນ​ແບບ​ນັ້ນ. ທູດສະຫວັນ​ຈະ​ອອກ​ໄປ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ດີ 50 ແລະ​ຈະ​ໂຍນ​ຄົນ​ຊົ່ວ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​. ຢູ່​ຫັ້ນ ເຂົາເຈົ້າ​ຈະ​ຮ້ອງໄຫ້​ດ້ວຍ​ຄວາມ​ທຸກໃຈ.”

51 ພະ​ເຢຊູ​ຖາມ​ລູກສິດ​ວ່າ: “ພວກ​ເຈົ້າ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ເລື່ອງ​ທັງໝົດ​ນີ້​ບໍ?” ເຂົາເຈົ້າ​ຕອບ​ເພິ່ນ​ວ່າ: “ເຂົ້າ​ໃຈ​ແລ້ວ.” 52 ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ດີ​ແລ້ວ ຄູ​ທຸກ​ຄົນ​ທີ່​ໄດ້​ຮຽນ​ຮູ້​ເລື່ອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ກໍ​ເປັນ​ຄື​ກັບ​ເຈົ້າ​ຂອງ​ເຮືອນ​ທີ່​ເອົາ​ຊັບ​ສົມບັດ​ທັງ​ເກົ່າ​ແລະ​ໃໝ່​ອອກ​ມາ​ຈາກ​ຫ້ອງ​ມ້ຽນ​ຊັບ​ສົມບັດ​ຂອງ​ລາວ.”

53 ເມື່ອ​ພະ​ເຢຊູ​ອະທິບາຍ​ຕົວຢ່າງ​ປຽບທຽບ​ທັງໝົດ​ນີ້​ແລ້ວ​ໆ​ ເພິ່ນ​ກໍ​ໄປ​ຈາກ​ຫັ້ນ. 54 ຫຼັງ​ຈາກ​ກັບ​ເມືອ​ເມືອງ​ທີ່​ເພິ່ນ​ຢູ່+ ເພິ່ນ​ກໍ​ໄປ​ສອນ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. ເຂົາເຈົ້າ​ພາກັນ​ງຶດ​ແລະ​ເວົ້າ​ວ່າ: “ຜູ້​ນີ້​ໄດ້​ສະຕິ​ປັນຍາ​ແບບ​ນີ້​ມາ​ແຕ່​ໃສ? ແລະ​ໃຜ​ໃຫ້​ອຳນາດ​ລາວ​ເຮັດ​ການ​ອັດສະຈັນ​ແບບ​ນີ້​ໄດ້?+ 55 ລາວ​ເປັນ​ລູກ​ຊ່າງ​ໄມ້​ຕົ໋ວ?+ ແມ່​ຂອງ​ລາວ​ຊື່​ມາຣິອາ ແລະ​ນ້ອງ​ຊາຍ​ຂອງ​ລາວ​ຊື່​ຢາໂກໂບ ໂຢເຊັບ ຊີໂມນ ແລະ​ຢູດາ​ບໍ່​ແມ່ນ​ບໍ?+ 56 ພວກ​ນ້ອງ​ສາວ​ຂອງ​ລາວ​ກໍ​ເປັນ​ຄົນ​ບ້ານ​ດຽວ​ກັບ​ພວກ​ເຮົາ​ຕົ໋ວ? ແລ້ວ​ລາວ​ໄດ້​ສະຕິ​ປັນຍາ​ແລະ​ອຳນາດ​ທັງໝົດ​ນີ້​ມາ​ຈາກ​ໃສ?”+ 57 ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ບໍ່​ຍອມຮັບ​ພະ​ເຢຊູ.+ ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຜູ້​ພະຍາກອນ​ໄດ້​ຮັບ​ການ​ຍອມຮັບ​ແລະ​ໄດ້​ຮັບ​ຄວາມ​ນັບຖື​ໃນ​ທຸກ​ບ່ອນ ຍົກເວັ້ນ​ໃນ​ຄອບຄົວ​ແລະ​ໃນ​ເມືອງ​ທີ່​ລາວ​ຢູ່.”+ 58 ເພິ່ນ​ຈຶ່ງ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ຫຼາຍ​ໃນ​ເມືອງ​ນັ້ນ​ຍ້ອນ​ເຂົາເຈົ້າ​ບໍ່​ມີ​ຄວາມ​ເຊື່ອ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌